ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຳພາດ ທ່ານວັນນະສັກ ສີກຸນລະບຸດ ຫົວໜ້າທີມ ຂະແໜງເຄື່ອງຈັກຂົດເຫຼັກແຜ່ນ


ທ່ານວັນນະສັກ ສີກຸນລະບຸດ ຫົວໜ້າທີມ ຂະແໜງເຄື່ອງຈັກ ຂົດເຫຼັກແຜ່ນ ທີ່ບໍລິສັດ Royal Sheet Metal ລັດ Michigan.
ທ່ານວັນນະສັກ ສີກຸນລະບຸດ ຫົວໜ້າທີມ ຂະແໜງເຄື່ອງຈັກ ຂົດເຫຼັກແຜ່ນ ທີ່ບໍລິສັດ Royal Sheet Metal ລັດ Michigan.

ທ່ານ​ຜູ້ຟັງ​ທີ່​ເຄົາລົບ ໃນ​ລາຍການ​ຊີວິດ​ຊາວ​ລາວ ຂອງ​ວີ​ໂອ​ເອ ມື້​ນີ້ ​ເຮົາ​ຈະ​ນຳ​ເອົາ​
ການ​ສຳພາດ​ກັບ ທ່ານວັນນະ​ສັກ ສີກຸ​ນລະ​ບຸດ ຫົວໜ້າ​ທີ​ມ ຂະ​ແໜງ​ເຄື່ອງຈັກຂົດ
​ເຫລັກແຜ່ນ ​ເພື່ອນຳ​ໄປ​ປະກອບເຄື່ອງ​ໃຊ້ ​ແລະ​ກໍ່ສ້າງ​ຕ່າງໆ. ທ່ານ​ວັນນະ​ສັກ ​ໄດ້​ເຂົ້າ
​ມາຕັ້ງ​ຖິ່ນ​ຖານ​ຢູ່​ໃນສະ​ຫະລັດ​ໃນ​ປີ 1985 ​ແລະ​ໄດ້​ປະກອບ​ວິຊາ​ອາຊີບ​ຢູ່​ບໍລິສັດ​ແຫ່ງ​
ນີ້​ມາ​ເປັນ​ເວລາ​ກວ່າ 30 ປີ​ແລ້ວ. ທ່ານ​ວັນນະ​ສັກ ​ໄດ້ແບ່ງປັນ​ປະສົບ​ການໆ​ເຮັດວຽກ​ຢູ່
​ໃນ​ສະຫະລັດ ​ແລະ​ສັງຄົມ​ຊີວິດ​ຢູ່​ໃນ​ເຂດ​ຂອງ​ທ່ານຊຶ່ງ ກິ່ງສະຫວັນ ຈະ​ນຳ​ມາສະ​ເໜີ
ໃນ​ອັນ​ດັບຕໍ່​ໄປ.

ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບມື້​ນີ້ ​ຂ້າພະ​ເຈົ້າ​ຈະ​ນຳ​ເອົາ​ການ​ສຳພາດ​ກັບ ທ່ານ​ ວັນນະ​
ສັກ ສີກຸນລະບຸດ ອາ​ເມຣິກັນ​ເຊື້ອສາຍ​ລາວ ຫົວໜ້າ​ທີ​ມ ຂະ​ແໜງ​ເຄື່ອງຈັກຂົດ​ເຫລັກ
ແຜ່ນ ​ເພື່ອນຳ​ໄປ​ປະກອບ​ເປັນເຄື່ອງ​ໃຊ້ ​ແລະ​ກໍ່ສ້າງ​ຕ່າງໆ. ຢູ່ໃນ​ສະຫະລັດ​ອາ​ເມຣິກາ
ການ​ກໍ່ສ້າງ​ຮ້ານ​ຄ້າ ​ຕຶກ​ສູງໆ​ທີ່​ເຮົາ​ເຫັນ​ຢູ່​ນັ້ນ ​ເຂົາ​ເຈົ້າ​ບໍ່ໃຊ້​ດິນ​ຈີ່ມາ​ກໍ່ ຫລືເທຊິມັງ​ປຸກ
​ສ້າງ ​ແຕ່​ໄດ້​ໃຊ້​ເຫລັກ​ທັງ​ໝົດເປັນໂຄງລ່າງ. ​ສ່ວນ​ໃຫຍ່ເປັນເສົາຫລັກ ​ຂາງ​ເຫລັກ ຮ່າງ
​ເຫລັກ​ທັງໝົດ​ເພື່ອ​ຄວາມ​ແໜ້ນໜາ​ຖາ​ວອນ ​ແລະເພື່ອ​ຄວາມປອດ​ໄພ. ທ່ານ​ວັນນະ​ສັກ ລູກບ້ານ​ຫລານ​ເມືອງ​ປາກ​ເຊ ​ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່ເມືອງ Holland ລັດ Michigan
ຕັ້ງ​ຢູ່​ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ສະຫະລັດ ​ແລະ​ໄດ້​ເລີ່​ມ​ເຮັດ​ວຽກ​ໃຫ້​ບໍລິສັດ
Royal Sheet Metal ​ເມື່ອ​ສາມ​ທົດ​ສະ​ວັດ​ກ່ອນ​. ທ່ານວັນນະ​ສັກ ​ໄດ້​ກ່າວ​ຕໍ່ວີ​ໂອ​ເອ
ກ່ຽວ​ກັບ​ໜ້າ​ທີ່​ວຽກ​ການ​ຂອງຜູ້ກ່ຽວດັ່ງ​ນີ້ :

ຢູ່​ໃນ​ປະຊາ​ຄົມລາວ-ອາ​ເມຣິກັນທົ່ວສະຫະລັດ ບໍ່​ວ່າ​ຈະເປັນ​ປະຊາ​ຄົມ​ນ້ອຍ ຫລື​ໃຫຍ່
ກໍຕາມ ​ເຂົາ​ເຈົ້າຈະ​ບໍ່​ລົດ​ລະ​ໃນການ​ສ້າງ​ຕັ້ງ​ປະຊາ​ຄົມ​ໃຫ້​ເປັນ​ກ້ອນ​ເປັນ​ໜ່ວຍ ​
ເຫລື້ອມ​ໃສ​ຕໍ່​ພຸດທະ​ສາສະໜາ ​ແລະນັບຖື​ສາສະໜາ​ອື່ນໆຢ່າງ​ເສລີ. ວັດວາອາ​ຮາມ ​
ແລະ​ໂບດເປັນ​ສັນຍາ​ລັກຂອງຄວາມ​ເຊື່ອ​ຖື ​ແລະເປັນ​ສູນ​ກາງ​ຂອງສັງຄົມ. ​ທ່ານ​ວັນ
ນະ​ສັກ ​ໄດ້​ກ່າວ​ເຖິງ​ບັນຍາກາດ ການ​ຕັ້ງ​ຖິ່ນ​ຖານ ​ແລະ​ສິ່ງ​ແວດ​ລ້ອມ​ຢູ່​ໃນ​ເຂດເມືອງ
Holland ບ່ອນ​ທີ່​ທ່ານ​ຢູ່ອາໄສສູ່ຟັງ​ດັ່ງ​ນີ້ :

ການ​ສຶກສາ​ເປັນສິ່ງ​ສຳຄັນ​ສຸດ​ໃນ​ຊີວິດ​ຂອງ​ຊາວ​ອາ​ເມຣິກັນ ​ໂດຍ​ສະ​ເພາະ​ພວກເດັກ​
ນັອຍທຸກ​ຄົນຕ້ອງ​ເຂົ້າ​ໂຮງຮຽນ ​ໄດ້​ຮັບ​ການ​ສຶກສາ​ ອັນ​ມີກົດໝາຍ​ບັງຄັບ. ເດັກນ້ອຍ​
ອາ​ເມຣິກັນຈະ​ພາກັນ​ເລີ້ມ​ເຂົ້າ​ໂຮ​ງຮຽນອະນຸບານເມື່ອອາຍຸໄດ້​ສາ​ມສີ່​ປີ ​ແລະ​ເຂົ້າໂຮງ
ຮຽນ​ປະ​ຖົມເວລາ​ອາ​ຍຸໄດ້ 5 ປີ ​ຫລັງ​ຈາກ​ນັ້ນເຂົາ​ເຈົ້າກໍຈະ​ຮຽນ​ຂຶ້ນ​ໄປເປັນ​ລຳດັບຈົນ​ຈົບມັດທະຍົມ ​ເວລາພວກເຂົາ​ເຈົ້າ​ມີ​ອາຍຸໄດ້ 1718 ປີ. ການ​ສຶກສາ​ຢູ່​ໂຮງຮຽນ​ຫຼວງ​ບໍ່​
ໄດ້​ເສຍ​ຄ່າ ​ເພາະສະ​ນັ້ນພວກ​ເດັກນ້ອຍ​ອາ​ເມຣິກັນ ​ຈຶ່ງມີ​ພື້ນຖານການ​ສຶກສາ​ດີພໍສົມ
ຄວນ ທີ່​ຈະ​ພາກັນ​ປະກອບ​ວິຊາອາຊີບຕ່າງໆ.ການ​ສຶກສາ​ຂັ້ນ​ມະຫາວິທະຍາ​ໄລ ຈະ
​ຕ້ອງ​ໄດ້ໃຊ້​ເງິນ​ຕົນ​ເອງ ຊຶ່ງທ່ານ​ວັນນະ​ສັກ ​ໄດ້​ໃຫ້​ຂໍ້​ຄິດ​ເຫັນ​ກ່ຽວກັບລູກ​ເຕົ້າ​ຂອງ​ທ່ານ
ກ່ຽວ​ກັບ​ການ​ສຶກສາ​ດັ່ງ​ນີ້:

ທ່ານ​ວັນນະ​ສັກ ສີກຸນລະບຸດ ​ເກີດ​ທີ່ແຂວງ​ຈຳປາ​ສັກ ປະ​ເທ​ດລາວ ​ໄດ້​ເຂົ້າມາ​ຕັ້ງ​
ຖິ່ນ​ຖານ ​ຢູ່​ໃນ​ສະຫະລັດ​ໃນ​ປີ 1985 ​ແລະ​ໄ​ດ້ປະກອບວິຊາ​ອາຊີບ​ກ່ຽວ​ກັບຂະ​ແໜງ​ເຄື່ອງຈັກຂົດ​ເຫລັກແຜ່ນ ມາ​ເປັນ​ເວລາ 30 ກວ່າ​ປີ​ແລ້ວ ​ແລະ​ຄາດ​ວ່າ​ ຈະ​ອອກ​ກິນ
​ເບ້ຍ​ບໍານານ​ໃນ​ອານາ​ຄົດ​ອັນ​ໃກ້ໆ​ນີ້. ທ່ານ​ວັນນະ​ສັກ​ ​ເປັນ​ໂຕ​ຢ່າງ​ພົນລະ​ເມື​ອງດີ​ຂອງສະຫະລັດ​ຄົນ​ນຶ່ງ ທີ່​ໄດ້​ປະກອບ​ສ່ວນສ້າງ​ເສດຖະກິດ​ສະຫະລັດ​ອາ​ເມຣິກາ​ໃຫ້​
ຈະ​ເລີ​ນຮຸ່ງ​ເຮືອງ. ທ່ານ​ໄດ້​ກ່າວ​ມ້ວນທ້າຍ​ກ່ຽວກັບ​ ຊີວິດ​ຂັ້ນ​ຕົ້ນຂອງ​ທ່ານດັ່ງ​ນີ້:

ວີ​ໂອ​ເອ ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ທ່ານ ວັນນະ​ສັກ ສີກຸນລະບຸດ ທີ່​ໄດ້​ແບ່ງປັນ​ປະ
ສົບ​ການກ່ຽວກັບຊີວິດ​ຂອງ​ທ່ານ.

XS
SM
MD
LG