ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານສີຈັນ ຄຳພະວົງ ນັກທຸລະກິດ ອາເມຣິກັນ ເຊື້ອສາຍລາວ ຜູ້ສຳເລັດ ທີ່ລັດ ໄອໂອວາ


ທ່ານສີຈັນ ຄຳພະວົງ ນັກທຸລະກິດ ອາເມຣິກັນເຊື້ອສາຍລາວ ທີ່ເມືອງ Storm Lake ລັດ IOWA.
ທ່ານສີຈັນ ຄຳພະວົງ ນັກທຸລະກິດ ອາເມຣິກັນເຊື້ອສາຍລາວ ທີ່ເມືອງ Storm Lake ລັດ IOWA.

ໃນ​ລາຍການ​ຊີວິດ​ຊາວ​ລາວ​ຂອງ​ວີ​ໂອ​ເອ ມື້​ນີ້ເຮົາ​ຈະ​ສະ​ເໜີ​ການ​ສຳພາດ ກັບທ່ານ​ສີ​ຈັນ ຄຳ​ພະ​ວົງ ນັກ​ທຸລະ​ກິດ​ອາ​ເມຣິກັນ​ເຊື້ອສາຍ​ລາວ ຜູ້​ປະສົບຜົນ​ສຳ​ເລັດ. ທ່ານ​ເປັນ​ລູກ ບ້ານ​ຫລານ​ເມືອງແຂວງ​ຊຽງ​ຂວາງ ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ສະຫະລັດ ​ໃນ​ປີ 1990. ​ໃນ​ຂັ້ນ​ຕົ້ນ ທ່ານ​ໄດ້​ໃຊ້​ຊີວິດ​ເດີນທາງໄປ​ເຮັດ​ວຽກ​ຫາ​ຢູ່​ຫາ​ກິນ​ໃນ​ຫລາຍໆ​ລັດ ໃນ​ສະຫະ ລັດ ​ແລະ​ໃນ​ທີ່​ສຸດ​ກໍ​ໄດ້ຕັ້ງ​ຖິ່ນ​ຖານສ້າງ​ຄອບຄົວ ເປັນ​ເຈົ້າຂອງ​ທຸລະ​ກິດ​ຢູ່​ໃນ​ເມືອງ Storm Lake ລັດ IOWA ທີ່​ຕັ້ງຢູ່​ພາກ​ກາງຂອງ​ສະຫະລັດ​. ຜົນສຳ​ເລັດໃນຄວາມ​ເປັນ​ມາ​ຂອງ ທ່ານ​ສີຈັນ ​ມີ​ຢ່າງ​ໃດ​ ກິ່ງ​ສະຫວັນ ຈະ​ນຳ​ເລື້ອງ​ນີ້​ມາສະ​ເໜີ​ທ່ານ.

ສະບາຍດີທ່ານ​ຜູ້​ຟັງ​ທີ່​ເຄົາລົບ ພົບ​ກັນ​ອີກ​ຕາມ​ນັດ​ໜາຍ​ກັບ​ລາຍການ ຊີວິດ​ຊາວ​ລາວ​ຂອງ ວີ​ໂອເອ ​ມື້​ນີ້​ເຮົ​າຈະ​ນຳ​ເອົາ​ການ​ສຳພາດ​ທ່ານ​ສີ​ຈັນ ຄຳ​ພະວົງ ລູກບ້ານ​ຫລານ​ເມືອງແຂວງຊຽງ​ຂວາງມາ​ເລົ່າສູ່​ທ່ານ​ຟັງ. ແຕ່​ກ່ອນອື່ນ​ເຮົາ​ມາ​ເຂົ້າ​ໃຈເຖິງ ຄວາມທຸກ​ທໍລະ​ມານ ການ​ຜະຈົນ​ໄພ​ຂອງ​ປະຊາກອນແຂວງ​ຊຽງ​ຂວາງ ທີ່​ໄດ້​ຍົກຍ້າຍ​ໜີ​ອອກ​ຈາກ​ບ້ານ​ເກີດ​ເມືອງ​ນອນມາ​ເມື່ອ 40 ກວ່າ​ປີ​ກ່ອນ. ແຂວງ​ຊຽງ​ຂວາງ​ແມ່ນ​ເຂດ​ນຶ່ງ​ທີ່​ໄດ້​ຖືກ​ຖີ້ມລະ​ເບີດ​ໃສ່​ຫລາ​ຍທີ່​ສຸດໃນ​ສະ​ໄໝ​ສົງຄາມ​ລັບໃນ​ລາວ​ເມື່ອ 40 ປີ​ກ່ອນ. ​ເພາະສະ​ນັ້ນປະຊາກອນແຂວງ​ຊຽງ​ຂວາງ​ຫລາຍ​ແສນ​ຄົນ​ຈຶ່ງໄດ້​ພາກັນ​ອົບ​ພະຍົບລົບ​ໄພ ​ຍົກຍ້າຍ​ເຂົ້າ​ໄປ​ລີ້​ໄພ​ຢູ່​ໃນ​ແຂວງຕ່າງ​ໆ ​ໂດຍ​ສະ​ເພາະ​ຢູ່ໃນ​ແຂວງວຽງ​ຈັນ ​ແລະ​ເຂດ​ອ້ອມ​ແອ້ມ​. ສ່ວນ​ບັນ ດາປະ ຊາກອນ​ແຂວງ​ຊຽງ​ຂວາງຜູ້ທີ່ຍັງພາກັນ​ດຳລົງ​ຊີ​ວິດ​ຢູ່ທີ່​ນັ້ນ​ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ພວກລະ​ເບີດ​ທີ່​ຕົກ​ຄ້າງ​ຍັງ​ບໍ່​ທັນ​ແຕກ ​ຫລາຍໆ​ຄົນ​ໄດ້​ເສຍ​ຊີວິດ ​ແລະ​ເສຍ​ອົງຄະ. ສ່ວນຜູ້​ທີ່​ໄດ້​ລອດ​ໜີ​ອອກ​ມາໄດ້ ກໍພາກັນ​ຜະຈົນ​ໄພໄປ​ໜ້າ​ເລື້ອຍໆ ໂດຍ​ທີ່ບໍ່​ຮູ້​ວ່າ​ອະ​ນາ​ຄົດ​ຈະ​ເຖິງ​ຈຸດ​ໃດ.

​ແຕ່ໜ້າ​ສັນລະ​ເສີນ​ທີ່​ເຫັນ​ປະຊາກອນ​ອາ​ເມຣິກັນ​ເຊື້ອສາຍ​ລາວ ​ມາ​ຈາກ​ແຂວງ​ຊຽງ​ຂວາງ​ຫລາຍໆ​ຄົນ​ ໄດ້​ປະສົບ​ກັບ​ຜົນສຳ​ເລັດຂອງ​ການ​ຕັ້ງ​ຊີວິດ​ໃໝ່​ຢູ່​ໃນ​ສະຫະລັດ. ຊາວ​ອາ​ເມ​ຣິກັນ​ເຊື້ອ​ສາຍ​ລາວ​ຈາກ​ແຂວງ​ຊຽງ​ຂວາງ​ເຫລົ່າ​ນີ້ ​ໄດ້ກາຍ​ມາເປັນ​ພົນລະ​ເມືອງ​ດີ​ຂອງ​ຊາດ ​ເຂົາ​ເຈົ້າໄດ້​ພາກັນຮັບ​ໃຊ້​ຢູ່​ໃນ​ກອງທັບ​ສະຫະລັດ ​ເປັນ​ໝໍປົວ​ແຂ້ວ ນາງພະ​ຍາ​ບານ ​ນັກທຸລະ​ກິດ ນາຍ​ຊ່າງແປງ​ລົດ ​ແລະ​ເຮັດ​ວຽກ​ໃນ​ໜ້າ​ທີ່ການ​ຕ່າງໆຢ່າງເປັນ​ຜົນສຳ​ເລັດ. ທ່ານ​ສີ​ຈັນ ໄດ້ອົບ​ພະຍົບລົບ​ໄພ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ ແລ້ວກໍ​ໄດ້​ອົບ​ພະຍົບ​ອີກ ເປັນ ຄັ້ງ​ທີ່​ສອງ ​ເຂົ້າ​ມາຢູ່ສະ​ຫະລັດ.

ທ່ານ​ສີ​ຈັນ ຄຳ​ພາ​ວົງ ​ນັກທຸລະກິດ​ຜູ້​ມີ​ພອນ​ສະ​ຫວັນ ໄດ້​ເລີ້ມຕົ້ນ​ໂ​ດຍການ​ເຮັດ​ວຽກຢູ່ໂຮງ​ງານປາດ​ຊີ້ນ​ໝູ ດ້ວຍ​ຄວາມ​ດຸ​ໝັ່ນ​ອົດທົນ ​ແລະ​ມີ​ພິກ​ໄຫວ ບັດ​ນີ້​ໄດ້​ກາຍ​ມາ​ເປັນເຈົ້າ​ຂອງ​ທຸລະ​ກິດ​ຕະຫລາດ​ເອ​ເຊຍ ​ໂຮງ​ແຮ​ມ ຮ້ານຊັກ​ເຄື່ອງ ​ແລະ​ຮ້ານ​ອາຫານ​ລາວມີ​ຊື່ວ່າ Little Vientiane ຫລື​ວຽງ​ຈັນ​ນ້ອຍ ທີ່​ເມືອງ Storm Lake ຊຶ່ງ​ເປັນ​ເມືອງນ້ອຍໆ ​ຕັ້ງ​ຢູ​ໃນ​ລັດ IOWA ພາ​ກກາງຂອງ​ສະຫະລັດ ຊຶ່ງ​ທ່ານ​ໄດ້​ເລົ່າ​ຊີວິດ​ຂັ້ນ​ຕົ້ນ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ໂຮງແຮມ Sail Inn ຂອງທ່ານສີຈັນ.
ໂຮງແຮມ Sail Inn ຂອງທ່ານສີຈັນ.

​ກ່ຽວ​ກັບການ​ບໍລິຫານ​ທຸລະ​ກິດຂອງ ​ທ່ານ​ສີ​ຈັນ​ ວ່າ​ເປັນແບບໃດນັ້ນ ທ່ານ​ໄດ້ກ່າວ​ຕໍ່ວີ​ໂອ​ເອ ​ວ່າ :

ໂຮງແຮມ Sail Inn ຕັ້ງຢູ່ແຄມແມ່ນໍ້າທີ່ສວຍງາມ.
ໂຮງແຮມ Sail Inn ຕັ້ງຢູ່ແຄມແມ່ນໍ້າທີ່ສວຍງາມ.

ຄວາມ​ໄຝ່ຝັນຂອງ​ທ່ານ​ສີ​ຈັນ ຍັງ​ບໍ່​ຈົບ​ພຽງ​ເທົ່າ​ນີ້ ທ່ານ​ຍັງ​ຫລິງ​ເຫັນ​ທຸລະ​ກິດ​ການຄ້າອີກ ອັນນຶ່ງ ຊຶ່ງແມ່ນ​ການ​ຕັ້ງ​ປໍ້າ​ນໍ້າມັນ ​ຊຶ່ງຈະ​ເປັນບ່ອນ​ຂາຍ​ເຄື່ອງ​ນຳ ເຊັ່ນ​ອາ​ຫາ​ການ​ກິນ ​ເຄື່ອງ​ດື່ມ​ຢູ່​ຂ້າງ​ທາງຫລວງ​ບ່ອນ​ລົ​ດ​ແລ່ນ​ທາງ​ໄກ ຫລື freeway ຊຶ່ງ​ເປັນປໍ້າ​ນໍ້າມັນ​ຢູ່​ບ່ອນ​ຫ່າງ​ໄກ ​ທີ່ເປັນບ່ອນ​ຢຸດ​ແວ່ພັກ​ຜ່ອນ​ໃສ່​ນໍ້າມັນ​ ໃຊ້​ຫ້ອງ​ນໍ້າ ນັ່ງພັກຜ່ອນ​ເອົາ​ແຮງ​ຊົ່ວຄາວ ຂອງ​ບັນດາ​ຜູ້​ເດີນທາງ​ໄກ ທີ່​ມີ​ຢູ່ໃນ​ເກືອບ​ທຸກໆ 50 ​ໄມ​ລ ໃນ​ຖະໜົນຫລວງ​ຂອງ​ສະຫະລັດ ຊຶ່ງ​ທ່ານ​ສີ​ຈັນ ກ່າວ​ຕໍ່​ໄປ​ອີກ​ວ່າ.

ຮ້ານຊັກເຄື່ອງ ແລະອົບເຄຶ່ອງ ທີ່ໃຊ້ເຄື່ອງຈັກ.
ຮ້ານຊັກເຄື່ອງ ແລະອົບເຄຶ່ອງ ທີ່ໃຊ້ເຄື່ອງຈັກ.

ທ່ານ​ສີ​ຈັ​ນມີ​ຄອບຄົວ ມີ​ລູກ​ສາວສາມ​ຄົນ ​ແລະ​ລູກ​ຊາຍ​ນຶ່ງ​ຄົນ ​ແຕ່ລະ​ຄົນ​ສຳ​ເລັດ​ການ​ສຶກສາ​ຈາກ​ມະຫາວິທະຍາ​ໄລ​ຕ່າງໆ ​ແລະຍັງຢູ່​ກັບ​ຄອບຄົວ​ເພື່ອ​ຊ່ວຍ​ບໍລິຫານທຸລະ​ກິດ ​ແລະ​ທ່ານ​ສີ​ຈັນ​ໄດ້​ກ່າວມ້ວນທ້າຍ​ຕໍ່ ວີ​ໂອ​ເອ ດັ່ງ​ນີ້.

ທ່ານສີຈັນ ແລະບັນດາຍາດຕິພີ່ນ້ອງ.
ທ່ານສີຈັນ ແລະບັນດາຍາດຕິພີ່ນ້ອງ.

ທ່ານ​ສີ​ຈັນ ຄຳ​ພະ​ວົງ ​ແມ່ນ​ອາ​ເມຣິກັນ​ເຊື້ອສາຍ​ລາ​ວຜູ້​ນຶ່ງ​ທີ່ໄດ້​ພິສູດ​ໃຫ້​ເຫັນ​ເຖິງ​ຄວາມມີ​ມານະ​ອົດທົນ​ ມີ​ພິກ​ໄຫວ​ ​ແລະ​ອິດ​ສະລະ​ພາບໃນ​ການ​ທຳ​ມາ​ຫາ​ກິນ. ບັດນີ້ຢູ່ເກືອບທຸກ ຮ່່ອມ​ທຸກ​ແຈ​ຂອງ​ເມືອງ​ນ້ອຍ​ ທີ່​ຕັ້ງ​ຢູ່​ກາງ​ສະຫະລັດແຫ່ງ​ນີ້ ​ໄດ້​ມີປ້າຍ​ຊື່​ນະຄອນຫລວງ ວຽງ​ຈັນ ​ແລະ​ຄຳ​ວ່າ​ລາວ ​ໃຫ້​ຊາວ​ອາ​ເມຣິກັນ​ໄດ້​ຮຽນຮູ້ກ່ຽວ​ກັບ​ອາຫານ​ລາວ ວັດທະນາ ທຳ​ລາວ ​ແລະ​ທຸລະ​ກິດຂອງ​ອາ​ເມຣິກັນເຊື້ອສາຍລາວ.

XS
SM
MD
LG