ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຳພາດ ທ່ານເພັດຖະໜອມ ຮຸ່ງມະນີ ເຈົ້າຂອງ ບໍລິສັດ ສ້ອມແປງອາຍເຢັນ


ທ່ານເພັດຖະໜອມ ຮຸ່ງມະນີ ເຈົ້າຂອງບໍລິສັດສ້ອມແປງລະບົບ ອາຍເຢັນ knhmechanical company ທີ່ລັດ Virginia.
ທ່ານເພັດຖະໜອມ ຮຸ່ງມະນີ ເຈົ້າຂອງບໍລິສັດສ້ອມແປງລະບົບ ອາຍເຢັນ knhmechanical company ທີ່ລັດ Virginia.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ໃນ​ລາຍການ​ຊີວິດ​ຊາວ​ລາວຂອງ​ວີ​ໂອ​ເອ ປະຈຳ​ວັນພ​ະຫັດ​ມື້​ນີ້ ​
ເຮົາຈະ​ນຳພາ​ທ່ານ​ໄປຟັງ​ການ​ສຳພາດກັບ ທ່ານ​ເພັດ​ຖະໜອມ ຮຸ່ງ​ມະນີ ນັກ​ສ້ອມແປງ​
ອາຍ​ເຢັນ ຕູ້​ເຢັນ ລະບົບ​ຄວາ​ມຮ້ອນ ​ແລະ​ເຄື່ອງ​ໃຊ້​ໃນ​ບ້ານ​ເຮືອນ​ຕ່າງໆ. ວິຊາ​ອາຊີບ​
ດັ່ງກ່າວ​ນີ້​ເປັນ​ວຽກ​ໜັກ ​ເປື້ອນມື ​ແລະໃຊ້​ພິກ​ໄຫວແກ້​ໄຂ​ບັນຫາເ​ຄື່ອງຈັກ. ​ທ່ານ​ເພັດ​
ຖະໜອມ ສາມາດສ້າງ​ລາຍ​ໄດ້​ດີ​ເປັນ​ພິ​ເສດໃນ​ແຕ່ລະ​ປີ. ສ່ວນວ່າຄວາມ​ເປັນ​ມາ​ຂອງ
​ທ່ານ​ເພັດ​ຖະໜອມ ເປັນມາ​ຢ່າງ​ໃດ​ນັ້ນ ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານໃນ
​ອັນ​ດັບຕໍ່​ໄປ.

ທ່ານເພັດຖະໜອມ ແລະພັນລະຍາ ຍານາງການິກາ ຮຸ່ງມະນີ ເຈົ້າຂອງບໍລິສັດ.
ທ່ານເພັດຖະໜອມ ແລະພັນລະຍາ ຍານາງການິກາ ຮຸ່ງມະນີ ເຈົ້າຂອງບໍລິສັດ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີ​ໂອ​ເອ ມື້ນີ້ ຂ້າພະ
ເຈົ້າຂໍແນະນຳໃຫ້ທ່ານຮູ້ຈັກກັບ ທ່ານ​ເພັດ​ຖະໜອມ ຮຸ່ງ​ມະນີ ອາ​ເມຣິກັນ​ເຊື້ອສາຍ
​ລາວ ທີ່ມາ​ເຕີບໃຫຍ່ ​ແລະ​ໄດ້​ຮັບ​ການ​ສຶກສາ​ຢູ່​ໃນ​ສະຫະລັດ. ​ທ່ານ​ເພັດ​ຖະໜອ​ມ ​ເປັນ
​ຜູ້​ມີ​ພ​ອນສະຫວັນ ​ດ້ານ​ສ້ອມ​ແປງເຄື່ອງ​ຈັກມາ​ແຕ່​ນ້ອຍໆ ​ແລະ​ໄດ້​ຮັບ​ການ​ອົບຮົມ​ ໂດຍ
​ສະ​ເພາະສ້ອມແປງລະບົບອາຍເຢັນ ​ແລະ​ຕູ້​ເຢັນຈາກ​ສະ​ຖາ​ບັນ Pensylvania
College of Technology. ກ່ອນ​ທີ່​ທ່ານ​ເພັດ​ຖະໜອມ ຈະ​ໄດ້​ກາຍ​ມາ​ເປັນ​ເຈົ້າ​ຂອງ
​ບໍລິສັດ​ນ້ອຍໆຂອງ​ຕົນ​ເອງ​ ຢ່າງ​ເປັນ​ຜົນສຳ​ເລັດ​ນັ້ນ ທ່ານ​ໄດ້​ຜ່ານ​ການ​ເຮັດ​ວຽກ​ຢູ່​
ຫລາຍໆ​ບ່ອນ. ປັດຈຸບັນ​ນີ້​ ທ່ານ​ເປັນ​ເຈົ້າ​ຂອງ ບໍລິສັດ knhmechanical ມີ​ພະນັກງານ
ຫ້າ​ຄົນ ຊຶ່ງລະດູ​ຮ້ອນເປັນ​ເວລາ​ທີ່​ຕ້ອງ​ໄດ້​ເຮັດ​ວຽກ​ໜັກ ​ເພາະລະບົບອາຍ​ເຢັນ​ຢູ່່​ຕາມ​
ຮ້ານ​ອາຫານ​ມັກ​ເພ. ທ່ານ​ເພັດ​ຖະໜອມ ​ໄດ້​ກ່າວ​ເຖິງ​ຊີວິດຄວາມ​ເປັນ​ມາສູ່ຟັງ​ດັ່ງ​ນີ້:

ສັນຍາລັກ ບໍລິສັດ knhmechanical company.
ສັນຍາລັກ ບໍລິສັດ knhmechanical company.

ທ່ານ​ເພັດຖະໜອມ ​ໄດ້​ເລີ້ມ​ເຮັດ​ວຽກ​ຢູ່ເຮືອນ​ເບິ່ງ​ແຍງ​ຄົນ​ເຖົ້າ ຫລື Nursing Home ກຳ​ກັບ​ລະບົບ​ອາຍ​ເຢັນ ​ແລະ​ໄດ້​ຖືກ​ສົ່ງ​ໄປ​ອົບຮົມ​ວຽກ​ການ​ເພີ້ມ​ເຕີມ ຊຶ່ງ​ທ່ານ​ໄດ້​ກ່າວ​ດັ່ງ​ນີ້.

ການ​ເຮັດ​ວຽກຢູ່​ໃນ​ສະຫະລັດ ​ເຂົາ​ເຈົ້າມີ​ອິດ​ສະລະ​ພາບໃນການປ່ຽນຍ້າຍ​ໜ້າ​ທີ່ ​ແລະ
​ຊອກ​ຫາບ່ອນ​ເຮັດ​ວຽກທີ່ເຫັນ​ວ່າໄດ້​ເງິນ​ຫລາຍ​ກວ່າ​ຢ່າງ​ສະບາຍ​ ເພື່ອຮຽນ​ຮູ້ ​ແລະ
ຊອກຫາ​ປະສົບ​ການ. ເພາະສະນັ້ນ ຫຼັງຈາກວຽກງານຢູ່ nursing home ແລ້ວ ​ທ່ານ
​ເພັດ​ສະໝອນ ຈຶ່ງໄດ້ມາ​ເຮັດວຽກ​ກ່ຽວກັບ​ລະບົບ​ເຄື່ອງ​ຈັກ​ກວດ​ສຸຂະພາບ ທີ່​ບໍ່​ກ່ຽວ
​ຂ້ອງກັບອາຍ​ເຢັນ ​ແຕ່​ຍັງ​ພົວ​ພັນ​ກັບ​ດ້ານ​ເທັກ​ນິກນັ້ນ​ຢູ່. ທ່ານ​ໄດ້ຮັບ​ເງິນ​ເດືອນ​ຫລາຍ​
ຂຶ້ນ​ເຖິງ 70 ກວ່າ​ພັນ​ຕໍ່​ປີ ແລະມີຄວາມຮັບຜິດ ຊອບ​ສູງ ​ທີ່ຕ້ອ​ງ​ໄດ້ຄໍ້າປະກັນການ​ບໍລິ
ການໂດຍສະ​ເພາະ​ທາງ​ດ້ານ​ກົດໝາຍ ທີ່ອາດຈະ​ຖືກ​ຟ້ອງ​ຮ້ອງ ຖ້າ​ຫາກ​ມີ​ການ​ຜິດ​ພາດ
ຊຶ່ງ​ ທ່ານ​ເພັດຖະໜອມ ​ໄດ້​ກ່າວ​ວ່າ:

ລະບົບອາຍເຢັນ.
ລະບົບອາຍເຢັນ.

ຫລັງ​ຈາກທ່ານ​ເພັດ​ຖະໜອມ ​ໄດ້​ເຮັດ​ວຽກ​ໃຫ້​ແກ່​ບໍລິສັດທີ່​ຮັບຜິດຊອບ​ດ້ານ​ເຄື່ອງຈັກ
ຊີວະ​ພາບຂອງ​ຄົນ​ເຈັບແລ້ວ​ ທ່ານເພັດຖະໜອມ ກໍໄດ້​ກັບ​ຄືນ​ມາ​ເປັນ​ນາຍ​ຊ່າງ​ອາຍ
​ເຢັນອີກ​ຄືນໃໝ່ ໃຫ້​ແກ່ບໍລິສັດ​ໃຫຍ່​ແຫ່ງນຶ່ງ ​ກ່ອນ​ທີ່ໄດ້​ຕັດສິນ​ໃຈ​ມາ​ຕັ້ງ​ບໍລິສັດຂອງ
ຕົນ​ເອງ ຊຶ່ງ​ທ່ານ​ເພັດຖະໝອມ ​ໄດ້​ກ່າວ​ຕໍ່​ໄປ​ວ່າ:

ໃນ​ທີ່​ສຸດທ່ານ​ເພັດຖະໝອມ ໄດ້​ຕັດສິນ​ໃຈມາ​ຕັ້ງ​ບໍລິສັດ​ຕົນເອງ ​ມີ​ຊື່ວ່າ
KNHMechanical ຊຶ່ງ​ທ່ານ​ ​ໄດ້​ອະທິບາຍ​ເຖິງ​ການ​ບໍລິການ​ດັ່ງ​ນີ້ :

ລະບົບອາຍເຢັນ.
ລະບົບອາຍເຢັນ.

ທ່ານ​ເພັດ​ຖະໜອມ ຮຸ່ງ​ມະນີ ເຊື້ອສາຍ​ລາວ​ອາ​ເມຣິກັນ ເກີ​ດຢູ່​ເມືອງ​ປາກ​ຊັນ ປະ​ເທດ​
ລາວ ​ມາ​ຈາກ​ຄອບຄົວຮວມທັງໝົດ 12 ຄົນ ​ແລະ​ແຈກ​ຢາຍ​ກັນ​ຢູ່​ໃນ​ສະຫະລັດ ​ແລະ​
ກາ​ນາ​ດາ. ວິຊາ​ອາຊີບການ​ເປັນ​ນາຍ​ຊ່າງ​ສ້ອມ​ແປງ ​ເປັນ​ວຽກ​ໜັກ ​ເປື້ອນ​ເປິ ​ແຕ່ວ່າ
​ສ້າງ​ລາຍ​ໄດ້​ດີ​ໃນ​ແຕ່ລະ​ປີ ຊຶ່ງທ່ານເພັດຖະໜອມ ໄດ້ກ່າວວ່າປີແລ້ວນີ້ ທ່ານສາມາດ ສ້າງລາຍໄດ້ເຖິງ 80,000 ໂດລາ ກ່ອນຕັດພາສີ ແລະເງິນເດືອນຂອງພະນັກງານ. ນີ້
​ແມ່ນ​ໂຕ​ຢ່າງ​ນຶ່ງ​ຂອງ​ຜົນສຳ​ເລັດ ​ໃນ​ການ​ປະກອບວິຊາ​ອາຊີບ​ຢູ່ໃນ​ສັງຄົມ​ຊີວິດ
​ອາ​ເມຣິກາ.

XS
SM
MD
LG