ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໑ ມິຖຸນາ ໒໐໒໓

ທ່ານອຸໄທ ຄຳຜາຍ ເຈົ້າຂອງຮ້ານ ເຂົ້າໜົມ ໂດນັດ ທີ່ ມ. ຊາກຣາເມັນໂຕ ລ. ຄາລີຟໍເນຍ


ທ່ານອຸໄທ ຄໍາຜາຍ (ຊ້າຍ) ພ້ອມດ້ວຍລູກຊາຍ ລູກສາວ ແລະພັນລະຍາ.

ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອ ປະຈຳ ແລງວັນພະຫັດ
ມື້ນີ້ ເຮົາຈະ​ໃຫ້ທ່ານ​ໄດ້ຟັງການສຳພາດ ທ່ານ​ອຸ​ໄທ ຄຳ​ຜາຍ ​ເຈົ້າ​ຂອງ​ຮ້ານເຮັດ ​ແລະ
ຂາຍຂະໜົມ​ໂດ​ນັດ ຢູ່​ເມືອງ​ຊາກຣາ​ເມັນ​ໂຕ ລັດ​ຄາ​ລີ​ຟໍ​ເນຍ​. ທ່ານ​ອຸ​ໄທ ​ແມ່ນ​ລູກບ້ານ​
ຫລານ​ເມືອງ​ປາກ​ຊັນ ອົບພະຍົບ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ສະຫະລັດ​ໃນ​ຊຸມ​ປີ 1980​. ທ່ານ
​ອຸ​ໄທ ​ແມ່ນ​ອະ​ດີດ​ນັກ​ສຶກສາ​ການ​ແພດ​ຊັ້ນສູງຈາກ ສປປ ລາວ ທ່ານມີ​ຄວາມ​ໄຝ່​ຝັນ​
ຢາກ​ຮຽນຕໍ່ດ້ານການ​ແພດ ​ແຕ່ໄດ້​ກາຍ​ມາ​ເປັນ ​ນັກທຸລະ​ກິດ​ເຮັດ​ເຂົ້າໜົມ​ໂດ​ນັດ ​ແລະ
ເປັນ​ເຈົ້າຮ້ານຂາຍຂະໜົມດັ່ງກ່າວ​ສອງຮ້ານ. ຄວາມ​ເປັນ​ມາ​ຂອງ​ທ່ານ​ອຸ​ໄທ ​ເປັນຈັ່ງ​ໃດ
​ນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເຂົ້າໜົມໂດນັດ (Donuts)
ເຂົ້າໜົມໂດນັດ (Donuts)

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ຄົນ​ເຮົາ​ເກີດ​ມາ​ມີ​ຄວາມ​ໄຝ່​ຝັນ​ຢາກ​ປະກອບວິຊາ​ອາ
ຊີບ​ຕ່າງໆ​ນາໆ ​ເຊັນ​ວ່າ​ຢາກ​ເປັນ​ດອກ​ເຕີແລະ​ເປັນ​ເຈົ້າ​ເປັນນາຍອັນ​ເປັນ​ປະ ​ເພ​ນີລາວ
ທີ່​ມັກ​ເວົ້າ​ກັນ. ​ແຕ່ຫລາຍໆ​ຄັ້ງຄວາມໄຝ່ຝັນທີ່ເຮົາຕັ້ງໄວ້​ນັ້ນອາດບໍ່ເປັນ​ໄປຕາມ​ຄວາມ
ຄາດໝາຍແລະໄດ້​ກາຍ​ມາ​ປະສົບກັບ​ຜົນສຳ​ເລັດຢ່າງ​ອື່ນ. ສະຫະ ລັດ​ອາ​ເມຣິກາ ​ເປັນ
ປະ​ເທດ​ທີ່​ເປີດ​ໂອກາດ​ໃຫ້​ແກ່​ທຸກ​ຄົນ​ຢ່າງ​ກວ້າງຂວາງ ບໍ່​ວ່າ​ຈະ​ເປັນ​ການ​ສຶກສາ ການ​ປະກອບທຸລະ​ກິດ ​ແລະ​ວິຊາ​ອາຊີບ​ຕ່າງໆ​ນາໆ. ຊາວ​ອາ​ເມຣິກັນ​ເຊື້ອສາຍ​ລາວ​ ແມ່ນ
​ປະຊາ​ຄົ​ມກຸ່​ມນຶ່ງ ​ທີ່ໄດ້​ພາກັນ​ສ້າງ​ເສດຖະກິດຢູ່ ​ຕາມເຂດ​ທ້ອງ​ຖິ່ນ​ໃນ​ລັດ​ຕ່າງໆ ຢູ່ໃນ​
ວົງ​ການ​ລັດຖະບານ​ ຢ່າງ​ເປັນ​ຜົນສຳ​ເລັດ ​ແລະໜ້າ​ສັນລະ​ເສີນ.

ທຸກໆວຽກການ​ເປັນ​ວິຊາ​ອາຊີບ​ທີ່​ມີ​ກຽດ ​ແລະ​ສ້າງ​ລາຍ​ໄດ້​ມາສູ່​ຄອບຄົວ ​ເປັນ​ຢ່າງ​ດີ.
ທ່ານ​ອຸ​ໄທ ​ຄຳຜາຍ ເຄີ​ຍມີ​ຄວາມ​ຕັ້ງ​ໃຈຢາກ​ເປັນ​ນາຍ​ແພດ ເຖິງ​ແມ່ນ​ວ່າ​ບໍ່ໄດ້ປະສົບ
ກັບ​ຄວາມຝັນກໍ​ຕາມ ​ແຕ່ທ່ານ​ໄດ້​ກາຍ​ມາ​ເປັນ​ນັກທຸລະກິດ​ເຮັດ​ເຂົ້າໜົມ​ຂາຍ​ຢ່າງສຳ​
ເລັດ ແລະ​ໜ້າ​ສັນລະ​ເສີນ. ​ເຂົ້າໜົມ​ໂດ​ນັດ ແມ່ນແປ້ງ​ທີ່​ ປະສົມ​ເຮັດ​ໃຫ້​ເປັນ​ກ້ອນ
ຫລາຍໆຮູບຊົງ ສີສັນ​ຕ່າງໆ ມີ​ລົດ​ຊາດ​ຫວານ ​ແລະ​ນິຍົມ​ຮັບ​ປະທານເປັນ​ອາຫານ​ເຊົ້າ
​ກັບກາ​ເຟຂອງ​ຊາວ​ອາ​ເມຣິກັນ. ທ່ານ​ ອຸ​ໄທ ​ໄດ້​ກ່າວກ່ຽວ​ກັບທຸລະ​ກິດ​ ​ເປີດ​ຮ້ານຂະໜົມ
​ໂດ​ນັດຂອງ​ທ່ານຕໍ່ ວີ​ໂອ​ເອ ດັ່ງ​ນີ້:

ຊະນິດນຶ່ງຂອງເຂົ້າໜົມໂດນັດ (SD Cones Gelato)
ຊະນິດນຶ່ງຂອງເຂົ້າໜົມໂດນັດ (SD Cones Gelato)

ລິງໂດຍກົງ

ຢູ່​ໃນ​ສະຫະລັດ​ອາ​ເມຣິກາ ທຸລະ​ກິດ​ການ​ຄ້າ​ດ້ານ​ອາຫານການ​ກິນ ຖ້າ​ຫາກ​ປະສົບ​ຜົນ
ສຳ​ເລັດ ເປັນ​ທີ່​ນິຍົມ ​ແລະ​ມີ​ຊື່ສຽງ​ແລ້ວ​ນັ້ນ ບັນດາ​ຜູ້​ບໍລິ​ໂພ​ກຈະ​ພາກັນມາ​ຢືນ​ລຽນ​ແຖວ ອົດທົນ​ລໍຖ້າຢ່າງ​ພໍ​ໃຈ ບໍ່​ວ່າ​ຈະ​ໃຊ້​ເວລາ​ດົນ​ນານ​ເທົ່າ​ໃດ​ຕາມ ດັ່ງ​ທີ່ທ່ານ​ອຸໄທ ​ກ່າວ​ຕໍ່
ໄປວ່າ:

ເຂົ້າໜົມໂດນັດ (Sweet Dozen Cones)
ເຂົ້າໜົມໂດນັດ (Sweet Dozen Cones)

ລິງໂດຍກົງ

ການ​ເຂົ້າ​ມາ​ຕັ້ງ​ຊີວິດ​ໃໝ່​ຢູ່​ໃນ​ສະຫະລັດຂອງຊາວ​ລາວ ​ເມື່ອ​ສີ່​ທົດ​ສະ​ວັດ​ກ່ອນ ຕ້ອງ​
ໄດ້​ຜ່ານ​ຜ່າກັບ​ຄວາມ​ຍາກ​ລຳບາກ​ຫລາຍໆ​ຢ່າງ ດັ່ງ​ທີ່​ຜູ້ມາ​ຮອດ​ໃໝ່​ທົ່ວໆ​ໄປ ​ແລະ​ຮັບ
ເອົາຄວາມ​ເປັນ​ຈິງຂອງ​ການ​ປະກອບ​ວິຊາ​ອາຊີບ​ໃໝ່ ບໍ່​ວ່າ​ຈະ​ເປັນ​ໜ້າ​ວຽກງານໃດໆ​
ກໍ​ຕາມດັ່ງ​ທີ່​ທ່ານ​ອຸ​ໄທ ​ໄດ້​ກ່າວ​ເຖິງ​ຊີວິດ​ຕອນ​ນີ້​ວ່າ.

ລິງໂດຍກົງ

ທ່ານ​ອຸ​ໄທ ແມ່ນ​ລູກບ້ານ​ຫລານ​ເມືອງ​ປາກ​ຊັນ ອ​ະດີດ​ນັກ​ສຶກສາ​ແພດສາດ ທີ່​ມີ​ຄວາມ
​ຕັ້ງ​ໃຈຈະສື​ກສາ​ຕໍ່ ດ້ານ​ການ​ແພດ ​ຢູ່​ໃນ​ສະຫະລັດ ແຕ່​ບໍ່​ໄດ້​ເປັນ​ໄປ ດັ່ງ​ ທີ່​ຝັນໄວ້ຊຶ່ງ
​ທ່ານ​ໄດ້​ກ່າວ​ເຖິງ​ຊີ​ວິ​ດຕອນ​ນີ້​ວ່າ:

ລິງໂດຍກົງ

ທຸລະ​ກິດ​ການ​ຄ້າ​ຮ້ານ​ເຮັດ​ຂະໜົມໂດ​ນັດ ສວິດ ໂດເຊິ່ນ (Sweet Dozen) ​ແມ່ນ​ທຸລະ
​ກິດ​ການ​ຄ້າ​ຂອງ​ຄອບຄົວ ທ່ານ​ອຸ​ໄທ ຄຳ​ຜາຍ ​ເປີດ​ເຈັດ​ມື້​ຕໍ່​ອາທິດ ​ເລີ້ມ​ເຮັດ​ວຽກ​ກະກຽມ
ແຕ່ 2 ໂມງ​ເຊົ້າແລະເລີ້ມເປີດຂາຍ​ແຕ່ 7 ໂມງເຊົ້າຫາ​ທ່ຽງ​ວັນ. ມີ​ພະນັກງານ​ຫລາຍຊາດ
ຮວມ​ທັງອາ​ເມຣິກັນເຊື້ອສາຍ​ລາວ​.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG