ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໙ ມິຖຸນາ ໒໐໒໕

ທ່ານຫຸມພັນ ບຸນຍະສິຣິ ເລີ້ມຊີວິດໃໝ່ ເປັນວິສະວະກອນ ຄອມພິວເຕີ ຢູ່ ສຫລ


ທ່ານຫຸມພັນ ບຸນຍະສິຣິ (ກາງ) ແລະຄອບຄົວ ທີ່ເມືອງ San Jose ລັດ California.
ທ່ານຫຸມພັນ ບຸນຍະສິຣິ (ກາງ) ແລະຄອບຄົວ ທີ່ເມືອງ San Jose ລັດ California.

ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອມື້ນີ້ ຂ້າພະເຈົ້າຂໍແນະ
ນຳໃຫ້ທ່ານໄດ້ຮູ້ຈັກກັບ ທ່ານຫຸມພັນ ບຸນຍະສິຣິ ນັກວິສະວະກອນ ຄອມພີວເຕີ ຢູ່ທີ່​
ເມືອງ San Jose ລັດ California. ທ່ານຫຸມພັນ ແມ່ນອະດີດພັນຕີ ທະຫານບົກ ກອງທັບແຫ່ງພະລາຊະອານາຈັກລາວ ແລະອະດີດສຳມະນາກອນ. ຫລັງຈາກໄດ້ໃຊ້
ເວລາຢູ່ສູນສຳມະນາເປັນເວລາ 5 ປີປາຍ ທ່ານໄດ້ຖືກປົດປ່ອຍອອກມາໃນປີ 198​1 ແລະໄດ້ຕັດສິນໃຈຫລົບໜີເຂົ້າມາທ້ອນໂຮມກັບຄອບຄົວຢູ່ໃນສະຫະລັດ​ໃນ​ປີ 1983.
ຜົນສຳເລັດການຕັ້ງຊີວິດໃໝ່ຂອງ ທ່ານຫຸມພັນທີ່ໄດ້ກາຍມາເປັນນັກວິສະວະກອນ
ຄອມພີວເຕີຢ່າງໃດນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ຊີວິດຂອງຄົນເຮົາບໍ່ມີຫຍັງ ເປັນທີ່ລ້າຊ້າ ແລະບໍ່ມີຫຍັງ
ທີ່​ເຫັນ​ວ່າເປັນສິ່ງທີ່ກີດຂວາງ ​ແລະ​ເປັນ​ໄປ​ບໍ່​ໄດ້ນັ້ນ. ຖ້າຫາກເຮົາສະແຫວງຫາ ​ແລະມີ
ຄວາມຕັ້ງໃຈຕໍ່ເປົ້າໝາຍອັນເປັນຈຸດປະສົງໃດນຶ່ງ. ການຕັ້ງຊີວິດໃໝ່ຂອງທ່ານຫຸມພັນ ບໍ່ແຕກຕ່າງໄປກັບບັນດາອົບພະຍົບຜູ້​ມາ​ຮອດໃໝ່ທົ່ວໆໄປ ທຸກໆຄົນໄດ້ຮັບສິດທິໃນ
ການທຳມາຫາກິນ ພ້ອມທັງສິດທິໃນການສະແຫວງຫາການສຶກສາຝຶກ​ຝົນຮໍ່າຮຽນ ຊຶ່ງ
ທ່ານຫຸມພັນໄດ້ຖືໂອກາດດັ່ງກ່າວ​ຮໍ່າຮຽນຢ່າງເປັນຜົນສຳເລັດ. ທ່ານຫຸມພັນໄດ້ເລີ້ມຕົ້ນ
ເຮັດວຽກຂັ້ນພື້ນຖານຄືເປັນຜູ້​ປະ​ກອບ​ເຄື່ອງ​ຄອມ​ພີ​ວ​ເຕີ​ໃຫ້ແກ່ບໍລິສັດ IY Systems Company ​ຊຶ່ງເປັນບໍລິສັດ​ເອກ​ກະ​ຊົນ ເວລານັ້ນ ຍັງເປັນບໍລິສັດນ້ອຍໆທີ່ຫາກໍຕັ້ງໃໝ່ ຜະລິດເຄືອຂ່າຍ​ລະບົບຄອມ​ພິວ​ເຕີ ຫລື server ​ແລະ​ບັດ​ນີ້​ບໍລິ​ສັດ​ໄດ້​ຂະຫຍາຍ​ອອກ
​ຢ່າງ​ກວ້າງຂວາງ​ຢູ່​ໃນ​ສະຫະລັດ. ທ່ານຫຸມພັນໄດ້ກ່າວເຖິງຂັ້ນ​ຕອນການ​ເລີ້ມໜ້າທີ່
ວຽກງານຂອງທ່ານດັ່ງນີ້:

ປັດຈຸບັນ​ນີ້​ທ່ານ​ຫຸມພັນ​ໄດ້ຖືກເລື່ອນ​ຂຶ້ນ​ມາເປັນ​ຫົວໜ້າ​ຜະ​ແນ​ກ​ສ້ອມແປງ​ເຄື່ອງ​ຄອມ
​ພິວ​ເຕີ ​ຜະລິດ​ຕະພັນ ແລະ​ຄວບ​ຄຸມບັນດາພະ​ນັກ​ງານຊຶ່ງ​ທ່ານ​ໄດ້​ກ່າວ​ຕໍ່​ໄປ​ອີກ​ວ່າ:

ການສຶກສາແມ່ນແສງສະຫວ່າງໄປສູ່ໜ້າ​ທີ່​ການ ນັບແຕ່ທ່ານຫຸມພັນ ໄດ້ເດີນທາງ
ມາເຖິງສະຫະລັດ ນອກຈາກ​ໄດ້ຕັ້ງໜ້າຕັ້ງຕາເຮັດວຽກຈາກຂັ້ນພື້ນຖານແລ້ວ ທ່ານ
ຍັງໄດ້ໃຊ້ເວລາຮໍ່າຮຽນວິຊາກ່ຽວກັບຄອມພີວເຕີ ເພື່ອປະກອບຢູ່​ໃນໜ້າວຽກ ແລະ​ໄດ້ຖືກເລື່ອນໜ້າທີ່ຂຶ້ນ​ມາ​ເປັນ​ຫົວໜ້າ​ພະ​ແນ​ກການສ້ອມ​ແປງ. ທ່ານໄດ້ກ່າວເຖິງຜົນ
ສຳເລັດດ້ານການສຶກສາ ທີ່ທ່່ານ​ໄດ້ຮັບອະນຸ​ປະລິນຍາ ຫລື Associate Degrees
2 ໃບ ປະລິນ​ຍາ​ຕີຝ່າຍວິທະຍາສາດ ຫລື Bachelor Degrees of Sciences 2 ໃບ
​ແລະ​ປະລິນຍາ​ໂທຝ່າຍ ບໍລິຫານທຸລະກິດ ຫຼື Master Degree of Business Administration ຊຶ່ງ​ທ່ານ​ໄດ້​ກ່າວ​ສູ່ວີໂອເອ ຟັງດັ່ງນີ້:

ປັດຈຸບັນນີ້ ທ່ານຫຸມພັນ ມີອາຍຸໄດ້ 74 ປີແລ້ວ ແລະຍັງຫ້າວຫັນຕໍ່ໜ້າທີ່ວຽກການ. ຢູ່
ໃນ ສະຫະລັດ ອາເມຣິກາ ບັນດາຜູ້ເຮັດວຽກພາກັນສະໜຸກສະໜານ ກັບການປະກອບ
ວິຊາອາຊີບ ໂດຍທີ່ບໍ່ໄດ້ຖືກລຳອຽງເຖິງອາຍຸປີການ ແລະຖ້າຫາກວ່າຜູ້ເຮັດວຽກຍັງມີ
ເຫື່ອແຮງດຳເນີນຢູ່ຕໍ່ໄປໄດ້ ຊຶ່ງທ່ານຫຸມພັນ ໄດ້ໃຫ້ເຫດຜົນດັ່ງນີ້.

ນອກຈາກ​ທຳ​ໜ້າ​ທີ່​ວຽກ​ງານ​ປະຈຳ​ແຕ່​ລະ​ວັນ​ແລ້ວ ທ່ານ​ຍັງ​ໄດ້​ອາສາ​ສະໝັກຮັບ​ໃຊ້​
ສັງຄົມ​ລາວ-ອາ​ເມຣິກັນ ​ຢູ່​ໃນ​ຂົງ​ເຂດ​ເ​ມື​ອງ San Jose ລັດ California.

ທ່ານຫຸມພັນ ບຸນຍະສິຣິ ອະດີດພັນຕີ ທະຫານບົກ ກອງທັບແຫ່ງພະລາຊາອານາຈັກລາວ.
ທ່ານຫຸມພັນ ບຸນຍະສິຣິ ອະດີດພັນຕີ ທະຫານບົກ ກອງທັບແຫ່ງພະລາຊາອານາຈັກລາວ.

ທ່ານຫຸມພັນ ອະດີດນາຍພັນຕີທະຫານກອງທັບແຫ່ງພະລາຊາອານາຈັກລາວ ລອດ
ຊີວິດມາໄດ້ຈາກການຖືກສົ່ງໄປສຳມະນາ​ເປັນ​ເວລາ​ຫົກ​ປີ​ປາຍ. ເວລານັ້ນ ພັນລະຍາ
ທ່ານຫຸມພັນ ຍານາງບົວ​ວັນ ໄດ້ຕັດສິນໃ ພາລູກຊາຍນ້ອຍສອງຄົນ ​ ເຂົ້າມາຕັ້ງຖິ່ນຖານ
ຢູ່ທີ່ລັດ California ສະຫະລັດ ອາເມຣິກາ ກ່ອນທີ່ທ່ານຫຸມພັນຖືກປົດປ່ອຍ. ຕົກມາ
ເຖິງປີ 1981 ຫລັງຈາກທ່ານຫຸມພັນໄດ້ອອກມາຈາກ​ສູນ​ສຳ​ມະ​ນາແລ້ວ ທ່ານເອົາໂຕ
ຫລົບໜີເຂົ້າມາທ້ອນໂຮມກັບຄອບຄົວຢູ່ສະຫະລັດ ຢ່າງ​ມີ​ຄວາມສຸກ​ຈົນ​ເຖິງເທົ້າທຸກ​
ວັນ​ນີ້ ແລະໄດ້ກ່າວມ້ວນທ້າຍກ່ຽວກັບຊີວິດເບຶ້ອງຫລັງ ຂອງທ່ານສູ່ ວີໂອເອ ດັ່ງນີ້:

please wait

No media source currently available

0:00 0:01:18 0:00
ລິງໂດຍກົງ

ທ່ານຫຸມພັນ​ແມ່ນ​ອາ​ເມຣິກັນເຊື້ອສາຍລາວຄົນ​ນຶ່ງ ຜູ້​ທີ່​ໄດ້​ຜ່ານ​ກັບອຸບປະສັກຊີວິດກ່ອນ
​ທີ່​ທ່ານ​ປະສົບ​ກັບ​ຜົນສຳ​ເລັດຢ່າ​ງໜ້າ​ສັນລະ​ເສີນ. ນອກ​ນັ້ນ​ທ່ານ​ຍັງ​ເປັນພົນລະ​ເມືອງທີ່
ດີຂອງ​ຊາດ ທີ່ໄດ້​ວາງ​ບົດບາດດ້ານ​ເທັກ​ໂນ​ໂລ​ຈີ ​ອັນ​ສຳຄັນ​ໄວ້ໃຫ້​ແກ່ວົງ​ສັງຄົມ.

XS
SM
MD
LG