ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ວີໂອເອ ສຳພາດ ທ້າວອືຢັງ ໜໍຕູ້ ນັກສຶກສາ ວິສະວະກຳໂຍທາ ທີ່ນະຄອນ Grenoble ປະເທດຝຣັ່ງ


ທ້າວອືຍັງ ໜໍຕູ້ ນັກສຶກສາ ສປປ ລາວ ຝ່າຍວິສະວະກຳໂຍທາ ທີ່ ສະຖາບັນ Institute Universite de Techonology (IUTI) ທີ່ນະຄອນ Grenoble ປະເທດຝຣັ່ງ.
ທ້າວອືຍັງ ໜໍຕູ້ ນັກສຶກສາ ສປປ ລາວ ຝ່າຍວິສະວະກຳໂຍທາ ທີ່ ສະຖາບັນ Institute Universite de Techonology (IUTI) ທີ່ນະຄອນ Grenoble ປະເທດຝຣັ່ງ.

ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອມື້ນີ້ ເຮົາຈະຂໍແນະນຳໃຫ້
ທ່ານຮູ້ຈັກກັບ ທ້າວອືຢັງ ໜໍຕູ້ ນັກສຶກສາຈາກ ສປປ ລາວ ທີ່ກຳລັງຮຽນຝ່າຍວິສະວະກຳ
ໂຍທາ ທີ່ນະຄອນ Grenoble ຕັ້ງ​ຢູ່​ທາງພາກໃຕ້ຂອງປະເທດຝຣັ່ງ. ຫລັງຈາກຈົບກຳນົດ
ຫລັກສູດການຮຽນສອງປີແລ້ວ ທ້າວຢັງຈະກັບຄືນສູ່ປະເທດລາວ ແລະຈະໄປປະກອບ
ໜ້າທີ່ການງານຢູ່ ເຂື່ອນໄຟຟ້ານໍ້າເທີນ 2. ສ່ວນວ່າ ຄວາມເປັນມາຂອງ ທ້າວອືຍັງ ​ເປັນ​ຢ່າງໃດນັ້ນ ກິ່ງສະຫວັນ ຈະນຳເລື້ອງນີ້ມາສະເໜີທ່ານໃນອັນດັບຕໍ່ໄປ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ມື້ນີ້ ຂ້າພະເຈົ້າ ຈະຂໍແນະນຳໃຫ້ທ່ານຮູ້ຈັກກັບ ທ້າວອືຢັງ ໜໍ​ຕູ້ ນັກສຶກສາຈາກ ສປປ ລາວ ທີ່ກຳລັງຮຽນ ຝ່າຍ ວິສະວະກຳໂຍທາ ຢູ່ທີ່ສະ​ຖາ​ບັນ Institute Universite de Technology (IUTI) ທີ່ນະຄອນ Grenoble ຕັ້ງຢູ່ພາກກາງຂອງປະເທດຝຣັ່ງ.

ທ້າວອືຢັງ ອາຍຸ 25 ປີ ເກີດຢູ່ແຂວງຊຽງຂວາງ ພໍ່ແມ່ເປັນຊາວໄຮ່ຊາວນາລາວເປັນລູກ
ຊາຍກົກມີອ້າຍນ້ອງນຳກັນທັງໝົດຫົກຄົນ ລາວເປັນນັກສຶກສາທີ່ມີຄວາມອົດທົນ ສະ
ຫລາດຫລັກແຫລມ ແລະສົນໃຈຮຽນດ້ານວິຊະວະກຳໂຍທາ. ທ້າວ​ອື​ຍັງ ​ເປັນ​ນັກ​ສຶກສາ
ລາ​ວຜູ້​ໂຊກ​ດີ ​ໄດ້​ຮັບ​ທຶນ Bourse d’avenir ມາ​ສຶກສາ​ອົບ​ຮົມ​ເປັນ​ເວລາ​ສອງ​ປີ ທີ່ Institute Universite de Technology (IUTI).​

​ແຕ່​ກ່ອນ​ອຶ່ນເຮົາມາທຳຄວາມເຂົ້າໃຈກ່ຽວກັບເຂື່ອນໄຟຟ້າ ຢູ່ໃນ ສປປ ລາວນ້ອຍນຶ່ງ
ເນາະທ່ານວ່າ​ເປັນ​ຫຍັງ ທ້າວຢັງ ຈຶ່ງມີຄວາມສົນໃຈ ຢາກເປັນວິຊະວະກຳ​ໂຍທາ ທີ່​ຈະ​ໄປ​ປະຕິບັດ​ວຽກງານ​ຢູ່​ເຂື່ອນ​ໄຟຟ້າ​ນໍ້າ​ເທີນ 2. ບັດ​ນີ້​ເຮົາ​ຂໍ​ຫວນກັບ​ຄືນ​ໄປຫາ​ເມື່ອ 4 ທົດ​ສະ​ວັດ​ກ່ອນ ເວລາຢູ່ໃນສະໄໝການປົກຄອງແບບປະຊາທິປະໄຕພາຍໃຕ້ກະສັດ ພະ
ລາດຊະອານາຈັກລາວ ທີ່ມີເຂື່ອນໄຟຟ້າພຽງນຶ່ງ​ເຂື່ອນຢູ່ທ່າລາດ ເປີດຮັບໃຊ້ໃນປີ 1971 ໂດຍການຊ່ວຍເຫລືອຈາກປະເທດຍີ່ປຸ່ນ.

ເລີ້ມແຕ່ການປົກຄອງຂອງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ມາແຕ່ປີ 1975ຈົນຕົກມາເຖິງປັດຈຸບັນຢູ່​ໃນ ສປປ ລາວ ມີເຂື່ອນໄຟຟ້າໂດຍການລົງທືນສ້າງຈາກ
ຕ່າງປະ​ເທດຢູ່ຕາມສາຍແມ່ນໍ້າຫລາຍໆແຫ່ງອັນມີການ​ໂຕ້​ແຍ້​ງກັນທັງໃນ​ທາງບວກ ແລະ
ທາງລົບ. ປັດຈຸບັນນີ້ ສປປ ລາວ ມີເຂື່ອນໄຟຟ້າຢູ່ສິບຫົກແຫ່ງ. ເຂືື່ອນໄຟຟ້ານໍ້າເທີນ 2
ແມ່ນເຂື່ອນໄຟຟ້າການຄ້າທີ່ໃຫ່ຍສຸດ ລົງທືນໂດຍຕ່າງປະເທດ ຕັ້ງຢູ່ແຂວງຄຳມ່ວນ. ເຂື່ອນນໍ້າເທີນ 2 ຖືກກໍ່ສ້າງຂຶ້ນມາໃນປີ 2005 ແລະ​ໄດ້ເສັດສິ້ນ​ລົງແລະເລີ້ມເປີດບໍລິການ
ໃນເດືອນທັນວາ ປີ 2010. ເຂື່ອນນໍ້າເທີນ 2 ສາມາດຜະລິດພະລັງໄຟຟ້າໄດ້ເຖິງ 1,075 ເມັກກາວັດ ສົ່ງພະລັງງ​ານ​ໄຟຟ້າອອກ​ຂາຍໃຫ້ແກ່ປະເທດໄທ ແລະບໍລິການປະຊາກອນ
ທ້ອງຖິ່ນຢູ່ໃນລາວ. ເຖິງ​ແມ່ນ​ວ່າ ສປປ ລາວ ຈະມີ​ເຂື່​ອນ​ໄຟຟ້າ​ຫລາຍ​ແຫ່ງ ​ແຕ່ກໍຍັງຂາດ
ນັກວິສະວະກອນທີ່ເປັນຄົນລາວຢ່າງຫລວງຫລາຍ ຊຶ່ງສ່ວນໃຫຍ່ມີແຕ່ຜູ້ຊ່ຽວຊານຕ່າງ
ປະເທດມາຊ່ວຍ​ໃນ​ການບໍລິຫານແລະ​ຄວບ​ຄຸມ.

ທ້າວອືຢັງ ໜຸ່ມນ້ອຍລາວ​ແບບຢ່າງ ​ແລະໜ້າ​ສັນລະ​ເສີນ ທີ່​ກຳລັງ​ສຶກສາ​ຢູ່່​ເມືອງ Grenoble ປະ​ເທດ​ຝຣ່ັງ ​ໄດ້ກ່າວ​ເຖິງ​ຊີວິດການ​ເປັນ​ນັກ​ສຶກສາຕໍ່ ວີ​ໂອ​ເອ ດັ່ງ​ນີ້ :

ທ້າວອືຍັງ ໝໍຕູ້ ທີ່ເມືອງ Grenoble ປະທດຝຣັ່ງ.
ທ້າວອືຍັງ ໝໍຕູ້ ທີ່ເມືອງ Grenoble ປະທດຝຣັ່ງ.

ລິງໂດຍກົງ

ທ້າວ​ອື​ຢັງ ແມ່ນ​ນັກ​ສຶກສາ​ລາວຊາວ​ເຜົ່າ​ມົ້ງ ມາຈາກ​ເມືອງ​ແປກ ​ແຂວງ​ຊຽງ​ຂວາງ ໄດ້​ເລົ່າ​ຊີວິດການ​ສຶກສາ​ເບື້ອງ​ຕົ້ນ​ສູ່​ ວີ​ໂອ​ເອ ຟັງ​ດັ່ງ​ນີ້ :

ລິງໂດຍກົງ

ຊີວິດ​ການ​ເປັນນັກ​ສຶກສາ​ຢູ່​ຕ່າງປະ​ເທດ ​ເຕັມ​ໄປ​ດ້ວຍ​ຄ​ວາ​ມຕຶ່ນ​ເຕັ້ນ ​ເປີດ​ຫູ​ເປີດ​ຕາ ​ໃຊ້ຊີ
ວິດ​ຢ່າງ​ມີ​ອິດ​ສະລະ​ພາບ ​ຢູ່​ຫ່າງໄກຈາກ​ຄອບຄົວ​ ​ແລະປະ​ເທດ​ຊາດ. ​ເວລາ​ນີ້ທ້າວ​ອື​ຢັງ ຕ້ອງຮຽນ​ຮູ້​ມີ​ຄວາມ​ຮັບຜິດຊອບສູງ​ຕໍ່​ຕົນ​ເອງ ອັນ​ເປັນ​ຂັ້ນ​ຕອນ​ຊີວິດ​ຂອງ​ຄວາມ​ເປັນ​ຜູ້​ໃຫຍ່ ຊຶ່ງ​ລາວ​ໄດ້​ເລົ່າຄວາມ​ຮູ້ສຶກ​ກ່ຽວ​ກັບ​ປະສົບ​ການອັນນີ້​ວ່າ :

ລິງໂດຍກົງ

ໂຄງການໆ​ຮຽນ​ຂອງ ທ້າວ​ອື​ຍັງ​ມີ​ຢູ່​ສອງ​ປີ ຊຶ່ງ​ຈະຈົບ​ລົງ​ໃນ​ເດືອນ​ກັນຍາ ປີ 2017 ຈະ​ມາ​ເຖິງ​ນີ້. ຫລັງ​ຈາກ​ນັ້ນ ທ້າວ​ອື​ຍັງ​ຈະ​ໄດ້​ໄປ​ປະຕິບັດ​ໜ້າ​ທີ່ຢູ່​ເຂື່ອນ​ໄຟຟ້າ​ນໍ້​າເທີນ 2 ຊຶ່ງ​ອື​ຍັງ ​ໄດ້​ກ່າວ​ເຖິງ​ໜ້າ​ທີຄວາມ​ຮັບຜິດຊອບ​ດັ່ງ​ນີ້ :

ລິງໂດຍກົງ

ວີ​ໂອ​ເອ ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ ທີ່​ອື​ຍັງ ໜໍ​ຕູ້ ​ໄດ້​ແບ່ງປັນ​ຄວາມ​ຮູ້ສຶກ ຄວາມ​ບາກ​ບັ່ນ ປະສົບ​ການຂອງຊີວິດ ​ແລະ​ຜົນ​ສຳ​ເລັດ​ການ​ສຶກສາໃຫ້ພວກເຮົາໄດ້ຮູ້ນຳ. ຂໍ​ໃຫ້​ອື​ຍັງ​ຈົ່່ງ​ນຳ​ເອົາ​ຄວາມ​ຮູ້​ໄປ​ປະຕິບັດ​ສ້າງສາ​ປະ​ເທດ​ຊາດ​ໃຫ້​ຈະ​ເລີ​ນຮຸ່ງເຮືອງເຖີ້ນ.

XS
SM
MD
LG