ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມີນາ ໒໐໒໓

ສຳພາດທ່ານບຸນເອື້ອງ ຈຸນຣະມະນີ ນັກປູກຝັງ ສະໝັກຫຼິ້ນ ຈາກເມືອງ Grenoble


ທ່ານບຸນເອື້ອງ ແລະພັນລະຍາ ຍານາງວິດາໄລຍ໌ ຈຸນຣະມະນີ ຢູ່ສວນຫລັງບ້ານ ທີ່ເມືອງ Grenoble ປະເທດຝຣັ່ງ.

ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວມື້ນີ້ ເຮົາຈະນຳພາທ່ານ ໄປຟັງການ
ສຳພາດກັບ ທ່ານບຸນເອື້ອງ ຈຸນຣະມະນີ ທີ່ເມືອງ Grenoble ປະ​ເທດຝຣັງ. ທ່ານບຸນ
ເອື້ອງ ໄດ້ນຳພາຄອບຄົວເຂົ້າໄປຕັ້ງຖິ່ນຖານຢູ່ດິນແດນແຫ່ງນີ້ ໃນປີ 1976. ທ່ານເຄີຍ
ໄດ້ປະກອບວິຊາອາຊີບເປັນນາຍຊ່າງສ້ອມແປງ ແລະໄດ້ອອກກິນເບ້ຍບໍານານມາ ໄດ້
ຫ້າປີແລ້ວ. ປັດຈຸບັນນີ້ ທ່ານບຸນເອື້ອງ ໃຊ້ເວລາຫວ່າງຂອງທ່ານປູກຝັງ ຜັກພື້ນເມືອງ
ລາວຊະນິດຕ່າງໆ ລວມທັງໝາກກີວີຢູ່​ສວນ​ຫລັງ​ບ້ານເພື່ອນຳອອກຂາຍ. ສຳລັບ
ຄວາມເປັນມາຂອງທ່ານບຸນເອື້ອງ ເປັນຢ່າງໃດນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານ
ໃນອັນດັບຕໍ່ໄປ.

ນອກຈາກປູກຜັກ ທ່ານບຸນເອື້ອງ ຍັງເຮັດບັ້ງເຂົ້າຫລາມ ໃສ່ເຜືອກ ແລະນໍ້າກະທິ ມັນແຊບອີ່ຫລີ.
ນອກຈາກປູກຜັກ ທ່ານບຸນເອື້ອງ ຍັງເຮັດບັ້ງເຂົ້າຫລາມ ໃສ່ເຜືອກ ແລະນໍ້າກະທິ ມັນແຊບອີ່ຫລີ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວມື້ນີ້ ຂ້າພະເຈົ້າ ຈະນຳພາ
ທ່ານ ໄປຢ້ຽມຢາມຖາມຂ່າວ ທ່ານບຸນເອື້ອງ ຈຸນຣະມະນີ ທີ່ເມືອງ Grenoble ຕັ້ງ​ຢູ່​
ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງປະເທດຝຣັ່ງ. ທ່ານບຸນເອື້ອງ ແມ່ນເຊື້ອສາຍລາວຜູ້ນຶ່ງ ໃນຈຳນວນບັນດາອົບພະຍົບລາວ ທີ່ໄດ້ນຳພາຄອບຄົວເຂົ້າໄປຕັ້ງຖິ່ນຖານໃນປີ 1976. ທ່ານບຸນເອື້ອງ​ ແມ່ນອະດີດລັດຖະກອນ ກະຊວງ​ການເງິນ ຝ່າຍວັດແທກທີ່ດິນແຫ່ງ
ອະດີດ ພະລາດຊະອານາຈັກລາວ. ​ຢູ່​ປະ​ເທດ​ຝຣ່ັງ ທ່ານ​ໄດ້ກາຍມາເປັນນາຍຊ່າງ
ສ້ອມແປງຄອມພິວເຕີ້ ​ແລະ​ເຄື່ອງ​ຈັກ​ຕ່າງໆໃຫ້ແກ່ບັນດາບໍລິສັດເທັກໂນໂລຈີຝຣັ່ງ ຈົນເຖິງກຳໜົດອອກກິນເບ້ຍບຳນານ.

ສັງສັນ ຢູ່ກ້ອງຕົ້ນໝາກ kiwi ທີ່ເຮືອນຂອງທ່ານ
ສັງສັນ ຢູ່ກ້ອງຕົ້ນໝາກ kiwi ທີ່ເຮືອນຂອງທ່ານ

ປັດຈຸບັນນີ້ ທ່ານບຸນເອື້ອງມີອາຍຸ 68 ປີ ທ່ານໄດ້ອອກກິນເບ້ຍບຳນານມາໄດ້ ຫ້າປີ
ແລ້ວ ທ່ານໄດ້ໃຊ້ເວລາຫວ່າງ ມາເປັນນັກປູກຝັງຢູ່ສວນຫລັງບ້ານ ຈົນສາມາດນຳ​
ເອົາ​ໝາກ​ກີ​ວີອອກຂາຍສູ່ຕະຫຼາດ. ​ໃນ​ສະ​ໄໝ​ທີ່ທ່ານບຸນເອື້ອງ ຍັງ​ຢູ່​ປະ​ເທດ​ລາວ ທ່ານມີພື້ນຖານການ​ປູກຝັງຊ່ວຍ​ຄອບຄົວ​ມາ​ກ່ອນ. ບັດ​ນີ້​ທ່ານ​ໄດ້​ນຳ​ເອົາ​ຄວາມຊຳ
ນານ​ນັ້ນ​ມາ​ປະຕິບັດ ການທີ່ທ່ານບຸນເອື້ອງໄດ້ເລິ້ມປູກຜັກພື້ນເມືອງລາວນີ້ ບໍ່ໄດ້
ໝາຍຄວາມວ່າ ທ່ານມີຄວາມຈຳເປັນຕ້ອງການລາຍໄດ້ຕື່ມ ເຂົ້າມາຄອບຄົວ ແຕ່
ເປັນການພັກຜ່ອນ ຢ່ອນອາລົມ ຈົນໄດ້ກາຍມາ​ເປັນຜົນລະປູກ ບໍລິການໃຫ້​ແກ່
ບັນດາຊາວລາວ ແລະຊາວຝຣັ່ງນຳ. ທ່ານບຸນເອື້ອງ ຈຸນຣະມະນີ ໄດ້ເລົ່າຄວາມ
ເປັນມາຂອງທ່ານສູ່ ວີໂອເອ ຟັງດັ່ງນີ້:

ໝາກເຂືອເຄື່ອ ແລະໜາກເຂືອຫຳມ້າ ຈາກສວນຫລັງບ້ານ.
ໝາກເຂືອເຄື່ອ ແລະໜາກເຂືອຫຳມ້າ ຈາກສວນຫລັງບ້ານ.

ທ່ານ​ບຸນ​ເອື້ອງແມ່ນ​ຄົນຝຣັ່ງເຊື້ອສາຍ​ລາວ​ ທີ່ມີ​ພອນ​ສະຫວັນ ​ສະຫລຽວ​ສະຫລາດ
ທາງ​ດ້ານ​ສະໝອງ ​ແລະ​ການ​ໃຊ້​ຝີມື. ພື້ນຖານອາຊີບ​ການ​ວັດ​ແທກ​ທີ່​ດິນຢູ່​ໃນ​ປະ​
ເທດ​ລາວ ​ໄດ້​ນຳພາ​ທ່ານ​ມາ​ເປັນ​ນາຍ​ຊ່າງ​ສ້ອມ​ແປງ​ເຄື່ອງ​ຈັກ​ໃນ​ປະ​ເທດ​ຝຣັ່ງ​ເປັນ​
ເວລາ​ກວ່າ​ສາມ​ທົດ​ສະ​ວັດ​. ທ່ານ​ບຸນ​ເອື້ອງ ​ໄດ້​ເລົ່າ​ປະສົບ​ການປະກອບ​ວິຊາ​ອາຊີບ
ດ້ານນີ້​ສູ່​ຟັງ​ດັ່ງ​ນີ້:

ໝາກສະເວີ ແລະໝາກອຶ ຈາກສວນຫລັງບ້ານ.
ໝາກສະເວີ ແລະໝາກອຶ ຈາກສວນຫລັງບ້ານ.

ຫລັງ​ຈາກ​ໄດ້​ເຮັດ​ວຽກ​ເປັນ​ນາຍ​ຊ່າງ​ສ້ອມ​ແປງມາ​ເປັນ​ເວລາ​ສາມ​ສິບ​ປີແລ້ວ ມາບັດ​ນີ້
​ທ່ານ​ໄດ້​ອອກ​ກິນ​ເບ້ຍ​ບຳນານ​ຢ່າງມີ​ຄວາ​ມສຸກ. ທ່ານ​ມີ​ບ້ານ​ເຮືອນ​ເປັນ​ຂອງ​ຕົນ​ເອງ
​ແລະ​ມີທີ່​ດິນ​ຫລັງບ້ານ​ກວ້າງ. ​ເພື່ອ​ເປັນ​ການ​ພັກຜ່ອນ​ຢ່ອນອາລົມກັບ​ເວລາຫວ່າງ​ ​
ທ່ານບຸນ​ເອື້ອງ​ໄດ້​ເລີ້ມ​ປູກ​ຜັກ​ຕ່າງໆ​ທີ່​ເປັນ​ອາຫານ​ພື້ນ​ເມືອງ​ຂອງ​ລາວ ​ແລະ​ໝາກ​ໄມ້​
ຊະນິດ​ນຶ່ງ​ທີ່​ມີ​ຊື່ວ່າ ກີ​ວີ (Kiwi) ​ທີ່ໄດ້​ສ້າງ​ລາຍ​ໄດ້​ໃຫ້​ແກ່​ຄອບຄົວ​ໃນ​ແຕ່ລະ​ປີ ຊຶ່ງ​
ທ່ານ​ບຸນເອື້ອງ​ໄດ້​ເລົ່າ​ສູ່​ຟັງ​ດັ່ງ​ນີ້:

ໝາກ Kiwi ທີຖືກປິດລົງມາ.
ໝາກ Kiwi ທີຖືກປິດລົງມາ.

ໝາກ Kiwi ມີຂົນ ແລະມີລົດຊາດ ສົ້ມຫວານ.
ໝາກ Kiwi ມີຂົນ ແລະມີລົດຊາດ ສົ້ມຫວານ.

​ທ່ານ​ບຸນ​ເອື້ອງ ​ແມ່ນ​ຕົວຢ່າງຄົນ​ນຶ່ງ​ຂອງ​ການ​ໃຊ້​ຊີວິດ​ຫລັງ​ຈາກ​ອອກ​ມາ​ກິນ​ເບ້ຍ​ບຳ
ນານ​ໂດຍ​ເລືອກ​ເອົາ​ການ​ປູກ​ຝັງ ​ເພື່ອ​ເປັນ​ການ​ຫັດກາຍ​ຍະ​ບໍລິຫານພັກຜ່ອນ​ຈິດ​ໃຈ
ທັງ​ສາມາດ​ນຳ​ລາຍ​ໄດ້ພິເສດເຂົ້າມາ​ສູ່​ຄອບຄົວນຳ. ຫລາຍໆ​ທ່ານ​ເລືອກ​ເອົາ​ການ​ພັກ​
ຜ່ອນຢູ່​ບ້ານ​ເບິ່ງ​ແຍງ​ລູກ​ຫລານດ້ວຍ​ຄວາມ​ມ່ວນ​ຊື່ນ ​ແລະ​ອີກຫລາຍໆ​ທ່ານ ກໍແມ່ນ​
ໄດ້​ພາກັນ​ເດີນທາງ​ໄປ​ທ່ອງ​ທ່ຽວ​ເພື່ອ​ເປັນ​ກຳ​ໄລ​ຊີວິດ. ວີ​ໂອ​ເອຂໍ​ສະ​ແດງ​ຄວາມ​ຂອບ​
ໃຈ​ມາ​ຍັງ ທ່ານ​ບຸນ​ເອື້ອງ ຈຸນຣະ​ມະນີ ທີ່​ໄດ້ແບ່ງປັນ​ ປະສົບ​ການ ​ຊີວິດ​ຂອງ​ທ່ານ ໃຫ້
ພວກເຮົາໄດ້ຮຽນຮູ້ນຳ.

ປອກໜໍ່ໄມ້ ຈາກປ່າຫລັງບ້ານ.
ປອກໜໍ່ໄມ້ ຈາກປ່າຫລັງບ້ານ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG