ໃນລາຍການຊີວິດຊາວລາວ ຂອງ ວີໂອເອ ປະຈຳວັນພະຫັດມື້ນີ້ ເຮົາຈະໃຫ້ທ່ານໄດ້
ຟັງການສຳພາດ ກ່ຽວກັບຊີວິດການເປັນຢູ່ ແລະຄວາມສຸກໃນການເດີນທາງ ທີ່ເປັນກຳ
ໄລຊີວິດ ຂອງທ່ານສຸວັນທອນ ແລະຍານາງນິຣາວັນ ຄຳມີສຸກ. ພວກທ່ານທັງສອງ ໄດ້
ຕັ້ງຖິ່ນຖານຢູ່ເມືອງ Grenoble ມາເປັນເວລາ ດົນກວ່າສາມທົດສະວັດແລ້ວ ແລະ
ກຳລັງກະກຽມຈະອອກບໍານານໃນໄວໆນີ້. ຊີວິດຄວາມເປັນມາຂອງພວກທ່ານເປັນ
ຢ່າງໃດນັ້ນ ເຮົາຂໍເຊີນທ່ານພົບກັບ ກິ່ງສະຫວັນ ໄດ້ໃນອັນດັບຕໍ່ໄປ.
ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ມື້ນີ້ ຂ້າພະ
ເຈົ້າ ຈະຂໍແນະນຳໃຫ້ທ່ານຮູ້ຈັກກັບ ທ່ານສຸວັນທອນ ແລະພັນລະຍາ ຍານາງນິຣາວັນ
ຄຳມີສຸກ ອະດີດລູກບ້ານຫລານເມືອງຄຳມ່ວນ ສັນຊາດຝຣັ່ງເຊື້ອສາຍລາວ ຕັ້ງຖິ່ນ
ຖານຢູ່ນະຄອນ Grenoble ທາງທິດຕາເວັນອອກສຽງ ໃຕ້ຂອງປະເທດຝຣັ່ງ. ຄອບ
ຄົວຄຳມີສຸກ ໄດ້ໄປຕັ້ງຖິ່ນຖານຢູ່ທີ່ນັ້ນ ແຕ່ປີ 1978 ມີວຽກເຮັດງານທຳ ມີບ້ານເຮືອນ
ລູກເຕົ້າສຳເລັດການສຶກສາ ປະສົບຜົນສຳເລັດ ແລະເປັນພົນລະເມືອງດີຂອງ
ປະເທດຝຣັ່ງ.
ທ່ານສຸວັນທອນ ແລະຍານາງນິຣາວັນ ຄຳມີສຸກ ກຳລັງກະກຽມທີ່ຈະບໍານານ ຫລັງ
ຈາກໄດ້ປະກອບວິຊາອາຊີບມາເປັນເວລາດົນກວ່າສາມທົດສະວັດ. ພວກທ່ານທັງ
ສອງ ແມ່ນນັກເດີນທາງ ມັກມ່ວນຊື່ນກັບການໄປຢ້ຽມຢາມຖາມຂ່າວຍາດຕິພີ່ນ້ອງ
ແລະເພື່ອນຝູງທີ່ໄດ້ແຕກກະຈັດກະຈາຍກັນໄປຢູ່ທຸກຫົນແຫ່ງ. ໃນເດືອນສິງຫາທີ່
ຜ່ານມານີ້ ທ່ານສຸວັນທອນ ແລະຍາ ນາງນິຣາວັນ ໄດ້ເດີນທາງມາຢ້ຽມຢາມສະຫະ
ລັດອາເມຣິກາ ແລະໄດ້ໄປຢ້ຽມຢາມຍາດຕິພີ່ນ້ອງ ຢູ່ຫລາຍໆລັດ. ແຕ່ລະລັດມີ
ຄວາມກວ້າງໃຫຍ່ ຕັ້ງຢູ່ຫ່າງໄກ ທີ່ຕ້ອງໄດ້ຂີ່ເຮືອບິນຫລາຍຊົ່ວໂມງຈຶ່ງໄປເຖິງກັນ.
ທ່ານ ສຸວັນທອນ ໄດ້ກ່າວເຖິງຄວາມຕື່ນເຕັ້ນ ແລະປະສົບການສູ່ຟັງດັ່ງນີ້.
ທ່ານສຸວັນທອນ ແມ່ນປະຊາຊົນຝຣັ່ງຄົນນຶ່ງ ທີ່ໄດ້ເຮັດວຽກງານ ມີລະບົບບໍານານ
ປະກັນໄພສຸຂະພາບ ແລະກຳໄລຊີວິດການເປັນຢູ່ອື່ນໆ. ທ່ານມີຄວາມຕື່ນເຕັ້ນ ທີ່ຈະ
ໄດ້ລາອອກມາບໍານານໃນທ້າຍປີ 2017 ນີ້ ຫລັງຈາກໄດ້ເຮັດວຽກມາເປັນເວລາ 39
ປີ. ທ່ານໄດ້ກ່າວເຖິງແຜນການ ທີ່ຈະໃຊ້ເວລາພັກຜ່ອນ ແລະມ່ວນຊື່ນຂອງທ່ານດັ່ງນີ້:
ຍານາງນິຣາວັນ ໄດ້ປຽບທຽບບັນຍາກາດ ຄວາມແຕກຕ່າງດ້ານຊີວິດການເປັນຢູ່ ລະຫວ່າງສະຫະລັດອາເມຣິກາ ກັບຝຣັ່ງ ແລະຜົນສຳເລັດຂອງພວກລູກເຕົ້າສູ່ຟັງ
ດັ່ງນີ້:
ທີ່ທ່ານສຸວັນທອງ ແລະຍານາງນິຣາວັນ ໄດ້ກ່າວໄປນັ້ນ ແມ່ນໂຕຢ່າງ ຂອງຄົນເຊື້ອ
ສາຍລາວຄອບຄົວນຶ່ງ ທີ່ໄດ້ດຳລົງຊີວິດ ແລະປະກອບວິຊາອາ ຊີບຢູ່ ຕ່າງປະເທດ
ຢ່າງເປັນຜົນສຳເລັດ ແລະໜ້າສັນລະເສີນ. ທ່ານສຸວັນທອນ ໄດ້ເດີນທາງມາຮອດ
ປະເທດຝຣັ່ງໃນປີ 1978 ເລລານັ້ນອາຍຸ 26 ປີ ທ່ານໄດ້ໃຊ້ຊີວິດຢູ່ປະເທດຝຣັ່ງເຖິງ
39 ປີ ແລະໄດ້ກາຍເປັນປະຊາຊົນຝຣັ່ງໄປແລ້ວ ເຖິງຢ່າງໃດກໍດີພວກທ່ານກໍຍັງມີ
ສາຍເລືອດ ແລະມີຄວາມຊົງຈຳກັບປະເທດລາວ ອັນເປັນບ່ອນໃຫ້ກຳເນີດນັ້ນຢູ່
ສະເໝີ.