ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊີວິດຊາວລາວ ພາຍໃຕ້ ການກໍ່ການຮ້າຍ ລັດອິສລາມ ໃນນະຄອນຫຼວງປາຣີ


2 Killed in Raid Targeting Mastermind of Paris Attacks
please wait

No media source currently available

0:00 0:00:36 0:00

ເຊີນເບິ່ງ ວີດີໂອ

ໃນ​ລາຍການ​ຊີ​ວິດ​ຊາວ​ລາວ ປະຈຳ​ແລງ​ວັນ​ພະຫັດຂອງວີໂອເອ
​ມື້​ນີ້ ​ເຮົາ​ຈະ​ນຳ​ເອົາ​ການ​ສຳພາດ ກັບທ່ານກອງປະກັນ ຣາຊພົນ
ແລະທ່ານຄຳຜາຍ ສູນນະລາດ ອາ​ຊີບຂັບລົດ Taxi ສະ​ມາ​ຊິກ​
ປະ​ຊາ​ຄົມ ລາວ-ຝຣັ່ງ ທີ່​ນະຄອນຫລວງ​ປາ​ຣີ ມາສະເໜີທ່ານ ​
ກ່ຽວ​ກັບຄວາ​ມວຸ້ນວາຍ​ຈາກ​ກໍ່​ການ​ຮ້າຍ​ ທີ່ໄດ້ເກີດ​ຂື້ນໃນ​ວັນ​ສຸກ
ທີ 13 ອາທິດ​ແລ້ວ​ນີ້ເຮັດ​ໃຫ້ຫຼາຍກວ່າ 120 ຄົນ​ເສຍ​ຊີ​ວີ​ດ ​ແລະ​ອີກ​ຫລາຍ​ຮ້ອຍ​ຄົນ​ໄດ້​ຮັບ​ບາດ​ເຈັບ.ຄວາມ​ວຸ້ນວາຍ​ໃນນະຄອນ​ປາ​ຣີ ​ຍັງ​ດຳ​ເນີນ ຢູ່​ໃນ​ຂະນະ​ນີ້. ​ທ່ານກອງ​ປະກັນ ​ແລະ​ທ່ານ​ຄຳ​ຜາຍ ຜູ້ໃຊ້​ຊີວິດ​ຂັບ​ລົດ taxi ຢູ່​ຕາ​ມຖະໜົນຫລວງ​ໃນ​ນະຄອນ​ຫລວງ​ປາຣີ​ແຕ່​ລະ​ວັນໄດ້​ເຫັນ​ເຫດການ​ຕ່າງ​ໆ ຊຶ່ງ​ເຮົາຈະນຳ​ເອົາທັດ​ສະ​ນະ​ຄວາ​ມ​ຄິດ​ເຫັນ ກ່ຽວ​ກັບ​ເຫດ​ການດັ່ງກ່າວ​ມາ​ສະ​ເໜີ​ທ່ານ.​ ເຊີນພົບກັບ ກິ່ງ​ສະ​ຫວັນ ໄດ້ໃນ​ອັນ​ດັບ
​ຕໍ່​ໄປ.

ບັນ​ດາ​ທ່ານທີ່​ຕິດ​ຕ​າມຟັງ​ຂ່າວ​ໂລກຄົງ​ຮູ້​ດີ​ວ່າ ນະຄອນຫລວງ​ປາຣີ ປະ​ເທດ​ຝ​ຣັ່ງ​ ກຳ​ລັງ
ຕົກ ​ຢູ່​ພາຍ​ໃຕ້ວິ​ກິດ​ການ ກໍ່​ການ​ຮ້າຍ​ທີ່​ຮ້າຍ​ແຮງ​ສຸດໃນ​ປະ​ວັດ​ສາດຝ​ຣັ່ງ ທີ່​ເລີ້ມ​ຂື້ນ​ໃນ
ວັນ​ສຸກ ທີ 13 ເດືອນ​ພະ​ຈິກ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ເຖິງ 129 ຄົນ ແລະ​ໄດ້​ຮັບ​ບ​າດ​ເຈັບ
ໜັກ ຫລາຍ​ຮ້ອຍ​ຄົນ. ​ຄວາ​ມວຸ້ນວາຍ ​ແລະ​ການກວດ​ລ້າງ​ຈາກ​ເຈົ້າ​ໜ້າ​ທີ່​ຕຳຫລວດ
ຍັງກຳລັງ​ດຳ​ເນີນ​ຢູ່​ໃນ​ຂະນະ​ ນີ້ ເພາະ​ສະ​ນັ້ນ ເຮົາ​ຈະ​ນຳ​ເອົາ​ການ​ສຳ​ພາດ​ຈາກ ພີ່​ນ້ອງ​ເຊື້ອສາຍລາວ​ຜູ້​ທຳ​ມາ​ຫາ​ກິນ ຢູ່​ໃນ​ນະ​ຄອນ​ຫລວງ​ປາ​ຣີ ທີ່​ຢູ່​ໃກ້​ຊິດ​ກັບ​ເຫ​ດ​ການ​ດັ່ງ​ກ່​າວ​ມາເລົ່າ​ສູ່​ ​ຟັ​ງ ແຕ່​ກ່ອນ​ອຶ່ນ​ເຮົາ​ມາທຳຄ​ວາມ​ເຂົ້າ​ໃຈ​ກັບ​ສິ່ງ​ແວດ​ລ້ອມຂອງ ນະ​ຄອນ
​ຫລວງປາ​ຣີເມືຶອງທີ່​ມີ​ຊື່​ສຽງໃນ​ໂລກໜ້ອຍ​ໜຶ່ງ​ເສຍ​ກ່ອນ.

Tourists in Paris Voice Support for City After Attacks
please wait

No media source currently available

0:00 0:01:59 0:00

​ປາ​ຣີ ນະຄອນຫລວງ​ຂອງ​ປະ​ເທດ​ຝຣັ່ງ ເປັນ​ເມືອງທີ່ມີປະຊາກອນອາ​ໄສ​ຢູ່​ຢ່າງ​ໜາ​ແໜ້ນ
ປະມານ 2 ລ້ານ ສາມ​ແສນ​ກວ່າ​ຄົນ ​ເປັນ​ເມືອງ​ທີ່ມີຊື່​ສຽງ ບໍ່ມີ​ການ​ລັບ​ນອນ ຮູ້​ກັນ​ອີກວ່າ
​ເປັນເມືອງແສງ​ໄຟ ໂດຍ​ສະ​ເພາະຢ່າງ​ຍິງ​ເປັນ​ເມືອງງົດ​ ງ​າມເຕັມໄປດ້ວຍຕຶກອາຄານ
ຫໍພິພິດ​ທະພັນ ​ໂບດ​ເກົ່າ​ແກ່ ​ການ​ອອກ​ແບບ​ເຄຶ່ອງນຸ່ງ ​ແລະການ​ປຸງແຕ່ງອາຫານ​ທີ່​ໜ້າ
​ຮັບ​ປະທານ​ຂອງ​ໂລກ. ນະຄອນຫລວງ​ປາ​ຣີ ມີ​ເນື້ອ​ທີ່ຢູ່ 12,012 ຕະລາງ​ກິ​ໂລ​ແມດ ຫລື
4,638 ຕະລາງ​ໄມ​ລ ມີ​ນັກທ່ອ​ງ​ທ່ຽວມາ​ຢ້ຽມ​ຢາມຫລາຍ​ກວ່າ 22 ລ້ານ​ຄົນໃນ​ແຕ່ລະ​ປີ.

ໃນ​ລ​ະ​ຍະ​ຫົກ​ເດືອນ​ທີ່​ຜ່ານ​ມາ​ນີ້ ນະ​ຄອນ​ຫລວງ​ປາ​ຣີ ໄດ້​ກາຍ​ມາ​ເປັ​ນ​ເປົ້າ​ໝາຍ ຂອງ
ການໂຈມ​ຕີ​ ໂດຍ​ສະ​ເພາະຈາກພວກຫົວ​ຮຸນ​ແຮງມຸ​ສ​ລິມ ທີ່ພາ​ກັນ​ອາ​ໄສ​ຢູ່​ຢ່າງ​ຫລວງ
​ຫລາຍ​ ຊຶ່ງເຂົາ​ເຈົ້າ​ບໍ່​ເຫັນ​ດີ​ກັບເສ​ລີ​ພາບການຂີດ​ຂຽນປາກ​ເວົ້າ ຄັດ​ແຍ້ງດ້ານ​ວັດ​ທະ​ນາ​
ທຳ ທີ່ບໍ່​ໃຫ້​ຜູ້​ຍິງ​ມຸ​ສ​ລິມ​ເອົາ​ຜ້າ​ປົກ​ຫົວ​ອັດ​ໜ້​າເຫັນ​ແຕ່​ຕາ ແລະ​ຄັດ​ແຍ້ງກັບການ​ດຳ​ລົງຊີ
​ວິດຕ່າງໆ​ຂອງປະ​ເພນີປະ​ເທດ​ຕາ​ເວັນ​ຕົກ. ​ໜຶ່​ງ​ອາ​ທິດ​ທີ່​ຜ່າ​ນ​ມາ​ນີ້ ນະ​ຄອນ​ຫລວງ​ປາ​ຣີ ໄດ້ເພີ້​ມການ​ປະ​ເຊີນ​ໜ້າ​ກັບ ວິ​ກິດ​ການ​ໃໝ່​ທີ່​ຮ້າຍ​ແຮງ​ສຸດ ພວກ​ກໍ່​ການ​ຮ້າຍໄດ້ວາງ​
ແຜນຍິງ​ສັງ​ຫານ​ຜູ້​ຄົນ ​ວາງ​ລະ​ເບີດ​ຢູ່ເດີ່ນ​ກິ​ລາ ​ແລະ​ຢູ່ຮ້ານອາ​ຫານ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ
​ວິດ ເຖິງ 129 ຄົນ ແ​ລະ​ໄດ້​ຮັບ​ບາດ​ເຈັບໜັກຫລາຍ​ຮ້ອຍ​ຄົນ. ພວກ​ກໍ່​ການ​ຮ້າຍ​ທີ່​ຮູ້​ກັນ
​ວ່າ ISIL ຫລື ລັດ​ອິ​ສ​ລາມ ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ການໂຈ​ມ​ຕີດັ່ງ​ກ່າວ
ເນື່ອງ​ຈາກວ່າ ຝ​ຣັ່ງ​ພົວ​ພັນ​ກັບ​ການ​ໂຈມ​ຕີ​ຖິ້ມ​ລະ​ເບີດ​ ທີ່​ນຳ​ພາ​ໂດຍ​ສະ​ຫະ​ລັດ ເພື່ອ​ສູ້​ລົບ​ກວດລ້າງຕ້ານ ລັດ​ອິ​ສ​ລາມ​ໃນ ອີ​ຣັກ ແລະ​ຊີ​ເຣຍ.

ໃນການ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ມໍ​ລະ​ສູ​ມ​ ແລະເຫັນ​ເຫດ​ການດັ່ງ​ກ່າວ​ນີ້ ກໍ​ມີ​ພີ່​ນ້ອງ​ເຊື້ອ​ສາຍ​ລາວ
​ທ່ານກອງ​ປະ​ກັນ ຣາ​ຊ​ພົນ ແລະ​ທ່ານຄຳ​ຜາຍ ສູນ​ນະ​ລາດ ປະ​ກອບ​ວິ​ຊາ​ອາ​ຊີບ​ເປັນ​ຄົນ​ຂັບ​ລົດ taxi ຂົນ​ສົ່ງ​ຜູ້ໂດຍ​ສານ ລະ​ຫວ່າງ​ເດີ່ນ​ເຮືອ​ບິນ Orly ແລະ Charles de Gaulle
ແລະຮູ້ທຸກ​ຮ່ອມ​ທຸກ​ແຈ​ຂອງ​ນະ​ຄອນ​ຫລວງ​ປາ​ຣີ. ທ່ານກອງ​ປະ​ກັນ ໄດ້​ເລົ່າ​ຄວາມຮູ້​ສຶກ ​ພາຍ​ໃຕ້​ຄວາມວຸ້ນວາຍ​ໃນ ນະຄອນ ຫລວງປາຣີ ສູ່ ວີ​ໂອ​ເອ ຟັງ​ວ່າ :

ທ່ານກອງປະກັບ ຣາຊພົນ
ທ່ານກອງປະກັບ ຣາຊພົນ

ທ່ານ​ຄຳ​ຜາຍ ສູນ​ນະລາ​ດ ອະ​ດີດນັກ​ສຶກອົບ​ຮົມ​ຄູ​ດົງ​ໂດກ ທີ່ໄດ້​ເຂົ້າ​ມາ​ຕັ່ງ​ຖິ່ນ​ຖານ​ຕັ້ງ​ແຕ່​
ປີ 1975 ທ່ານກໍ​ແມ່ນສະມາ​ຊິກ​ປະ​ຊາ​ຄົມ​ລາວ-ຝຣັ່ງ ຄົນ​ໜຶ່ງ​ ທີ່​ທຳ​ມາ​ຫາ​ກິນ​ເປັນ​ຄົນ​ຂັບ​
ລົດ taxi ​ສົ່ງ​ຜູ້​ໂດຍສານ​ເຂົ້າ​ ​ແລະ​ອອກ​ນະຄອນ​ຫລວງ​ປາຣີ ທ່ານ​ໄດ້​ເລົ່າ​ເຫດການ​ສູ່​ຟັງ​
ດັ່ງ​ນີ້ :

ທ່ານຄຳຜາຍ ສູນນະລາດ
ທ່ານຄຳຜາຍ ສູນນະລາດ

ນັ້ນ​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ ການ​ໃຊ້ຊີວິດທຳ​ມາ​ຫາ​ກິນຂອງ ຊາວ​ລາວ ສັນຊາດຝຣັ່ງ ທີ່
​ນະຄອນຫລວງ​ປາຣີ​ ເຖິງ​ແມ່ນ​ວ່າ ​ຈະເກີດຄວາມ​ວຸ້ນວາຍກໍ່ຕາມ ​ແຕ່​ການ​ທຳ​ມາ​ຫາ​ກິນ
ກໍຕ້ອງໄດ້​ດຳ​ເນີນ​ຢູ່​ຕໍ່​ໄປ.

Police Raid Paris Suburb as Manhunt Continues
please wait

No media source currently available

0:00 0:01:17 0:00

XS
SM
MD
LG