ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຳພາດ ສະມາຊິກ ຄອບຄົວທ່ານບຸນລັດ ນັກການແພດອາເມຣິກັນ ເຊື້ອສາຍລາວ


ນາງສາວ Joanna Han ສຸກສະວົງ ອາຍຸ 26 ປີ ສຳເລັດ ປະລິນຍາເອກຝ່າຍ ເພສັດຊະກຳ ຫລື pharmacy ແລະໄດ້ຮັບ ປະລິນຍາໂທ ຝ່າຍສາທາລະນະສຸກ.
ນາງສາວ Joanna Han ສຸກສະວົງ ອາຍຸ 26 ປີ ສຳເລັດ ປະລິນຍາເອກຝ່າຍ ເພສັດຊະກຳ ຫລື pharmacy ແລະໄດ້ຮັບ ປະລິນຍາໂທ ຝ່າຍສາທາລະນະສຸກ.

ໃນລາຍການຊີວິດຊາວລາວ ຂອງ ວີໂອເອ ມື້ນີ້ເຮົາຈະຂໍແນະນຳໃຫ້ທ່ານຮູ້ຈັກ ກັບຄອບຄົວ ທ່ານບຸນລັດ ສຸກສະວົງ ທີ່ລັດ California ເປັນຄອບຄົວໂຕຢ່າງ ອາເມຣິກັນ​ເຊື້ອສາຍລາວ ທີ່ປະສົບຜົນສຳເລັດການສຶກສາຊັ້ນສູງ. ທ່ານບຸນລັດ ຫົວໜ້າຄອບຄົວ ເປັນຜູ້ຊ່ວຍດອກເຕີ ແລະລູກສາວສາມຄົນ ແຕ່ລະຄົນໄດ້ ຮັບປະລິນຍາຝ່າຍການແພດ. ສ່ວນວ່າຜົນສຳເລັດຈາກຄວາມມີມານະອົດທົນ ເປັນມາຢ່າງໃດນັ້ນ ກິ່ງສະຫວັນ ຈະນຳເລື້ອງນີ້ມາສະເໜີທ່ານໃນອັນດັບຕໍ່ໄປ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ມື້ນີ້ຂ້າພະເຈົ້າມີຄວາມພາກພູມໃຈທີ່ຈະນຳພາ ທ່ານໄປ ຮູ້ຈັກກັບ ຄອບຄົວສຸກສະວົງ ອາເມຣິກັນ​ເຊື້ອສາຍ​ລາວ ຕັ້ງຖິ່ນຖານ ຢູ່ໃນລັດ California ທາງພາກຕາເວັນຕົກສຽງໃຕ້ຂອງສະຫະລັດ. ທ່ານບຸນລັດ ສຸກສະວົງ ຫົວໜ້າຄອບຄົວ ແມ່ນລູກບ້ານຫລານເມືອງນະຄອນຫລວງພະບາງ ມີຄວາມສົນໃຈດ້ານການແພດມາແຕ່ໃດໆ ແລະໄດ້ບາກບັ່ນຕັ້ງເປົ້າໝາຍ ມາສູ່ ຜົນສຳເລັດ ອັນເປັນໂຕຢ່າງໃຫ້​ແກ່ພວກລູກໆ ທີ່ໄດ້ຕິດຕາມຮ່ອງຮອຍຂອງພໍ່ ແລະຜູ້​ເປັນແມ່ ຍານາງ​ເພັນ​ພິດ ທີ່ໃຫ້ການສະໜັບສະໜູນຊຸກຍູ້ຢຸູ່ເບື້ອງຫລັງ ມາ​ຕະຫລອດ ອັນນຳມາສູ່ຜົນສຳເລັດຢ່າງໜ້າສັນລະເສີນ ດັ່ງຜູ້ກ່ຽວອະທິບາຍວ່າ:

ຈາກຊ້າຍ ນາງ Christina ຍານາງເພັນພິດ (ແມ່) ນາງ Joanna ທ່ານບຸນລັດ (ພໍ່) ແລະນາງ Cherina.
ຈາກຊ້າຍ ນາງ Christina ຍານາງເພັນພິດ (ແມ່) ນາງ Joanna ທ່ານບຸນລັດ (ພໍ່) ແລະນາງ Cherina.

ທ່ານ​ບຸນລັດ​ ປັດຈຸບັນ​ເຮັດ​ວຽກ​ໃຫ້ແກ່ ຄລິ​ນິກຂອງຫຼວງຢູ່​ Golden Valley Health Center ທີ່​ເມືອງ Merced ລັດ California. ທ່ານ​ໄດ້ເລົ່າຊີວິດ​ເບື້ອງ​ຕົ້ນ ​ແລະເວົ້າ ກ່ຽວ​ກັບ​ໜ້າ​ທີ່​ວຽກ​ການ ​ສູ່ຟັງ​ດັ່ງ​ນີ້ :

joanna ແລະຍາດຕິພີ່ນ້ອງ
joanna ແລະຍາດຕິພີ່ນ້ອງ

​ທ່ານໝໍ​ບຸນ​ລັດ ​ໄດ້​ເຮັດ​ວຽກ​ຮັບ​ໃຊ້​ສັງຄົມ​ປິ່ນປົວ​ຄົນ​ທຸກ​ຈົນມາ​ໄດ້ 25 ປີ​ແລ້ວ ​ແລະເຖິງ​ກຳນົດ​ກິນ​ເບ້​ຍບຳນານ​ໄດ້​ແລ້ວ ​ແຕ່ວ່າທ່ານ​ໄດ້​ເລົ່າ​ເຖິງ​ການ​ຕັດສິນໃຈ​ໃນຕອນ​ນີ້​ສູ່ ວີ​ໂອ​ເອ ຟັງ​ວ່າ :

joanna ຫູ້ມລ້ອມໄປດ້ວຍວົງສາຄະນາຍາດ ທີ່ມາໃຫ້ການຊົມເຊີຍ.
joanna ຫູ້ມລ້ອມໄປດ້ວຍວົງສາຄະນາຍາດ ທີ່ມາໃຫ້ການຊົມເຊີຍ.

ຢູ່ໃນສະຫະລັດອາເມຣິກາ ແຕ່ລະປີເລີ້ມຕົ້ນແຕ່ເດືອນພຶດສະພາ ຢູ່ຕາມມັດທະ ຍົມຕ່າງໆ ຈະມີພິທີມອບໃບປະກາດສະນີຍະບັດ ໃຫ້ແກ່ພວກນັກຮຽນທີ່ຮຽນ ຈົບ ທີ່ຈະພາກັນສືບຕໍ່ຮຽນຂັ້ນສູງຢູ່ຕາມມະຫາວິທະຍາໄລຕ່າງໆ. ສ່ວນວ່າບັນ ດານັກສຶກ ສາຊັ້ນສູງທີ່ຮຽນຈົບຈາກມະຫາວິທະຍາໄລໃນເວລາ ດຽວກັນເຂົາ​ເຈົ້າ​ກໍຈະໄດ້ຮັບ ໃບປະກາດສະນີຍະບັດໃນຂະແໜງການຕ່າງໆ ຫລັງຈາກໄດ້ບຶກບືນ ມາເປັນເວລາສີ່ຫາຫົກປີ. ບັດນີ້ບັນດາ​ຜູ້​ສຳ​ເລັດ​ການ​ສຶກສາ​ເຫລົ່າ​ນີ້ຈະພາກັນ ນໍາໃຊ້ວິຊາຕ່າງໆໃຫ້ເປັນປະໂຫຍດ​ແກ່​ສັງຄົມ ​ແລະ​ປະ​ເທດ​ຊາດ. ຢູ່ໃນພິທີອັນສະ ງ່າຜ່າເຜີຍ ແລະ ໜ້າພາກພູມໃຈນີ້ ບັນດາພໍ່ແມ່ອ້າຍນ້ອງພ້ອມດ້ວຍຍາດມິດ ຈະມາເຕົ້າໂຮມກັນສະໜັບສະໜູນ ຮ້ອງໂຮຊົມເຊີຍກັບຜົນສຳເລັດດັ່ງກ່າວ.

ບັດນີ້ເຮົາມາພົບກັບນາງສາວ Joanna Han ສຸກສະວົງ ເໜາະທ່ານ. ຜູ້ກ່ຽວ ອາຍຸ 26 ປີ ລູກສາວຄົນທີສອງຂອງທ່ານບຸນລັດ ແລະຍານາງ​ເພັນ​ພິດ ສຸກສະວົງ. Joanna ​ແມ່ນຜູ້ ນຶ່ງ ທີ່ຫາກໍສຳເລັດປະລິນຍາເອກຝ່າຍເພສັດຊະກຳ ຫລື pharmacy ແລະປະລິນຍາໂທ ຝ່າຍສາທາລະນະສຸກຈາກ ມະຫາວິທະຍາໄລ Touro ລັດ California. ກ່ອນໜ້ານັ້ນ Joanna ໄດ້ຮັບ ປະລິນຍາຕີຝ່າຍ Arts of Chemistry ຈາກ California States University of Fresno.

ຫລາຍໆທ່ານອາດຄິດວ່າ pharmacy ຫລື​ເພສັດຊະກຳ ຜູ້​ປຸງ​ແຕ່ງຢາ ເປັນຄົນນັບກ້ອນ ຢາຢູ່ຫລັງໂຕະຂາຍຢາ ເຖິງຢ່າງໃດກໍດີ ການປິ່ນປົວຢູ່ໃນສະຫະລັດ ທີ່ພົວພັນກັບ pharmacists ນີ້​ໃຫ້ການຊ່ວຍ​ເຫລືອ​ປະສານ​ງານ​ກັບ ບັນດານາຍ ແພດຕ່າງໆ ປິ່ນປົວ ຄົນເຈັບໃຫ້ດີທີ່ສຸດຢູ່ ໃນຫລາຍໆສະພາບການ ທີ່ຮວມທັງ ການໃຊ້ຢາໃນເວລາສຸກເສີນ ພະຍາດຕິດແປດ ຢາສຳລັບເດັກນ້ອຍ ແລະການ ປິ່ນປົວມະເຮັງ. Joanna ມີຄວາມພາກ ພູມໃຈທີ່ສຸດ ທີ່ຈະປະຕິບັດໜ້າທີ່ວຽກ ງານກ່ຽວກັບວິຊາການດັ່ງກ່າວນີ້ ໃນນາມຊາວ ອາເມຣິກັນເຊື້ອສາຍລາວລຸ້ນໃໝ່ຈຸທຳອິດ. Joanna ໄດ້ກ່າວຕໍ່ ວີໂອເອ ກ່ຽວກັບຜົນ ສຳເລັດຂອງນາງດັ່ງນີ້

Joanna ແລະພໍ່ແມ່
Joanna ແລະພໍ່ແມ່

“ເວລາຍັງເປັນ​ເດັກນ້ອຍຢູ່ ພໍ່​ຂ້ານ້ອຍ​ເປັນ​ຜູ້​ຊ່ວຍ​ດອກ​ເຕີ ​ເພາະສະ​ນັ້ນ​ເພີ່ນຈຶ່ງ​ໄດ້​ແນະນຳ​ໃຫ້​ພວກ​ຂ້າ​ນ້ອຍຮຽນ​ກ່ຽວ​ກັບ​ການ​ແພດ ​ເວລາຂ້ານ້ອຍ​ໃຫຍ່​ຂຶ້ນ​ມາ ຂ້ານ້ອຍ​ມີຄວາມ​ສົນ​ໃຈ​ກ່ຽວ​ກັບ pharmacy ​ແລະ​ການ​ແພດ ມັນ​ມີ​ຄວາມ​ຍາກ​ລໍາ​ບາກ ຂ້າ​ນ້ອຍ​ຕ້ອງ​ດຳ​ເນີນ​ການ​ຮຽນ​ອີກ​ເປັນ​ເວລາ​ແປດ​ປີ​ຫລັງ​ຈາກ ມັດທະຍົມ. ຂະ​ນ້ອຍ​ຕ້ອງ​ໄດ້​ນັ່ງ​ຮຽນ​ຫລາຍ​ຊົ່ວ​ໂມງ​ໃນ​ແຕ່​ລະ​ມື້ ​ແທນ​ທີ່​ຈະ​ໄດ້​ອອກ​ໄປ​ຫລິ້ນ​ມ່ວນ​ຊື່ນກັບ​ໝູ່​. ຂ້ານ້ອຍ​ມີ​ຄວາມ​ ດີ​ໃຈ​ຫລາຍ​ທີ່​ໄດ້​ຮຽນ​ຈົບ ພໍ່​ຂອງ​ຂ້າ​ນ້ອຍ​ໄດ້​ຊັກ​ຊວນ​ໃຫ້​ພວກ​ລູກໆ​ຮຽນ​ການແພດ ເອື້​ອຍ ຂອງ​ຂ້າ​ນ້ອຍ Christina ປັດຈຸບັນ​ນີ້​ເປັນ​ນາງພະຍາບາ​ນ ທີ່ Career Delta ທີ່​ ລັດ California ຫວ່າງ​ມໍ່ໆ​ມາ​ນີ້​ລາວໄດ້​ຍືນ​ຄຳຮ້ອງ​ໄປ​ເຂົ້າ​ໂຮງຮຽນ podiatry ຫລືການ​ແພດ​ກ່ຽວ​ກັບ​ຕີນ ​ແລະ​ໄດ້​ຖືກ​ຮັບ​ເອົາ​ແລ້ວ ​ເພາະສະ​ນັ້ນ ລາວ​ຈະ​ຕ້ອງ​ຍ້າຍ​ໄປ​ຢູ່​ເມືອງ Oakland ​ເພື່ອ​ຮຽນ​ຕໍ່​ເອົາ​ດອກ​ເຕີ. Sherina ນ້ອງສາວ​ຫລ້າ​ ສົນ​ໃຈ​ໃນ​ດ້ານ​ການ​ແພດ​ເຊັນ​ດຽວ​ກັນ ປັດ​ຈຸ​ບັນ​ນີ້​ລາວກຳລັງ​ຕຽມ​ເສັງ​ເຂົ້າ​ໂຮງຮຽນ​ນາງພະ​ຍາ​ບານ.

​ຂ້າ​ນ້ອຍຈະ​ເປັນ​ໝໍ​ປະຈຳ​ຢູ່ໂຮງໝໍ Sutter Health ​ແລະ​ຫວັງ​ວ່າ​ຈະ​ເປັນ​ນັກ​ການແພດຄລິ​ນິກ ຊຶ່ງ​ໝາຍ​ຄວາມ​ວ່າ ຂ້່າ​ນ້ອຍ​ຈະ​ເຮັດ​ວຽກ​ແຈກ​ຢາຍ​ຢາ​ຢູ່​ໃນ​ໂຮງໝໍ​ຢ່າງ ປອດ​ໄພ ​ແລະ​ເໝາະ​ສົມ​ແກ່​ບັນດາ​ຄົນ​ເຈັບ. ນອກ​ນັ້ນ​ຂະ​ນ້ອຍກໍ​ຫວັງ​ວ່າ​ຈະ​ໄດ້​ເຮັດ​ວຽກ​ຢູ່​ຕາມ​ຊັ້ນ​ຕ່າງໆຢູ່​ໂຮງໝໍ ກັບ​ບັນດາ​ດອກ​ເຕີ ນາງພະ ຍາບານ ຝ່າຍກາຍຍະ​ພາບບຳບັດ ​ແລະ​ນັກ​ການ​ແພດ​ຕ່າງໆ ​ເພື່ອ​ໃຫ້​ພວກ​ຄົນ​ເຈັບ​ໄດ້​ຮັບ​ການ​ປິ່ນປົວ ພ້ອມ​ດ້ວຍ​ພວກ​ທີ່​ໄດ້​ຮັບ​ບາດ​ເຈັບ​ໜັກຢູ່​ໃນ​ຫ້ອງ​ສຸກ​ເສີນ. ຂະ​ນ້ອຍ​ມີ​ຄວາມ​ຕື່ນ​ເຕັ້ນ​ກ່ຽວກັບ​ວຽກ​ນີ້ ​ເພາະວ່າວຽກ pharmacy ພັດທະນາ​ໃຫ້​ເຂົ້າ​ກັບ​ໜ້າ​ວຽກ​ພິ​ເສດ.”

ວີ​ໂອ​ເອ ຂໍ​ສະ​ແດງ​ຄ​ວາ​ມພາກພູມ​ໃຈ​ມາຍັງ ຄອບຄົວ​ສຸກ​ສະ​ວົງ ​ແລະ​ບັນດາ​ນັກ​ສຶກສາ​ ອາ​ເມຣິກັນເຊື້ອສາຍລາວທັງຫລາຍ ​ທີ່​ໄດ້​ພາກັນບາກ​ບັ່ນ​ປະສົບ​ຜົນສຳ​ເລັດ ສ້າງ​ຊື່​ສຽງ​ມາສູ່​ຕົນ​ເອງ ຄອບຄົວ ​ແລະ​ປະ​ເທດຊາດ.

XS
SM
MD
LG