ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຳພາດ ທ່ານວຽງໄຊ ສຸນດາຣາ ປະທານສະມາຄົມລາວ ລັດ ຢູທາ


ທ່ານວຽງໄຊ ສຸນດາຣາ ອະດີດລັດຖະກອນ ແລະປະທານສະມາ ຄົມລາວ ລັດ ຢູທາ.
ທ່ານວຽງໄຊ ສຸນດາຣາ ອະດີດລັດຖະກອນ ແລະປະທານສະມາ ຄົມລາວ ລັດ ຢູທາ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ໃນ​ລາຍການ​ຊີວິດ​ຊາວ​ລາວ​ຂອງ ວີ​ໂອ​ເອ ປະຈຳ​ວັນ​ພະຫັດ​ມື້​ນີ້
​ເຮົາ​ຈະ​ສະ​ເໜີ​ການ​ສຳພາດກັບ ທ່ານ​ວຽງ​ໄຊ ສຸນ​ດາຣາ ອະດີດ​ລັດຖະກອນ​ ທ້ອງ​ຖິ່ນ​
ຢູ່​ໃນ​ລັດ Utah ທີ່ໄດ້​ອອກກິນເບ້ຍ​ບຳນານມາ​ໄດ້ຫ້າ​ປີ​ແລ້ວ. ປັດ​ຈຸ​ບັນ ຜູ້ກ່ຽວ​ເປັນ
ປະທານ​ສະມາຄົມ​ລາວ-ອາ​ເມຣິກັນ​ ປະຈຳ​ລັດ Utah ຊຶ່ງຕັ້ງ​ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​
ຂອງ​ສະຫະລັດ. ທ່ານວຽງ​ໄຊ ​ເປັນ​ທີ່​ຮູ້ຈັກ​ຮັກ​ແພງ​ກັນ​ດີ ​ຢ່າງ​ກວ້າງຂວາງ ​ປັດຈຸບັນ​ນີ້​ ທ່ານກຳລັງມ່ວນ​ຊື່ນ ຮັບ​ໃຊ້​ປະຊາ​ຄົມ​ລາວ-ອາ​ເມຣິກັນ ​ໂດຍ​ການ​ນຳພາ​ກິດຈະການ​
ດ້ານ​ວັດທະນາ​ທຳ​ລາວ. ຄວາມ​ເປັນ​ມາ​ຂອງ ທ່ານ​ວຽງ​ໄຊ ມີ​ຢ່າງ​ໃດ​ນັ້ນ ກິ່ງ​ສະຫວັນ
ຈະ​ນຳ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ບັນດາສາວງາມ ລັດ ຢູທາ
ບັນດາສາວງາມ ລັດ ຢູທາ

ສະບາ​ຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ມື້​ນີ້ ​ຂ້າພະ​ເຈົ້າ​ຈະຂໍ​ແນະນຳ​ໃຫ້​ທ່ານ​ຮູ້ຈັກ​ກັບ ທ່ານ​ວຽງ​
ໄຊ ສຸນ​ດາຣາ ປະທານ​ສະມາຄົມ​ລາວ-ອາ​ເມຣິກັນ ປະຈຳ​ລັດ Utah ​ຕັ້ງ​ຢູ່​ທາງ​ພາກ​ຕາ
​ເວັນ​ຕົກ​ຂອງ​ສະຫະລັດ. Utah ​ແມ່ນ​ລັດ​ນຶ່ງ​ຂອງ​ສະຫະລັດ ທີ່​ມີ​ປະຊາກອນ​ອາ​ເມຣິກັນ​ເຊື້ອສາຍ​ລາວ​ ​ເລີ້ມ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່ເຂດ​ນີ້​ແຕ່​ຊຸມ​ປີ 1970 ​ແລະທ່ານ​ວຽງ​ໄຊ ສຸນ​
ດາຣາ ກໍແມ່ນຜູ້​ນຶ່ງ​ທີ່​ໄດ້​ມາ​ຕົກ​ຢູ່​ໃນ​ລັດ​ນີ້. ທ່ານ​ແມ່ນລູກບ້ານ​ຫລານ​ເມືອງ ນະຄອນ
ຫລວງ​ວຽງ​ຈັນ ອະດີດ​ລັດຖະກອນ​ປະຈຳ​ກະຊວງກະ​ເສດ​ແຫ່ງ​ພະ​ລາຊະ​ອານາຈັກ​ລາວ.
ໃນ​ການ​ຕັ້ງ​ຕົ້ນຊີວິດ​ໃໝ່ ທ່ານ​ໄດ້​ປະ​ກອບ​ວິຊາ​ອາຊີບ​ເປັນ​ລັດຖະກອນ​ຢູ່ກະຊວງ​ແຮງ​
ງານ ປະຈຳ​ລັດ Utah ​ເປັນ​ເວລາ​ສາມ​ສິບ​ສອງ​ປີ. ທ່ານ​ວຽງ​ໄຊ​ ​ໄດ້​ອອກ​ກິນເບ້ຍບຳ
ນານມາ​ເປັນ​ເວລາ​ຫ້າ​ປີ​ແລ້ວ ​ແຕ່ທ່ານບໍ່​ໄດ້​ລົດ​ລະ​ ໃນການອາສາ​ສະໝັກ​ຮັບ​ໃຊ້ປະຊາ​
ຄົມ​ລາວ​ອາ​ເມຣິກັນ ​ໂດຍ​ການ​ເປັນ​ປະທານ ສະມາຄົມ​ລາວ​ອ​າ​ເມຣິກັນ​ປະຈຳ​ລັດ Utah
ມາ​ໄດ້​ສອງ​ສະ​ໄໝ ຫລືສີ່​ປີ​ແລ້ວ. ທ່ານວຽງ​ໄຊ ​ແມ່ນ​ຜູ້​ນຶ່ງ​ໃນ​ຄະນະ​ກຳມະການ ​ທີ່​ໄດ້​ນຳ
ພາ​ບັນດາ​ສະມາຊິກສັງຄົມ​ລາວ ​ຮັກສາ​ຮິດຄອງ​ປະ​ເພ​ນີລາວ ​ແລະສ້າງສາ​ວັດວາອາ
​ຮາມ ຊຶ່ງ​ທ່ານ​ວຽງໄຊ ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ​ກ່ຽວ​ກັບ​ເລື້​ອງນີ້​ວ່າ”

ສະຫບອງ ບຸນປີໃໝ່ລາວ
ສະຫບອງ ບຸນປີໃໝ່ລາວ

​ວັດວາອາ​ຮາມ​ ​ແມ່ນສະ​ຖາ​ບັນ​ການ​ສຶກສາ ​ແລະ​ເປັນ​ສູນກາງ​ເຕົ້າ​ໂຮມ​ປະຊາ​ຄົມ​ລາວ
ມາ​ຕະຫລອດ ບໍ່​ວ່າ​ຈະ​ຢູ່ໃນ ​ແລະ​ນອກ​ປະ​ເທດກໍເຊັ່ນກັນ. ບ່ອນ​ໃດ​ມີ​ປະຊາ​ຄົມ​ລາວ
ໃຫຽ່ພໍ​ ບ່ອນ​ນັ້ນ​ຈະມີ​ການ​ສ້າ​ງສາ​ວັດ ​ອັນ​ເປັນ​ສັນຍາ​ລັກ​ຂອງ​ເຊື້ອສາຍ​ລາວ ຊຶ່ງ​ທ່ານ​
ວຽງ​ໄຊ​ ​ໄດ້​ກ່າວ​ກ່ຽວ​ກັບເລື້ອງ​ນີ້​ວ່າ:

ປະຊາຄົມລາວອາເມຣິກັນ ພາກັນຕັກບາດ ທີ່ລັດ ຢູທາ
ປະຊາຄົມລາວອາເມຣິກັນ ພາກັນຕັກບາດ ທີ່ລັດ ຢູທາ

ພິທີບາສີ ສູ່ຂວັນ
ພິທີບາສີ ສູ່ຂວັນ

ກ່ຽວ​ກັບ​ດ້ານຊີວິດ​ການ​ເປັນ​ຢູ່​ ​ແລະການທຳ​ມາ​ຫາ​ກິນຂອງ ຊາວ​ອາ​ເມຣິກັນເຊື້ອສາຍ​
ລາວ​ຢູ່​ໃນ​ລັດ Utah ທ່ານ​ວຽງ​ໄຊ ໄດ້ກ່າວ​ດັ່ງ​ນີ້:

ບັນດາ​ຜູ້ນຳ​ພາຄອບຄົວບໍ່​ວ່າເຊື້​ອຊາດ​ໃດ​ກໍ​ຕາມ ທີ່ໄດ້​ເດີນ​ທາງ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່
​ໃນ​ສະຫະລັດ ​ເຂົາ​ເຈົ້າ​ຕ້ອງ​ໄດ້ເລີ້ມ​ຈາກ​ສູນ ສູ້​ທົນ ເພື່ອ​ໃຫ້​ຄອບຄົວ​ໄດ້​ຢູ່ດີມີ​ສຸກ ​ໄດ້​
ຮັບ​ຄວາມ​ປອດ​ໄພ ແລະສົ່ງ​ເສີມການ​ສຶກສາ​ຂອງ​ພວກ​ລູກໆ​ໃຫ້ ​ກ້າ​ວໄປໄກ​ທີ່​ສຸດ. ໃນ​
ສອງ​ສາມ​ທົດ​ສະ​ວັດ​ທີ່​ຜ່ານ​ມານີ້ ​ຊາວອາ​ເມຣິກັນ​ເຊື້ອສາຍ​ລາວ ​ໄດ້​ເຫັນ​ຜົນງານ​ຂອງ
ການ​ປະກອບ​ວິຊາ​ອາຊີບ ​ໄດ້​ຮັບອິດ​ສະລະ​ພາບ ​ແລະ​ເສລີພາບໃນດ້ານຕ່າງໆ​ໂດຍ
​ສະ​ເພາະຢ່າງ​ຍິງ​ ດ້ານ​ກາ​ນສຶກສາ

​ສຳລັບເຍົາວະ​ຊົນອາ​ເມຣິກັນ​ເຊື້ອສາຍ​ລາວ ທີ່​ໄດ້​ມ​າ​ເຕີບໃຫຍ່​ຢູ່​ໃນ​ສະຫະລັດນີ້ ຊຶ່ງ
​ທ່ານ​ວຽງໄຊ ​ໄດ້​ກ່າວ​ໃນ​ຕອນ​ນີ້​ວ່າ:

ບັນດາຍາດມິດ ພີ່ນ້ອງເຊື້ອສາຍລາວອາເມຣິກັນ
ບັນດາຍາດມິດ ພີ່ນ້ອງເຊື້ອສາຍລາວອາເມຣິກັນ

ທ່ານ​ວຽງ​ໄຊ ສຸນ​ດາຣາ ໄດ້​ຮັບ​ໃຊ້​ເປັນ​ລັດຖະກອນ​ປະຈຳ​ທ້ອງ​ຖິ່ນ​ຢູ່​ໃນ​ລັດ Utah ມາ​
ເປັນ​ເວລາ​ດົນກວ່າ​ສາມ​ທົດ​ສະ​ວັດ ທ່ານ​ໄດ້​ຖືກ​ແຕ່ງ​ຕ້ັງ ໃຫ້​ຢູ່​ໃນ​ຄະນະ​ກຳມະການແນະນຳຫລາຍໆ​ຢ່າງ​ເຊັນ ດ້ານແຮງ​ງາ​ນ ສາທາລະນະ​ສຸກ ​ແລະ​ວັດທະນາ​ທຳ ຊຶ່ງ​
ທ່ານ​ວຽງໄຊ້ກ່າວ​ມ້ວນ​ທ້າຍ​ຕໍ່ ວີ​ໂອ​ເອ ດັ່ງ​ນີ້:

ການສະແດງສິນລະປະ ວັດທະນາທຳລາວ
ການສະແດງສິນລະປະ ວັດທະນາທຳລາວ

ທ່ານ​ວຽງ​ໄຊ ສຸນ​ດາຣາ ​ອະ​ດີດລັດຖະກອນ​ທ້ອງ​ຖິ່ນ​ຢູ່ລັດ Utah ແມ່ນຜູ້​ນຶ່ງ ທີ່​ໄດ້​ວາງ​ບົດບາດອັນ​ສຳຄັນໄວ້ຢູ່​ໃນ​ວົງ​ການ​ລັດຖະບານ ​ແລະປະສານ​ງານ​ກັບ​ປະຊາ​ຄົມ​ທ້ອງ
​ຖິ່ນ. ​ທ່ານ​ວຽງ​ໄຊ ໄດ້​ບຳນານ​ມາ​ ໄດ້​ຫ້າປີ​ແລ້ວ ແຕ່ຍັງບໍ່​ໄດ້​ລົດ​ລະໃນການນຳ​ພາ​ສັງ
ຄົມລາວ​ອາ​ເມຣິກັນ ​ໂດຍການ​ອາສາ​ສະໝັກ ນຳພາ​ສັງຄົມ​ໃຫ້​ເປັນ​ກ້ອນ​ເປັນ​ໜ່ວຍ. ​
ນັ້ນແມ່ນ​ໂຕ​ຢ່າງ​ທີ່​ໜ້າ​ສັນລະ​ເສີນ ຂອງ​ການ​ເປັນ​ພົນລະເມື​ອງດີຂອງ​ປະ​ເທດ ຢູ່​ສັງ
ຄົມ​ຊີວິດ​ຊາວລາວ​ ໃນ​ສະຫະລັດ​ອາ​ເມຣິກາ.

XS
SM
MD
LG