ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຳພາດ ບັນດາປະທານສະມາຄົມສະຕີລາວ ໃນສະຫະລັດ ແລະການາດາ ເນື່ອງໃນວັນ ແມ່ຍິງສາກົນ ປີ 2016


ສະມາຄົມ ສະຕີລາວ ທີ່ນະຄອນ Montreal ປະເທດການາດາ.
ສະມາຄົມ ສະຕີລາວ ທີ່ນະຄອນ Montreal ປະເທດການາດາ.

ໃນລາຍການ​ຊີວິດ​ຊາວ​ລາວມື້​ນີ້ ​ເຮົາ​ຈະສະ​ເໜີ​ການ​ສຳພາດ
ກັບພວກປະທານ​ສະມາຄົມ​ສະຕີ​ລາວ ຢູ່​ໃນ​ສະຫະລັດ ອາ​ເມ
ຣິກາ ແລະກາ​ນາ​ດາ ​ເນື່ອງ​ໃນ​ວັນ ​ແມ່ຍິງ​ສາກົນ ທີ 8 ມີນາ ປີ
2016 ຊຶ່ງ​ໄດ້​ເລີ້ມ​ສະຫລອງກັນ​ມາ ​ເປັນ​ເວລາ 100 ກວ່າປີ​
ແລ້ວ.ໃນ​ຊ່ວງ​ເວລາ​ອັນ​ຍາວ​ນານນີ້​ ບັນດາ​ແມ່ຍິງ​ສາກົນ​ໄດ້​
ເປັນ​ຜູ້ນຳ​ພາການເຄື່ອ​ນ​ໄຫວ​ ​ຮຽກຮ້ອງເອົາສິດທິພື້ນຖານຕ່າງໆ ​ໃຫ້​ເທົ່າທຽມ​ກັບ​ພວກ
ຜູ້ຊາຍ. ຕົກ​ມາ​ເຖິງ​ສັດຕະ​ວັດ ທີ 21 ນີ້​ ​ແມ່ຍິງ​ຢູ່ໃນ​ທົ່ວ​ໂລກໄດ້​ພິສູດ​ໃຫ້​ເຫັນເຖິງຄວາມ​ສາມາດ ​ແລະ​ຄວາມກ້າວໜ້າ​ຕ່າງໆ ​ໃນຫລາຍໆ​ດ້ານ ຄຽງຄູ່ ໄປກັບພວກ​ຜູ້​ຊາຍ. ສ່ວນ
ວ່າບົດບາດ​ຂອງພວກ​ແມ່ຍິງ​ເຊື້ອສາຍ​ລາວ​ໃນ​ຕ່າງປະ​ເທດເປັນ​ຢ່າງ​ໃດ​ນັ້ນ ກິ່ງ​ສະຫວັນ ຈະມີ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ​.

ໃນ​ຕົ້ນ​ສັດຕະ​ວັດ​ທີ 20 ບັນດາແມ່ຍິງສາກົນ ໄດ້​ເປັນຜູ້ລິເລີ້ມ​ບົດບາດ ການເຄື່ອນ​ໄຫວ
ຮຽກ​ຮ້ອງ​ເອົາສິດທິ​ຕ່າງ​ໆ​ເຊັນຂຶ້ນຄ່າ​ແຮ​ງງານ ປັບປຸງສະພາບ​ການ​ເຮັດ​ວຽກ ສິດທິ​ການ
​ປ່ອນ​ບັດ ​ແລະ​ອຶ່ນໆມາ​ເປັນ​ລຳດັບ. ​ເຂົາ​ເຈົ້າໄດ້​ປູ​ເສັ້ນທາງອັນຍືດຍາວ​ໄວ້ໃຫ້​ແກ່ພວກ
ແມ່ຍິງ​ລຸ້ນຫຼັງໃນ​ສັດຕະ​ວັດ​ທີ 21 ດັ່ງ​ທີ່​ເ​ຫັນໄດ້ເຖິງ​ຄວາມເກັ່ງ​ກ້າ​ສາມາດຂອງຫຼາຍໆຄົນ
ທີ່ໄດ້​ກາຍ​ມາ​ເປັນ​ນັກວິຊາການ ​ແລະຜູ້ນຳ​ຢູ່​ໃນ​ໜ້າ​ທີ່​ການຕ່າງໆໃນ​ປັດຈຸບັນນີ້.

ວັນ​ແມ່ຍິງ​ສາກົນ​ ​ໄດ້​ສະຫລອງ​ກັນ​ຢູ່ຫລາຍໆ​ປະ​ເທດ​ທົ່ວ​ໂລກ​ເພື່ອ​ໃຫ້​ກຽດ​ລະນຶກ​ເຖິງຢູ່
ໃນດ້ານ​ສັງຄົມ ​ເສດຖະກິດ ວັດທະນາ​ທຳ ​ແລະ​ການ​ເມືອງ ທີ່​ບັນດາ​ຜູ້ຍິງ ​ໄດ້​ປະສົບ​ຜົນ​
ສຳ​ເລັດຢູ່​ທົ່ວ​ໂລກ. ນອກ​ນັ້ນ​ ຍັງ​ເປັນ​ມື້​ທີ່ຈາລຶກ​ເຖິງ ວັນ​ທີ່​ບັນດາແມ່ຍິງ​ໄດ້​ປະ​ເຊິ​ນໜ້າ​
ກັບ​ການ​ສູ້​ທົນຕ່າງໆ ​ແລະ​ໃຫ້​ກຽດ​ແກ່ຜົນງານ​ທີ່​ເຂົາເຈົ້າໄດ້​ວາງ​ບົດບາດ​ເອົາ​ໄວ້.

ວັນ​ແມ່ຍິງ​ ​ໄດ້​ເລີ້ມ​ສະຫຼອງ​ກັນເທຶ່ອທຳ​ອິດທີ່​ນະຄອນ New York ໃນປີ 1909 ​ໂດຍພັກ
​ສັງຄົມ​ນິຍົມ​ແມ່ຍິງ​ອາ​ເມຣິກັນ ​ເພື່ອ​ໃຫ້​ກຽດ​ແກ່ແມ່ຍິງ​ ທີ່​ພາກັນ​ເຮັດ​ວຽກ ​ຢູ່ໂຮງງານ​ຕັດ
ຫຍິບ ພວກ​ທີ່​ພາກັນ​ປະ​ທ້ວງ​ຕ້ານ​ສະພາບ​ທຸກຍາ​ກລຳບາກ ໃນການທຳ​ມາ​ຫາ​ກິນ​. ສອງ
​ປີຕໍ່​ມາ​ໃນ​ວັນ​ທີ 19 ​ເດືອນ​ມີນາ ປີ 1911 ​ການ​ເຄຶ່ອນ​ໄຫວ​ສະຫລອງ​ວັນ​ແມ່ຍິງ​ສາກົນ​ຈຶ່ງ
ໄດ້​ແຜ່​ຂະຫຍາຍວົງກວ້າງອອກໄປເປັນເທຶ່ອທຳ​ອິດ ​ເວລາ​ນັ້ນ ພວກແມ່​ຍິງຫຼາຍ​ກວ່າໜຶ່ງ​
ລ້ານ​ຄົນ​ທີ່​ ປະ​ເທ​ດ Austria, Denmark, Germany ແລະ Switzerland ກໍໄດ້ເລີ້ມ​ພາ
ກັນ​ສະຫລອງວັນ​ດັ່ງກ່າວ​ນີ້.

ບັນດາເດັກຍິງອາເມຣິກັນເຊື້ອສາຍລາວ ທີ່ໜ້າຮັກ ທີ່ຈະເປັນຜູ້ນຳໃນອະນາຄົດ.
ບັນດາເດັກຍິງອາເມຣິກັນເຊື້ອສາຍລາວ ທີ່ໜ້າຮັກ ທີ່ຈະເປັນຜູ້ນຳໃນອະນາຄົດ.

ຢູ່່​ໃນ​ປະ​ເທດ​ອັງກິດ ວັນ​ແມ່ຍິງ​ສາກົນ ​ໄດ້ເລີ້ມສ​ະຫລອງ
ກັນໃນ ວັນທີ 8 ​ເດືອນ ມີນາ ປີ 1914 ທີ່​ນະຄອນ​ຫລວງ
London ​ເວລານັ້ນ​ມີຜູ້ນຳແມ່ຍິງຊາວ​ອັງ​ກິດຄົນ​ໜຶ່ງ​ຊື່ວ່າ
Sylvia Pankhurst ​ໄດ້​ຖືກ​ຈັບ​ຍ້ອນ​ການ​ປ​ະທ້ວງ​ ທວງ
ເອົາ​ສິດທິ​ການ​ປ່ອນ​ບັດ. ເພາະສະ​ນັ້ນ ການ​ສະຫຼອງ​ວັນ
​ແມ່ຍິງ​ສາກົນ ​ຈຶ່ງໄດ້​ຖື​ເອົາ​ວັນ​ທີ 8 ຂອງ​ເດືອນມີນ​າ ເປັນ​
ທາງການຕັ້ງແຕ່​ນັ້ນມາ.

ເມື່ອ​ມາ​ເຖິງ​ສັດຕະ​ວັດ​ທີ 21 ນີ້ ​ເຮົາຈະ​ສາມາດ​ພິສູດ​ໃຫ້ເຫັນໄດ້​ຢ່າງ​ແຈ້ງຂາວວ່າ​ ແມ່ຍິງ
ຜູ້​ທີ່​ໄດ້​ເສຍສະລະ ວາງ​ຮ່ອງ​ຮອຍ​ອັນ​ຍືດຍາ​ວໄວ້ໃຫ້ແກ່ຜູ້ເກີດ​ໃໝ່​ໃຫຍ່ລຸ່ນ ເວົ້າ​ສະເພາະ
ກໍແມ່ນ​ບັນດາ​ແມ່ຍິງ​ເຊຶ້ອສາຍ​ລາວຢູ່ໃນຕ່າງປ​ະ​ເທດ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ສຶກສາ​ສູງ ພ້ອມ​ທັງໄດ້ຮັບ​ສິດທິ​ຫລາຍ​ຢ່າງ ປະກອບວິຊາ​ອາຊີບອັນ​ສຳຄັນ​ຢູ່​ໃນ​ວົງການລັດຖະບານ​ແລະ
ພາກສ່ວນ​ເອກ​ກະ​ຊົນ ທີ່​ບໍ່ເຄີຍມີ​ມາ​ກ່ອນ ເຊັ່ນ​ວ່າ​ເປັນ​ນາຍ​ທະຫານ ຕຳຫລວດ ທະນາຍ
ຄວາມ ນັກ​ການ​ເມືອງ ນັກ​ການ​ທູດ ນັກທຸລະກິດ​ການ​ຄ້ານາຍ​ແພດ ນັກ​ບິ​ນ ​ແລະ​ອຶ່ນໆ. ຢູ່​
ຕາມ​ທ້ອງ​ຖິ່ນ​ຕ່າງໆ ບັນດາ​ແມ່ຍິງ​ລາວ ຕ່າງກໍພາກັນວາງ​ບົດບາດ​ ນຳພາ​ສັງຄົມ​ເຕົ້​າ​ໂຮມ
​ເປັນ​ກ້ອນ​ເປັນ​ໜ່ວຍ ຮັກສາ​ວັດທະນາ​ທຳລາວສົ່ງ​ເສີມ​ການສຶກສາ​ ​ໃຫ້​ແກ່ບັນດາ​ລູກ​ຫຼານ ເຍົາວະ​ຊົນຜູ້​ເກີດ​ໃໝ່​ໃຫຍ່​ລຸນ.

ຕໍ່ໄປນີ້ ຂ້າພ​ະ​ເຈົ້າຂໍແນະນຳ​ໃຫ້​ທ່ານ​ຜູ້​ຟັງ​ໄດ້​ຮູ້​ຈັກ​ກັບ ຍານາງສະຫວິນ ຕັນ​ເສຣີ ຊະນະ​
ນິຄົມ ປະທານ​ສະມາຄົມ​ສະຕີ​ລາວທີ່​ນະຄອນ Montreal ປະ​ເທດກາ​ນາ​ດາ ​ຕັ້ງ​ຢູ່ຕິດ​ກັບ​
ພາກ​ຕາ​ເວັນ​ອອກສຽງເໜືອ​ຂອງສະຫະລັດ ຍານາງສະຫວິນ ໄດ້ກ່າວ​ເຖິງ​ຄວາມ​ເປັນ​ມາ ​
ແລະກິດຈະກຳຂອງສະມາ​ຄົມ​ຂອງຜູ້ກ່ຽວຕໍ່ ວີ​ໂອ​ເອ ວ່າ :

ຄະນະສະມາຊິກ ສະມາຄົມສະຕີການາດາເຊື້ອສາຍລາວ ທີ່ນະຄອນ Montreal ປະທດການາດາ
ຄະນະສະມາຊິກ ສະມາຄົມສະຕີການາດາເຊື້ອສາຍລາວ ທີ່ນະຄອນ Montreal ປະທດການາດາ

ລິງໂດຍກົງ

ສະຕີ​ອາ​ເມຣິກັນ​ເຊື້ອສາຍ​ລາວ ອີກ​ຄົນ​ໜຶ່ງ​ກໍ​ຄື ຍາ​ນາງ Lynda ບຸດຕະ ປະທານ​ສະມາ
ຄົມ​ຍິງ​ລາວ ທີ່​ນະຄອນ Fort Worth ລັດ Texas ຕັ້​ງຢູ່​ພາກ​ໃຕ້ສຸດ ຂອງ ສະຫະລັດ ຍານາງ Lynda ​ໄດ້​ກ່າວ​ເຖິງ​ບັນຍາກາດ​ຊີວິດ​ການ​ເປັນ​ຢູ່ ​ແລະ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ​ລາວ ​ຕໍ່ ວີ​ໂອ​ເອ ດັ່ງ​ນີ້ :

ສະມາຄົມ ສະຕິອາເມຣິກັນເຊື້ອສາຍລາວ ທີ່ເມືອງ Fort Worth ລັດ Texas ສະຫະລັດ ອາເມຣິກາ
ສະມາຄົມ ສະຕິອາເມຣິກັນເຊື້ອສາຍລາວ ທີ່ເມືອງ Fort Worth ລັດ Texas ສະຫະລັດ ອາເມຣິກາ

ຍານາງຈັນ​ຖະໜອມ ກຸນ​ນະລາ ປະທານ​ສະມາຄົມ​ຍິງ​ລາວ ອີກ​ຄົນ​ໜຶ່ງ ທີ່​ໄດ້​ວາງ​ບົດບາດ​ອັນ​ສຳຄັນ ​ມີ​ຄວາມຫ້າວຫັນ​ ນຳພາ​ສັງຄົມຮັກສາ​ຮີດຄອງ​ປະ​ເພນີ​ລາວ ​ແລະ​ຕິດ​ຕາມ​ເລື້ອງ​ການ​ເປັນ​ຢູ່​ຂອງ​ປະຊາ​ຄົມລາວ ຍານາງ​ຈັນ​ຖະໜອມ ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ດັ່ງ​ນີ້:

ສະມາຄົມ ສະຕີອາເມຣິກັນເຊື້ອສາຍລາວ ທີ່ເມືອງ Lincy ລັດ Minnesota ສະຫະລັດ ອາເມຣິກາ
ສະມາຄົມ ສະຕີອາເມຣິກັນເຊື້ອສາຍລາວ ທີ່ເມືອງ Lincy ລັດ Minnesota ສະຫະລັດ ອາເມຣິກາ

ບັດ​ນີ້​ທ່ານຄົງໄດ້ຮູ້ໄດ້ເຫັນແລ້ວວ່າ ຄວາມ​ກ້າວໜ້າ​ດ້ານ​ການ​ສຶກສາ ສິດ​ເສຣີພາ​ບ ​ແລະ
ສະ​ເໝີ​ພາບ ​ຂອງ​ແມ່ຍິງໃນສັດຕະ​ວັດ​ທີ 21 ນີ້ ວ່າ ໄດ້ນຳພາບັນ​ດາ​ແມ່ຍິງ​ສາກົນ ຮວມ
ທັງ​ແມ່ຍິງເຊື້ອສາຍ​ລາວຢູ່​ໃນ​ທົ່ວ​ໂລກ ຊຶ່ງຕ່າງ​ກໍ​ພາກັນ​ໄດ້​ຮັບການເທົ່າທຽມກັນ​ກັບເພດ
ຊາຍຢ່າງ​ໜ້າ​ສັນລະ​ເສີນແບບໃດ.

ເຊິນຊົມ ວີດີໂອ ວັນແມ່ຍິງສາກົນ ປີ 2016

International Women's Day
please wait

No media source currently available

0:00 0:02:11 0:00

XS
SM
MD
LG