ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວອາເມຣິກັນ ເຊື້ອສາຍລາວ ຮ່ວມສະຫຼອງບຸນ ວັນຂອບຄຸນພະເຈົ້າ


Obama Pardons his Final Thanksgiving Turkey
please wait

No media source currently available

0:00 0:01:11 0:00

ມື້​ນີ້ ​ວັນ​ພະຫັດ ອາທິດ​ທີສີ່ ເດືອນພະຈິກ ຊຶ່ງປີນີ້ກົງກັບວັນທີ 24 ​ຕາມ​ປະ​ເພນີແລ້ວ​ ​ຊາວ ອາເມຣິກັນ​ພາກັນສະຫລອງບຸນ Thanksgiving ຫລື​ບຸນ​ຂອບຄຸນ​ພະ​ເຈົ້າ ​ປະ​ຈໍາປີ ​ທີ່​ໄດ້​ສ​ະ​ເຫຼີ​ມສະຫລອງ​ກັນ​ມາ ເປັນ​ເວລາ ​ດົນ​ກວ່າ​ສອງຮ້ອຍປີ​ແລ້​ວ. ເພ​າະສະ​ນັ້ນ ລາຍການ​ຊີວິດຊາວ​ລາວຂອງ ​ວີ​ໂອ​ເອ ແລງ​ມື້​ນີ້ ​ເຮົາ​ຈຶ່ງຈະຖືໂອກາດນໍາ​ເອົາ​ການ​ສໍາພາດກັບ​ສະຕີ ລາວ-ອາ​ເມຣິກັນ ຢູ່​ເຂດ​ນະຄອນຫລວງ ວໍຊິງ​ຕັນ ມາສະ​ເໜີທ່າ​ນ ວ່າເຂົາ​ເຈົ້າ​ພາກັນ​ຫ້າງ​ຫາ ແລະ​ສະຫລອງ​ບຸນ​ດັ່ງກ່າວນີ້​ຢ່າງ​ໃດຊຶ່ງ ກິ່ງ​ສະ​ວັນ ຈະ​ນຳ​ມາສະ​ເໜີ​ທ່ານໃນ​ອັນ​ດັບຕໍ່​ໄປ.

ອາຫານການກິນ ວັນຂອບຄຸນພະເຈົ້າ
ອາຫານການກິນ ວັນຂອບຄຸນພະເຈົ້າ

ສະ​ບາຍ​ດີ ທ່ານ​ຜູັ​ຟັງທີ່​ເຄົາ​ລົບ ມື້​ນີ້​ແມ່ນ ວັນ​ພະຫັດ ທີ 24 ​ເດືອນ​ພະຈິກກົງ​ກັບ ວັນ Thanksgiving ຫລືວັນ​ສະຫລອງ​ບຸນຂອບ​ຄຸນ​ພະ​ເຈົ້າ ສຳລັບ​ປີ 2016 ຊຶ່ງ​ເປັນ​ບຸນ​ໃຫຍ່​ຂອງຊາດປາງ​ນຶ່ງຂອງສະຫະລັດ. ບຸນ​ດັ່ງກ່າວນີ້ ​ໄດ້​ສະຫລອງ​ກັນ​ມາ​ເປັນ​ເວລາສອງ ຮ້ອຍ​ກວ່າ​ປີ​ແລ້ວ​. ​ປັດ​ຈຸ​ບັນ​ນີ້ ຢູ່​ພາກ​ເໜືອ​ຂອງສ​ະ​ຫະ​ລັດ ອາ​ກາດໄດ້​ເລີ້ມໜາວ ​ແລະ​ມີ​ຫິມະ​ຕົກ​ໜັກ ຕົ້ນ​ໄມ້​ຍັງ​ເຫລືອ​ໄວ້​ໃຫ້​ເຫັນ​ແຕ່​ຮ່າງ ​ປາ​ດ​ສະ​ຈາກ​ໃບ ຍົກ​ເວັ້ນ​ແຕ່​ຕົ້ນ​ແປກ ແລະ​ຕົ້ນ​ໄມ້ຊະ​ນິດ​ທີ່ສູ້​ທົນ​ກັບ​ຄວາມ​ໜາວ​ໄດ້​ນັ້ນ ຊຶ່ງຍັງ​ພາ​ກັນ​ຂຽວ​ງາມ​ໄວ້​ໃຫ້​ເຫັນຢູ່.​ ປະ​ຊາ​ຄົມ​ອາ​ເມ​ຣິ​ກັນ ​ແມ່ນ​ເຕັມ​ໄປ​ດ້ວຍ ການ​ຕົກ​ແຕ່ງ​ດ້ວຍແສງ​ສີ ແລະ​ເຄື່ອງ​ເອ້​ຕ່າງ​ໆ ຢູ່​ຕາມ​ບ້ານ​ເຮືອນ ຖະ​ໜົນ​ຫົນ​ທາງ ແລະ​ຮ້ານ​ຄ້າຕ່າ​ງໆ ເພື່ອ​ຕ້ອນ​ຮັບ​ການ​ສະ​ຫລອງ​ບຸນ ອື່ນ​ໆ​ ທີ່ຈະ​ຕິດ​ຕາມມາ​ໃນ​ເທດສະການ​ບຸນ​ນີ້ຄືບຸນ Christmas ​ໃນ​ວັນ​ທີ 25 ເດືອນທັນ​ວາ ຊຶ່ງຈະຕິດຕາ​ມມາໃນວັນ​ເສົາ​ທີ 31 ມື້​ສຸດ​ທ້າຍ​ຂອງປີ ກໍຈະ​ແມ່ນ​ມື້​ສະ​ຫລອງ​ສົ່ງ​ທ້າຍ​ປີ​ເກົ່າ ແລະຕ້ອນ​ຮັບ​ປີ​ໃໝ່ ຄ​.ສ 2017.

ໃນ​ວາ​ລະ​ໂອ​ກາ​ດສະ​ຫລອງ​ບຸນຂອບ​ຄຸນ​ພະ​ເຈົ້າ​ນີ້ ປ​ະ​ຊາ​ກອນສະ​ຫະ​ລັດ ຫ​ລາຍ​ລ້ານ​ຄົນພາ​ກັນ​ເດີນ​ທາງ​ໄປ​ຢ້​ຽ​ມ​ຢາມ​ຖາມ​ຂ່າວ​ ຍາດ​ຕິ​ພີ່​ນ້ອງຢູ່​ທຸກ​ຫົນ​ແຫ່ງ. ນອກ​ຈາກ​ນັ້ນແລ້ວ ເຂົາ​ເຈົ້າ​ກໍ​ຈະພາ​ກັນຊື້​ອາ​ຫານ​ການ​ກິນ​ ເຄື່ອງ​ດື່ມເພື່ອຕ້ອນ​ຮັບ​ລ້ຽງສະ​ຫລອງ ໃນ​ວັນຂອ​ບ​ຄຸນ​ພະ​ເຈົ້າ​ ​ແລະ​ໃນຕອນ​ເຊົ້າ​ຂອງວັນ​ພະຫັດມື້ນີ້​ ທີ່​ນະຄອນ​ນິວຢອກ​ກໍຈະມີ​ການ​ເດີນ​ສວນສະໜາ​ມຢ່າງ​ຄຶກຄື້ນຂະໜາດ​ໃຫຍ່ຈັດຂຶ້ນໂດຍບໍຣິສັດສັບພະສິນຄ້າ ເມຊີ້ ເປັນປະ​ຈຳທຸກໆປີ.

Turkeys Guests of Honor at Unusual Thanksgiving Celebration
please wait

No media source currently available

0:00 0:02:58 0:00

ໃນ​ຄໍ່າ​ຄືນ​ຂອງວັນ​ຂອບ​ໃຈ​ພະ​ເຈົ້າ​ນີ້ ວີ​ໂອ​ເອ ​ໄດ້​ຖື​ໂອ​ກາ​ດສໍາພາດ ບັນດາສະຕີອາ​ເມ ຣິກັນ​ເຊື້ອສາຍ​ລາວ ຜູ້​ກຳກັບ​ນຳ​ການ​ຄົວຢູ່​ຄົວກີ​ນ ​ສ​ະ​ແດງ​ຝີ​ມື​ໃຫ້​ຄອບຄົວ ຍາດຕິ​ພີ່ ນ້ອງ ​ແລະ​ເພື່ອນ​ຝູງ​ໄດ້​ຮັບ​ປະທານ​ກັນ.

ສະ​ຕີ​ຄົນ​ທຳ​ອິດ​ໄດ້​ແກ່ ​ຍານາງ​ແກ້ວ​ວຽງ​ໄຊ ທໍາ​ວົງສາ ປະທານ​ສະມາຄົມຮ່ວ​ມມິດ ທີ່​ເຂດ​ນະຄອນຫລວງວໍ​ຊິງ​ຕັນ ຊຶ່ງໄດ້​ກ່າວເຖິງ​ຄວາ​ມຣູ້ສຶກຂອງ​ການ​ສະຫລອງ​ບຸນ Thanksgiving ​ນີ້​ວ່າ :

ຄອບຄົວຍານາງ ແກ້ວວຽງໄຊ ທຳວົງສາ
ຄອບຄົວຍານາງ ແກ້ວວຽງໄຊ ທຳວົງສາ

ປະຊາ​ຄົມ ອາ​ເມຣິກັນ ໄດ້​ສະຫລອງ​ບຸນ Thanksgiving ​ນີ້​ມາ​ເປັນ​ເວລາຫຼາຍກ​ວ່າ 200 ປີ​ແລ້ວ. ​ແຕ່ວ່າ​ ບຸນ​ດັ່ງກ່າວ​ນີ້ບໍ່​ໄດ້​ປະກາດ​ສະຫລອງ ຢ່າງເປັນ​ທາງ​ການ​ຈົນ​ເຖິງ​ປີ 1863 ໃນລະດູ​ໃບ​ໄມ້​ຫລົ່ນ ​ໃນວັນພະຫັດ ອາທິດ ທີສີ່ ເດືອນ​ພະຈິກ. ເວລາ​ນັ້ນ ​ປະ​ເທດ​ຊາດ ແມ່ນ​ຕົກຢູ່ພາຍ​ໃຕ້ ການ​ປົກຄອງ​ຂອງ ປະທານາທິບໍດີ Abraham Lincoln ປະທານາ ທິບໍດີ ຄົນ​ທີ 16 ຂອງ​ ສ​ະຫະລັດ ອາ​ເມຣິກາ​.

ກໍາ​ເໜີ​ດການ​ສະຫລອງບຸນວັນຂອບ​ຄຸນ​ພະ​ເຈົ້າ ​ໄດ້ເລີ້ມ​ມີ​ມາ​ແຕ່​ປີ 1621 ​ເພາະວ່າເວລາ​ນັ້ນ ​ໄດ້ມີນັກ​ສະ​ແຫວ​ງບຸນຊາວ​ອັງກິດ 102 ຄົນ ຊຶ່ງ​ເປັນກຸ່ມ​ທໍາ​ອິດ​ ທີ່​ພາກັນ​ເດີນທາງ​ມາ​ເຖິງແຜ່ນດິນ​ໃໝ່ ​ເພື່ອ​ສະແຫວ​ງຫາສິດ​ທິ ໃນການນັບຖື​ບູຊາ. ​ເຂົາ​ເຈົ້າ​ພາກັນເດີນ​ທາງໂດຍ​ທາງເຮືອ ທີ່​ມີ​ຊື່ວ່າ Mayflower ​ໃຊ້​ເວລາຢູ່ 66 ມື້​ຈຶ່ງ​ໄດ້ຕົກມາເຖິງ​ແຜ່ນດິນ​ໃໝ່ ຊຶ່ງເຂດ​ນັ້ນ​ເອີ້ນ​ກັນ​ໃນ​ປັດຈຸບັນ​ນີ້ວ່າ​ New England.

​ຊາວ​ອັງກິດ​ເຫລົ່າ​ນີ້ ໄດ້ມາຕັ້ງ​ບ້ານ​ໃໝ່ທີ່ຮູ້​ກັນ​ວ່າ Plymouth ຢູ່​ໃນລັດ Massachu- setts ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ ສະຫະລັດ ອາ​ເມ​ຣິ​ກາ ນີ້​ເອງ. ​ຈາກ​ການ ລ່ອງ​ເຮືອ ​ຂ້າມ​ມະຫາ​ສະ​ມຸດ ອັນ​ກວ້າງໃຫຍ່​ ​ເວ​ລາ​ເຂົາ​ເຈົ້າ ເດີນທາງມານັ້ນ ​ເຂົາ​ເຈົ້າ ​ໄດ້​ປະສົບ​ກັບ​ຄວາມ​ອິດ​ເໝື່ອຍ ອ່ອນ​ເພຍ ໂຫຍ​ຫີ​ວ ​ແລະ​ປະ​ເຊີນ​ກັບອາກາດ​ໜາວ. ຈໍາ ນວນ​ນຶ່ງ​ໄດ້​ເກີດ​ເຈັບ​ປ່ວຍຍ້ອນຂາດ​ອາຫານ ​ເປັນພະຍາດ ​ແລະໄດ້​ລົ້ມ​ຫາຍ​ຕາຍ​ໄປ​ເກືອບ​ເຄິ່ງນຶ່ງ.

​ຊາວ​ອິນ​ເດຍ​ແດງ ທີ່​ເປັນຊົ​ນ​ເຜົ່າ​ທ້ອງ​ຖິ່ນ ​ໄດ້​ເຫັນຄວາມ​ຍາກ​ລໍາບາກ ​ຂອງ​ຊາວ​ອັງກິດ​ເຫລົ່າ​ນີ້ ​ທີ່ບໍ່​ລຶ້ງເຄີຍກັບ​ສິ່ງ​ແວດ​ລ້​ອມໃໝ່ ຈຶ່ງໄດ້ພາກັນຊ່ວຍ​ສິດສອນນໍາພາຊາວ​ອັງກິດ​ເຫຼົ່າ​ນັ້ນ ​ໃຫ້ຮູ້ຈັກວິທີ​ປູກ​ໝາກ​ສາລີ ຫາ​ປາ​ຢູ່​ຕາມແມ່​ນໍ້າລໍາ​ເຊ ໂຮ່​ເນື້ອ ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ​ແມ່ນ​ການຈັບ​ໄກ່​ງວງປ່າມາ​ເປັນ​ອາຫານ ແລະ​ຫລີກ​ລ້ຽງ​ພືດ​ຕ່າງໆທີ່​ເປັນ​ພິດ. ​

​ເມື່ອ​ໄດ້ພົ້ນຈາກ​ຄວາມໂຫຍ​ຫີ​ວ ໃນ​ປີ​ຕໍ່​ມາ ຊາວ​ອັງ​ກິດພວກນັ້ນ​ ຈຶ່ງ​ໄດ້ພາກັນສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ ຕໍ່ຊາວ​ອິນ​ເດຍ​ແດງດ່ັງກ່າວ ໂດຍເຊື້ອ​ເຊີນເຂົາ​ເຈົ້າມາ​ຮ່ວມ​ຮັບ​ປະທານ​ອາຫານຈາກ​ຜົນ​ປູກທີ່​ຊາວ​ອິນ​ເດຍ​ແດງ ໄດ້​ສິດສອນໃຫ້​ເຂົາ​ເຈົ້າໄດ້ພົ້ນ​ຈາກ​ຄວາມ​ອຶດ​ຢາກ ​ແລະ​ລົ້ມ​ຫາຍ​ຕາຍ​ໄປນັ້ນ.

Volunteers, Refugees Come Together to Celebrate Thanksgiving
please wait

No media source currently available

0:00 0:02:06 0:00

​ບັດ​ນີ້ ຂ້າ​ພະເຈົ້າຢາກຂໍແນະນຳ​ໃຫ້​ທ່ານຮູ້ຈັກ​ກັບ ຍານາງນ້ອຍ Truax ທີ່​ກຳລັງ​ຊຸມ​ແຊວ​ກັບບັນດາສະມາຊິກ​ຄອບຄົວ ​ແລະ​ເພື່ອນ​ຝູງ​ຢູ່​ໃນ​ປ່າ ຊຶ່ງເປັນ​ເຮືອນ​ພັກຜ່ອນຢ່ອນ​ອາລົມ​ທີ່​ຮ້ອງ​ວ່າ cabin. ສະຖານ​ທີ່​ແຫ່ງ​ນີ້​ ໄກຈາກ​ນະຄອນຫລວງ​ວຊິງຕັນ ອອກ​ໄປ​ທາງທິດ​ຕາ​ເວັນ​ຕົກຕັ້ງ​ຢູ່​ຕີນ​ພູ Shenandoah ຊຶ່ງ​ເປັນປ່າ​ສະຫງວນ​ແຫ່ງ​ຊາດ ທີ່​ງຽບ​ສະຫງົບ​ດີ. ຍາ ນາງ​ນ້ອຍ​ໄດ້​ໂອ້ລົມ​ກັບ ວີ​ໂອ​ເອ ກ່ຽວ​ກັບ​ການສະ​ຫລອງ​ບຸນ Thanksgiving ຄັ້ງ​ນີ້​ວ່າ :

ຄອບຄົວ Truax ແລະໝູ່ເພື່ອນ ຊຸມແຊວນອນຢູ່ໃນປ່າ.
ຄອບຄົວ Truax ແລະໝູ່ເພື່ອນ ຊຸມແຊວນອນຢູ່ໃນປ່າ.

ລິງໂດຍກົງ

ມື້​ນີ້ເປັນວັນພັກ​ລັດ​ຖະ​ການທົ່ວ​ປະ​ເທດ ​ຮ້ານ​ຄ້າ​ຕ່າງໆ​ພາກັນປິດ​ ​ຖະໜົນ​ຫົນ​ທາງ​ງຽບ​ສະຫງັດ ຢູ່​ຕາ​ມບ້ານ​ເຮື​ອນຕ່າງໆ ບໍ່​ວ່າ​ຄົນຈະ​ມີ​ພື້ນຖານສາສະໜາ ​ແລະ​ຮີດຄອງປະ​ເພນີ ​ທີ່ມາ​ຈາກ​ໃສ​ກໍ​ຕາມ ບັນດາສະມາຊິກ​ຄອບຄົວພ້​ອມ​ດ້ວຍ ຍາດຕິ​ພີ່ນ້ອງ ໝູ່​ເພື່ອນ​ທີ່ຢູ່ໃກ້ ​ແລະ​ໄກໄດ້​ພາກັນເດີນທາງ​ມາ​ເຕົ້າ​ໂຮມ​ພົບ​ພໍ້ ​ຮັບ​ປະ​ທານ​ອາ​ຫານ ​ແລະ​ຖາມ ​ ຂ່າ​ວຄາວກັນຢ່າງ​ຄຶກຄື້ນ. ​

Thanksgiving
please wait
Embed

No media source currently available

0:00 0:02:12 0:00

XS
SM
MD
LG