ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຸກສັນ ວັນຄຣິສມັສ ຈາກ ຊາວອາເມຣິກັນ ເຊື້ອສາຍລາວ


ເຊີນຊົມການຕົກແຕ່ງ ໃນໂອກາດການສະຫລອງບຸນຄຣິສມັສ ຢູ່ ສູນກາງ Rockefeller ທີ່ນະຄອນ New York.

ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ​ມື້​ນີ້​ແມ່ນ​ຄໍ່າຄືນ​ກ່ອນ​ວັນ​ບຸນຄ​ຣິ​ສ​ມັ​ສ ​ຫລື​
ວັນ​ເກີດ​ ຂອງ ພະ​ເຢ​ຊູ​ເຈົ້າ ວັນ​ທີ 25 ​ທັນ​ວາ. ​ໃນ​ຂະ​ນະ​ນີ້ ບັນ
ດາ​ຊາວ​ຄ​ຣິ​ສ​ຕຽນ ຢູ່​ທົ່ວທຸກ​ມຸມ​ໂລກ ກຳ​ລັງ​ພາ​ກັນ ສະ​ຫລອງ
​ບຸນ​ຢ່າ​ງ​ຄຶກ​ຄື້ນ. ເພາະ​ສະ​ນັ້ນ ເຮົາ​ຈະ​ນຳ​ເອົາ​ການ​ສຳ​ພາດກັບ
ຍາ​ນາງ ຄຳ​ຜີວ ​ແສງ​ທອງຄຳ ສະ​ມາ​ຊິກ​ປະຊາຄົມ ລາວ-​ອາ​ເມ​
ຣິ​ກັນ ຜູ້​ນັບ​ຖືສາ​ສະ​ໜາ​ຄາ​ໂທ​ລິກ ມາ​ເລົ່າ​ເຖິງຮີດ​ຄອງ​ປະ​ເພ​ນີ
​ຂອງການ​ສະ​ຫລອງ​ບຸນ​ ຄ​ຣິ​ສ​ມັ​ສ ຊຶ່ງ ກິ່ງ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານໃນ​ອັນ​ດັບ​ຕໍ່​ໄປ.

ສະ​ບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ແລະ Merry Christmas. ທີ່​ທ່ານ​ໄດ້​ຟັງ​ຜ່ານ​ໄປ​ນັ້ນ
​ແມ່​ນ​ຕອນນຶ່ງຂອງເພງທີ່​ມີ​ຊື່​ວ່າ Silent Night ມີ​ຄວາມ​ໂດ່ງ​ດັງ​ ແລະ​ເປັນ​ທີ່​ນິ​ຍົມ​ຟັງ
​ກັນໃນ​ເທດສະ​ການ​ສະ​ຫລອງບຸນຄ​ຣິ​ສ​ມັ​ສ.

ມື້ນີ້​ແມ່ນ​ຄ່ຳ​ຄືນ​ກ່ອນ ວັນ​ຄ​ຣິ​ສ​ມັ​ສ ເພາະ​ສະ​ນັ້ນ ລາຍ​ການ​ຊີ​ວິດ​ຊາ​ວ​ລາວ​ ຂອງ ວີ​ໂອ​ເອ
ຈຶ່ງຢາກ​ນຳ​ເອົາ​ຮີດ​ຄອງປະ​ເພ​ນີ ຄວາມ​ເປັນ​ມາ​ ຂອງການ​ສະ​ຫລອງ​ວັນຄົບ​ຮອບວັນ​ເກີດ
ຂອງ ​ພະ​ເຢ​ຊູເຈົ້າ ຫລື Jesus ໃນວັນ​ທີ 25 ທັນ​ວາ ​ມາ​ກ່າວເຖິງ ບັ້ນ​ຕອນ​ອັນ​ສຳ​ຄັນ. ​ສາ
​ສະ​ໜາຄຣິ​ສ ມີ​ອາ​ຍຸ​ມາໄດ້ 2015 ປີແລ້ວ ເປັນ​ສາ​ສະ​ໜາອັນ​ດັບ​ໜຶ່ງ ມີ​ຄົນ​ນັບ​ຖື​ຫລາຍ​ທີ່​
ສຸດຢູ່ໃນ​ໂລກເຖິງ 2​ ພັນ 1​ ຮ້ອຍ 80 ລ້ານ​ຄົນ ຫ​ຼືເກືອບ​ໜຶ່ງ​ສ່ວ​ນ​ສາມ ​ຂອງ​ປະ​ກອນ​ໂລກ
6 ພັນ​ 9 ຮ້ອຍລ້ານ​ຄົນ.

ໃນ​ເທດສະການ​ສະ​ຫ​ລອງ​ບຸນ​ຄ​ຣິ​ສ​ມັ​ສ​ນີ້ ໂດຍ​ສະ​ເພາະ​ຢູ່​ໃນສະ​ຫະ​ລັດ ບໍ່​ວ່າ​ຈະ​ເປັນ​ຄົນ
ທີ່ມີ​ພື້ນ​ຖານມາ​ຈາກ​ໃສ ແລະ​ນັບ​ຖື​ສາ​ສະ​ໜາ​ໃດ​ກໍຕາມ ເຂົາ​ເຈົ້າຈະ​ຫລີກ​ຫລ່ຽງອິດ​ທິ​ພົນ
ແຫ່ງການ​ສະ​ຫລອງ​ບຸນ​ຄ​ຣິ​ສມັ​ສນີ້​ໄດ້​ຍາກ ເພາະ​ບໍ່ວ່າຈະຢູ່ໃສກໍຕາມບັນ​ຍາ​ກາດຈະເຕັ​ມ
ໄປດ້ວຍການ​ຕົກ​ແຕ່ງ​ເອ້​ຍ້ອງ ​ຢູ່​ຕ​າມຮ້​ານ​ຄ້າ ຖະ​ໜົນຫົນ​ທາງ ​ບ້ານ​ເຮືອນ ເຕັມ​ໄປ​ດ້ວຍ
ແສງ​ສີ ​ສຽງ​ເພງແລະຕົ້ນ​ແປກທີ່ຮ້ອງວ່າ ຕົ້ນ​ຄ​ຣິ​ສ​ມັ​ສນັ້ນ ໂດຍຈະ​ຖືກປະດັບປະດາ ຕົກ
​ແຕ່ງ​ຢ່າງ​ງົດ​ງາມ.

ຢູ່​ໃນ​ລະ​ດູ​ການ​ດັ່ງ​ກ່າ​ວ​ນີ້ ມີ​ການຊື້​ຂາຍ​ແລກ​ປ່ຽນ​ຂອງ​ຂວັນກັນ​ຢ່າງ​ໃຫຍ່ ​ເປັນ​ເວ​ລາທີ່​ຜູ້ຄົນຈະ​ພາ​ກັນ​ເດີນ​ທາ​ງ​ໄປ​ຢ້ຽມ​ຢາມຄອ​ບ​ຄົວ ຢູ່​ຕາມ​ໂບດ​ຕ່າງໆ ໂດຍສະ​ເພາະ​ຢູ່​ທີ່
ນະ​ຄອນ​ວາ​ຕິ​ກັນ ພະ​ສັນ​ຕະ​ປາ​ປາ ຈະນຳພາ​ການ​ສູດ​ມົນ​ພາ​ວັນ​ນາ​ ໃນ​ຕອນ​ທ່ຽງ​ຄືນ​
ກ່ອນ​ຕອນ​ເຊົ້າ​ມື້ວັນຄ​ຣິ​ສ​ມັ​ສຈະ​ມາ​ເຖິງ. ໃນ​ຂະ​ນະ​ດຽວ​ກັນ​ ບັນ​ດາຝູງ​ຊົນ​ກໍຈະພາກັນ
ໄປເຕົ້າ​ໂຮມກັນກິນລ້ຽງ​ສັງສັນຢ່າງ​ຄຶກ​ຄື້ນ ໃນວັນດັ່ງກ່າວ ໂຮງ​ການ​ລັດ​ຖະ​ບານ ​ຮ້ານ
​ຄ້າ ກິດ​ຈະ​ການຕ່າງໆຈະອັດລົງ ແລະ​ໃນມື້ນັ້ນບັນ​ຍາ​ກາດ​ຂອງສະຖານທີ່ດັ່ງກ່າວຈະ​
ງຽບ ສະງັດ.

ເພື່ອໃຫ້ເຮົາໄດ້ຮຽນຮູ້ນຳກັນ​ ຍາ​ນາງຕຳ​ຜິວ ​ແສງ​ທ​ອງຄຳຈະມາ​ເລົ່າເຖິງຮີດ​ຄອງ​ປະ​ເພ​ນີກ່ອນ​ວັນ​ຄຣິສມັສ​ ຊາວ​ຄຣິສຕຽນ ພາກັນ​ສະຫລອງ​ບຸນນີ້ ໂດຍການຊຸມແຊວ​ກັນ​ຢູ່​ຈົນ
​ເດິກ​ດື່ນທ່ຽງ​ຄືນ ​ໂດຍ​ການ​ໄປ​ສູດ​ມົນ​ພະ​ວັນນາ ຢູ່​ທີ່ໂບດ ອັນ​ເປັນ​ເວລາ​ທີ່ ພະເຢຊູ​ເຈົ້າ
ປະສູດ ໃນຕອນ12 ​ໂມງທ່ຽງ​ຄືນ ວັນ​ທີ 25 ທັນວາ ຫລືວັນ​ຄຣິສມັສ ຊຶ່ງຍານາງຄໍາຜິວ ແສງທອງຄຳ ໄດ້ກ່າວຕໍ່ ວີໂອເອ ດັ່ງນີ້ :

ຍານາງຄຳຜິວ ແສງທອງຄຳ ຢູ່ທີ່ ລັດເວີຈີເນຍ
ຍານາງຄຳຜິວ ແສງທອງຄຳ ຢູ່ທີ່ ລັດເວີຈີເນຍ

ຄ​ຣິ​ສ​ມັ​ສ ​ນອກ​ຈາກເປັນ​ບຸນ​ທາງ​ສາ​ສະ​ໜາອັນ​ຍິງ​ໃຫຍ່​ແລ້ວ ມັນ​ຍັງ​ເປັນ​ບຸນ​ທີ່​ພວກ​ເດັກ
​ນ້ອຍພາ​ກັນ​ລໍ​ຖ້າ​ ໃຫ້​ວັນອະ​ພິ​ນິ​ຫານ​ນີ້​ມາ​ເຖິງ ເພາະ​ວ່າ ເຂົ​າ​ເຈົ້າ​ເຊື່ອ​ວ່າຈະໄດ້​ຮັບຂອງ
ຂວັນ​ຈາກ Santa Clause ​ທີ່​ເປັນພໍ່​ເຖົ້າ​ໃຈ​ດີ ​ຢູ່ໃນ​ນິ​ທານ​ໂບ​ຮານ ລາ​ວນຸ່ງ​ ເສື້ອຜ້າສີ
​ແດງ ແຂ​ບ​ຂາວ ທ້ອງ​ປຸ້ງ ໜວດຂາວຍາວ ມີ​ໃບ​ໜ້າ​ຍີ້​ມ​ແຍ້ມແຈ່ມ​ໃສ ຂີ່​ລໍ້ເລື່ອນຫຼື sleigh ທີ່ແລ່ນ​ຢູ່​ເທິງ​ຫິ​ມະ ມີ​ໝູ່ກວ​າງແກ່ເຫາະ​ເຫີນ​ເດີນ​ອາ​ກາດ ຈາກຂົ້ວ​ໂລກ​ເໜືອນຳເອົາຂອງ​ຂວັນ​ໄປ​ສົ່ງ​ໃຫ້​ພວກເດັກ​ນ້ອຍ.​

Santa Clause
Santa Clause

ນິ​ທານ​ພື້ນ​ເມືອ​ງ​ໂບ​ຮານ​ບອກ​ເລົ່າ​ໄວ້​ວ່າ ໃນຕອນ​ທ່ຽງຄືນ​
ກ່ອນ​ວັນຮຸ່ງ​ເຊົ້າຄ​ຣິ​ສ​ມັສ ໃນຂະ​ນະທີ່ພວກ​ເດັກ​ນ້ອຍພາ​
ກັນ​ນອນຫລັບສະ​ນິດຢູ່​ນັ້ນ Santa Clause ຈະ​ນຳ​ເອົາ
​ຂອງຂວັນ​ມາ​ປະ​ໄວ້ໃຫ້ ຢູ່​ກ້ອງ​ຕົ້ນ​ຄຣິ​ສ​ມັ​ສ​ທີ່​ຖືກ​ຕົກ​ແຕ່ງ
​ໄວ້​ຢູ່​ໃນ​ເຮືອນເຂົາເຈົ້າ.​ ​ໃນຕອນທ່ຽງຄືນຂອງວັນນັ້ນທ້ອງ
ຟ້າຈະເຕັມໄປດ້ວຍແສງເດືອນ ມີຫິມະຕົກ ປົກຄຸມຢູ່ທຸກ
ແຫ່ງ ຂາວເດຍລະດາດຄືດັ່ງຍອງຝ້າຍ ທຸກ​ສິ່ງ​ທຸກ​ຢ່າງງຽບ
​ສະ​ງັດ. ພວກ​ສັດ​ສາ​ວາ​ສິ່ງ ບໍ່​ພາ​ກັນ​ອອກມາ​ ແມ່ນ​ກະ​ທັ້ງ​
ພວກ​ໜູ​ທັງ​ຫລາຍ​ກໍຈະພາ​ກັນ​ລີ້​ຢູ່​ໃນຫລື​ໃນ​ຮູ.

ຢູ່​ໃນ​ເຮືອນ​ບ່ອນເຕົາ​ໄຟ ຖົງ​ເທົ້າ​ສີ​ແດງໄດ້ຖືກຫ້ອຍປະໄວ້ຢ່າງ​ເປັນ​ລະ​ບຽບ ​ມີ​ຊື່​ສະ​ມາ
ຊິກ​ຄອ​ບ​ຄົວ​ແຕ່​ລະຄົນບ່ອນທີ່ Santa Clause ຈະນຳ​ເອົາ​ຂອງ​ຂວັນ​ມາ​ໃສ່​ໄວ້​ໃຫ້​. ໃນ
​ຕອນ​ເຊົ້​າ​ຂອງ​ວັນ​ຄ​ຣິ​ສ​ມັ​ສ ພວກ​ເດັກ​ນ້ອຍ ພາ​ກັນ​ກັນ​ລຸກແຕ່​ເຊົ້າ ​ດ້ວຍ​ຄວາມ​ຕື່ນ​ເຕັ້ນ
ເພື່ອ​ມາ​ເປີດ​ຫໍ່​ຂອງຂວັນ Santa Clause ໄດ້ປະ​ໄວ້​ໃຫ້​ຕົນ​.

ນາງ Skylen ອາ​ຍຸ 8 ປີ​ ລູກ​ຫລານເຊື້ອ​ສາຍ​ລາວ ເກີດ​ຢູ່ໃນສະ​ຫະ​ລັດ ປັດ​ຈຸ​ບັນ​ຮຽນຢູ່​ໂຮງ​ຮຽນ​ປະ​ຖົມ​ຊັ້ນປີ​ທີ 3 ​ເປັນ​ເດັກ​ຍິງ​ທີ່​ໜ້າ​ຮັກ ​ແລະ​ເວົ້າ​ເກັ່ງ​ ອະທິບາຍສູ່ວີ​ໂອ​ເອ ຟັງ ດັ່ງນີ້ :

Skylen ພັນນະວົງ ລູກຫລານເຊື້ອສາຍລາວທີ່ໜ້າຮັກ
Skylen ພັນນະວົງ ລູກຫລານເຊື້ອສາຍລາວທີ່ໜ້າຮັກ

ລິງໂດຍກົງ

ໃນ​ວາ​ລະ​ໂອ​ກາດ​ອັນ​ສັກ​ສິດ​ນີ້ ຂ້າ​ພະ​ເຈົ້າ ແລະ​ຄະ​ນະ​ຜູ້​ຈັດ​ທຳ ​ລາຍ​ການ​ພາກ​ພາ​ສາ​ລາວ ​ຂອງວິ​ທະ​ຍຸ ວີໂອ​ເອ ຂໍ​ຖື​ໂອ​ກາດ​ນີ້ ອວຍ​ໄຊ​ໃຫ້​ພອນ​ແກ່ ບັນ​ດາ​ທ່ານ​ຜູ້​ຟັງ ທີ່​ເປັນ
​ຊາວ​ຄາ​ໂທ​ລິ​ກ ​ແລະ​ອື່ນໆ ພ້ອມ​ດ້ວຍ​ຄອບ​ຄົວ ແລະ​ເພື່ອນ​ມິດ​ຢູ່​ທຸກ​ຫົນ​ແຫ່ງ ຈົ່ງ​ປະສົບ​ແຕ່ຄວາມ​ຜາ​ສຸກຕະ​ຫລອດ​ໄປ​ດ້ວຍ​ເຖີ້ນ.

National Christmas Tree
please wait

No media source currently available

0:00 0:00:37 0:00

ເຊີນຊົມ ພິທີໄຕ້ໄຟ ຕົ້ນຄຣິສມັສ ແຫ່ງຊາດ ໂດຍ ປະທານາທິບໍດີ Barack Obama ທີ່ ນະຄອນຫລວງ ວໍຊິງຕັນ ດີ.ຊີ

XS
SM
MD
LG