ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໓ ຕຸລາ ໒໐໒໓

ດຣ. ເຈຊັນ ຄຳລີ ນາຍແພດ ປິ່ນປົວເດັກນ້ອຍ ທີ່ເມືອງ Anaheim ລັດ California


ດຣ. ເຈຊັນ ຄຳລີ ນາຍແພດອາເມຣິກັນ ເຊື້ອສາຍລາວ ຊ່ຽວຊານ ດ້ານປິ່ນປົວເດັກນ້ອຍ ທີ່ເມືອງ Anaheim ລັດ California ມາເປັນເວລາກວ່າ 30 ປີແລ້ວ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ໃນ​ລາຍການ​ຊີວິດ​ຊາວ​ລາວ​ມື້​ນີ້ ​ວີໂອເອ ຈະ​ນຳເອົາການສຳພາດ
ກັບ ດຣ. Jason Khamly ນາຍ​ແພດ​ປິ່ນປົວ​ເດັກນ້ອຍ ທີ່​ເມືອງ Anaheim ໃນລັດ
California ມາສະເໜີທ່ານ. ດຣ. Jason ​ແມ່ນ​ນາຍ​ແພດອາ​ເມຣິກັນເຊື້ອສາຍ​ລາວ​.
ທ່ານ​ໄດ້​ຮັບ​ການ​ສຶກສາ​ຈາກ​ປະ​ເທດ​ຝຣັ່ງ ແລ້ວມາຝຶກຊ້ອມຢູ່ອາເມລິກາ ກ່ອນ​ຈະ​ໄດ້
​ເປີດ​ຄລິ​ນິກປິ່ນປົວ​ພວກ​ເດັກນ້ອຍມາ ​ເປັນ​ເວລາ​ດົນກວ່າ 30 ປີ​. ດຣ. Jason ​ເປັນນາຍ
​ແພດ​ທີ່​ດຸ​ໝັ່ນ ສະຫລຽວ​ສະຫລາດ ​ແລະ​ໄດ້​ຖືກ​ຍົກຍ້ອງ​ຈາກ​ວົງ​ການ​ແພດ​ຢູ່​ໃນ​ລັດ
Calfornia. ສ່ວນວ່າຄວາມ​ເປັນ​ມາ​ຂອງ ດຣ. Jason ​ເປັນ​ຢ່າງ​ໃດ​ນັ້ນ ກິ່ງ​ສະຫວັນ
ຈະ​ນຳ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ດຣ. ເຈຊັນ ແລະພັນລະຍາ ຍານາງສຸຣິຍາ ຄຳລີ.
ດຣ. ເຈຊັນ ແລະພັນລະຍາ ຍານາງສຸຣິຍາ ຄຳລີ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວມື້ນີ້ ຂ້າພະເຈົ້າຈະຂໍ ແນະ|
ນຳໃຫ້ທ່ານຮູ້ຈັກກັບ ດຣ. ເຈຊັນ ຄຳລີ ທ່ານໝໍປົວເດັກນ້ອຍ ທີ່​ມີ​ອາຍຸ​ຕັ້ງແຕ່ເກີດ​ໃໝ່ໆ ໄປຫາອາຍຸຊາວເອັດປີ. ເຈຊັນ ຄໍາລີ ເປີດຄລິນິກ​ເປັນ​ຂອງ​ຕົນ​ເອງທີ່​ມີຊື່ວ່າ Jason
Khamly Md. Inc.

ຄລິ​ນິກຂອງ ດຣ. Jason ຕັ້ງ​ຢູ່​ເມືອງ Anaheim ລັດ California ທາງພາກຕາເວັນ
ຕົກສຽງໃຕ້ຂອງສະຫະລັດ ເປັນລັດທີ່ມີອາກາດ ອົບອຸ່ນ ມີປະຊາຊົນມາຈາກປະເທດ
ເອເຊຍຕ່າງໆ ຕິດຕາມມາດ້ວຍອາຟຣິກາ ແລະອາເມຣິກາໄຕ້ ທີ່ໄດ້ພາກັນຕັ້ງຖິ່ນຖານ
ແຈກຢາຍ ທຳມາຫາກິນຢູ່ຫລາຍທີ່ສຸດ. ດຣ. Jason ໄດ້ກ່າວເຖິງການ​ປິ່ນປົວ​ພວກ​
ເດັກນ້ອຍ​ເຫ​ລົ່ານີ້​ວ່າ:

ລິງໂດຍກົງ

ລະບົບ​ການ​ຈ່າຍ​ຄ່າປິ່ນປົວ​ຢູ່​ໃນ​ສະຫະລັດມີ​ຢູ່​ຫລາຍ​ຮູບ​ແບບ ​ເຊັ່ນ​ວ່າ ​ຜູ້​ມາ​ປິ່ນປົວ​
ສາມາດໃຊ້​ບັດ​ຊ່ອຍເຫຼືອດ້ານການປິ່ນປົວຈາກຣັດຖະບານ​ທີ່​ຮ້ອງ​ວ່າ Medicaid ຫລື
ມີ​ປະກັນ​ໄພ​ສຸຂະພາບ​ຈາກ​ບ່ອນ​ເຮັດ​ວຽກ ​ແລະ​ຖ້າ​ບໍ່​ມີ​ປະກັນ​ໄພ​ໃດໆ​ນັ້ນ ຄົນ​ເຈັບກໍ
ຈະ​ສາມາດ​ຈ່າຍເງິນສົດ​ໄດ້ ຫລື​ມີ​ວິ​ທີໃຫ້ການ​ຊ່ວຍ​ເຫລືອ​ດ້ານ​ອື່ນໆ ຊຶ່ງ ດຣ. Jason ອະທິບາຍ​ສູ່​ຟັງ​ວ່າ:

ລິງໂດຍກົງ

ຢູ່ໃນສະຫະລັດອາເມຣິກາ ເຮົາຈະສັງເກດເຫັນໄດ້ວ່າ ພວກເດັກນ້ອຍທີ່​ໄດ້​ມາ​ໃຫຍ່​
ແລະ​ເກີດ​ຢູ່​ທີ່​ນີ້​ ພາກັນໃຫຍ່ສູງກ່ອນພໍ່ກ່ອນແມ່ ແລະ​ເຊື້ອສາຍວົງສາຄະນາຍາດ. ສາເຫດກໍ່ຍ້ອນວ່າ ອາຫານການກິນອຸດົມສົມບຸນ ແລະບ່ອນຢູ່ທີ່ສະອາດ. ແຕ່ວ່າ
ຄວາມອ້ວນພີເຫລົ່ານີ້ ຫລາຍໆ​ຄັ້ງໄດ້ເກີດເປັນບັນຫາແກ່ສຸຂະພາບຂອງ​ພວກ​ເດັກ
ນ້ອຍ ໂດຍສະເພາະຢ່າງຍິງ ​ເຂົາ​ເຈົ້າ​ພາກັນມັກດື່ມນໍ້າໂສດາ ​ແລະ​ອາຫານທີ່ເຕັມໄປ
ດ້ວຍທາດນໍ້່າຕານ ​ແລະ​ໄຂມັນ​ຕ່າງໆ ຊຶ່ງ ດຣ. ເຈຊັນ ອະທິບາຍ ສູ່ຟັງວ່າ:

ລິງໂດຍກົງ

ຄລິ​ນິກຂອງ ດຣ. Jason ​ເປີດ​ຫ້າ​ມື້​ຕໍ່​ອາທິດ ​ແລະຕ້ອງ​ມີ​ນັດ​ພົບ. ຍານາງ​ສຸຣິຍາ ຄຳ​ລີ
ພັນ​ລະ​ຍາ​ຂອງ ດຣ. Jason ກໍ​ແມ່ນ​ຜູ້​ນຶ່ງ​ທີ່ເຮັດ​ວຽກ​ບໍລິຫານ ກຳກັບ​ທົ່ວ​ໄປ​ໃນ​ແຕ່ລະ​
ວັນ. ດຣ. Jason ​ໄດ້​ອະທິບາຍ​ກ່ຽວ​ກັບ​ການ​ບໍລິຫານ ​ແລະ​ໃນ​ກໍລ​ະນີ​ເກີດ​ການ​ສຸກ​ເສີນ
​ສູ່​ຟັງດັ່ງ​ນີ້​:

ລິງໂດຍກົງ

ດຣ. Jason ​ເປັນ​ນາຍ​ແພດຝ່າຍ​ປິ່ນປົວ​ເດັກນ້ອຍ​ມາ​ເປັນ​ເວລາດົນ​ກວ່າ 30 ປີ​ແລ້ວ
​ແລະ​ເຖິງ​ກຳ​ໜົດ​ຈະລາ​ອອກ​ກິນ​ເບ້ຍ​ບຳນານ​ໃນ​ອີກ​ສອງ​ປີີ​ຂ້າງ​ໜ້າ​ນີ້. ດຣ. Jason
​ໄດ້​ກ່າວ​ມ້ວນທ້າຍ​ຕໍ່ ວີີ​ໂອ​ເອ ວ່າ:

ດຣ. ເຈຊັນ ແລະຍານາງ ສຸຣິຍາ.
ດຣ. ເຈຊັນ ແລະຍານາງ ສຸຣິຍາ.

ລິງໂດຍກົງ

ດຣ. Jason ແມ່ນອະດີດລູກບ້ານຫລານເມືອງນະຄອນຫລວງວຽງຈັນ. ໃນຊຸມປີ 1970 ຜູ້ກ່ຽວໄດ້ເປັນນັກສຶກຢູ່ທີ່​ມະຫາວິທະຍາ​ໄລແພດສາດ ສີສະ​ຫວ່າງ​ວົງ. ຫລັງ​ຈາກ​ນັ້ນ
ເພິ່ນ​ກໍໄດ້​ເດີນທາງໄປ​ສຶກສາ​ຕໍ່​ທີ່ມະ​ຫາ​ວິທະຍາ​ໄລ Lille II ທີ່ປະເທດຝຣັ່ງ ​ແລ​ະສຳ​ເລັດ
​ດຣ. ຝ່າຍ​ປິ່ນປົວເດັກນ້ອຍ ຫລື Pediatric ​ແລະ​ໄດ້ເຝິກ​ຫັດ ຫລື residency ຢູ່ຫັ້ນຈົນ
ຮ​ອດປີ 1978​. ຫລັງ​ຈາ​ກນັ້ນທ່ານກໍໄດ້ຍ້າຍເຂົ້າ​ມາຕັ້ງ​ຖິ່ນ​ຖານ​ໃໝ່​ຢູ່​ໃນ ສະຫະລັດ ໃນ
ປີ 1981 ແລະ​ໄດ້​ມາ​ທົບ​ທວນທຄືນວິຊາດ້ານການແພດ​ທີ່ມະຫາວິທະຍາ​ໄລ Southern
California.

ຈາກ​ປີ 1984 ຫາ 1987 ທ່ານ​ໄດ້​ເຝິກ​ຫັດ​ຢູ່​ໂຮງໝໍ Cedars Sinai Medical Center.
ດຣ. Jason ຄຳລີ ແມ່ນນາຍ​ແພດອາເມຣິກັນເຊື້ອສາຍລາວ ທີ່ສະຫລຽວສະຫລາດ ມີມາ
ນະ​ອົດທົນຕໍ່​ການ​ສຶກສາ ທີ່​ນຳ​ມາສູ່​ຄວາມ​ຕັ້ງ​ໃຈ​ໃນ​ການ​ປະກອບ​ວິຊາ​ອາຊີບ​ຢ່າງ​ເປັນ
​ຜົນສຳ​ເລັດ. ນອກຈາກ​ນັ້ນແລ້ວ ດຣ. Jason ຍັງ​ໄດ້​ຖືກ​ຍົກຍ້ອງ​ຈາກ​ວົງ​ການ​ແພດ​ສະ
ຫະລັດ ວ່າ​ເປັນ​ນາຍ​ແພດທີ່ດີ​ເລີດນຳອີກ.

XS
SM
MD
LG