ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ທັນວາ ໒໐໒໕

ຄະນະພັນທະມິດ ເພື່ອປະຊາທິປະໄຕ ໃນລາວ ຢ້ຽມຢາມ ຫ້ອງຂ່າວ ວີໂອເອ


ດຣ. ບຸນທອນ ຈັນທະລາວົງ (ຊ້າຍ) ແລະກິ່ງສະຫວັນ (ຂວາ) ແລະຄະນະອົງການພັນທະມິດ ເພື່ອປະຊາທິປະໄຕໃນລາວ ຢືນຢູ່ທາງຫລັງ.
ດຣ. ບຸນທອນ ຈັນທະລາວົງ (ຊ້າຍ) ແລະກິ່ງສະຫວັນ (ຂວາ) ແລະຄະນະອົງການພັນທະມິດ ເພື່ອປະຊາທິປະໄຕໃນລາວ ຢືນຢູ່ທາງຫລັງ.

ທ່ານ​ຜູ້ຟັງ​ທີ່​ເຄົາລົບ ໃນ​ລາຍການ​ຊີວິດ​ຊາວ​ລາວ ຂອງ​ວີ​ໂອ​ເອ ມື້​ນີ້ ​ທ່ານ​ຈະ​ໄດ້ຟັງ
ການ​ສຳພາດ​ກັບ ດຣ. ບຸນ​ທອນ ຈັນທະ​ລາ​ວົງ ປະທານ​ອົງການ​ພັນທະ​ມິດ ເພື່ອ​ປະ
ຊາ​ທິປະ​ໃຕ​ໃນ​ລາວ ເນື່ອງໃນ​ໂອກາດ​ພາ​ຄະນະມາຢ້ຽມຢາມ​ຫ້ອງ​ຂ່າວຂອງ ວີ​ໂອ​ເອ.
ກ່ອນ​ໜ້າ​ນັ້ນ ດອກ​ເຕີ ບຸນ​ທອນ ​ໄດ້​ໄປ​ຢ້ຽມຢາມ ບັນດາ​ເຈົ້າ​ໜ້າ​ທີ່​ກາ​ນາ​ດາ ທີ່​ນະ
ຄອນຫລວງ Ottawa ​ແລະກະຊວງ​ຕ່າງປະ​ເທດ​ສະຫະລັດ ພ້ອມ​ດ້ວຍ​ບັນດາ​ສະມາ
​ຊິກ​ສະພາຕໍ່າ ​ແລະ​ສະພາ​ສູງ​ສະຫະລັດ ​ເພື່ອ​ລາຍ​ງານສະພາບຄວາມ​ເປັນ​ຫ່ວງ​ຢູ່​
ໃນ ສປປ ລາວ ຊຶ່ງ​ກິ່ງ​ສະຫວັນ ຈະ​ນຳລາຍລະອຽດ​ມາສະ​ເໜີ​ທ່ານ.

ລິງໂດຍກົງ

ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ດຣ. ບຸນ​ທອນ ​ພ້ອມ​ດ້ວຍ​ຄະນະ ໄດ້ເດີນທາງມາຢ້ຽມ
ຢາມ​ຫ້ອງ​ຂ່າວ ຂອງວີ​ໂອ​ເອ ​ເພື່ອ​ແບ່ງປັນຈຸດປະສົງຂອງການເຄື່ອນ​ໄຫວ​ຂອງ
​ອົງການ​ພັນທະ​ມິດ​ເພື່ອ​ປ​ຊາ​ທິປະ​ໄຕ​ໃນ​ລາວກັບພວກເຮົາ. ກ່ອນເດີນທາງ​ມານະຄອນ
ຫລວງ ວໍຊິງ​ຕັນ ດຣ. ບຸນ​ທອນ ພ້ອມ​ຄະນະ ​ໄດ້​ພົບ​ປະ​ກັບ​ບັນດາ​ຜູ້​ແທນ​ສະພາ​ກາ​ນາ
​ດາ ທີ່​ນະຄອນ Ottawa ​ແລະ​ໄດ້​ລາຍງານ​ເຖິງ​ສະພາບ​ກາ​ນຢູ່​ໃນ ສປປ ລາວ. ຫລັງ
​ຈາກ​ນັ້ນ ດຣ. ບຸ​ນທອນ ​ກໍໄດ້​ເດີນທາງ​ມາສະຫະລັດ​ ​ແລະ​ໄດ້​ພົບ​ປະກັບເຈົ້າໜ້າ​ທີ່​ກະ
ຊວງ​ຕ່າງປະ​ເທດ ​ສະມາຊິກ​ສະພາ​ສູງ ​ແລະ​ສ​ະພາ​ຕໍ່າ​ຈຳນວນ​ນຶ່ງ ຊຶ່ງ ດຣ. ບຸນ​ທອນ ​
ເລົ່າສູ່ວີ​ໂອ​ເອຟັງ ດັ່ງ​ນີ້:

please wait

No media source currently available

0:00 0:01:25 0:00
ລິງໂດຍກົງ

ອົງການ​ພັນທະ​ມິດເພື່ອ​ປະຊາທິປະ​ໄຕ​ໃນ​ລາວ ​ເປັນ​ອົງການ​ເອກ​ກະ​ຊົນ ອາສາ​ສະ
ໝັກ ທີ່​ບໍ່​ຫວັງ​ຜົນ​ກຳ​ໄລ ໄດ້​ຕັ້ງ​ຂຶ້ນ​ມາ​ໃນ​ປີ 2009 ທີ່​ປະ​ເທດ Belgium ຊຶ່ງປັດຈຸບັນ​
ນີ້​ ດຣ. ບຸນ​ທອນ ​ເປັນ​ປະທານ ​ແລະ​ມີຫ້​ອງການ​ຕັ້ງ​ຢູ່​ປະ​ເທດ​ເຢຍຣະມັນ. ນອກ​ນັ້ນ​
ຍັງ​ມີ​ສາຂາ​ຢູ່ເຈັດ​ປະ​ເທດ ​ຄື ​ເຢຍຣະມັນ ຝຣັ່ງ ນິວຊີ​ແລນ ກາ​ນາ​ດາ ​ສະຫະລັດ
ອອສ​ເຕຣເລຍ ແລະສະເປນ. ອົງການ​ພັນທະ​ມິດ​ເພື່ອ​ປະຊາທິ​ປະ​ໄຕ​ໃນ​ລາວ ມີ​ຈຸດ
ປະສົງໃນ​ການ​ເຄື່ອນ​ໄຫວເປັນ​ປາກ​ກະບອກ​ສຽງ ຕິ​ດຕາ​ມ​ເບິ່ງການປົກຄອງ ​ຊິວິດ
ການ​ເປັນ​ຢູ່ຂອງ​ປະຊາຊົນ ໂດຍ​ສະ​ເພາະເພື່ອກົດ​ດັນ​ໃຫ້ ລັດຖະບານ ສປປ ລາ​ວ
ປັບປຸງ ແລະແກ້​ໄຂ​ບັນຫາ​ຊີວິດ​ການ​ເປັນ​ຢູ່ຕ່າງໆ ຂອງ​ປະຊາຊົນ​ລາວ. ນັບ​ແຕ່​ອົງ​
ການພັນທະ​ມິດ​ໄດ້​ຕັ້ງ​ຂຶ້ນມາ​ເປັນ​ເວລາ​ 8 ແລ້ວ ວີ​ໂອ​ເອ ​ໄດ້​ສອບຖາມ​ເຖິງ​ຄວາມ
ຄືບ​ໜ້າ​ຂອງການ​ປະຕິບັດ​ງານເທົ່າ​ທີ່​ຜ່ານ​ມາ ​ແລະ​ຜົນງານ​ການເຄື່ອນ​ໄຫວ​ເປັນ​
ມາ​ຢ່າງ​ໃດແດ່​ຊຶ່ງ ດຣ. ບຸນ​ທອນ ໄດ້​ໃຫ້​ຄວາ​ມ​ເຫັນ​ດັ່ງ​ນີ້

please wait

No media source currently available

0:00 0:01:58 0:00
ລິງໂດຍກົງ

ກ່ຽວກັບຈຸດ​ປະສົງ​ຂອງ​ການເດີນທາງ​ມາປະ​ເທດ​ກາ​ນາ​ດາ ​ແລະ​ສະຫະລັດ ພ້ອມ​
ຄະນະ​ຄັ້ງນີ້ ດຣ. ບຸ​ນທອນ​ ໄດ້ກ່າວ​ເຖິງ​ຈຸດປະ​ສົງຕໍ່ ວີ​ໂອ​ເອ ວ່າ:

please wait

No media source currently available

0:00 0:01:26 0:00
ລິງໂດຍກົງ

ອົງການ​ພັນທະ​ມິດ​ເພື່ອ​ປະຊາທິປະ​ໄຕ​ໃນ​ລາວ ມີ​ສະ​ມາ​ຊິກ ​ແລະ​ເຄືອຄ່າ​ຍຢູ່​ທັງ​ໝົດ
ເຈັດ​ປະ​ເທດ​ທົ່ວ​ໂລກຊຶ່ງ ດຣ. ບຸນ​ທອນ ​ໄດ້​ອະທິບາຍ​ສູ່​ຟັງ​ວ່າ:

please wait

No media source currently available

0:00 0:02:59 0:00
ລິງໂດຍກົງ

ນັບ​ແຕ່​ປະຊາກອນ​ລາວ​ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ປະ​ເທດ​ທີ່​ສາມ​ທົ່ວ​ໂລກ ​ເປັນເວລາ
ດົນ​ກວ່າ​ສີ່​ທົດ​ສະ​ວັດ​ຜ່ານ​ມາ ບັນດານັກ​ການ​ເມືອງ​ເຊື້ອສາຍ​ລາວ​ຈຳນວນ​ນຶ່ງ​ຍັງ​ບໍ່
ລົດ​ລະ​ຫລົງ​ລືມ ​ແລະຍັງ​ມີ​ຄວາມ​ເປັນ​ຫ່ວງ ​ຕໍ່​ບ້ານ​ເກີດ​ເມືອງນອນ​ຂອງ​ເຂົາ​ເຈົ້າ. ປັດ
ຈຸ​ບັນ​ນີ້ຢູ່​ໃ​ນສະຫະລັດ ​ແລະ​ຢູ່​ປະ​ເທດ​ຕ່າງໆທົ່ວ​ໂລກ ​ມີ​ອົງການ​ຈັດ​ຕັ້ງ​ການເມືອງ​
ຂອງ​ປະຊາ​ຄົມເຊື້ອສາຍລາວຢ່າງ​ຫລວງຫລາຍ ​ແລະຮວມຢູ່​ໃນ​ນັ້ນ​ກໍ​ແມ່ນ ​ອົງການ​
ພັນທະ​ມິດເພື່ອ​ປະຊາທິປະ​ໄຕ​ໃນ​ລາວ ທີ່​ເປັນ​ອົງ​ນຶ່ງ​ນຳພາ​ການ​ເຄື່ອນ​ໄຫວ ​ເປັນ​
ປາກ​ກະບອກ​ສຽງດ້ານ​ການ​ເມືອງ​ມາ​ເປັນ​ໄລຍະໄລຍະ. ນະຄອນຫລວງ ວໍ​ຊິງ​ຕັນ
​ເມືອງ​ເອກ​ຂອງ​ສະຫະລັດ ​ທີ່​ຕັ້ງ​ໂຮງການ​ລັດຖະບານກາງ ລັດຖະສະພາ​ ແລະ​
ສະຖານ​ທູດຕ່າງໆ​ຂອງ​ໂລກ ໄດ້​ເປັນ​ເວທີ ເປີດ​ກວ້າງ​ຢ່າງ​ເສລີ ປະຊາທິປ​ະ​ໄຕ​
ໃນ​ການ​ປາກ​ເວົ້າ ​ໃຫ້​ແກ່​ບັນດາ​ນັກ​ເຄື່ອນ​ໄຫວທຸກ​ພັກ​ຝ່າຍຢູ່​ເປັນປະຈຳ​.
ດຣ. ບຸນ​ທອນ ຈັນທະ​ລາ​ວົງ ວີ​ເຊີ ​ໄດ້​ກ່າວ​ມ້ວນທ້າຍ ​ແລະ​ຝາກ​ຄວາມ​ຮຽກຮ້ອງ
​ມາ​ຍັງ​ພີ່ນ້ອງ​ເຊື້ອສາຍ​ລາວທີ່ຢູ່ທຸກຫົນ​ແຫ່ງດັ່ງ​ນີ້ :

please wait

No media source currently available

0:00 0:00:54 0:00
ລິງໂດຍກົງ

ນັ້ນ​ແ​ມ່ນການ​ສຳພາດກັບ ດຣ. ບຸນ​ທອນ ຈັນທະ​ລາ​ວົງ ວີ​ເຊີ ​ພ້ອມ​ດ້ວຍ​ຄະນະ ທີ່
​ໄດ້​ມາ​ຢ້ຽມຢາມ​ຫ້ອງຂ່າວຂອງ ວີ​ໂອ​ເອ ພະແນກພາສາລາວ.

XS
SM
MD
LG