ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ປະຈຳວັນພະຫັດມື້ນີ້ ເຮົາຈະນຳເອົາການສຳພາດກັບ ຍານາງດາຣາ ສຸຸຸວັນນະພູມາ Stiglitz ປະທານອົງການ Lao-American National Alliance (LANA) ແລະ ຍານາງ Megan ທະວີສຸກ ສະ
ມາຊິກຄະນະກຳມະການ LANA ກ່ຽວກັບກິດຈະການຂອງອົງການດັ່ງກ່າວ. ກອງປະ
ຊຸມປະຈຳປີນີ້ ໄດ້ຈັດຂຶ້ນທີ່ເມືອງ Elgin ລັດ Illinois ເມື່ອອາທິດແລ້ວນີ້ ໂດຍໄດ້ເນັ້ນ
ໜັກໃສ່ການຮຽນຮູ້ກ່ຽວກັບຜົນປະໂຫຍດການສຳຫລວດ ປະຊາກອນສະຫະລັດ ປີ
2020 ທີ່ຈະມາເຖິງນີ້. ສ່ວນວ່າຄວາມເປັນຫ່ວງຂອງອົງການ LANA ໃນດ້ານນີ້ມີຫຍັງ
ແດ່ ກິ່ງສະຫວັນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ມື້ນີ້ ເຮົາຢາກໃຫ້ທ່ານໄດ້ຮູ້ຈັກກ່ຽວກັບອົງການ Lao
American National Alliance ທີ່ມີຊືຶ່ຫຍໍ້ວ່າ (LANA) ຊຶ່ງເປັນອົງການເອກກະຊົນ
ທີ່ບໍ່ສ້າງຜົນກຳໄລ. ອົງການດັ່ງກ່າວນີ້ ປະກອບດ້ວຍບັນດານັກວິຊາການໜຸ່ມ ອາເມ
ຣິກັນເຊື້ອສາຍລາວ ທີ່ພາກັນອາສາສະໝັກເຂົ້າມາສຶກສາ ຊອກຫາວິທີທາງຊ່ວຍບັນ
ດາສະມາຊິກສັງຄົມລາວອາເມຣິກັນ ໂດຍສະເພາະກ່ຽວກັບການສຶກສາ ການເປັນຢູ່
ຂອງບັນດາຜູ້ອາວຸໂສ ແລະບັນຫາຕ່າງໆຂອງ ສັງຄົມລາວອາເມຣິກັນຢູ່ທົ່ວປະເທດ.
ເພາະສະນັ້ນ ໃນລະດູຮ້ອນຂອງແຕ່ລະປີ ເຂົາເຈົ້າຈຶ່ງໄດ້ເຂົ້າມາເຕົ້າໂຮມຊຸມນຸມກັນ
ຢູ່ແຫ່ງໃດແຫ່ງນຶ່ງ ເພື່ອແລກປ່ຽນ ຍົກເອົາບັນຫາອັນສຳຄັນຕ່າງໆທີ່ເກີດຂຶ້ນຢູ່ໃນທ້ອງ
ຖິ່ນສັງຄົມລາວອາເມຣິກັນມາພິຈາລະນາແກ້ໄຂ. ສຳລັບປີນີ້ ເຂົາເຈົ້າໄດ້ໂອ້ລົມສົນທະ
ນາກັນເຖິງຄວາມເປັນຫ່ວງກ່ຽວກັບ ບັນດາຜູ້ເຖົ້າຜູ້ແກ່ ທີ່ບໍ່ຮູ້ພາສາ ແລະບໍ່ເຂົ້າໃຈເຖິງ
ຄວາມສຳຄັນຂອງລະບົບການຊ່ວຍເຫລັືອ ຈາກລັດຖະບານທ້ອງຖິ່ນ ແລະອື່ນໆ ຊຶ່ງຍາ
ນາງດາຣາ ໄດ້ອະທິບາຍເຖິງຄວາມເປັນມາຂອງອົງການ LANA ດັ່ງນີ້:
ສິ່ງສຳຄັນສຸດຂອງຫົວຂໍ້ກອງປະຊຸມປີນີ້ກໍຄື ການສຳຫລວດສຳມະໂນຄົວ ທີ່ມີຂຶ້ນທຸກໆ
ສິບປີ ຢູ່ທົ່ວສະຫະລັດ ເທື່ອຫລ້າສຸດ ໄດ້ມີຂຶ້ນໃນປີ 2010 ແລະຈະມີຂຶ້ນອີກໃນປີ 2020
ຈະມາເຖິງນີ້. ເພາະສະນັ້ນ ເປັນທີ່ສຳຄັນທີ່ສຸດ ແກ່ປະຊາກອນລາວອາເມຣິກັນ ທີ່ຈະ
ຕ້ອງເຂົ້າໃຈ ຕອບຄຳຖາມຕ່າງໆຢູ່ໃນໃບສຳຫລວດນັ້ນເພື່ອໃຫ້ລັດຖະບານເກັບກຳ
ເອົາຂໍ້ມູນໄປສຶກສາ ແລະພິຈາລະນາວາງແຜນໃຫ້ການຊ່ວຍເຫລືອຢ່າງເໝາະສົມ.
ເທົ່າທີ່ຜ່ານມາ ປະຊາກອນລາວອາເມຣິກັນ ຈຳນວນນຶ່ງບໍ່ເຫັນຄວາມສຳຄັນໃນການ
ຕອບຄຳຖາມ ອັນເປັນຜົນສະທ້ອນມາສູ່ຜົນປະໂຫຍດແກ່ສັງຄົມຂອງຕົນເອງ. ຍານາງ
ດາຣາ ສຸວັນນະພູມາ Stigliz ປະທານອົງການ LANA ໄດ້ກ່າວຕໍ່ ວີໂອເອ ກ່ຽວກັບ
ເລື່ອງນີ້ວ່າ:
ເຖິງແມ່ນວ່າຊາວລາວອາເມຣິກັນ ຈະໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນ ສະຫະລັດຕັ້ງຫຼາຍປີ
ແລະໄດ້ກາຍເປັນພົນລະເມືອງຂອງສະຫະລັດໄປແລ້ວກໍຕາມ ແຕ່ວ່າຊື່ລາວອາເມຣິກັນ
ກໍຍັງບໍ່ທັນໄດ້ປາກົດໃຫ້ເຫັນຢູ່ໃນເອກກະສານສຳຫລວດ ເໝືອນກັບປະຊາກອນທີ່ມາ
ຈາກປະເທດອື່ນໆ. ສາເຫດກໍເນື່ອງຈາກວ່າ ຊາວອາເມຣິກັນເຊື້ອສາຍລາວບໍ່ພາກັນໃຫ້
ຄວາມສົນໃຈກ່ຽວກັບເລື້ອງນີ້. ເພາະສະນັ້ນ ອົງການ LANA ຈຶ່ງກຳລັງກະກຽມທີ່ຈະ
ເປັນປາກເປັນສຽງຢ່າງຫ້າວຫັນ ທີ່ຈະປະກາດໃຫ້ຊາວອາເມຣິກັນເຊື້ອສາຍລາວ ພາກັນ
ຕອບຄຳຖາມການສຳຫລວດ ຊຶ່ງຍານາງດາຣາໄດ້ກ່າວເຖິງຕອນນີ້ວ່າ:
ສະຕີລາວອາເມຣິກັນທີ່ໜ້າສັນລະເສີນອີກຄົນນຶ່ງກໍຄື ຍານາງ Megan ທະວີສຸກ ເກີດ
ຢູ່ປະເທດການາດາ ສາມາດປາກເວົ້າ ຮູ້ຈັກຂະນົບທຳນຽມລາວໄດ້ດີເປັນພິເສດ.
Megan ແມ່ນນັກວິສະວະກອນຊ່າງກົນ ຫລັງຈາກແຕ່ງງານແລ້ວ ຍານາງໄດ້ເຂົ້າມາ
ຕັ້ງຖິ່ນຖານຢູ່ໃນລັດ Illinois ສະຫະລັດອາເມຣິກາ ແລະນາງມີຄວາມເປັນຫ່ວງເປັນພິ
ເສດກ່ຽວກັບ ການເປັນຢູ່ຂອງສັງຄົມລາວອາເມຣິກັນ ຊຶ່ງນາງໄດ້ກ່າວຕໍ່ ວີໂອເອ ດັ່ງນີ້:
ກິດຈະການອັນສຳຄັນອີກຢ່າງນຶ່ງກໍຄື ການຮຽນຮູ້ ແລະຮັກສາວັດທະນາທຳລາວໄວ້
ຊຶ່ງຍານາງ Megan ໄດ້ກ່າວມ້ວນທ້າຍດັ່ງນີ້:
ອົງການ Lao American National Alliance ຫລື LANA ເປັນອົງການຈັດຕັ້ງອາ
ສາສະໝັກ ທີ່ບໍ່ສ້າງຜົນກຳໄລ ເພື່ອເປັນປາກເປັນສຽງ ກ່ຽວກັບຊີວິດ ການເປັນຢູ່ຂອງ
ປະຊາຄົມລາວອາເມຣິກັນຢູ່ທົ່ວປະເທດ.