ທ່ານຜູ່ຟັງທີ່ເຄົາລົບ ວັນອາທິດ ວັນທີ 12 ເດືອນພຶດສະພາ ບໍ່ເທົ່າໃດມື້ຂ້າງ
ໜ້ານີ້ ຊາວອາເມຣິກັນ ຢູ່ໃນສະຫະລັດອາເມຣິກາ ຈະພາກັນສະຫລອງບຸນວັນແມ່.
ເພາະສະນັ້ນ ໃນລາຍການຊີວິດຊາວລາວຂອງ ວີໂອເອ ປະຈຳແລງ ວັນພະຫັດມື້ນີ້
ເຮົາຈຶ່ງຈະນຳສະເໜີການສຳພາດກັບບັນດາແມ່ທັງຫຼາຍ ກ່ຽວກັບຄວາມຮູ້ສຶກຂອງ
ພວກເພິ່ນທີ່ເປັນຜູ້ບັງເກີດເກົ້າ ວ່າເປັນແນວໃດໃນດ້ານຄວາມຮັບຜິດຊອບຂອງການ
ເປັນແມ່ ທີ່ມີຕໍ່ພວກລູກໆ ຊຶ່ງກິ່ງສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
ວັນອາທິດທີສອງຂອງເດືອນພຶດສະພາແຕ່ລະປີ ຊາວອາເມຣິກັນຈະພາກັນສະຫຼອງວັນ
ແມ່ ຫຼື Mother's Day ຊຶ່ງກໍຈະຕິດຕາມມາດ້ວຍຊາວໂລກອື່ນໆ ທີ່ຕົກຖືກມື້ຕ່າງໆກັນ.
ເພາະສະນັ້ນພວກລູກໆຈຶ່ງໄດ້ພາກັນຫ້າງຫາເພື່ອໃຫ້ກຽດແມ່ ໂດຍຈະພາແມ່ອອກໄປ
ຮັບປະທານອາຫານ ຊັອບປິ້ງ ຊື້ເຄື່ອງຂອງ ແມ່ນແຕ່ມອບເງິນໃຫ້ແມ່ ເພື່ອເປັນຂອງ
ຂວັນ. ແຕ່ວ່າ ຫຼາຍໆຄົນໄດ້ສູນເສຍແມ່ໄປແລ້ວ ສ່ວນຫຼາຍໆຄົນກໍຍັງມີຊີວິດຢູ່. ສຳລັບ
ບັນດາແມ່ ທີ່ຍັງມີຊີວິດຢູ່ນັ້ນ ເພີ່ນມີຄວາມຮູ້ສຶກຢ່າງໃດ ຕໍ່ພວກລູກໆ ແລະມີຫຍັງແດ່
ທີ່ຢາກຈະບອກສອນໃຫ້ພວກລູກໆໄດ້ຮູ້ ຢູ່ໃນບັນຍາກາດ ການສະຫຼອງບຸນດັ່ງກ່າວນີ້.
ຕໍ່ໄປນີ້ຂ້າພະເຈົ້າຈະຂໍແນະນຳໃຫ້ພວກທ່ານຮູ້ຈັກກັບ ຍານາງຂັນທະລີ ແວັນແຄມ ທີ່
ຕັ້ງຖິ່ນຖານຢູ່ລັດແຄນຊັສ ທາງພາກກາງຂອງສະຫະລັດ. ຍານາງຂັນທະລີ ມີລູກສາມ
ຄົນ ແລະມີຫຼານເກົ້າຄົນ. ປັດຈຸບັນນີ້ ຍານາງຂັນທະລີເຮັດວຽກໃຫ້ບໍລິສັດສ້າງເຮືອບິນ
ເຮລີຄອບເຕີ ຊຶ່ງຍານາງໄດ້ກ່າວເຖິງປະສົບການ ໃນຄວາມຮູ້ສຶກຂອງການເປັນແມ່ ຕໍ່
ວີໂອເອ ຟັງດັ່ງນີ້:
ຍານາງອະນຸສອນ ບຸນທະວະລັງ ອະດີດຮ້ອຍຕີກອງທັບບົກສະຫະລັດ ປັດຈຸບັນມີລູກສາວນ້ອຍທີ່ໜ້າຮັກໜຶ່ງຄົນ ຍານາງໄດ້ກ່າວເຖິງຄວາມພາກພູມໃຈທີ່ໄດ້ເປັນແມ່ເທື່ອທຳອິດໃນຊີວິດ. ຍານາງໄດ້ກ່າວສູ່ ວີໂອເອ ກ່ຽວກັບເລື້ອງນີ້ວ່າ:
ວັນແມ່ ຫຼື Mother’s Day ໄດ້ປະກາດໃຊ້ສະຫຼອງກັນມາຢ່າງເປັນທາງການໃນປີ
1914 ໂດຍປະທານາທິບໍດີສະຫະລັດ ຄົນທີ 28 ຄື ທ່ານວູດໂດຣ ວິລສັນ. ເພິ່ນໄດ້
ລົງນາມ ໂດຍຖືເອົາວັນອາທິດ ສັບປະດາທີສອງ ຂອງເດືອນພຶດສະພາ ເປັນວັນສະ
ຫຼອງວັນແມ່ຕັ້ງແຕ່ນັ້ນມາ. ຫຼັງຈາກນັ້ນ ການສະຫຼອງ ວັນແມ່ ໄດ້ແຜ່ຂະຫຍາຍອອກ
ໄປທົ່ວໂລກ. ສະຕີຜູ້ສຳຄັນທີ່ໄດ້ເຮັດການເຄື່ອນໄຫວ ວັນແມ່ ໄດ້ແກ່ສະຕີຊາວອາ
ເມຣິກັນ ຍານາງແອລນາ ມາຣີ ຈາຣວິສ ທີ່ໄດ້ ຊຸກຍູ້ໃຫ້ລັດຖະບານສະຫະລັດຮັບຮູ້
“ວັນແມ່” ເພື່ອແມ່ຂອງຕົນເອງ ແລະບັນດາແມ່ທັງຫຼາຍທັງປວງ.
ນັ້ນແມ່ນການສຳພາດ ຍານາງຂັນທະລີ ແວນແຄັມ ທີ່ໄດ້ແບ່ງປັນປະສົບການຂອງ
ຄວາມເປັນແມ່ ເນື່ອງໃນໂອກາດສະຫຼອງບຸນວັນແມ່ ໃນວັນອາທິດຈະມາເຖິງນີ້ ກະ
ລຸນາຕິດຕາມລາຍການຊີວິດຊາວລາວ ເລື້ອງໃໝ່ໃນວັນພະຫັດໜ້າ ເວລາດຽວກັນນີ້.