ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຊີນຟັງພອນປີໃໝ່ 2017 ຈາກບັນດາພະພິຂຸສົງ ແລະ ສະມາຊິກປະຊາຄົມລາວ-ອາເມຣິກັນ


ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ​ປີ​ໃໝ່​ສາກົນ​ 2017 ກຳລັງ​ກ້າວ​ເຂົ້າ​ມາ​ໃນ​ອີກ 2 ມື້​ຂ້າງ​ໜ້າ​ນີ້. ບັນ​ດາຊາວ​ໂລ​ກຢູ່​ທຸກ​ຫົນ​ແຫ່ງ​ກຳລັງ​ພາກັນ​ຫ້າງ​ຫາສະ​ຫລອງ​ກັນ ຢ່າງ​ໃຫຍ່. ພ້ອມ​ດຽວ​ກັນນີ້ ​ລາຍ​ການ​ ຊີ​ວິດ​ຊາວ​ລາວ ​ກໍຂໍ​ຖືໂອກາດ​ອັນ​ສະງ່າງາມນີ້​ ນຳ​ພາທ່ານໄປຮັບ​ເອົາ ພອນ ຈາກພຣະອາຈານ ຢູ່​ວັດ​ລາວ-ອາ​ເມ​ຮິ​ກັນ​ໃນ​ສະຫະລັດ ​ແລະຄຳ​ອວຍພອນ​ຈາກ ປະຊາ​ກອນ​ອາ​ເມຣິກັນເຊື້ອສາຍ​ລາວຄົນນຶ່ງ. ເຊີນທ່ານພົບກັບ ກິ່ງ​ສະ​ຫວັນໄດ້ເລີ

ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ລາຍ​ການ​ຊີ​ວິດ​ຊາ​ວ​ລາວ​ ຂອງ ວີ​ໂອ​ເອມື້ນີ້ ຈະ​ເວົ້າເລື່ອງ​ຮີດ​ຄອງປະ​ເພ​ນີການສະ​ຫລອງບຸນ​ປີ​ໃໝ່​ສາ​ກົນ ທີ່ໂລກກຳລັງ​ກະກຽມຫ້າງຫາກັນ​ຢູ່​ໃນ ປັດຈຸບັນ​. ​ອິດ​ທິ​ພົນຄວາມ​ຍິ່ງ​ໃຫຍ່ຂອງ​ການ​ສະ​ຫລອງ​ບຸນປີໃໝ່​ສາ​ກົນ ໄດ້​ແຜ່​ຂະ​ຫຍາຍ​ອອກ​ໄປ​ທຸກ​ຫົນ​ແຫ່ງ ບໍ່​ວ່າ​ບ່ອນໃດຈະ​ນັບຖື​ສາສະໜາ​ໃດ​ກໍ​ຕາມ ​ເພາະ​ວ່າ ປ​ະ​ຊາ​ຄົມ​ໂລກສ່ວນຫຼາຍພາ​ກັນ​ໃຊ້ປະ​ຕິ​ທິນ​ສາ​ກົນເປັນ​ພື້ນ​ຖານ ເພື່ອ​ປະ​ກອບທຸ​ລະ​ກິດ ແລະການ ດຳ​ລົງ​ຊີ​ວິດ​ປະ​ຈຳ​ວັນຂອງເຂົາເຈົ້າ.

ທຸກໆປີ ຊາວໂລກ​ຈະ​ເລີ້​ມສະ​ຫລອງຕ້ອນ​ຮັບ​ປີ​ໃໝ່​ສາ​ກົນ ​ກ່ອນ​ທຸກໆໝູ່ຈະແມ່ນ ຊາວ ເກາະ Samoa, Christmas Island and Kiribati ​ທີ່ຕັ້ງຢູ່​ເຂດມະ​ຫາ​ສະ​ມຸດ​ປາຊິ​ຟິກ ລວມທັງປະເທດອັອສເຕຣເລຍ ແລະນິວຊິແລນນຳ ແລ້ວຫລັງ​ຈາກ​ນັ້ນ​ກໍຈະຕິດ​ຕາມກັນ ມາ​ເປັນ​ລຳ​ດັບ ເຊັ່ນຂົງເຂດເອ​ເຊຍ ຢູ​ໂຣບ ອາ​ຟ​ຣິ​ກາ ອາ​ເມ​ຣິ​ກາ​ໃຕ້ ​ແລະ ສະ​ຫະ​ລັດ ອາ​ເມ​ຣິ​ກາ.

​ປີ​ໃໝ່ 2017 ​ປີ​ນີ້ ຕົກ​ຖືກ​ວັນອາທິດ ແຕ່ທາງການໃນ ສະຫະລັດ ໄດ້ຈັດໃຫ້​ວັນ​ຈັນ ເປັ​ນ​ມື້​ພັກ​ຣັດຖະການ ຈຶ່ງເປັນ​ໂອ​ກາດ​ອັນ​ດີ​ເລີດ ໃຫ້ແກ່ບັນ​ດາ​ຜູູູ້​ຄົນທີ່ຈະ​ພາ​ກັນ​ສະ​ຫລອງຢ່າງ​ເຕັມ​ທີ່. ​ໃນ​ຕອນ​ແລງ​ວັນ​ເສົາທີ 31 ທັນວາ ບັນດາ​ຊາວ​ໂລກ​ຈະ​ພາກັນເຕົ້າ​ໂຮມ​ກັນ​ຢູ່ ຕາມ​ສະ​ຖານ​ທີ່ຕ່າງໆ ​ເພື່ອ​ຕ້ອນ​ຮັບ​ປີ​ໃໝ່ ເຊັນ​ ຢູ່ຕາມ​ຈະ​ຕຸ​ລັດ​ ສະ​ຖານ​ທີ່​ອັນ​ສຳ​ຄັນ​ຕ່າງໆ ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ​ຢູ່ພາກ​ຕາ​ເວັນ​ອອກ​ຂອງ ສະ​ຫະ​ລັດ ​ຮວມ​ທັງນະ​ຄອນ​ຫລວງ ວໍ​ຊິງ​ຕັນ​ ດີ.​ຊີ ນຳ. ປີ​ນີ້ ທ່ານ Ban Ki-Moon ​ເລຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ ຜູ້​ຈະ​ໝົດ​ຈາກ​ຕຳ​ແໜ່​ງໄປ​ ​ໄດ້​ຣັບ​ກຽດຈະ​ເປັນ​ຜູ້​ບີບ​ປຸ່ມ ເມື່ອ​ໂຄມ​ໄຟ​ລົງຈາກ​ເສົາ ​ເພື່ອ​ຕ້ອນຮັບ​ປີ​ໃໝ່ ທີ່ Time Square ຢູ່ນະຄອນນິວຢອກ. ​ເວລາ​ນັ້ນປະຊາກອນ ອາ​ເມ ຣິກັນຫລາ​ຍ ຮ້ອຍ​ພັນ​ຄົນຈະພາກັນ​ຕໍ່ສູ້​ກັບ​ອາກາດ​ໜາວ​ຈັດ ​ເພື່ອ​ລໍຖ້າ​ການ​ນັບ​ຖອຍ ຫລັງ​ກ່ອນ​ທ່ຽງ​ຄືນ ທີ່​ຈະ​ກາຍ​ມາ​ເປັນ​ວັນ​ປີ​ໃໝ່ 2017. ນ​ອກ ຈາກ​ນັ້ນ​ແລ້ວ ຢູ່ຕາມບ້ານ​ເຮືອນ ​ຮ້ານ​ອາ​ຫານ ແລະ ໂຮງແຮມ ຜູ້​ຄົນກໍຈະພາ​ກັນເຕັ້ນ​ລຳ ກິນ ແລະ​ດື່​ມ ຢ່າ​ງ​ສະໜຸກ​ສະໜານຈົນ​ຮອດ​ວັນ​ຮຸ່ງ​ເຊົ້າຂອງປີ​ໃໝ່.

ປີ​ໃໝ່​ຟ້າ​ໃໝ່ ເປັນວາ​ລະ​ໂອ​ກາດ​ອັນ​ດີ​ ​ແກ່ບັນ​ດາ​ຍາດ​ຕິ​ພີ່​ນ້ອງ ແລະ​ເພື່ອນ​ຝູງ ພາ​ກັນ​ໃຫ້ພອນອັນ​ປະ​ເສີດ​ຕໍ່​ກັນ ປະ​ລະສິ່ງ​ທີ່​ບໍ່​ເປັນ​ມົງຄຸ​ນ​ນັ້ນ​ໄວ້​ກັບ​ປີ​ເກົ່າ ແລະຕັ້ງ​ອະ​ທິ​ຖານ​ໄວ້ຕ່າງໆ​ນາໆ​ວ່າ​ ຈະ​ເລີ້ມ​ເຮັດຫລາຍ​ສິ່ງຫລາຍ​ຢ່າງໃນ​ສິ່ງ​ທີ່​ຕົນລົ້ມ​ແຫລວ ເຊັນ​ວ່າ ​ລົດ​ຄວາມ​ອ້ວນ ອອ​ກ​ກຳ​ລັງ​ກາຍ ແລະອຶ່ນໆ​ເຫລົ່າ​ນີ້​ເປັນ​ຕົ້ນ.

​ບັດ​ນີ້​ເຮົາ​ມາ​ຮັບເອົາ​ພອ​ນອັນ​ປະ​ເສີດ​ຈາກ ດອກ​ເຕີ ພະມະຫາຈັນ​ດາ​ພອນ ຈັກກະ​ວາ​ໂລ ຈາກ​ວັດ​ລາວພຸດ​ທະ​ວົງ ທີ່​ລັດ​ເວີ​ຈີ​ເນຍນຳກັນເໜາະທ່ານ:

ຕໍ່ໄປ​ຂ້າພ​ະ​ເຈົ້າຈະ​ຂໍ​ແນະນຳ​ໃຫ້​ທ່ານຟັງ​ຄຳ​ໃຫ້​ພ​ອນຈາກ ພະ​ອາ​ຈານ​ຄຳ​ບູ່ ພົມມະ​ວົງ ຈາກ​ວັດ​ລາວ ສັນ​ຕິ​ທຳ​ມະຣາມ ທີ່​ເມືອງ Forth Worth ລັດ Texas

ສຸດ​ທ້າ​ຍນີ້ິ ຂ້າພະ​ເຈົ້າ ຂໍອ່ານ​ກາ​ບກອນພອນ​ປີໃໝ່ ຂອງທ່ານ​ບຸນ​ຜົງ ພົມທະ​ວົງສ໌ ທີ່​ເຂດ ນະຄອນຫລວງ ວໍ​ລິງ​ຕັນ ດີ​.ຊີ ສູ່ທ່ານຟັງ :

ອວຍພອນປີໃໝ່ ຄ.ສ. 2017

ຄ.ສ. ຮອບໃໝ່ຕັ້ງສັງກາດໃໝ່ຍາມດີ

ຍາມດີຖີ ມົງຄຸນ ເລີກງາມຍາມເຮົ້າ

ວັນເຮົາ ຊຸມແຊວຮ້ອງສະຫຼອງເກນວັນໃໝ່

ຄ.ສ. 20-17 ໃໝ່ນີ້ ມີໄຊກ້າເບັ່ງບານ...

ວັນໃໝ່ ເລີກໃໝ່ນີ້ ຈົ່ງນໍາໂຊກຕາມມາ

ຈົ່ງນໍາພາ ຄວາມສຸກ ສູ່ປະຊາຊາວເຊື້ອ

ປະຊາຊົນ ເໜືອໃຕ້ ໃນໂລກາຜືນໃຫຍ່ ເຮົານີ້

ມີສຸກ ສົມໃຈ ສົມມາດແມ້ງເຮືອງແຈ້ງຢູ່ກະເສີມ !

ການງານ ຍົດລາບຂັ້ນ ສົມດ້າມດັ່ງໃຈໝາຍ

ປາດຖະໜາ ສັນໃດຊອບດັ່ງໃຈໝາຍໝັ້ນ

ຫາກທ່ານ ທໍາການຄ້າ ທຶນຮອນຢ່າເຂີນຂາດ

ສົມມາດ ເປັນເສດຖີ ໝື່ນລ້ານສົມພານເຮື້ອງກ້າວໄກ !

ປີໃໝ່ ຂໍໃຫ້ລາວ ທົ່ວໜ້າ ຜືນແຜ່ນທໍລະນີ

ມີເມດຕາ ປານີຕໍ່ເຜົ່າພົງພັນເຊື້ອ

ສໍານຶກຄຸນ ກຸນເກື້ອທອມຕົນເພື່ອຊາວລາດ

ເຫັນທຸກ ບໍ່ອາດ ດູເບິ່ງລ້າສັດທາຊ່ວຍແບ່ງເບົາ ຄວນແລ້ວ !

ອັນໜຶ່ງ ປະເພນີ ຮີດບ້ານອັນຮີດເກົ່າຄອງເດີມ ນັ້ນນາ

ວັດວາ ສາສນາ ວັດທະນະທໍາ ຢ່າໃຫ້ມັນສູນສ້ຽງ

ສຽງແຄນ ຂັບລໍາຮ້ອງສະຫຼອງງານບຸນຕ່າງໆ

ຄວາມລາວ ອ່ານຟັງ ຂຽນປາກເວົ້າ ໃຫ້ສອນເຈົ້າຜູ້ເກີດລຸນ ຊອບເນີ !

ອາຍຸ ຂໍໃຫ້ ຍືນທ່ຽງໝັ້ນ ພົ້ນຜ່ານພັນວັດສາ

ວັນນະ ຂໍໃຫ້ ໂສມສົດໃສ ຜ່ອງລະໄມໃສກ້າ

ສຸກຄະ ຂໍໃຫ້ ສຸກໃຈລົ້ນ ເໜືອມວນຊົນຊາວໂລກ

ພະລະ ມີກໍາລັງ ເກິ່ງກ້າ ຣາຊາຊ້າງໝື່ນໂຕ.

ບຸນຜົງ ກ. ພົມທະວົງສ໌ 12/27/16

XS
SM
MD
LG