ໃນລາຍການຊີວິດຊາວລາວໃນຕ່າງແດນຂອງ ວີໂອເອ ມື້ນີ ທ່ານຈະໄດ້ຟັງການສຳ
ພາດກັບ ຍານາງສຸວັນທະມາລີ ແກ້ວບໍຣະກົດ ສະຕີການາດາເຊື້ອສາຍລາວ ປັດຈຸບັນ
ຕັ້ງຖິ່ນຖານຢູ່ ນະຄອນ Montreal ປະເທດການາດາ. ຍານາງສຸວັນທະມາລີ ໄດ້ແບ່ງ
ປັນຄວາມເປັນມາຂອງຊີວິດ ທີ່ໄດ້ຫລົບລີ້ໜີໄພການເມືອງ ແລະສົງຄາມຢູ່ໃນປະເທດ
ລາວ ມາແຕ່ຍັງນ້ອຍ. ໃນທີ່ສຸດຍານາງກໍໄດ້ເຂົ້າມາຕັ້ງຊີວິດໃໝ່ ຢູ່ປະເທດການາດາ
ສ້າງຄອບຄົວ ມີໜ້າທີ່ການ ແລະຮັບໃຊ້ສັງຄົມຢ່າງເປັນລໍ້າເປັນສັນ. ເລື່ອງຄວາມເປັນ
ມາຂອງຍານາງສຸວັນທະມາລີ ເປັນຢ່າງໃດນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານໃນ
ອັນດັບຕໍ່ໄປ.
ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວມື້ນີ້ ຂ້າພະເຈົ້າຂໍແນະນຳ
ໃຫ້ທ່ານຮູ້ຈັກກັບ ຍານາງສຸວັນທະມາລີ ແກ້ວບໍລະກົດ ຕັ້ງຖິ່ນຖານຢູ່ນະຄອນ
Montreal ປະເທດ Canada. ຍານາງສຸວັນທະມາລີ ແມ່ນສະຕີການາດາເຊື້ອສາຍ
ລາວຄົນນຶ່ງ ທີ່ໄດ້ຜ່ານປະສົບການຊີວິດ ຂອງການເປັນອົບພະຍົບ ໄດ້ຖືກຍົກຍ້າຍ
ບ່ອນຢູ່ອາໄສມາແຕ່ນ້ອຍ ຕັ້ງແຕ່ສະໄໝຢູ່ປະເທດລາວ ແລະໃນທີ່ສຸດກໍໄດ້ເຂົ້າມາຕັ້ງ
ຊີວິດໃໝ່ຢູ່ ນະຄອນ Montreal ປະເທດ Canada ເກືອບສີ່ສິບປີທີ່ຜ່ານມາ. ຍານາງ
ສຸວັນທະມາລີ ຍັງສືບຕໍ່ເຮັດວຽກການ ມີລູກສາມຄົນ ຮັບໃຊ້ສັງຄົມ ແລະຮັກສາຮີດຄອງ
ປະເພນີລາວໄວ້ຢ່າງໜ້າສັນລະເສີນ.
ຕະຫລອດປະຫວັດສາດອັນຍາວນານຂອງຊົນຊາດລາວ ໃນທຸກໆສະໄໝ ເຂົາເຈົ້າໄດ້
ປະສົບກັບໄພສົງຄາມ ການເປັນຫົວເມືອງຂຶ້ນ ແລະປ່ຽນລະບອບການປົກຄອງມາເປັນ
ໄລຍະໄລຍະ. ຍານາງສຸວັນທະມາລີ ແມ່ນໂຕຢ່າງຂອງອະດີດລູກຫລານລາວຄົນນຶ່ງ ທີ່
ໄດ້ເປັນພິຍານຫລັກຖານ ຜ່ານຜ່າໄພສົງຄາມມາແຕ່ຍັງນ້ອຍໆ ພ່າຍໜີຈາກບ້ານເກີດ
ເມືອງນອນບ່ອນຢູ່ອາໄສ. ຍານາງສຸວັນທະມາລີ ໄດ້ລື້ງເຄີຍກັບການຖືກຍົກຍ້າຍ ກັບ
ຄອບຄົວຢູ່ໃນປະເທດລາວມາຕະຫລອດ ແລະໃນທີ່ສຸດກໍໄດ້ເຂົ້າມາຕັ້ງຊີວິດໃໝ່ຢູ່ນະ
ຄອນ Montreal ປະເທດ Canada ບ່ອນທີ່ບໍ່ໄດ້ຄາດຝັນໄວ້ກ່ອນ. ຍານາງສຸວັນທະ
ມາລີ ໄດ້ເລົ່າເຖິງຊີວິດເບື້ອງຕົ້ນໃຫ້ ວີໂອເອ ຟັງດັ່ງນີ້:
ການຕັ້ງຊີວິດໃໝ່ຂອງຊາວອົບພະຍົບອິນດູຈີນໃນເວລານັ້ນ ແມ່ນການເລີ້ມຕົ້ນ ໃໝ່
ທຸກໆຢ່າງເຊັ່ນ ຮຽນພາສາໃໝ່ ວັດທະນາທຳໃໝ່ ປັບໂຕເຂົ້າກັບສິ່ງແວດລ້ອມໃໝ່
ໂດຍສະເພາະຢ່າງຍິ່ງ ຮຽນຮູ້ຮັບເອົາຄວາມຮັບຜິດຊອບສູງ ຊຶ່ງຍານາງສຸວັນທະມາລີ
ໄດ້ກ່າວໃນບັ້ນນີ້ວ່າ:
ການຕັ້ງຊີວິດໃໝ່ ສ້າງປະຊາຄົມໃໝ່ ແມ່ນບາດກ້າວທຳອິດ ທີ່ສະແດງອອກມາໃຫ້
ເຫັນການທ້ອນໂຮມສາມະຄີກັນໃຫ້ເປັນກ້ອນເປັນໜ່ວຍ. ເພາະສະນັ້ນ ເຂົາເຈົ້າຈຶ່ງ
ໄດ້ພາກັນຈັດຕັ້ງສະມາຄົມ ແລະສ້າງສາວັດວາອາຮາມ ເພື່ອໃຫ້ເປັນສູນກາງສັງຄົມ
ອັນເປັນສັນຍາລັກຂອງເຊື້ອສາຍລາວ ຊຶ່ງຍານາງສຸວັນທະມາລີ ໄດ້ກ່າວສູ່ຟັງດັ່ງນີ້:
ບັນດາພໍ່ແມ່ຜູ້ປົກຄອງ ຜູ້ເປັນຫົວເຮືອ ນຳພາຄອບຄົວ ໄດ້ພາກັນສູ້ທົນເຮັດວຽກລ້ຽງ
ລູກເຕົ້າ ໃຫ້ໃຫຍ່ກ້າໜ້າບານ ຊຸກຍູ້ໃຫ້ເຂົາເຈົ້າໄດ້ຮັບການສຶກສາສູງເທົ່າທີ່ຄວນ.
ຫລາຍໆທົດສະຫວັດ ຂອງການຕັ້ງຕົ້ນຊີວິດໃໝ່ໄດ້ຜ່ານພົ້ນໄປ ບັດນີ້ເຮົາຈະສັງເກດ
ເຫັນຄວາມກ້າວໜ້າຂອງ ບັນດາເຍົາວະຊົນເຊື້ອສາຍລາວ ທີ່ໄດ້ມາເກີດ ແລະໃຫຍ່
ກາຍມາເປັນພົນລະເມືອງດີຂອງປະເທດ. ເຂົາເຈົ້າໄດ້ສຳເລັດການສຶກສາສູງ ປະກອບ
ວິຊາອາຊີບເປັນນັກວິຊາກການຢູ່ໃນຫລາຍໆຂະແໜງ ຊຶ່ງຍານາງສຸວັນທະມາລີ ໄດ້
ກ່າວຕໍ່ໄປວ່າ:
ນັ້ນແມ່ນການສຳພາດກັບ ຍານາງສຸວັນທະມາລີ ແກ້ວບໍລະກົດ ສະຕີການາດາເຊື້ອ
ສາຍລາວ ທີ່ນະຄອນ Montreal ປະເທດ Canada.