ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຳພາດຍານາງ ບົວໄລ ອຸດົມວິໄລ ນັກພັດທະນາສັງຄົມ ແລະອະນຸລັກ ສິນລະປະພື້ນເມືອງລາວ


ຍານາງບົວໄລ ອຸດົມວິໄລ ນັກພັດທະນາສັງຄົມ ແລະອະນຸລັກ ສິນລະປະຫັດຖະກຳພື້ນເມືອງລາວ.
ຍານາງບົວໄລ ອຸດົມວິໄລ ນັກພັດທະນາສັງຄົມ ແລະອະນຸລັກ ສິນລະປະຫັດຖະກຳພື້ນເມືອງລາວ.

ໃນລາຍການຊີວິດຊາວລາວ ຂອງວີໂອເອ ແລງມື້ນີ້ ເຮົາຈະແນະນຳໃຫ້ທ່ານ​ຮູ້​ຈັກກັບ ຍານາງບົວໄລ ອຸດົມວິໄລ ນັກພັດທະນາສັງຄົມ ທີ່ ນະຄອນຫລວງ​ພະ​ບາງ ສປປ ລາວ. ປັດຈຸບັນນີ້ ຍານາງບົວໄລ ກຳລັງເຮັດວຽກ ເປັນທີ່ປຶກສາ ແລະນຳພາບັນດານັກຫັດຖະກຳທ້ອງຖິ່ນ ຢູ່ໃນໂຄງການສົ່ງເສີມຮັກສາສິນລະປະຫັດຖະກຳພື້ນເມືອງລາວ ທີ່ເມືອງມໍລະດົກໂລກ ນະຄອນຫລວງພະບາງ. ອັນດັບຕໍ່ໄປ ເຮົາຈະໄດ້ຮຽນຮູ້ກ່ຽວກັບຄວາມ ເປັນມາຂອງ ຍານາງບົວໄລ. ເຊີນທ່ານພົບກັບ ກິ່ງສະຫວັນ ໄດ້ເລີຍ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ພົບກັນອີກໃນລາຍການຊີວິດຊາວລາວຂອງ ວີໂອເອ ມື້ນີ້ຂ້າພະເຈົ້າຈະຂໍແນະນຳໃຫ້ທ່ານຮູ້ຈັກກັບ ຍານາງບົວໄລ ອຸດົມວິໄລ ນຶ່ງໃນບັນດາ ສະຕີລາວ ທີ່ເປັນຜູ້ຊ່ຽວຊານໃຫ້ຄຳປຶກສາດ້ານອະນຸລັກ ຮັກສາສິນລະປະຫັດຖະກຳ ແລະວັດທະນາທຳ ຢູ່ໃນ ສປປ ລາວ. ໂຄງການດັ່ງກ່າວນີ້ໄດ້ຮັບທຶນຈາກພວກປະເທດພັດທະນາ ​ໂດຍ​ສະ​ເພາະ​ຈາກ​ອົງການ​ສະຫະ​ປະຊາ​ຊາດ ທີ່ເຫັນຄວາມສຳຄັນກ່ຽວກັບ ການຮັກສາຮິດຄອງປະເພນີ ສິນລະປະວັດທະນາທຳໂບຮານອັນເກົ່າແກ່ຂອງລາວຢູ່ ນະຄອນຫລວງພະບາງ ເມືອງມໍລະດົກໂລກ.

ຊົນຊາດລາວເປັນທີ່ຊາບກັນດີຢູ່ແລ້ວວ່າ ປະກອບດ້ວຍຫລາຍຊົນເຜົ່າອຸດົມຮັ່ງມີດ້ວຍສິນ
ລະປະວັດທະນາທຳ ແລະຍັງດຳ​ເນີນປະຕິບັດຮັກສາຮີດຄອງປະເພນີດັ້ງເດີມ​ເອົາໄວ້ ແຕ່ ວ່າພາກປະຕິບັດອັນເກົ່າແກ່​ໂບຮານເຫລົ່ານີ້ຍັງບໍ່ມີບັນທຶກບອກສອນ ແລະບໍ່ມີຫລັກສູດ ການສອນ ໃຫ້ຜູ້ເກີດໃໝ່ໃຫຍ່ລຸນໄດ້ຮຽນຮູ້ ໂດຍສະເພາະບັນດາຊາວຕ່່າງປະ​ເທດທີ່ເຂົ້າ ມາຢ້ຽມຢາມປະເທດລາວ ຜູ້​ມີ​ຄວາມຕ້ອງການຢາກຮຽນຮູ້ ແລະເຂົ້າໃຈ​ເຖິງສິນລະປະ ໂບຮານດັ້ງ​ເດີມ​ຂອງລາວ.

ຍານາງບົວໄລ ແມ່ນລູກບ້ານຫລານເມືອງນະຄອນຫລວງວຽງຈັນ ເປັນຜູ້ຊ່ຽວຊານດ້ານ ພັດທະນາສັງຄົມ ​ໂດຍ​ສະ​ເພາະສິນລະປະ​ຫັດຖະກຳພື້ນ​ເມືອງ​ລາວ ຍານາງໄດ້ເລົ່າພື້ນ
ຖານການສຶກສາ ແລະຊີວິດເບື້ອງຕົ້ນ ທີ່ໄດ້ນຳພາມາຮັບເອົາໜ້າທີອັນ​ສຳຄັນ ຄວາມຮັບ ຜິດຊອບດ້ານສິນລະປະ ​ແລະມະນຸດສະທຳດັ່ງນີ້:

ສິນລະປະພື້ນເມືອງ ຮີດຄອງປະເພນີ ແມ່ນຄວາມສີວິໄລຂອງມະນຸດຊາດ ທີບັນດາປະ ເທດອຸດສາຫະກຳເຫັນເປັນສິ່ງສຳຄັນ. ເຂົາເຈົ້າມີຫລັກສູດການຮຽນຄົ້ນຄວ້າຫາທີມາ
ຂອງການປະຕິບັດ ແລະຊອກຫາຊ່ອງທາງປັບປຸງ​ໃຫ້​ມີ​ຄຸນ​ນະພາ​ບດີ​ຂຶ້ນ ​ແລະເຂົ້າ​ໃຈ​ເຖິງ​ຄວາມ​ໝາຍ​ຂອງ​ການ​ນຳ​ໃຊ້ ຊຶ່ງຍານາງບົວໄລ ໄດ້ກ່າວຕໍ່ ວີ​ໂອເອ ອີກວ່າ:

ນະຄອນຫລວງພະບາງ ໄດ້ກາຍມາເປັນເມືອງມໍລະດົກໂລກ ທີ່​ບໍ່​ໄດ້​ຖືກ​ລົບ​ກວນ​ ​ແລະ​ແຊກ​ແຊງຈາກ​ໂລກ​ພາຍ​ນອກ ​ໂດຍ​ສະ​ເພາະ​ດ້ານ​ເຄຫາ​ສະຖານ ​ແລະ​ວັດທະນາ​ທຳ. ​ເພາະສະ​ນັ້ນ​ນະຄອນຫລວງ​ພະ​ບາງ ​ຈຶ່ງໄດ້​ກາຍ​ມາເປັນແຫລ່ງທ່ອງທ່ຽວທີ່ ສຳຄັນໃນ ເຂດເອເຊຍອາຄະເນ ມີບັນດາຊາວໂລກພາກັນຫລັ່ງໄຫລເຂົ້າມາຢ້ຽມຢາມຢ່າງ​ຫລວງ ຫລາຍໃນແຕ່ລະປີ. ເພື່ອຊ່ວຍບັນດານັກຫັດຖະກໍາທ້ອງຖິ່ນໃຫ້ໄດ້ຂາຍສິນຄ້າຂອງເຂົາ ເຈົ້າ ຊ່ວຍອະທິບາຍເຖິງຄວາມສໍາຄັນຂອງສິນຄ້າຫັດຖະກຳທີ່ເຮັດດ້ວຍມື ຊຸກຍູ້ສົ່ງເສີມ ແລະຊ່ວຍປັບປຸງໃຫ້ມີຄຸນນະພາບດີຂຶ້ນ ນີ້ແມ່ນໜ້າທີ່ວຽກການຂອງ ຍານາງບົວໄລ ຊຶ່ງຍານາງກ່າວຕໍ່ໄປອີກວ່າ:

ນັ້ນ​ແມ່ນ​ການ​ສຳພາດກັບ ຍານາງບົວໄລ ອຸດົມວິໄລ ປະຈຳຢູ່ຫລວງ​ພະບາງ ຍານາງບົວ​ໄລ ​ເປັນສະຕີລາວໜຸ່ມ ສຳເລັດປະລິນຍາໂທຝ່າຍບໍລິຫານ ແລະ ການເງິນຈາກ ມະຫາ ວິທະຍາໄລກະເສດສາດ ທີ່ບາງກອກ ​ແລະ​ໄດ້​ເລີ້ມ​ປະກອບ​ວິຊາ​ອາຊີບ​ເປັນ​ທີ່​ປຶກສາ​ເອກ​ກະເທດ ​ໃຫ້​ແກ່ອົງ​ການ​ທີ່​ບໍ່​ສ້າງ​ຜົນ​ກຳ​ໄລບໍ່ຂຶ້ນກັບລັດຖະບານ.

ຈົວນ້ອຍ ຢືນຢູ່ປ່ອງຢ້ຽມໃນສີມວັດ ບ້ານຂຸນຕາ ນະຄອນຫລວງວຽງຈັນ.
ຈົວນ້ອຍ ຢືນຢູ່ປ່ອງຢ້ຽມໃນສີມວັດ ບ້ານຂຸນຕາ ນະຄອນຫລວງວຽງຈັນ.

XS
SM
MD
LG