ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ວີໂອເອ ສຳພາດ ທ່ານນິພົນ ສະເດັດຕັນ ນັກວິສະວະກອນ ອຸດສາຫະກຳ ຝຣັ່ງ ເຊື້ອສາຍລາວ


ທ່ານນິພົນ ສະເດັດຕັນ ຕອນໄປເປັນທີ່ປຶກສາ ດ້ານເທັກໂນໂລຈີ ທີ່ນະຄອນຫລວງຮາໂນ່ຍ ປະເທດຫວຽດນາມ.
ທ່ານນິພົນ ສະເດັດຕັນ ຕອນໄປເປັນທີ່ປຶກສາ ດ້ານເທັກໂນໂລຈີ ທີ່ນະຄອນຫລວງຮາໂນ່ຍ ປະເທດຫວຽດນາມ.

ທ່ານ​ຜູ້​ຟັງ​ທັັັງຫຼາຍ ໃນ​ລາຍການ​ຊີວິດ​ຊາວ​ລາ​ວຂອງ ວີ​ໂອ​ເອ ມື້​ນີ້ ​ເຮົາ​ຈະ​ສະເໜີ​ການ​ສຳພາດກັບ ທ່ານ​ນິ​ພົນ ສະ​ເດັດ​ຕັນ ລູກບ້ານ​ຫລານ​ເມືອງ​ປາກ​ເຊ ອະດີດ​ນັກ​ສຶກສາລາວ​ ທີ່ໄດ້ເຂົ້າໄປຕັ້ງຖິ່ນຖານຢູ່ໃນປະເທດຝຣັ່ງ ເມືອສີ່ທົດສະວັດກ່ອນ. ທ່ານນິພົນໄດ້ຮັບເປັນ
ສັນຊາດຝຣັ່ງ ແລະປັດ​ຈຸ​ບັນ​ປະກອບ​ວິຊາ​ອາຊີບ ​ເປັນ​ນັກ​ວິສະວະກອນອຸດສາຫະກຳ ໃຫ້​ແກ່​ບັນດາບໍລິສັດອີ​ເລັກ​ໂຕຣນິກຕ່າງໆ​ຢູ່​ໃນ​ປະ​ເທດ​ຝຣັ່ງ. ເພື່ອຢາກຮູ້ຊີວິດ​ຄວາມ​ເປັນ​ມາ​ ​ແລະ​ການ​ເປັນ​ຢູ່ຂອງທ່ານ​ນິພົນ ກະລຸນາທ່ານ​ພົບ​ກັບ ກິ່ງ​ສະ​ຫວັນ ໄດ້ໃນ​ອັນ​ດັບ​ຕໍ່ໄປ.

ສະ​ບາຍ​ດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ໃນ​ລາຍການ​ຊີວິດ​ຊາວ​ລາວ ຂອງ​ວິທະ​ຍຸວີ​ໂອ​ເອມື້​ນີ້ ຂ້າພະ​ເຈົ້າ​ຈະ​ນຳພາ​ທ່ານຜູ້ຟັງໄປພົບກັບທ່ານ​ນິພົນ ສະ​ເດັດ​ຕັນ ​ອະດີດລູກບ້ານ​ຫລານ​ເມືອງ​ລາວຄົນ​ນຶ່ງ​ ໃນຈຳນວນ​ນັກ​ສຶກສາລາ​ວ​ຍິງ ​ແລະ​ຊາຍທີ່ໄດ້ພາກັນ​ເຂົ້າ​ໄປ​ສຶກສາ​ຮໍ່​າ ຮຽນດ້ວຍ​ທືນຕົນ​ເອງ​ຢູ່ໃນປະ​ເທດ​ຝຣັ່ງໃນ​ຊຸມປີ 1973-74 ຊຶ່ງເວ​ລາ​ນັ້ນ​ຕົກ​ຢູ່​ພາຍໃຕ້
ການຈັດ​ຕັ້ງ​ລັດຖະບານປະສົມແຫ່ງ​ອະດີດພະ​ລາຊະອານາຈັກ​ລາ​ວ.

ເປັນ​ເວລາເກືອບ​ເຄິ່ງສັດ​ຕະວັດທີ່​ຜ່ານ​ມາ ບັນດາ​ລູກ​ຫລານ​ເຊື້ອສາຍ​ລາວ​ຜູ້​ທີ່​ໄດ້ໜີອອກ​ຈາກ​ປະ​ເທດ​ໄປ​ສຶກສາ ​ແລະ​ຕົກ​ຄ້າງ​ຢູ່​ປະ​ເທດຕ່າງໆເຊັ່ນ​ຝຣັ່ງ ອັງກິດ ​ແລະ​ສະຫະລັດ​ເຫລົ່າ​ນີ້​ເປັນ​ຕົ້ນ ໃນທີ່ສຸດ​ເຂົາ​ເຈົ້າກໍ​ໄດ້ກາຍ​ມາ​ເປັນ​ພົນລະ​ເມືອງ​ຂອງ​ພວກ​ປະ​ເທດ​ດັ່ງ
ກ່າວ ​ໄດ້​ຮັບ​ການ​ສຶກສາ​ ​ແລະ​ໄດ້ກາຍ​ມາ​ເປັນ​ນັກວິຊາການຕ່າງໆ ຢ່າງ​ໜ້າ​ສັນລະ​ເ​ສີນ. ​ທ່ານນິພົນ ກໍແມ່ນຄົນສັນຊາດ​ຝຣັ່ງເຊື້ອສາຍລາວ​ຜູ້​ນຶ່ງ ຊຶ່ງເຮົາ​ຈະ​ນຳເອົາ​ຊີວິດ​ຄວາມ​ເປັນມາຂອງ​ຜູ້ກ່ຽວ ມາ​ເລົ່າ​ສູ່ຟັງ​ ເຖິງ​ຄວາມກ້າວໜ້າ ​ແລະກາ​ນດຳ​ລົງຊີວິດ​ດັ່ງນີ້​:

ທ່ານນິພົນ ສະເດັດຕັນ ນັກວິສະວະກອນອຸດສາຫະກຳ ຝຣັ່ງເຊື້ອສາຍລາວ
ທ່ານນິພົນ ສະເດັດຕັນ ນັກວິສະວະກອນອຸດສາຫະກຳ ຝຣັ່ງເຊື້ອສາຍລາວ

ຫລັງ​ຈາກ​ທ່ານ​ນິພົນ ​ຮຽນ​ຈົບແລ້ວ ທ່ານ​ກໍໄດ້​ເລີ້ມ​ເຮັດ​ວຽກ​ໃຫ້​ບໍລິ​ສັດ​ອຸດສາ​ຫະກໍາ ຊຶ່ງ
ແຫ່ງທຳອິດແມ່ນ ບໍລິສັດ​ຜຼິດ​ລົດ ບໍລິສັດ​ຜຼິດ​ອາຍ​ເຢັນ ​ແລະ​ອຶ່ນໆ​ຊຶ່ງ​ທ່ານ​ໄດ້​ເຫລົ່າ​ສູ່​ຟັງ​ວ່າ:

ທ່ານ​ນິພົນ ​ໄດ້​ໃຊ້​ຊີວິດ​ຢູ່​ປະ​ເທດ​ຝຣັ່ງ​ມາເປັນ​ເວລາດົນ​ກວ່າ​ສີ່​ທົດ​ສະ​ວັດແລ້ວ ​ແລະ​ໄດ້​ເດີນ​ທາງ​ໄປ​ທຸລະ​ກິດ​ຢູ່​ຫລາຍໆ​ປະ​ເທດ ​ແລະ​ສ່ວນກ່ຽວ​ກັບປະ​ເທດ​ລາວ ອັນ​ເປັນ​ບ້ານ​ເກີດ​ເມືອງ​ນອນ​ຂອງຜູ້ກ່ຽວນັ້ນ ທ່ານ​ໄດ້​ກ່າວ​ຕໍ່​ ວີ​ໂອ​ເອ​ວ່າ:

ໃນວຽກ​ງານການເປັນ​ນັກວິ​ສະວະ​ກອນ​ອຸດສາຫະກໍາຂອງທ່ານ ທ່ານ​ນິພົນ ​ໄດ້​ເດີ​ນທາງ​ໄປ​ເປັນ​ທີ່​ປຶກສາ​ຢູ່ໃນຫລາຍໆ​ປະ​ເທດ ບັດ​ນີ້ອາຍຸ​ປີ​ການ​ເຮັດ​ວຽກ​ຂອງ​ທ່ານ​ກໍໃກ້​ຈະ​ຄົບ
ກຳນົດແລ້ວ ທ່ານ​ໄດ້​ເຫລົ່າ​ເຖິງ​ຄວາມ​ຮູ້ສຶກ ​ແລະ​ກົດ​ເກນ​ຂອງ​ການ​ເຮັດ​ວຽກ​ໃນ​ຕອນ​ນີ້​ວ່າ :

ບັດ​ນີ້​ເຮົາ​ມາ​ຟັງເຣື່ອງລາວ​ຊີວິດ​ການເປັນ​ຢູ່ ການສັງ​ສັນ ​ແລະ​ຮິດຄອງ​ປະ​ເພີ​ນີຂອງ​ຊາວລາວຝຣັ່ງເບິ່ງເໜາະທ່ານ ວ່າ​ເຂົາ​ເຈົ້າ​ຢູ່​ກິນ​ໄປ​ມາ​ຫາ​ສູ່​ກັນ​ຢ່າງ​ໃດ ຊຶ່ງ​ທ່ານ​ນິພົນ ​ໄດ້​ກ່າວ​ມ້ວນທ້າຍ​ໃນ​ຕອນ​ນີ້​ວ່າ:

ທ່ານ​ນິພົນ ສະ​ເດັດ​ຕັນ ສັນຊາດ​ຝຣັ່ງ​ເຊື້ອສາຍ​ລາວ ​ເຖິງ​ແມ່ນ​ໄດ້​ໜີ​ອອກ​ຈາກ​ປະ​ເທດ​ລາວ​ມາ​ເປັນ​ເວລາ​ນດົນ​ນານ ແຕ່ຜູ້ກ່ຽວກໍຍັງ​ສາມາດ​ປາກເວົ້າ​ພາສາ​ລາວ ອ່ານ​ພາສາ​ລາວ ​ແລະ​ຍັງ​ຄິດ​ເຖິງ​ເມືອງ​ລາວຢູ່​ຕະຫລອດ ​ແລະ​ກໍ​ເປັນສັນຊາດ​ຝຣັ່ງ​ຜູ້​ນຶ່ງ ທີ່​ໄດ້​ວາງ​ບົດບາດ​ຕາງໜ້າ​ໃຫ້ປະ​ເທດທີ່ເປັນເຈົ້າພາບຂອງຜູ້ກ່ຽວ.

XS
SM
MD
LG