ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊີວິດການຕໍ່ສູ້ຂອງ ທ່ານຄຳຝົນ ໄຊມຸນຕຣີ


ທ່ານຄຳຝົນ (ຄົນກາງ) ໄຊມຸນຕຣິ ອະດີດໜ່ວຍກູ້ໄພ ກອງທັບ ອາກາດສະຫະລັດ.
ທ່ານຄຳຝົນ (ຄົນກາງ) ໄຊມຸນຕຣິ ອະດີດໜ່ວຍກູ້ໄພ ກອງທັບ ອາກາດສະຫະລັດ.

ທ່ານຜູ້ຟັງທັງຫຼາຍ ໃນລາຍການຊີວິດຊາວລາວມື້ນີ້ ເຮົາຈະຂໍແນະນຳໃຫ້ທ່ານຮູ້ຈັກກັບ
ທ່ານຄຳຝົນ ໄຊມຸນຕຣີ ລູກຊາວນາ ເກີດຢູ່່ບ້ານ ດອນຄອນ ແຂວງສີ່ພັນດອນ ປະເທດ
ລາວ. ຄໍາຝົນເປັນນັກຮຽນເກັ່ງ ສູ້ທົນ ແລະມີພອນສະຫວັນ. ສະໄໝຍັງເປັນເດັກນ້ອຍຢູ່
ໃນເມືອງລາວ ຄຳຝົນປະສົບກັບຄວາມ ທຸກຍາກລໍາບາກ ອາໄສວັດເປັນທີ່ເພິ່ງ ແລະ
ຮໍ່າຮຽນ. ສ່ວນວ່າ ຊິວິດຂອງ ຄໍາຝົນ ທີ່ໄດ້ກາຍມາເປັນຄົນອາເມຣິກັນເຊື້ອສາຍລາວ ທີ່ໄດ້ຮັບໃຊ້ປະເທດຊາດຢ່າງເປັນຜົນສຳເລັດຢ່າງໃດນັ້ນ ກິ່ງສະວັນ ຈະນຳມາສະເໜີ
ທ່ານໃນອັນດັບຕໍ່ໄປ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ປະຈຳວັນ
ພະຫັດ ອາທິດທຳອິດປີໃໝ່ 2017 ມື້ນີ້ ຂ້າພະເຈົ້າຂໍເລີ້ມໂດຍການແນະນຳໃຫ້ທ່ານຮູ້
ຈັກກັບ ທ່ານຄຳຝົນ ໄຊມຸນຕຣີ ອາເມຣິກັນເຊື້ອສາຍລາວ ຜູ້ມີຄວາມມານະອົດທົນໃນ
ດ້ານການສຶກສາ ຜະຈົນໄພຊີວິດມາແຕ່ຍັງນ້ອຍ ຈົນໄດ້ກາຍມາຮັບໃຊ້ຢູ່ໃນວົງການ
ລັດຖະບານ ແລະເປັນພົນລະເມືອງດີຂອງສະຫະລັດປະເທດໃໝ່ຂອງຜູ້ກ່ຽວຢ່າງໜ້າ
ສັນລະເສີນ.

ບັດນີ້ເຮົາມາຫວນຄືນກັບໄປເບິ່ງຊີວິດການເປັນຢູ່ຂອງຄຳຝົນຢູ່ໃນອະດີດ ການປົກຄອງ
ຂອງພະລາຊາອານາຈັກລາວ ເມື່ອສີ່ທົດສະຫວັດກ່ອນເນາະທ່ານ. ຄຳຝົນເກີດໃນປີ
1953 ຢູ່ບ້ານດອນຄອນ ສີ່ພັນດອນ ບ່ອນດິນແດນພາກໃຕ້ສຸດຂອງປະເທດລາວທີ່
ຮູ້ກັນວ່າ ຫລີ່ຜີ ທີ່ເປັນນໍ້າຕົກ ໄຫລເຂົ້າສູ່ຊາຍແດນປະເທດກຳປູເຈຍ. ທ່ານຄຳຝົນເປັນ
ລູກຫລ້າໃນຈຳນວນອ້າຍເອື້ອຍນ້ອງນຳກັນຫ້າຄົນ ຂອງຄອບຄົວຊາວໄຮ່ຊາວນາທີ່ທຸກ
ຈົນດ້ານເງິນຄຳ ແຕ່ວ່າອຸດົມສົມບຸນໄປດ້ວຍດິນດອນຕອນຫຍ້າທີ່ເຕັມໄປດ້ວຍຕົ້ນໝາກ
ຕົ້ນພ້າວ ແລະຜົນລະໄມ້ທຳມະຊາດຊະນິດຕ່າງໆ ຊຶ່ງເວລານັ້ນຍັງບໍ່ທັນສາມາດນຳມາ
ສ້າງໃຫ້ເປັນເສດຖະກິດຊ່ວຍອູ້ມຊູຄອບຄົວໄດ້. ດອນຄອນເປັນໝູ່ບ້ານເກາະດອນ
ນ້ອຍໆ ແລະມີໂຮງຮຽນປະຖົມພຽງແຕ່ຮອດປໍສາມເທົ່ານັ້ນ.

ຄໍາຝົນເປັນເດັກນ້ອຍມີພອນສະຫວັນ ມັກສະແຫວງຫາການຮໍ່າຮຽນ ແລະຕໍ່ສູ້ກັບຊີວິດ.
ຫລັງຈາກຮຽນຈົບປໍສາມແລ້ວພໍ່ຂອງຜູ້ກ່ຽວກໍໄດ້ນຳເອົາລາວໄປຝາກຝັງໄວ້ຢູ່ກັບວັດເມືອງ
ໂຂງເພື່ອຮຽນຕໍ່ຊັ້ນປະຖົມ ຊຶ່ງຄຳຝົນໄດ້ເຫລົ່າຊີວິດຂອງການເປັນສັງກະລີວັດວ່າ :

ທ່ານຄໍາຝົນ ອະດີດນັກຮຽນດົງໂດກ ປີ 1968.
ທ່ານຄໍາຝົນ ອະດີດນັກຮຽນດົງໂດກ ປີ 1968.

ຫລັງຈາກຮຽນຈົບຊັ້ນປະຖົມແລ້ວ ຄຳຝົນກໍໄດ້ມາຮຽນຕໍ່ຢູ່ລີເຊປາກເຊ ແລະໄດ້ອາໄສ
ຢູ່ໃນວັດຕໍ່ ທັງຮັບໃຊ້ພະສົງເພື່ອສຶກສາຮໍ່າຮຽນ ຊຶ່ງຄໍາຝົນໄດ້ກ່າວວ່າ :

ອະດີດໜ່ວຍປາບປາມຢາເສບຕິດ ແຫ່ງພະລາຊະອານາຈັກລາວ.
ອະດີດໜ່ວຍປາບປາມຢາເສບຕິດ ແຫ່ງພະລາຊະອານາຈັກລາວ.

ຢູ່ໃນສະໄໝໃດໆກໍຕາມ ການຫລິ້ນພັກຫລິ້ນພວກ ໂດຍສະເພາະພວກລູກເຈົ້າ ຫລານ
ນາຍ ຍັງເປັນພາກສ່ວນປະຕິບັດກັນມາຈົນເຖິງເທົ້າປັດຈຸບັນ ຄຳຝົນໄດ້ເຫລົ່າ ເຖິງຄວາມ
ບຸກບືນຕໍ່ສູ້ເອົາຄວາມຍຸຕິທຳໃນບັ້ນນີ້ວ່າ :

ທ່ານຄໍາຝົນ ອະດີດທະຫານອາກາດ ສະຫະລັດ
ທ່ານຄໍາຝົນ ອະດີດທະຫານອາກາດ ສະຫະລັດ

ດ້ວຍຄວາມດຸໝັ່ນຂະຫຍັນຂັນແຂງກັບໜ້າທີ່ວຽກການ ຄຳຝົນຈຶ່ງໄດ້ຖືກສົ່ງມາອົບຮົມ
ກ່ຽວກັບຢາເສຍຕິດຢູ່ ສະຫະລັດ ໃນປີ 1974 ທີ່ລັດ California ແລະ ຕໍ່ມາກໍໄດ້ເກີດ
ມີການປ່ຽນແປງລະບອບການປົກຄອງຢູ່ໃນລາວ. ຢ່າງໃດກໍດີ ຄຳຝົນກໍແມ່ນໄດ້ສືບຕໍ່
ການສຶກສາຈົນສຳເລັດປະລິນຍາຕີ ຈາກມະຫາວິທະຍາໄລ California State ແລະ
ປະລິນຍາໂທຝ່າຍບໍລິຫານທຸລະກິດຈາກ ມະຫາວິທະຍາໄລ San Francisco. ຄຳຝົນ
ໄດ້ເຂົ້າຮັບໃຊ້ກອງທັບອາກາດສະຫະລັດ ເປັນເວລາ 24 ປີ ແລະໄດ້ກ່າວເຖິງຊີວິດ
ບັ້ນນີ້ວ່າ :

ອະດີດໝ່ວຍປາບປາມຢາເສບຕິດ ສະຫະລັດ ທີ່ ໂຄລົມເບຍ ອາເມຣິກາໃຕ້.
ອະດີດໝ່ວຍປາບປາມຢາເສບຕິດ ສະຫະລັດ ທີ່ ໂຄລົມເບຍ ອາເມຣິກາໃຕ້.

ປັດ​ຈຸ​ບັນ​ນີ້ ທ່ານ​ຄຳ​ຝົນ​ມີ​ອາຍຸ 63 ປີ ​ໄດ້​ຮັບ​ໃຊ້​ກອງທັບ​ອາກາດ​ສະຫະລັດ ​ເປັນ​ເວລາ 24 ປີ ​ແລະ​ໄດ້​ລາ​ອອກ​ບໍານານ. ​ແຕ່​ຍັງ​ຢາກ​ໃຊ້​ສະຕິ​ປັນຍາ​ເຫື່ອ​ແຮງ​ເຮັດ​ວຽກ​ອີກ​ຕໍ່​ໄປ ​ແລະ​ໄດ້​ສະໝັກ​ເຂົ້າ​ເປັນ​ເຈົ້າ​ໜ້າ​ທີ່​ພາສີ​ສະຫະລັດ ຈົນ​ເຖິງ​ເທົ້າ​ປັດ​ຈຸ​ບັນ ຊຶ່ງທ່ານ​ໄດ້​ກ່າວ​ວ່າ :

ຄອບຄົວ ທ່ານຄຳຝົນ ໄຊມຸນຕຣີ
ຄອບຄົວ ທ່ານຄຳຝົນ ໄຊມຸນຕຣີ

ທ່ານຄຳຝົນມີຄວາມເຫລື້ອມໄສຕໍ່ພຸດທະສາສະໜາຢ່າງເລິກເຊີ່ງ ເອື້ອເຟື້ອເພື່ອແຜ່ສ້າງ
ຄອບຄົວກັບຍານາງໄພວັນ ຢູ່ທີ່ເມືອງ Chino Hills ລັດ California ມີລູກຊາຍ ແລະລູກ
ສາວດ້ວຍກັນສີ່ຄົນ ແລະແຕ່ລະຄົນ ກຳລັງຮຽນຝ່າຍການແພດ ທີ່ແນເປົ້າໝາຍໃສ່ດອກ
ເຕີໝົດທຸກຄົນ.

XS
SM
MD
LG