ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຳພາດ ທ່ານບຸນທະລາ ປັນຍາວິຈິດ ເລຂານຸການເອກ ສະຖານທູດ ສປປ ລາວ


ທ່ານບຸນທະລາ ປັນຍາວິຈິດ ເລຂານຸການເອກ ປະຈຳສະຖານທູດ ສປປ ລາວ.
ທ່ານບຸນທະລາ ປັນຍາວິຈິດ ເລຂານຸການເອກ ປະຈຳສະຖານທູດ ສປປ ລາວ.

ທ່ານຜູ້ຟັງທີ່ເຄົາລົບທັງຫຼາຍ ໃນລາຍການຊີວິດຊາວລາວຂອງ ວີໂອເອ
ແລງວັນພະຫັດມື້ນີ້ ເຮົາຈະນຳພາທ່ານໄປຟັງການສຳພາດກັບທ່ານ
ບຸນທະລາ ປັນຍາວິຈິດ ນັກການທູດ ສປປ ລາວ ຝ່າຍການເມືອງ ເສດຖະ
ກິດ ແລະວັດທະນຳ ຂອງ ສະຖານທູດ ສປປ ລາວ ປະຈຳສະຫະລັດ ເມັກຊິ
ໂກ ແລະການາດາ ທີ່ນະຄອນຫຼວງ ວໍຊິງຕັນ. ບັດນີ້ທ່ານບຸນລະລາ ຮອດ
ກຳນົດ ທີຈະກັບຄືນບ້ານຊຶ່ງ ກິ່ງສະວັນ ຈະນຳເອົາການໂອ້ລົມກັບຜູ້ກ່ຽວມາ
ສະເໜີທ່ານ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ມື້ນີ້ຂ້າພະເຈົ້າຈະຂໍແນະນຳທ່ານ ໃຫ້ຮູ້ຈັກກັບທ່ານ
ບຸນທະລາ ປັນຍາວິຈິດ ນັກການທູດ ເລຂານຸການເອກ ຫົວໜ້າຝ່າຍການເມືອງ ເສດ
ຖະກິດ ແລະວັດທະນາທຳ ປະຈໍາສະຖານທູດ ສປປ ລາວ ທີ່ນະຄອນຫລວງ ວໍຊິງ
ຕັນ ສຳລັບການາດາ ແລະເມັກຊິໂກນຳ. ນະຄອນຫລວງວໍຊິງຕັນ ນອກຈາກຈະເປັນ
ທີ່ຕັ້ງ ຫ້ອງການປົກຄອງຕ່າງໆຂອງ ປະເທດແລ້ວ ຍັງເປັນສູນກາງປະຊາຄົມການທູດ
ທີ່ມີສະຖານທູດຕ່າງໆທົ່ວໂລກມາເຕົ້າໂຮມກັນຢູ່ ໂດຍສະເພາະກໍແມ່ນສະຖານທູດ
ສປປ ລາວ ທີ່ໄດ້ສົ່ງນັກການທູດ ສັບປ່ຽນກັນໄປມາ ແລະແຕ່ລະຄົນກໍຈະມີກຳນົດ
ສາມປີ.

ທ່ານບຸນທະລາ ແມ່ນລູກຫລານບ້ານໂພນແພງ ເມືອງໜອງບົກ ແຂວງຄຳມ່ວນ ແລະ
ໄດ້ມາເຕີບໃຫຍ່ຢູ່ ນະຄອນຫລວງວຽງຈັນ ບ່ອນທີ່ທ່ານໄດ້ຮັບການສຶກຊັ້ນສູງກ້າວຂຶ້ນ
ມາເປັນຂັ້ນໆ. ທ່ານໄດ້ເຂົ້າຮັບໃຊ້ໜ້າທີ່ເປັນລັດຖະກອນ ຢູ່ກະຊວງຕ່າງປະເທດ ສປປ
ລາວ ແລະໄດ້ຖືກແຕ່ງຕັ້ງໃຫ້ມາປະຈຳການຢູ່ສະຖານທູດ ສປປ ລາວ ທີ່ນະຄອນຫລວງ ວໍຊິງຕັນ ມາເປັນເວລາດົນກວ່າສາມປີແລ້ວ. ບັດນີ້ທ່ານບຸນທະລາ ໄດ້ໝົດກຳນົດໜ້າທີ່
ການ ແລະຈະກັບຄືນເມືອເມືອງລາວ ພ້ອມດ້ວຍພັນລະຍາ ຍານາງສິນສະມຸດ ແລະ
ລູກນ້ອຍທີ່ໜ້າຮັກສອງຄົນ.

ເພາະສະນັ້ນ ວີໂອເອ ຈຶ່ງໄດ້ຖືໂອກາດນີ້ສຳພາດ ທ່ານບຸນທະລາ ລະຫວ່າງງານກິນລ້ຽງ
ສັ່ງລາໃນແລງວັນເສົາ ທີ 4 ກຸມພາ ທີ່ສະຖານທູດ ສປປ ລາວ ຊຶ່ງທ່ານບຸນທະລາ ໄດ້
ເລົ່າປະສົບການຂອງທ່ານກັບ ວີໂອເອ ດັ່ງນີ້:

ທ່ານບຸນລະທາ ໄດ້ກ່າວເຖິງຄວາມສຳພັນທາງດ້ານການທູດ ການປະສານງານລະວ່າງ
”ລັດຖະບານ ສປປ ລາວ ກັບສະຫະລັດອາເມຣິກາ ໃນລະຍະສາມປີທີ່ທ່ານໄດ້ມາປະຕິ
ບັດໜ້າທີ່ດັ່ງນີ້:

ບັນດານັກການທູດຫລາຍໆທ່ານຜູ້ມີຄອບຄົວ ມັກຈະຖືໂອກາດເອົາການມາປະຕິບັດ
ງານຢູ່ຕ່າງປະເທດ ໂດຍພາຄອບຄົວຕິດຕາມມານຳ ເພື່ອຮຽນຮູ້ເອົາປະສົບການຊີວິດ
ການເປັນຢູ່ ແລະການສຶກສາຮໍ່າຮຽນຂອງພວກລູກເຕົ້າ. ທ່ານບຸນທະລາ ໄດ້ໃຫ້ທັດສະ
ນະກ່ຽວກັບການສຶກສາຂອງພວກລູກໆ ແລະການພົວພັນກັບປະຊາຄົມລາວອາເມຣິ
ກັນ ຢູ່ໃນສະຫະລັດດັ່ງນີ້:

ທ່ານບຸນທະລາ ປັນຍາວິຈິດ ແລະຄອບຄົວ
ທ່ານບຸນທະລາ ປັນຍາວິຈິດ ແລະຄອບຄົວ

ໃນ​ລະຍະ​ທີ່​ທ່ານບຸນທະລາ ໄດ້ມາ​ປະຈຳງານ​ຢູ່​ນະຄອນຫລວງ ວໍ​ຊິງຕັນ ດີ​.ຊີ ທ່ານ​ໄດ້​ມີ​ໂອກາດ​ເດີນທາງ​ໄປ​ຢ້ຽມຢາມຖາມ​ຂ່າວ ສ້າງ​ຄວາມ​ຮັກ​ຄວາມແພງ​ກັບ​ບັນດາພີ່ນ້ອງ​ອາ​ເມຣິກັນ​ເຊື້ອສາຍ​ລາວ ຢູ່​ໃນຫລາຍໆ​ລັດ ພ້ອມ​ທັງ​ປະ​ເທດ​ກາ​ນາ​ດາ ທີ່​ຕັ້ງ​ຢູ່​ຕິດ​ກັບ​ຊາຍ
​ແດນ​ພາກ​ເໜືອ​ຂອງ ສະຫະລັດ ຊຶ່ງ​ທ່ານ​ໄດ້​ກ່າວ​ສູ່​ຟັງ​ວ່າ:

ທ້າຍ​ສຸດ​ນີ້ ທ່ານ​ບຸນ​ທະລາ ​ກໍໄດ້ກ່າວອຳລາບັນດາ​ພີ່ນ້ອງ​ເຊື້ອ​ສາຍ​ລາວ ​ໃນ​ສະຫະລັດ ​ແລະ​ກາ​ນາ​ດາ ດັ່ງ​ນີ້:

ທ່ານບຸນທະລາ ແລະພັນລະຍາ ຍານາງສິນສະມຸດ ປັນຍາວິຈິດ
ທ່ານບຸນທະລາ ແລະພັນລະຍາ ຍານາງສິນສະມຸດ ປັນຍາວິຈິດ

ພ້ອມນີ້ ວີ​ໂອ​ເອ ກໍຂໍຖືໂອກາດ ອວຍໄຊ​ໃຫ້ພອນແກ່​ທ່ານ​ບຸນ​ທະລາ ​ແລະ​ຄອບຄົວ ຈົ່ງ​ເດີນທາງ​ກັບ​ເມືອ​ຮອດ​ເມືອ​ເຖິງເມືອງ​ລາວ ດ້ວຍ​ຄວາມ​ສະ​ວັດ​ດີ​ພາບ.

XS
SM
MD
LG