ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອະດີດ ສຳມະເນນລາວ ຈາກ ສີ່ພັນດອນ ກາຍມາເປັນ ນັກທຸລະກິດ ທີ່ ບາງກອກ


ທ່ານສຸທັດ ສີພົມ ນັກທຸລະກິດ ເຊື້ອສາຍລາວ ທີ່ ບາງກອກ ປະເທດໄທ.
ທ່ານສຸທັດ ສີພົມ ນັກທຸລະກິດ ເຊື້ອສາຍລາວ ທີ່ ບາງກອກ ປະເທດໄທ.

ທ່ານ​ຜູ້​ຟັງ​ທັງຫຼາຍ ​ໃນລາຍການ​ຊີ​ວິ​ດຊາວ​ລາວ ສຳລັບ​ວັນ
​ພະຫັດມື້​ນີ້ ​ເຮົາ​ຈະ​ພາ​ທ່ານໄປ​ພົບ​ກັບ ທ່ານ​ສຸທັດ ​ສີພົມ ລູກ
ບ້ານ​ຫລານ​ເມືອງ​ຂອງ ​ເມືອງໂຂງ ​ເຂ​ດສີ່​ພັນ​ດອນ ​ແຂວງ​ຈຳ
ປາ​ສັກ ຕັ້ງ​ຢູ່​ພາກ​ໃຕ້ສຸດ​ຂອງ ປະ​ເທດ​ລາວ. ທ່ານສຸທັດ ໄດ້
​ບວດ​ເປັນຈົວ ​ເດີນທາງ​ເຂົ້າ​ມາ​ສື​ກສາ​ຝ່າຍ​ທຳ​ ​ແລະ​ຝ່າຍທຸ
ລະ​ກິດ ທີ່ບາງກອກ ປະ​ເທດ​ໄທ ຈົນ​ສຳ​ເລັດ. ຫລັງ​ຈາກນັ້ນ​
ຜູ້ກ່ຽວກໍໄດ້ ​ສິກ​ອອກ​ມາ​ປະກອບອາຊີບ ສາລະ​ພັດ​ຢ່າງ ​ໃນ
​ທີ່​ສຸດ​ກໍໄດ້ສ້າງ​ທຸລະ​ກິດ​ຂອງຕົນ​ເອງ​ ຈົນ​ເປັນ​ທີ່​ສຳ​ເລັດ ຢູ່​
ໃນບາງກອກ ປະ​ເທດ​ໄ​ທ. ສ່ວນຄວາມ​ເປັນ​ມາ ຂອງ​ທ່ານ
ສຸ​ທັດ ​ເປັນຢ່າງ​ໃດ​ນັ້ນ ກິ່ງ​ສະຫວັນຈະ​ນຳ​ມາສະ​ເໜີ​ທ່ານ​ໃນ
​ອັນ​ດັບ​ຕໍ່​ໄປ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ພົບ​ກັນ​ອີກ​ຕາມ​ນັດ​ໝາຍ ກັບ​ລາຍການ​ຊີວິດ​ຊາວ​ລາວ. ມື້​ນີ້ ຂ້າພ​ະ​
ເຈົ້າ ຈະຂໍ​ແນະນຳ​ໃຫ້​ທ່ານ​ຮູ້ຈັກກັບ ທ່ານສຸທັດ ​ສີພົມ ເຊື້ອສາຍ​ລາວ ເຈົ້າ​ຂອງຮ້ານ​ທຸລະ
​ກິດ online ຂາຍ​ເຄຶ່ອງ​ບູ​ຊາ​ສັງຄະ​ພັນ ຫລື​ເຄື່ອງ​ຂອງ​ສັກກາຣະບູຊາ ຢູ່ໃນ ນະຄອນ​
ຫລວງບາງ​ກອກ ປະ​ເທດ​ໄທ. ​ແຕ່​ກ່ອນ ທ່ານສຸ​ທັດ ຈະໄດ້​ປະສົບ​ກັບຜົນສຳ​ເລັດນັ້ນ​ ຊີ
ວິດ​ຂອງ ທ່ານ​ສຸທັດ ​ໄດ້ຜ່ານ​ກັບ​ຄວາມ​ທຸ​ກຍາກ​ລຳບາກ ຜະຈົນ​ໄພ ​ມີມານະ​ອົດທົນ ຕັ້ງ​
ອົກ​ຕັ້ງ​ໃຈ ສະ​ແຫວ​ງ​ຫາການ​ສຶກສາຊັ້ນ​ສູງ ອັນ​ເປັນ​ເປົ້າ​ໝາຍສູ່​ການ​ດຳລົງ​ຊີວິດຢ່າງ
​ປະສົບ​ຜົນສຳ​ເລັດ ຢູ່​ໃນ ນະຄອນຫລວງ​ບາງກອກ ປະ​ເທ​ດ​ໄທ.

​ໃນ​ລະຍະ​ທີ່ຜ່ານ​ມາ ຫຸກໆຄັ້ງທີ່​ເຮົາໄດ້ຍິນຂ່າວ​ກ່ຽວ​ກັບວ່າຄົນ​ລາວ ຂ້າມໄປ​ຫາ​ຢູ່​ຫາ​ກິນ
ຢູ່ໃນ​ປະ​ເທດ​ໄທນັ້ນ ​ເຮົາມັກ​ຈະຍິນ​ຂ່າວ​ທີ່​ບໍ່ເປັນ​ມົງຄຸນ ​ເຊັ່ນວ່າ​ລັກ​ລອບ​ເຂົ້າ​ເມືອງຜິ​ດ
ກົດໝາຍ ຍິງສາວລາວຖືກ​ຫລອກ​ລໍ້ໃຫ້ຄ້າ​ປະເວນີ ​ແລະຜູ້ຊາຍພາກັນຫາຮັບຈ້າງເປັນ ກຳມະກອນ ຢູ່ຕາມຮ້ານຄ້າ ສະຖານທີ່ຕ່າງໆ ໃນປະເທດໄທ​ແລະ ສິ່ງທີ່ໜ້າເວດທະນາ
ແລະ​ເປັນ​ໂສກ​ນາດຕະກຳທີ່ສຸດກໍຄື ການຖືກ​ຄາດ​ຕະກໍາ ​ ແລະ ເກີດເຫດຮ້າຍ​ຕ່າງໆເຖິງ
ແກ່ຊີວິດ.

​ແຕ່​ສຳລັບ​ມື້​ນີ້ ​ເຮົາ​ຈະ​ພາ​ທ່ານຫັນ​ມາ​ເບິ່ງຊີວິດໃນ​ທາງບວກຈັກ​ບາດ. ໂຕຢ່າງອັນ​ນີ້​ກໍ​
ຄື​ຂອງ ທ່ານ​ສຸທັດ ​ສີພົມ ​ເຊື້ອ​ສາຍ​ລາວ ທີ່​ໄດ້​ຜະຈົນ​ໄພ​ເຂົ້າ​ມາ​ຢູ່​ປະ​ເທດ​ໄທ​ໃນ​ນາມ
​ນັກບວດ ​ສຳ​ເລັດການ​ສຶກສາຝ່າຍທຳ ​ແລະຝ່າຍ​ທຸລະ​ກິດ ​ແລະ​ໄດ້ສິກ​ອອກ​ມາ​ປະກອບ
​ວິຊາ​ອາຊີບ ຢ່າງ​ເປັນ​ຜົນສຳ​ເລັດໃນ ນະຄອນຫລວງ​ບາງກອກ. ຫົນທາງ​ອັນ​ຍາວ​ນານ
​ຄົດ​ລ້ຽວ ​ແລະ​ຜະຈົນ​ໄພຂອງ ທ່ານ​ສຸທັດ ​ສີພົມ ​ລູກບ້ານ​ຫລານ​ເມືອງ ດອນ​ທໍຣະທີ ​ນຶ່ງ
​ໃນ​ຈຳນວນໝູ່ເກາະ ສີ່​ພັນ​ດອນ ​ເປັນ​ມາ​ດັ່ງ​ນີ້.

ທ່ານ​ສຸທັດ ສີພົມ ​ເກີດຢູ່​ດອນທໍຣະທີ ຕິດ​ກັບ​ຊາຍ​ແດນ​ກຳ​ປູ​ເຈຍ ແຂວງ​ຈຳປາ​ສັກ ພາກ​
ໃຕ້​ສຸດ​ຂອງ ປະ​ເທດ​ລາວ. ​ເຖິງ​ແມ່ນ​ວ່າປັດ​ຈຸ​ບັນ​ນີ້ ​ເຮົາຕົກຢູ່​ໃນ ​ສັດຕະວັດ​ທີ່ 21 ທີ່ເຕັມ
ໄປ​ດ້ວຍຄວາມ​ຈະ​ເລີ​ນຮຸ່ງ​ເຮຶອງດ້ານ​ເທັກ​ໂນ​ໂລ​ຈີ ​ແລະ​ລະດັບ​ການ​ເປັນ​ຢູ່​ສູງ​ຂຶ້​ນແລ້ວ​ກໍ​
ຕາມ ​ແຕ່​ວ່າຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາກອນ​ລາວ ໃນ​ເກາະດອນ​ ສີ່​ພັນ​ດອນ ຍັງ​ບໍ່​ມີ
​ຫຍັງປ່ຽນ​ແປງພໍ​ທໍ່​ໃດ ແລະ​ຍັງສືບ​ຕໍ່​ການ​ດຳລົງ​ຊີວິດ​ແບບ​ທີ່​ໄດ້​ປະຕິບັ​ດກັນມາ​ເປັນ​ເວ
ລາ​ຫລາຍ​ຮ້ອບປີນັ້ນ. ດອນ​ທໍຣະທີ ​ແມ່ນ​ນຶ່ງໃນ​ຈຳນວນ​ບັນດາໝູ່ເກາະ ສີ່​ພັນ​ດອນ ມີ
ຢູ່ປະມານຮ້ອຍກວ່າ​ຫລັງຄາ​ເຮືອນ ສອງ​ຮ້ອຍ​ກວ່າຄອບຄົວ ອາ​ໄສໃຊ້​ແມ່ນຳ້ຂອງ ​ເປັນ​
ນຳ້ອາບ ​ນຳ້ໃຊ້ຢູ່​ກິນທຸກ​ຢ່າງ​ ບໍ່​ມີ​ໄຟຟ້າ​ໃຊ້ ຍັງຕ້ອງ​ໄດ້​ໃຊ້​ຕະກຽງ. ຊາວ​ເກາະດອນ​
ທໍຣະທີ ພາກັນປູກ​ຝັງ​ເຮັດ​ຮົ້ວ​ສວນ ໂດ​ຍສະ​ເພາະຫາ​ປາ​ເປັນ​ສ່ວນ​ໃຫຍ່. ດອນ​ທໍຣະທີ
ມີ​ໂຮງຮຽນ​ປະຖົມ ມີ​ວັດວາ​ອາ​ຮາມ ​ການ​ຄົມມະນາຄົມ​ຫາ​ກັນ​ ຕ້ອງ​ໄດ້​ອາ​ໄສ​ເຮືອ​ພາຍ
​ແລະ​ເຮືອຈັກ.

ທ່ານ​ສຸທັດ ສີພົມ ລູກ​ຊາຍ​ຜູ້​ທີ່​ຫົກ​ຂອງ​ອ້າຍ​ເອື້ອຍ​ນ້ອງ​ທັງ​ໝົດເກົ້າຄົນ ຫລັງ​ຈາກ​ຮຽນ
​ຈົບຊັ້ນ​ປະຖົມ​ແລ້​ວ ​ໄດ້​ເຂົ້າ​ບວດ​ເປັນ​ຈົວ​ ​ເວ​ລາ​ນັ້ນ​ມີ​ອາຍຸໄດ້​ 12 ປີ. ​ເນື່ອງ​ຈາກ​ວ່າ ພໍ່
​ແມ່​ເປັນ​ຊາວ​ໄຮ່​ຊາວນາ ເພາະສະ​ນັ້ນ ເປັນ​ທາງ​ອອກ​ທາງ​ດຽວ​ທີ່​ຈະ​ໃຫ້​ລູກ​ມີ​ໂອກາດ
​ໄດ້​ຮຳ່ຮຽນ​ຕໍ່ກໍ​ຄື ​ເຂົ້າ​ບວດ​ຢູ່​ໃນ​ວັດ. ທ່ານ​ສຸ​ທັດ ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ຕອນ​ຕົ້ນ​ໆຂອງ​
ຊີວິດ​ນີ້ວ່າ :

ທ່ານສຸທັດ ສີພົມ
ທ່ານສຸທັດ ສີພົມ

ລິງໂດຍກົງ

​ໃນ​ຂະນະ​ທີ່ ອ້າຍຈົວນ້ອຍ​ສຸທັດ ​ບວດ​ຢູ່ໃນວັດນັ້ນ ລາວໄດ້​ມີ​ໂອກາ​ດຕິດຕາມ​ຄູບາ​ອາ
ຈານ​ ​ໄປທ່ຽວ​ອຸບົນຣາດຊະ​ທານີ ປະ​ເທດ​ໄທ ຈົວ​ນ້ອຍ​ສຸທັດ ​ໄດ້​ໄປ ເຫັນ​ຄວາມ​ຈະ​ເລີ​ນ
ຮຸ່ງ​ເຮືອງຂອງ ປະ​ເທດ​ໄທ ​ແລະຍັງ​ເປັນ​ທີ່​ຮັກ​ຫ​ອມຈາກ​ຄູບາ​ອາຈານ ທ່ານ​ສຸທັດ ​ໄດ້​
ເລົ່າ​ຊີວິດ​ບັ້ນ​ນີ້​ຕໍ່​ໄປ​ອີກ​ວ່າ​ :

ທ່ານສຸທັດ ສີພົມ
ທ່ານສຸທັດ ສີພົມ

ລິງໂດຍກົງ

ທ່ານ​ສຸທັດ ​ໄດ້ບວດມາ​ແຕ່​ນ້ອຍ ​ເພື່ອ​ສະ​ແຫວ​ງຫາ​ການ​ສຶກສາຮຳ່ຮຽນອັນ​ເປັນ​ເປົ້າ​
ໝາຍ ທີ່​ໄດ້​ຕັ້ງ​ເອົາ​ໄວ້ ບັດ​ນີ້​ໄດ້​ສຳ​ເລັດຝ່າຍ​ທຳ ມະຫາ​ປະ​ລຽນ ​ຝ່າຍ​ສັນສະກຣິດ ແລະ​
ຝ່າຍວິຊາ​ອາຊີບ ຊັ້ນ​ສູງທາ​ງ​ໂລກ. ບັດ​ນີ້ ທ່ານ​ສຸທັດ ສິກ​ອອກມາ ​ເພື່ອ​ປະກອບ​ວິ​ຊາ​ອາ
ຊີບເປັນ​ຄະ​ລື​ຫັດ ຫລືຄົນ​ທຳ​ມະ​ດາ ທ່ານ​ໄດ້ເລົ່າ​ຊີວິດ​ພະ​ຈົນ​ໄພ ຂອງ​ການຊອກ​ວຽກ​ເພື່ອທຳ​ມາ​ຫາ​ກິນຢູ່​ໃນ​ນະຄອນຫລວງ ບາງກອກ​ດັ່ງ​ນີ້ :

ທ່ານສຸທັດ ສີພົມ ສຳພາດໂດຍ ໂທລະພາບ ຊ່ອງ 3 ປະເທດໄທ
ທ່ານສຸທັດ ສີພົມ ສຳພາດໂດຍ ໂທລະພາບ ຊ່ອງ 3 ປະເທດໄທ

ລິງໂດຍກົງ

ດ້ວຍຄວາມ​ມີມານະ​ອົດທົນ ຊື່ສັດ ຖະໜຸຖະໜອມ​ ​ມີ​ພອນ​ສະຫວັນ ​ແລະ​ສະ​ເນ່ ​ໃນ​ການ
​ປາກ​ເວົ້າ. ບັດ​ນີ້ ທ່ານ​ສຸທັດ ​ຕ້ອງໄດ້​ຕັດສິນ​ໃຈ​ໃນຊີວິດ ບັ້ນ​ສຳຄັນ​ອີກບັ້ນ​ນຶ່ງ ທີ່ບໍ່​ສາ
ມາດ​ຫລຽວ​ເຫັນ​ວ່າ ​ອານາ​ຄົດຈະ​ເປັນ​ຢ່າງ​ໃດ ທ່ານ​ສຸທັດ ​ໄດ້​ກ່າວ​ດັ່ງ​ນີ້. ​

ທ່ານສຸທັດ ພ້ອມ້ດວຍພັນລະຍາ ຍານາງກັນລະຍາ ແລະ ພະນັກງານ
ທ່ານສຸທັດ ພ້ອມ້ດວຍພັນລະຍາ ຍານາງກັນລະຍາ ແລະ ພະນັກງານ

ລິງໂດຍກົງ

ກະລຸນາຕິດຕາມເບິ່ງຮູບພາບ ແລະການສຳພາດຈາກ ໂທລະທັດ ຊ່ອງ 3 ປະເທດໄທ ໄດ້ຢູ່ທີ່ເວັບໄຊລ ຂ້າງລຸ່ມນີ້ :

http://www.kidbuak.com/

http://www.buchasangkapan.com


ວີ​ໂອ​ເອ ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ ທີ່​ທ່ານ​ສຸທັດ ​ສີພົມ ທີ່ໄດ້ແບ່ງປັນ​ປະສົບ​ການ​ດ້ານ
ຊີວິດ ໃຫ້ແກ່່​ທ່ານຜູ້​ຟັງຂອງ​ເຮົາ​ໄດ້​ຮູ້​ໄດ້​ຮຽນ​ນຳ​ ແລະ​ຂໍຊົມ​ເຊີຍກັບ​ຜົນ​ສຳ​ເລັດຂອ​ງ
ທ່ານ. ກະລຸນາ​ຕິດຕາມ​ເບິ່ງ ວິ​ດີ​ໂອ ຮູບ​ພາບ ​ແລະ​ການ​ສຳພາດ​ທັງ​ໝົດ​ໄດ້​ທີ່​ໜ້າເວັບ​
ໄຊ​ຍ lao.voanews.com

XS
SM
MD
LG