ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານແຄຣີ ວ່າ ການປະກອບ ລັດຖະບານສາມັກຄີຊາດ ໃນອັຟການິສຖານ ສາມາດເປັນ ບາດລ້ຽວໄດ້


Interview with U.S. Secretary of State John Kerry, Oct. 10, 2014
please wait

No media source currently available

0:00 0:11:36 0:00

ເບິ່ງວີດີໂອເລື້ອງນີ້.

ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ
ກ່​າວວ່າ ການບັນລຸ​ຂໍ້​ຕົກລົງ​ຄອງ​ອຳນາດຮ່ວມກັນ ​ແລະ​ການ
​ໂອນ​ອຳນາດ​ດ້ານ​ການ​ເມືອງຢ່າງ​ສຳ​ເລັດ​ຜົນ​ ໃນ​ອັຟກາ​ນິສ
ຖານ ສາມາດ​ເປັນ​ຈຸດ​ຫົວລ້ຽວຫົວ​ຕໍ່ ​ສຳລັບປະ​ເທດ​ໃນ​ເຂດ​
ເອ​ເຊຍ​ໃຕ້​ ​ທີ່​ໄດ້​ຖືກສົງຄາມ ທຳລາຍ​ຢ່າງ​ໜັກ​ ແຫ່ງນັ້ນ.

ນັກ​ການ​ທູດ​ຂັ້ນ​ສູງ​ສຸດ​ຂອງ​ສະຫະລັດ ໄດ້​ຫຼິ້ນ​ບົດບາດ​ອັນ​ສຳ
ຄັນ​ໃນ​ການ​ຊ່ອຍ​ເຈລະຈາໃຫ້​ມີຂໍ້ຕົກລົງ​ແບ່ງ​ປັນ​ອຳນາດກັນ
ຊຶ່ງພາຍ​ໃຕ້​ຂໍ້​ຕົກລົງ​ດັ່ງກ່າວ​ນັ້ນ ​ຜູ້​ສະໝັກ​ເລືອກ​ຕັ້ງ​ສອງ​ທ່ານ
ທີ່​ມີ​ບັນຫາ​ຂັດ​ແຍ້​ງກັນ​ ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ໄດ້​
ຕົກລົງ​ກັນ​ ປະກອບ​ລັດຖະບານ​ສາມັກຄີ​ຊາດ​ຂຶ້ນ​ນັ້ນ.

​ໃນ​ທ້າຍ​ເດືອນ​ຜ່ານ​ມາ​ນີ້ ທ່ານ Ashraf Ghani ​ໄດ້ສາ​ບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່ງປະທາ
ນາທິບໍດີ ຂຶ້ນ​ແທນ​ປະທານາທິບໍດີHamid Karzai ທີ່​ພົ້ນ​ຈາກ​ຕຳ​ແໜ່​ງ​ໄປ ​ແລະ​ທ່ານ Abdullah Abdullah ​ໄດ້​ຂຶ້ນ​ດຳລົງ​ຕຳ​ແໜ່​ງ​ເປັນ​ຫົວໜ້າ​ບໍລິຫານ ​ອັນ​ເປັນ​ຕຳ​ແໜ່​ງ
​ໃໝ່ທີ່ຄ້າຍໆ​ຄື​ກັນ​ກັບ​ນາຍົກລັດຖະມົນຕີ.

​ໃນ​ການ​ໃຫ້​ສຳພາດ​ກັບ​ພະ​ແນ​ກອັຟກາ​ນິສຖານ​ຂອງ​ວີ​ໂອ​ເອ ທ່ານ Kerry ​ໄດ້​ກ່າວ​ຍ້ອງ
ຍໍ​ຄວາມ​ເປັນ​ລັດຖະບຸລຸດ​ຂອງ​ພວກ​ຜູ້ນຳ​ທັງ​ສອງທີ່​ທ່ານ​ກ່າວ​ວ່າ “ໄດ້ມາ​ຮ່ວມ​ກັນ ​
ດ້ວຍ​ຄວາມ​ສຳນຶກ​ຢ່າງ​ເລິກ​ເຊິ່ງວ່າ ພວກ​ເຂົາ​ເຈົ້າ​ຈຳ​ເປັນຕ້ອງ​ເປັນ​ຜູ້​ຮັກ​ຊາດ ​
ແລະ​ຕ້ອງຍົກ​ລະດັບ​ຂອງ​ ອັຟກາ​ນິສຖານ​ຂຶ້ນ.”

XS
SM
MD
LG