ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຳ​ພາດ ຮ້ອຍໂທ ອາແລັງ ໂສທິກຸນ ຜູ້ອຳນວຍໂຄງການ ດາວທຽມ GPS ກອງທັບອາກາດ ສຫລ


Alain
please wait
Embed

No media source currently available

0:00 0:04:47 0:00
ລິງໂດຍກົງ

ລາຍການ​ຊິວິດ​ລາວ ມື້​ນີ້ຈະ​ນຳເອົາ​ ການສຳພາດ ຮ້ອຍ​ອາກາ​ດ
ໂທ Alain ​ໂສ​ທິກຸນ ເຊື້ອສາຍລາວ​-ອາ​ເມຣິກັນ, ຜູ້ອຳນວຍໂຄງ
ການ​ລະບົບດາວທຽມ ​ຊອກ​ຫາ​ຈຸດ​ຕ່າງໆໃນໂລກ Global
Position System ຂອງ ກອງທັບອາກາດ ສະຫະລັດ. ນອກ​
ນັ້ນ ທ່ານ​ຈະໄດ້​ຮູ້​ຈັກກັບ ບັນດາສະມາຊິກ​ຄອບຄົວ​ ວິ​ໄລ​ຈັກ
ຍາດຕິ​ພີ່ນ້ອງຂອງ ຮ້ອຍ​ອາກາດໂທ Alain ທີ່ໄດ້ມີ​ພາກສ່ວນ
​ພົວພັນຫລໍ່​ຫລອ​ມດ້ານ​ການສຶກສາໃຫ້ Alain ​ໄດ້​ກາຍ​ມາ​ເປັນ ​ເຊື້ອສາຍ​ລາວ-ອາ​ເມຣິກັນ ທີ່​ໜຸ່ມ​ນ້ອຍ ມີໜ້າ​ທີ່​ກຳກັບວຽກ​ງານ​ອັນ​ສຳຄັນດ້ານ​ອະວະກາດ ​ຂອງ​ກອງທັບອາ​ກາດ ສະຫະລັດ ຊຶ່ງກິ່ງ​ສະຫວັນ​ ຈະ​ນຳ​ເລື້ອງ​ນີ້ມາ ສະ​ເໜີ​ທ່ານ ​ໃນອັນ​ດັບ​ຕໍ່​ໄປ.

ຮ້ອຍອາກາດໂທ Alain ໂສທິກຸນ ທະຫານອາກາດ ສະຫະລັດ
ຮ້ອຍອາກາດໂທ Alain ໂສທິກຸນ ທະຫານອາກາດ ສະຫະລັດ

ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ໃນລາຍການ​ຊີວິດ​ຊາວ​ລາວ ​
ແລງ​ວັນ​ພະຫັດ​ມື້​ນີ້ ​ຂ້າພະ​ເຈົ້າ ຈະຂໍແນະນຳ​ໃຫ້​ທ່ານ​ຮູ້​ຈັກກັບ
ຮ້ອຍອາ​ກາດ​ໂທ Alain​ ໂສ​ທິກຸນ ອາຍຸ 27 ປີ ​ເຊື້ອສາຍ ລາວ
ອາ​ເມຣິກັນ ຜູ້ອຳນວຍ​ໂຄງການລະບົບດາວທຽມ ທີ່​ຊອກ​ຫາ​
ຈຸດ​ຕ່າງໆໃນໂລ​ກ ຫລື GPS ​ທັງ​ເປັນຜູ້​ບໍລິຫານ​ການ​ເງິນຂອງ​
ໂຄງການພາຍ​ໃຕ້​ ກອງທັບອາກາ​ດ ສະຫະລັດ. ປັດຈຸບັນ​ນີ້
ຮ້ອຍ​ອາກາດໂທ Alain ປະຈຳການ​ຢູ່່ ​ຖານ​ທັບ​ອາກາດ​ແຫ່ງ
​ນ່ຶງ ​ໃນລັດ California​. ຮ້ອຍ​ອາກາດໂທ Alain ຈະຖືກ​ເລື່ອນ​
ຊັ້ນ​ຂື້ນເປັນ ຮ້ອຍອາກາ​ດເອກ ຫລື captain ​ໃນ​ເດືອນ​ກັນຍາ
ຈະ​ມາ​ເຖິງ​ນີ້.

​ບັນດາ​ສະມາຊິກ​ຄອບຄົວ ຮ້ອຍອາກາດໂທ Alain ລ້ວນ​ແລ້ວ​ແຕ່​ເປັນ​ຜູ້​ປະສົບ​ຜົນ​ສຳ​ເລັດທາງດ້ານ​ການ​ສຶກສາ ທີ່ໄດ້ວາງ​ບົດບາດ​ ເປັນແບບຢ່າງ​ນຳພາ​ໃຫ້ ຮ້ອຍ​ອາກາດໂທ Alain ກ້າວຂື້ນ​ມາເປັນ ນາຍ​ທະຫານ​ ຜູ້​ສະຫລຽວ​ສະຫລາດ ຢູ່​ໃນກອງທັບ​ອາກາດ ສະຫະລັດ ​ແລະ ກຳໜ້າ​ທີ່​ຮັບຜິດຊອບອັນ​ສຳຄັນ​ກ່ຽວ​ກັບ​ ​ໂຄງການດາວທຽມ GPS ທີ່​ໂຄຈອນອ້ອມ​ໂລກ.

​ແຕ່​ກ່ອນ​ອຶ່ນ ເຮົາ​ມາ​ເບິ່ງຮາກ​ເຫ​ງົ້າ ຄວາມ​ເປັນ​ມາ​ຂອງ ຮ້ອຍອາກາດໂທ Alain ໂສ​ທິກຸນ ​ເຊື້ອ​ສາຍ​ລາວ ຄົນ​ນີ້ວ່າ ເປັນ​ມາຢ່າງ​ໃດ ແມ່ນ​ຫຍັງ​ເປັນ​ສິ່ງ​ກະ​ຕຸ້ນ​ໃຈ​ໃຫ້​ລາວມີມານະ​ອົດ ທົນ ກ້າວ​ຂື້ນ​ມາຢູ່​ໃນ​ໜ້າ​ທີ່​ອັນ​ສຳຄັນ​ຂອງ ປະ​ເທ​ດມະຫາ​ອຳນາດ​ແຫ່ງ​ນີ້. ​

ຢູ່ໃນ​ສະ​ໄໝ​ການ​ປົກຄອງ ແຫ່ງ​ອະ​ດີດພະ​ລາ​ຊະ​ອາ​ນາ​ຈັກ​ລາວ ທ່ານ​ສີ​ໝູນ ຫົວ​ໜ້າ​ຄອບ​ຄົວ ​ວິ​ໄລ​ຈັກ ຫລື​ພໍ່​ຕູ້​ໃນອານາ​ຄົດ​ຂອງ Alain ໄດ້​ຮັບ​ໃຊ້ກອງ​ທັບ​ແຫ່ງ​ພະລາ​ຊະ​ອາ​ນາ​ຈັກ​ລາວ ໄດ້​ຊັ້ນ​ຮ້ອຍ​ເອກ. ທ່ານເກີດຢູ່ບ້ານໜອງ ບົວໃຫຍ່ ເມຶອງປະທຸມພອນ ແຂວງຈຳປາ
ສັກ ແລະພັນ​ລະ​ຍາ ຍານາງບຸນຊູ ເກີດທີ່ບ້ານຍົງ ເມືອງສະຜ່າຍ. ຄອບ​ຄົວວິ​ໄລຈັກ ເປັນ​ຄອບ​ຄົວ​ທະ​ຫານ ຈ່ຶ່ງຕ້ອງ​ໄດ້ຍົກ​ຍ້າຍໄປ ​ປະຈຳ​ການ​ຢູ່​ຫລາຍ​ໆແຫ່ງໃນ​ປະ​ເທດ​ລາ​ວ. ທ່ານສີ​ໝູນ ແລະ​ຍານາງບຸນ​ຊູ ມີ​ລູກ​ສາວ​ຫ້າ​ຄົນ ແລະ​ລູ​ກ​ຊາ​ຍ​ນຶ່ງ​ຄົນ.

ໃນ​ ປີ 1975 ທ່ານສີໝູນ ໄດ້ຖືກຈັບສົ່ງໄປສູນສຳມະນາ ​ແຂວງ​ອັດ​ຕະປື ​ຫລັງ​ຈາກ​ນັ້ນ​ກໍ ໄດ້ຖືກປ່ອຍ​ອອກ​ມາ ແຕ່​ໄດ້​ຖືກຈັບ​ໄປ​ໃສ່ຄຸກ​ອີກ ຢູ່​ຊຳ​ເຄ້ ​ໃນ​ຖານ​ສົງ​ໃສ​ວ່າ​ຈະໂຕນໜີ​ອອກ​ຈາກ​ປະ​ເທດ ​ແລະ​ໃນ​ທີ່​ສຸດໄດ້​ຖືກ​ສົ່ງ​ໄປສູນ​ສຳ​ມະ​ນາ ທີ່ພາກເໜືອ​ຂອງ ປະ​ເທດ​ລາວ. ​ໃນ​ເວລາ​ຕໍ່​ມາ ຍານ​າງບຸນ​ຊູ ​ໄດ້​ພາລູກ​ເຕົ້າ​ລົບ​ໜີ​ເຂົ້າ​ມາ​ຢູ່​ສູນ​ອົບ​ພະຍົບ ປະ​ເທດ​ໄທ ​ຕົກ​ມາ​ເຖິງປີ 1979 ຄອບຄົວ​ວິ​ໄລ​ຈັກ ​ໄດ້ເຂົ້າ​ມາ​ຕັ້​ງ​ຖິ່ນຖ​ານ​ຢູ່​ໃນນະ​ຄອນ Chicago ລັດ Illinois ພາ​ກ​ກາງ​ຂອງ ສະ​ຫະ​ລັດ ຕັ້ງ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ.

​ເວ​ລາ​ນັ້ນ ເພັດ​ສ​ະ​ໄໝ ຫລືວ່າ Pat ວິ​ໄລ​ຈັກ ລູກ​ສ​າວ​ກົກ​ ມີອາ​ຍຸໄດ້ 17 ປີ (ແມ່​ໃນ​ອານາ​ຄົດ​ຂອງ​ຮ້ອຍໂທ Alain) ​Pat ​ຕ້ອງ​ໄດ້ຮິ​ບຮ້ອນ​ເຕີບໂຕ ເປັນ​ຜູ້​ໃຫຍ່ ​ເພື່ອຊ່ວຍ​ແມ່ນຳ​ພາ​ຄອບ​ຄົວ ບຶກ​ບືນ​ສູ້ທົນກັບອຸບ​ປະ​ສັກ ຂອງ​ການ​ຕັ້ງ​ຊີ​ວິດ​ໃໝ່.​ ​ເພັດ​ສ​ະ​ໄໝ ໄດ້​ກຳ​ກັບ​ແນະ​ນຳພວກ​ນ້ອງໆ ໃຫ້ພາກັນຕັ້ງ​ອົກ​ຕັ້ງໃຈໃສ່ການ​ສຶກ​ສາ ​ເພາະ​ຢ້ານ​ວ່າຈະ​ທຸກ​ຍາກ​ລຳ​ບາກ​ໃນ​ອານາ​ຄົດ. ຍ້ອນຄວາມ​ເຊື່ອ​ໝັ້ນທາງດ້ານ​ການ​ສຶກສາ ອັນໄດ້​ກາຍ​ມາເປັນໝາກຜົນ​ໃນ​ບັ້ນ​ປາຍ ບັນ​ດາສະ​ມາ​ຊິກລູກ​ເຕົ້າ ​ຄອບ​ຄົວ​ວິ​ໄລ​ຈັກ ​ທັງ​ຫົກ​ຄົນ ຈຶ່ງ​ໄດ້ປະສົບກັບ​ຜົນ ສຳເລັດດ້ານການ​ສຶກ​ສາ ຈົບ​ຈາກ​ມະຫາວິທະຍາ​ໄລ ​ໝົດທຸກ​ຄົນ ໄດ້​ຮັບ​ປະລິນ​ຍາ​ໃນ​ຂະແໜງ​ຕ່າງໆຈາກ ​ປະ​ລິນຍາ​ຕີ ຫາ​ ປະ​ລິນ​ຍາ​ໂທ ແລະ​ປັດ​ຈຸ​ບັນ​ນີ້ ກຳລັງ ປະກອບ​ວິຊາ​ອາຊີບ ລະດັບ​ປັນຍາ​ຊົນ ແລະເປັນ​ພົນລະ​ເມືອງ​ດີ​ຂອງ​ປະ​ເທດ.

ປັດ​ຈຸ​ບັນ​ນີ້ ຍາ​ນາງ​ເພັດ​ສະ​ໄໝ (ແມ່ຂອງ​ຮ້ອຍ​ໂທ Alain) ເປັນ​ນັກ​ວິ​ທະ​ຍາ​ສາດ ຂັ້ນອະ​ວຸ
​ໂສ​ ສຳ​ເລັດ​ປະລິນຍາ​ຕີ ຈາກ Illinois Institute of Technology ​ແລະ ​ເຮັດ​ວຽກ​ກ່ຽວ​ກັບ Cancer Research ທີ່​ນະຄອນ Chicago. ຍານາງ​ເພັດ​ສະ​ໄໝ ກ່າວ​ເຖິງ​ຄວາມ​ ເປັນ​ມາ​ດ້ານ​ການ​ສຶກສາຕໍ່ ວີ​ໂອ​ເອ ວ່າ :

ຍານາງເພັດສະໄໝ ວິໄລຈັກ
ຍານາງເພັດສະໄໝ ວິໄລຈັກ

ຍານາງວິໄລພອນ ວິໄລຈັກ
ຍານາງວິໄລພອນ ວິໄລຈັກ

ຍານາງວິ​ໄລ​ພອນ ວິ​ໄລ​ຈັກ ສຳ​ເລັດ​ປະລິນຍາ​ຕີ Illinois University ​ປັດ​ຈຸ​ບັນ​ເປັນ​ເຈົ້າ​ຂອງ ບໍລິສັດ Farmer Insurance ມີ​ຫ້ອງການ​ຢູ່​ເມືອງ Elgin ລັດ Illinois.

ຍານາງ Kate ວິໄລຈັກ
ຍານາງ Kate ວິໄລຈັກ

ຍານາງ Kate ວິ​ໄລ​ຈັກ ​ສຳ​ເລັດ​ປະ​ລິນ​ຍາ​ຕີ ຈາກ Illinois University ​ແລະ advanceກ degree ຈາກ University of San Diego ເປັນ Sr. Director in Bio-Tech company in Sandiego, Ca.

ບານາງ Cynthia ວິໄລຈັກ
ບານາງ Cynthia ວິໄລຈັກ

ຍານາງ Cynthia ວິໄລ​ຈັກ ສຳ​ເລັດ​ປະລິນຍາ​ຕີ ຈາກ Illinois University ​ແລະ​ກຳລັງ​ຈະ​ເອົາ MBA ຈາກ Lake Forest. ປັດ​ຈຸ​ບັນ ​ເປັນ Manager in Abbie.

ທ່ານ Eddy ວິໄລຈັກ
ທ່ານ Eddy ວິໄລຈັກ

ທ່ານ Eddie ວິ​ໄລ​ຈັກ ​ສຳ​ເລັດ​ປະລິນຍາ​ຕີ ຈາກ Illinois University ​ປັດ​ຈຸ​ບັນເປັນນາຍ​ສະມຸດ​ບັນຊີ ຫລື Sr. Accountant for Tomson Reuters company ​ໃນ​ລັດ Minnesota.

ຍານາງ Connie ວິໄລຈັກ
ຍານາງ Connie ວິໄລຈັກ

ຍານາງ Connie ວິ​ໄລ​ຈັກ ສຳ​ເລັດ​ປະລິນຍາ​ໂທ ຈາກ Jusson University ປັດ​ຈຸ​ບັນ​ເປັນ ຮອງ​ປະທານ ທະນະ​ຄານ Northern Trust Bank ຢູ່​ນະຄອນ Chicago.

ບັນດາ​ສະ​ມາ​ຊິກ ຄອບຄົວ ວິໄລ​ຈັກ ​ໄດ້​ເປັນ​ໂຕ​ຢ່າງ​ໃຫ້​ແກ່ ຮ້ອຍ​ອາ​ກາດໂທ Alain ໂສ​ທິກຸນ ຜູ້ເກີດ​ມາ​ພ້ອມ​ດ້ວຍ​ພອນ​ສະຫວັນ​ອັນ​ປະ​ເສີດ. ນັບ​ແຕ່​ໄດ້ເລີ້ມເຂົ້າ​ໂຮງຮຽນ​ມາ​ແຕ່ນ້ອຍ Alain ໄດ້​ເປັນ​ຜູ້ນຳ​ໜ້າການ​ຮຽນ​ຢູ່​ສະ​ເມີ ​ພາຍ​ໃຕ້​ການ​ແນະນຳ​ຢ່າງ​ໃກ້​ສິດ​ຂອງ​ແມ່. ​ເວລາ Alain ອາຍຸ​ໄດ້ 23 ປີ ​ລາວສຳ​ເລັດ​ປະລິນຍາ​ໂທ​ຝ່າຍ​ ນາຍ​ສະມຸດບັນຊີ ຫລື CPA (Certified Public Accountant) ຈາກ​ມະຫາວິທະຍາ​ໄລ Illinois, Ubana, Champaign. Alain ​ປັດຈຸບັນເປັນ​ເຈົ້າ​ຂອງ​ຮວມ ກັບບໍລິສັດ​ສະມຸດບັນຊີ ຢູ່​ນະຄອນ Chicago​.

ກ່ອນ​ທີ່ ຮ້ອຍອາກາດ​ໂທ Alain ຈະ​ໄດ້​ຮັບ​ໜ້າ​ທີ່​ ຮັບຜິດຊອບ​ດັ່ງກ່າວ​ນີ້ Alain ຕ້ອງ​ໄດ້
ແຂ່ງຂັນ​ກັນ​ບັນ​ດາ​ນາຍ​ທະຫານຄົນ​ອຶ່ນໆ 200 ຄົນ. ຮ້ອຍ​ອາກາດໂທ Alain ໄດ້ໂອ​ລົມ​ກ່ຽວ​ກັບ ໂຄງການດາວ​ທຽມ GPS ​ຕໍ່ ວີ​ໂອ​ເອ ດັ່ງ​ນີ້ :

ຮ້ອຍອາກາດໂທ Alain ໂສທິກຸນ (ທີ່ສາມຈາກຂວາມື)
ຮ້ອຍອາກາດໂທ Alain ໂສທິກຸນ (ທີ່ສາມຈາກຂວາມື)

ຮ້ອຍອາກາດໂທ Alain ກ່າວ​ຕໍ່​ໄປວ່າ "ດາວ​ທຽມ GPS ​ເປັນ​ຂອງ​ລັດຖະບານ​ສະຫະລັດທີ່​ຊ່ວຍ​ໃນ​ການ​ໃຊ້​ ໂທລະສັບ ແຜນ​ທີ່​ນຳ​ທາງ ​ແລະ​ອີກ​ຫລາຍໆ​ຢ່າງ.
ປັດ​ຈຸ​ບັນ​ນີ້ ພວກ​ເຮົາ​ມີດາວ​ທຽ​ມ 31 ໜ່ວຍ​ທີ່​ໂຄຈອນໃນ​ອະວະກາດ ປະຕິບັດ​
ງານ​ມາ​ຕັ້ງ​ແຕ່​ປີ 1995​.ບັນດາ​ດາວທຽມ​ດັ່ງກ່າວ​ນີ້ ແມ່ນ​ຂອງ​ກອງທັບ​ອາກາດ

ສະຫະລັດ ທີ່​ເປັນ​ຜູ້​ໃຊ້​ຈ່າຍ​ທັງ​ໝົດ ​ແລະ​ທຸກ​ຄົນ​ໃຊ້​ໄດ້​ຟຣີ. ​ໃນ​ອີກ​ຫົກ​ເດືອນ​
ຂ້າງ​ໜ້າ​ນີ້ ຂ້າພະ​ເຈົ້າ ຈະ​ສົ່ງ​ດາວ​ທຽມຂື້ນ ອະວະກາດ​ອີກ ທີ່​ລັດ Florida. ປັດ
ຈຸບັນ​ນີ້ ຂ້າພະ​ເຈົ້າ​ມີ​ປະລິນຍາ​ໂທ ​ແຕ່​ຈະ​ບໍ່​ດຳ​ເນີນ​ຮຽນ​ເອົາ ປະລິນຍາເອກ ​ເທົ່າ​
ນີ້ກໍພໍ​ແລ້ວ. ຂ້າພະ​ເຈົ້າ​ໄປ​ຢ້ຽມຢາມ​ຄອບ​ຄົວ​ທຸກໆ​ຫົກ​ເດືອນ ​ແລະ​ໂທລະສັບ​ຫາ
​ແມ່ ​ທຸກໆ​ສອງ​ມື້. ຂ້າພະ​ເຈົ້າ​ຍັງບໍ່​ເຄີຍ​ໄດ້​ໄປຢ້ຽມຢາມ​ເມືອງລາວ ຢາກ​ໄປ​ແຕ່​
ຍາກ​ບໍ່​ມີ​ເວລາ​ເຮັດ​ວຽກ​ຫລາຍ​ໂພດ ຢາກ​ໄປ​ກັບ​ຄອບຄົວ ຂ້າພະ​ເຈົ້າ​ ຍັງ​ເປັນ​
ໂສດ
ແລະ​ຍັງ​ບໍ່​ມີ​ແຜນ​ທີ່​ຈະ​ແຕ່ງງານ ​ແນ່ນອນ​ຂ້າພະ​ເຈົ້າ ດີ​ໃຈ​ທີ່​ໄດ້​ຮັບ​ໃຊ້​ກອງ​
ທັດ​ອາກາດ​ສະຫະລັດ ມັນ​ເປັນ​ໂອກາດ​ອັນ​ດີ ບ່ອນ​ເຮັດ​ວຽກ​ສະດວກ​ສະບາຍ
ຂ້າພະ​ເຈົ້າ ​ເກີດ​ທີ່​ນະຄອນ Chicago ​ແລະ​ພວກ​ໝູ່​ເພື່ອນ​ກໍ​ຢູ່​ທີ່​ນັ້ນ ຂ້າພະ​ເຈົ້າ​
ເດີນທາງ​ທຸກໆສອງ​ເດືອນ ​ແລະ​ທຸກໆ​ສີ່​ປີ​ກໍ​ຍ້າຍໄປ​ປະຈຳການ​ຢູ່​ແຫ່ງ​ອຶ່ນ ​ເປັນ​
ປະສົບ​ການ​ທີ​ດີ​ສຸດ.ເວລາ​ຂ້າພະ​ເຈົ້າ ຍັງ​ເປັນ​ເດັກນ້ອຍ​ຢູ່​ນັ້ນ ​ແມ່ຂອງ​ຂ້າ​ພ​ະ​ເຈົ້າ
​ໄດ້​ກຳກັບ​ນຳ​ຢ່າງ​ໃກ້​ຊິດ​ ແມ່​ຂອງ​ຂ້າພະ​ເຈົ້າ ​ແລະ​ຍາດຕິ​ພີ່ນ້ອງ​ທຸກ​ຄົນ​ ພາກັນ​
ຈົບ​ຈາກ ມະຫະວິ​ທະຍາ​ໄລ ​ແລະ​ນີ້ເປັນ​ສິ່ງ​ທີ່​ເຮັດ​ໃຫ້ ຂ້າພ​ະ​ເຈົ້າ ຢາກ​ສຳ​ເລັດ​ຄື​
ກັນ ​ເພື່ອຈະ​ໄດ້​ວຽກ​ການ​ດີ ​ແລະ​ຂ້າພະ​ເຈົ້າ​ມັກ​ການ​ແຂ່ງຂັນ ຢາກ​ໄດ້​ປະລິນຍາ​
ໂທ ​ເພາະວ່າ ​ເຂົາ​ເຈົ້າ​ພາກັນໄດ້ ປະລິນຍາ​ຕີ ແລະປະລິນຍາໂທກ່ອນ. ຂ້າພ​ະ
​ເຈົ້າ ຢາກ​ໄດ້​ໄຊຊະນະ​ໝົດ​ທຸກຄົນ."

ຮ້ອຍອາກາດໂທ Alain (ຂວາ) ແມ່ຢືນຢູ່ກາງ ແລະນ້ອງຊາຍ ສິບອາກາດໂທ Charles ໂສທິກຸນ
ຮ້ອຍອາກາດໂທ Alain (ຂວາ) ແມ່ຢືນຢູ່ກາງ ແລະນ້ອງຊາຍ ສິບອາກາດໂທ Charles ໂສທິກຸນ

ຊາວ​ລາວ​-ອາ​ເມຣິກັນ ​ແລະ​ຊາວ​ລາວ​ ຢູ່​ທຸກ​ຫົນ​ແຫ່ງ ຂໍ​ສະ​
ແດງ​ຄວາມປື້​ມປິ​ຕິ​ຍິນ​ດີ​ນຳ ຮ້ອຍອາກາດໂທ Alain ​ໂສ​ທິກຸນ
ທີ່​ໄດ້​ວາງ​ບົດບາດ​ອັນ​ສຳຄັນ ຢູ່​ໃນ​ປ​ະ​ເທດ ສະຫະ​ເລັດ ​ທີ່​ໄດ້
​ໃຫ້​ຄວາມເປັນ ອິດສະລະ​ພາບ ​ເສຣີພາບ ​ແລະສະ​ເມີ​ພາບທຸກ​ຢ່າງ.

XS
SM
MD
LG