ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທນ. ເກຣຕາ ແວນ ຊັສເຕີເຣັນ ຂອງ ວີໂອເອ ສຳພາດ ປ. ທຣຳ ຢູ່ທີ່ກອງປະຊຸມສຸດຍອດ


ປະທານາທິບໍ ດໍໂນລ ທຣຳ ຕອບຄຳຖາມ ຈາກ ທ່ານນາງ ເກຣຕາ ແວນ ຊັສເຕີເຣັນ ຜູ້ເຮັດວຽກໃຫ້ ວີໂອເອ ຢູ່ນອກກອງປະຊຸມສຸດຍອດ ກຸ່ມ G-20 ໃນ ບູແອນົສ ແອເຣັສ, ອາເຈັນຕິນາ, ວັນທີ 30 ພະຈິກ 2018.
ປະທານາທິບໍ ດໍໂນລ ທຣຳ ຕອບຄຳຖາມ ຈາກ ທ່ານນາງ ເກຣຕາ ແວນ ຊັສເຕີເຣັນ ຜູ້ເຮັດວຽກໃຫ້ ວີໂອເອ ຢູ່ນອກກອງປະຊຸມສຸດຍອດ ກຸ່ມ G-20 ໃນ ບູແອນົສ ແອເຣັສ, ອາເຈັນຕິນາ, ວັນທີ 30 ພະຈິກ 2018.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວຕໍ່ ທ່ານນາງ ເກຣຕາ ແວນ ຊັສເຕີເຣັນ ທີ່ເຮັດວຽກ
ໃຫ້ວີໂອເອ ໃນນະຄອນຫຼວງ ບູແອນົສ ແອເຮັສ ຂອງປະເທດ ອາເຈັນຕິນາ ບ່ອນທີ່ທ່ານ
ກຳລັງເຂົ້າຮ່ວມ ໃນກອງປະຊຸມສຸດຍອດກຸ່ມ G20. ຊຶ່ງເປັນການໃຫ້ສຳພາດ ທີ່ເປັນຈຸດ
ເດັ່ນດັ່ງຕໍ່ໄປນີ້:

ທ່ານນາງ ຊັສເຕີເຣັນ ຖາມວ່າ “ທ່ານປະທານທິບໍດີ ພວກເຮົາຢູ່ທີ່ນີ້ ໃນອາເຈັນຕິນາ
ແລະ ສະຫະລັດ ການານາ ແລະ ເມັກຊິໂກ ໄດ້ລົງນາມ ໃນສັນຍາການຄ້າສະບັບໃໝ່ ທີ່ຖືກຍົກລະດັບຂຶ້ນ ຈາກ NAFTA.”

ປະທານາທິບໍດີ ທຣຳ ຕອບວ່າ “ແມ່ນແລ້ວ.”

ທ່ານນາງ ຊັສເຕີເຣັນ ຖາມຕໍ່ວ່າ “​ບັດນີ້ ສ່ວນນຶ່ງຂອງສັນຍາ ກ່ຽວຂ້ອງກັບພວກຄົນ
ງານຜະລິດລົດຍົນ ເຄື່ອງອາໄລ່ຂອງລົດ. ອັນນັ້ນ ແມ່ນເປັນໃນທາງໃດທາງນຶ່ງ
ທີ່ຈະແກ້ໄຂບັນຫາອັນນຶ່ງ ໂດຍສະເພາະທີ່ວ່າ ສະຫະລັດ ມີກັບ ບໍລິສັດ GM ທີ່
ໄດ້ປິດໂຮງງານຫຼາຍແຫ່ງ ແລະ ການສູນເສຍວຽກງານຂອງ 14,000 ຄົນ ບໍ່?”

ປະທານາທິບໍດີ ທຣຳ ຕອບວ່າ “ເອີ ມັນກ່ຽວຂ້ອງ ແລະ ມັນບໍ່ມີພຽງແຕ່ເທົ່ານັ້ນ. ມັນ
ຈະຮັກສາໄວ້ ບໍ່ໃຫ້ ບໍລິສັດຜະລິດລົດຍົນທັງຫຼາຍ ຍ້າຍໜີ. ສິ່ງທີນຶ່ງ ແທ້ໆແລ້ວ ຂ້າ
ພະເຈົ້າ ຢາກໃຫ້ໂຮງງານ ແລະບໍລິສັດຜະລິດລົດຍົນທັງຫຼາຍ ໂດຍທົ່ວໄປແລ້ວ
ຂ້າພະເຈົ້າ ໝາຍເຖິງ ວຽກເຮັດງານທຳ ໂຮງງານເຫຼົ່ານີ້ ຂ້າພະເຈົ້າ ບໍ່ຢາກໃຫ້ຍ້າຍ
ໜີຈາກສະຫະລັດ ນັ້ນເປັນເລື່ອງສຳຄັນຫຼາຍ ສຳລັບຂ້າພະເຈົ້າ ແລະ ພວກເຮົາ ບໍ່
ຍົກຍ້າຍໜີຈາກສະຫະລັດ.
ສະນັ້ນ ຂ້າພະເຈົ້າຄຶດວ່າ ນຶ່ງໃນອົງປະກອບທີ່ເຂັ້ມແຂງ
ທີ່ສຸດ ຂອງສິ່ງໃໝ່ ແລະຂ້າພະເຈົ້າເອີ້ນມັນວ່າ USMCA ເປັນສິ່ງທີ່ສຳຄັນທີ່ສຸດ
ອັນນຶ່ງແທ້ໆເລີຍ ກໍແມ່ນວ່າ ເຈົ້າຈະບໍ່ເຫັນ ບໍລິສັດທັງຫຼາຍອອກໄປ ໃນເມື່ອອັນນັ້ນ
ໄດ້ຖືກ ລົງນາມ. ພວກເຮົາຈະນຳເອົາມັນໄປຜ່ານ ລັດຖະສະພາ ແລະ ຖ້າມັນຜ່ານ
ໄປໄດ້ ຊຶ່ງຂ້າພະເຈົ້າຄຶດວ່າ ມັນຈະຜ່ານ ອັນນັ້ນ ກໍຈະເປັນການດີຍິ່ງ ແລະຖ້າມັນ
ບໍ່ຜ່ານ ພວກເຮົາກໍດີໃຈແທ້ໆ ໃນທາງທີ່ມັນເປັນຢູ່ ໃນປັດຈຸບັນນີ້.”

ທ່ານນາງ ຊັສເຕີເຣັນ ຖາມອີກວ່າ “ໃນຂະນະທີ່ທ່ານຍົກເອົາຈີນຂຶ້ນມາ ວ່າ ເປັນນຶ່ງ
ໃນປະເທດທັງຫຼາຍ ທີ່ທ່ານກ່າວວ່າ ກຳລັງເອົາລັດເອົາປຽບສະຫະລັດ ຮ່ອງຮອຍ
ການມີ​ໜ້າຂອງຈີນໃນໂລກ ກຳລັງຂະຫຍາຍອອກໄປ ພວກເຂົາເຈົ້າ ຢູ່ໃນອາຟຣິກາ
ເໜືອ ຢູ່ແລ້ວ ພວກເຂົາເຈົ້າ ກຳລັງສ້າງທ່າເຮືອໃຫຍ່ໃນປາກິສຖານ ພວກເຂົາເຈົ້າ
ມີຂໍ້ຕົກລົງຫຼາຍແນວທີ່ດີ ເຊັ່ນຂໍ້ຕົກລົງໃນການລົງທຶນ ຢູ່ໃນປານາມາ ແລະອາເມຣິກາ
ລາຕິນ. ແບບວ່າ ຕາມທາງພູມິສາດແລ້ວ ເກືອບຈະເຂົ້າມາໃນສະຫະລັດ. ເຈົ້າເຊື່ອ
ໃຈເປົ້າໝາຍຍຸດທະສາດຂອງຈີນບໍ່? ເຈົ້າມີຄວາມເປັນຫ່ວງຈັກໜ້ອຍນຶ່ງບໍ່?”

ທ່ານ ທຣຳ ຕອບວ່າ “ເອີ ພວກເຮົາຄຶດວ່າ ພວກເຂົາເຈົ້າຈະມີເງິນໜ້ອຍລົງ ກວ່າທີ່
ພວກເຂົາ ມີຢູ່ໃນເວລານີ້ ເພາະວ່າ ຂໍ້ຕົກລົງທີ່ຂ້າພະເຈົ້າເຮັດ ແລະ ຖ້າເຈົ້າເບິ່ງດຸ
ພວກເຮົາມີ 250 ຕື້ໂດລາ ໃນເວລານີ້ ມີຢູ່ 25 ເປີເຊັນ. ອັນນັ້ນໝາຍຄວາມວ່າ
ພວກເຮົາຈະໄດ້ຮັບຄືນມາຫຼາຍຕື້ໂດລາ ແລະຫຼາຍໆຕື້ໂດລາ ນອກຈາກນັ້ນ ຂ້າພະ
ເຈົ້າສາມາດ ໄດ້ຮັບສອງເທົ່າ ແລະ ຕໍ່ຈາກນັ້ນ ຂ້າພະເຈົ້າສາມາດ ເຮັດໃຫ້ມັນເພີ້ມ
ຂຶ້ນອີກສອງເທົ່າ ແລະພວກເຂົາ ຈະບໍ່ສາມາດເຮັດ ໃນສິ່ງທີ່ພວກເຂົາໄດ້ເຮັດຜ່ານ
ມາກັບປະທານາທິບໍດີຄົນອື່ນໆ ຍ້ອນວ່າ ແລະເຈົ້າກໍເຫັນ ແມ່ນຫຍັງກຳລັງເກີດຂຶ້ນ
ກັບຈີນ. ຂ້າພະເຈົ້າບໍ່ຢາກ ເຮັດຈັ່ງຊີ້ ແຕ່ພວກເຂົາ ເຮັດບໍ່ດີແທ້ໆເລີຍ ໃນເວລານີ້
ເມື່ອທຽບໃສ່ ສິ່ງທີ່ພວກເຂົາໄດ້ເຮັດມາ ແລະ ອີກເທື່ອນຶ່ງ ຂ້າພະເຈົ້າຄຶດວ່າ ພວກ
ເຮົາກຳລັງດີຢູ່.”

ທ່ານນາງ ຊັສເຕີເຣັນ ຖາມຕື່ມວ່າ “ແຕ່ ໃນຈຸດເລື່ອງຄວາມໝັ້ນຄົງແຫ່ງຊາດ ທ່ານຮູ້ດີ
ດ້ວຍການລົງທຶນຂອງພວກເຂົາ ຢູ່ໃນອາເມຣິກາລາຕິນ ແລະໃນທົ່ວ ໂລກ ມັນກໍປາ
ກົດວ່າ ພວກເຂົາກຳລັງວາງຮ່ອງຮອຍອັນໃຫຍ່ກວ່າໃນທົ່ວໂລກ.”

ທ່ານທຣຳ ຕອບວ່າ “ຂ້າພະເຈົ້າຮູ້ ແຕ່ພວກເຂົາມີບັນຫາໜີ້ສິນ ແລະພວກເຂົາຈະ
ຕ້ອງຈ່າຍຄ່າໜີ້ອັນນັ້ນ. ມັນເປັນເງິນຈຳນວນຫຼວງຫຼາຍ ທີ່ພວກເຂົາກຳລັງ ໃຊ້ຈ່າຍ.
ຂ້າ ພະເຈົ້າມັກມັນບໍ່? ກໍບໍ່ ແຕ່ຂ້າພະເຈົ້າຍັງຮູ້ວ່າ ມັນແພງຫຼາຍສຳ ລັບເຂົາເຈົ້າ
ແລະຫຼາຍໆແຫ່ງເຫຼົ່ານັ້ນ ແມ່ນຈະບໍ່ລົງໂຕ.”

ທ່ານນາງ ຊັສເຕີເຣັນ ຖາມວ່າ “ທ່ານຈະ ຫຼືຢ່າງໜ້ອຍ ທ່ານໄດ້ພິຈາລະນາເບິ່ງການ
ພົບ ປະກັບປະທານາທິບໍດີ ປູຕິນ ແລະທ່ານໄດ້ປະຕິເສດໄປ. ຫາກທ່ານໄດ້ພົບກັບ
ເພິ່ນ ເລື້ອງຫຍັງທີ່ທ່ານຈະລົມກັບທ່ານປະທານາທິບໍດີ?”

ທ່ານທຣຳ ຕອບວ່າ “ເອີ ຂ້າພະເຈົ້າ ພຽງຈະເວົ້າວ່າ ທ່ານຮູ້ດີ ເວົ້າກົງໄປກົງມາ
ໃນສິ່ງທີ່ໄດ້ເກີດຂຶ້ນກັບກຳປັ່ນລົບ ແລະພວກທະຫານເຮືອຂອງຢູເຄຣນ ມັນບໍ່ພຽງ
ແຕ່ເປັນເວລາທີ່ບໍ່ເໝາະສົມ ແຕ່ຂ້າພະເຈົ້າຈະພົບກັບທ່ານ. ຂ້າພະເຈົ້າຄຶດ ວ່າ
ພວກເຮົາມີສາຍສຳພັນທີ່ດີແທ້ໆເລີຍ ແລະຂ້າພະເຈົ້າຄຶດວ່າ ພວກເຮົາຈະມີສາຍ
ສຳພັນທີ່ດີແທ້ໆກັບ ຣັດເຊຍ ແລະ ຈີນ ແລະປະເທດອື່ນໆທັງໝົດ. ຂ້າພະເຈົ້າ
ໝາຍຄວາມວ່າ ຂ້າພະເຈົ້າຄຶດວ່າ ມັນສຳຄັນ. ສະນັ້ນ ຂ້າພະເຈົ້າຈະພົບກັບ ທ່ານ
ໃນເວລາທີ່ເໝາະສົມ.”

Highlights From Greta Van Susteren's Interview With President Trump
please wait

No media source currently available

0:00 0:07:06 0:00

ທ່ານນາງ ຊັສເຕີເຣັນ ຖາມວ່າ "ທ່ານ​ຄິດ​ວ່າ​ແນວ​ໃດ ທີ່​ທ່ານ​ກຳ​ລັງ​ຄິດ​ກ່ຽວ​ກັບ​ການ​ກະ​ທຳ​ດັ່ງ​ກ່າວ​ຕໍ່​ຢູ​ເຄ​ຣນ? ເປັນ​ຫຍັງ​ທ່ານ​ຈຶ່ງ​ຈັບ​ລູກ​ເຮືອ ແລະ​ກຳ​ປັ່ນ?"

ທ່ານ​ທ​ຣຳ​ຕອບ​ວ່າ “ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ອ່ານ​ໃຈ​ຂອງ​ລາວ​ໄດ້ ແລະ​ກໍ່​ບໍ່​ມີ​ໃຜ​ສາ​ມາດ ແລະ​ທ່ານ​ກໍ​ຮູ້​ດີ ໃນ​ສິ່ງ​ທີ່​ທ່ານ​ຕ້ອງ​ການ​ຈະ​ເຮັດ ແລະ​ຂ້າ​ພະ​ເຈົ້າ​ຈະ​ບໍ່​ສາມາດ​ເປັນ​ສ່ວນນັ້ນ​ໄດ້.”

ທ່ານນາງ ຊັສເຕີເຣັນ ຖາມວ່າ "ນຶ່ງ​ໃນ​ບັນ​ຫາ​ເສດ​ຖະ​ກິດ​ຂອງ​ໂລກ ກໍ​ຄື​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ນັ້ນ​ແມ່ນ​ການ​ຫາ​ລື​ຢູ່​ທີ່ນີ້ ທ່າ​ທີ​ຂອງ​ທ່ານ​ແມ່ນ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ ແມ່​ນ​ຄື​ແນວ​ໃດ ແລະ​ມັນ​ຈະ​ມີ​ຜົ​ນ​ແບບ​ໃດ​ຕໍ່​ເສດ​ຖະ​ກິດ​ໃນ​ທົ່ວ​ໂລກ?"

ທ່ານ​ທ​ຣຳ ກ່າວ​ຕອບ​ວ່າ "ງ່າຍ​ຫຼາຍ ຂ້າ​ພະ​ເຈົ້າ​ຕ້ອງ​ການ​ຢາກ​ໃຫ້​ມີ​ອາ​ກາດ​ທີ່​ສະ​ອາດ​ທີ່​ສຸດ ແລະ​ນ້ຳ​ທີ່​ສະ​ອາດ​ທີ່​ສຸດ​ໃນ​ໂລກ​ເຮົາ. ຂ້າ​ພະ​ເຈົ້າ​ຢາກ​ມີ​ນ້ຳ​ໃສ​ສະ​ອາດ​ທີ່​ສຸດ ແລະ​ນັ້ນ​ຄື​ສິ່ງ​ທີ່​ພວກ​ເຮົາ​ມີ. ພວກ​ເຮົາ​ໄດ້​ດຳ​ເນີນ​ການ​ເປັນ​ຢ່າງ​ດີ​ເມື່ອ​ເວົ້າ​ເຖິງ​ສິ່ງ​ແວດ​ລ້ອມ ແລະ​ນັ້ນ​ຄື​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຕ້ອງ​ການ. ແຕ່​ຂ້າ​ພະ​ເຈົ້າ​ຈ​ະ​ບໍ່​ເຮັດ​ໃຫ້​ປະ​ເທດ​ຊາດ​ຕ້ອງ​ລົ້ມ​ລະ​ລາຍ ເພື່ອ​ຮັກ​ສາ​ມາດ​ຕະ​ຖານ​ບາງ​ຢ່າງ​ໄວ້ ຊຶ່ງ​ນັ້ນ​ອາດ​ຈະ​ເປັນ​ເລື້ອງ​ບໍ່​ສຳ​ຄັນ. ເມື່ອ​ເຈົ້າ​ເບິ່ງ​ໄປ​ຍັງ​ປະ​ເທດ​ຈີນ ແລະ​ເມື່ອ​ເຈົ້າ​ເບິ່ງ​ໄປ​ຍັງ​ປະ​ເທດ​ອື່ນໆ ​ບ່ອນ​ທີ່​ພວກ​ເຂົາ​ເຈົ້າ​ມີ​ອາ​ກາດ ​ທີ່​ບໍ່​ສະ​ອາດ ພວກ​ເຂົາ​ເຈົ້າ​ບໍ່​ມີ​ອາ​ກາດ​ທີ່​ດີ ທີ່​ປິວ​ເຂົ້າ​ມາໃນສະ​ຫະ​ລັດ. ຜູ້​ຄົນ​ບໍ່​ຕ້ອງ​ການ​ທີ່​ຈະ​ເວົ້າ​ກ່ຽວ​ກັບ​ເລື້ອງນີ້ ແຕ່​ມັນ​ໄດ້​ປິວ​ເຂົ້າ​ມາ. ດັ່ງ​ນັ້ນ ພວກ​ເຮົາ​ຈະ​ມີ​ອາ​ກາດທີ່​ສະ​ອາດ ແຕ່​ເຂົາ​ເຈົ້າ​ບໍ່​ມີ​ແລະ​ຕ້ອງ​ໃຊ້​ເງິນ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ. ເອີ ທີ່​ຈິງ​ແລ້ວ ພວກ​ເຮົາ​ມີ​ອາ​ກາດ​ສະ​ອາດ​ທີ່​ສຸດ ແຕ່​ພວກ​ເຮົາ​ຈະ​ບໍ່​ໃຊ້​ເງິນ​ເປັນ​ພັນ​ຕື້​ໂດລາ​ແລະ​ເຮັດ​ໃຫ້​ມັນ​ດີ​ຂຶ້ນສຳ​ລັບ​ຜູ້​ອື່ນ ແຕ່​ບໍ່​ໄດ້​ເຮັດ​ໃຫ້​ມັນ​ດີ​ຂຶ້ນ ສຳ​ລັບ​ພວກ​ເຮົາ​ ເຈົ້າ​ຮູ້​ດີ ຂ້າ​ພະ​ເຈົ້າ​ມີ​ນະ​ໂຍ​ບາຍ​ທີ່​ງ່າຍໆ ມັນ​ມີ​ຊື່​ວ່າ ອາ​ເມ​ຣິ​ກາ​ກ່ອນ​ອື່ນ​ໝົດ. ໃນ​ເວ​ລາ​ດຽວ​ກັນ ພວກ​ເຮົາ​ກໍ​ຈະ​ເປັນ​ປະ​ເທດ​ເພື່ອນ​ບ້ານ​ທີ່​ຍິ່ງ​ໃຫຍ່​ຂອງ​ໂລກ ແຕ່​ພວກ​ເຮົາ​ຕ້ອງ​ໄດ້​ປະ​ຕິ​ບັດ​ຕໍ່​ເຮົາ​ເອງ​ແບບ​ຍຸ​ຕິ​ທຳ ດັ່ງ​ນັ້ນມັນ​ຄື​ວິ​ທີ​ທີ່​ພວກ​ເຮົາ​ເຮັດ.”

ທ່ານນາງ ຊັສເຕີເຣັນ ຖາມຕວ່າ "ທ່ານ​ຈະ​ລົມ​ກັບ​ປະ​ທານ​ປະ​ເທດ​ສີ​ຫຼື​ບໍ່ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ?"

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ຕອບ​ວ່າ “ພວກ​ເຮົາ​ຈະ​ລົມ​ກັນ​ ກ່ຽວ​ກັບ​ເລື້ອງນີ້ ພວກ​ເຮົາ​ຈະ​ລົມ​ກັນ​ຫຼາຍໆເລື້ອງ. ເລື້ອງ​ສຳ​ຄັນ​ທີ່​ພວກ​ເຮົາ​ຈະ​ລົມ​ກັນ​ແມ່ນ​ກ່ຽວ​ກັບ​ການ​ຄ້າ ນັ້ນ​ຄື​ສິ່ງ​ທີ່​ປະ​ຊ​າ​ຊົນ​ຕ້ອງ​ການ​ຢາກ​ໄດ້​ຍິນ ແລະ​ເຈົ້າ​ກໍ​ຮູ້​ດີ ທ່ານ​ຈະ​ຕ້ອງ​ໄດ້​ເຮັດ​ບາງ​ສິ່ງ​ບາງ​ຢ່າງ​ກ່ຽວ​ກັບ​ເລື້ອງ​ອາ​ກາດ ອາ​ກາດ​ຂອ​ງ​ທ່ານ​ແມ່ນ​ຂ້ອນ​ຂ້າງ​ຫຍຸ້ງ​ຍາກ​ໜ້ອຍ​ນຶ່ງ. ແຕ່ ແລະ​ຂ້າ​ພະ​ເຈົ້າ​ກໍ​ໝັ້ນ​ໃຈ​ວ່າ ທ່ານ​ຈະ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ລາວ​ເປັນ​ເພື່ອນ​ຄົນ​ນຶ່ງ​ຂອງ​ຂ້າ​ພະ​ເຈົ້າ ແລະ​ເປັນ​ຄົນ​ດີ ແຕ່​ເຈົ້າ​ກໍ​ຮູ້ ພວກ​ເຮົາ​ມີ​ການ​ຖົກ​ຖຽງ​ກັນ​ໜ້ອຍ​ນຶ່ງ ແລະ​ອີກ​ເທື່ອ​ນຶ່ງ ປະ​ເທດ​ຂອງ​ພວກ​ເຮົາ​ໄດ້​ຖືກ​ສ​ວຍ​ໂອ​ກາດ​ມາ​ຫຼາຍ​ປີ​ແລ້ວ ແລະ​ມັນ​ຈະ​ບໍ່​ເກີດ​ຂຶ້ນ​ອີກ.”

ທ່ານນາງ ຊັສເຕີເຣັນ ຖາມວ່າ "ປັດ​ຈຸ​ບັນ​ນີ້ ເສດ​ຖະ​ກິດ​ພາຍ​ໃນ​ຂອງ​ພວກ​ເຮົາ ຊຶ່ງ​ໃນອາ​ທິດ​ໜ້ານີ້​ ຈະ​ມີ​ການ​ລົງ​ຄະ​ແນນ​ສຽງ ບາງ​ທີ​ອາດ​ແມ່ນ​ກ່ຽວ​ກັບ​ການ​ປິດ​ລັດ​ຖະ​ບານ. ກ່ອນ​ອື່ນ​ໝົດ ທ່ານ​ຄິດ​ບໍ​ວ່າ ​ຈະ​ມີ​ການ​ປິດ​ລັດ​ຖະ​ບານ ແລະ​ມັນ​ຈະ​ມີ​ຜົນ​ກະ​ທົບໃດໆ​ ຕໍ່​ເສດ​ຖະ​ກິດ​ຂອງ​ໂລກ​ບໍ?"

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ວ່າ “ດີ​ແລ້ວ ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດບອກ​ເຈົ້າ​ໄດ້​ວ່າ​ຈະ​ມີ​ການ​ປິດ​ລັດ​ຖະ​ບານ​ຫຼື​ບໍ່ ຍ້ອນ​ວ່າ​ບໍ່​ມີ​ໃຜ​ຮູ້ ແຕ່​ຂ້າ​ພະ​ເຈົ້າ​ຈະ​ບອກ​ເຈົ້າ​ວ່າ ພວກ​ເຮົາ​ຈະ​ມີ​ຄວາມ​ໝັ້ນ​ຄົງ​ຊາຍ​ແດນ. ພວກ​ເຮົາ​ຈະ​ມີ​ຄວາມ​ໝັ້ນ​ຄົງ​ຊາຍ​ແດນ ຕື່ມ​ຂຶ້ນ ເຈົ້າ​ຄົງ​ເຫັນ​ໃນ​ສິ່ງ​ທີ່​ພວກ​ເຮົາ​ກະ​ທຳ​ໄປ​ ກັບ​ພວກ​ຄາ​ຣາ​ວານ​ທີ່​ພາ​ກັນ​ຫຼັ່ງ​ໄຫລ​ຂຶ້ນ​ມາ​ຊາຍ​ແດນ ແລະ​ເວ​ລານີ້ ເຂົາ​ເຈົ້າ​ພວມ​ເລີ້ມ​ພາ​ກັນ​ກັບ​ຄືນ ເຂົາເຈົ້າ​ເລີ້ມ​ກັບ​ຄືນ​ໄປ. ແຕ່​ພວກ​ເຮົາ​ຈະ​ມີ​ຄວາມ​ໝັ້ນ​ຄົງ. ພວກ​ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ຜູ້​ຄົນ​ເຂົ້າ​ມາ​ໃນ​ປະ​ເທດ​ຂອງ​ເຮົາ​ແບບ​ຜິດ​ກົດ​ໝາຍ. ພວກ​ເຮົາ​ຈະ​ໃຫ້​ຜູ້​ຄົນ​ເຂົ້າ​ມາ ໂດຍອາ​ໄສ​ຄວາມ​ສາ​ມາດ. ພວກ​ເຮົາ​ຕ້ອງ​ການ​ຜູ້​ຄົນ ເຈົ້າ​ຮູ້​ແມ່ນ​ບໍ? ພວກ​ເຮົາ​ມີ​ອັດ​ຕາ​ຄົນ​ຫວ່າງ​ງານ​ໜ້ອຍ​ທີ່​ສຸດ​ໃນ​ຮອບ 51 ປີ. ພວກ​ເຮົາ​ຕ້ອງ​ການ​ຜູ້​ຄົນ​ຢູ່​ໃນ​ປະ​ເທດນີ້. ພວກ​ເຮົາ​ມີ​ບໍ​ລິ​ສັດ​ຕ່າງໆ​ຍ້າຍ​ເຂົ້າ​ມາ ຄວາມ​ຈິງ​ແລ້ວ ນາ​ຍົກ​ລັດຖະ​ມົນ​ຕີ​ອາ​ເບະ​ແຫ່ງ​ຍີ່​ປຸ່ນ ຫາ​ກໍ​ບອກ​ຂ້າ​ພະ​ເຈົ້າ​ວ່າ ເຂົາ​ເຈົ້າ​ຈະ​ຍ້າຍ​ບໍ​ລິ​ສັດ​ຜະ​ລິດ​ລົດ 2 ບໍ​ລິ​ສັດ​ເຂົ້າ​ມາ ເຈົ້າ​ຮູ້​ບໍ​ເຂົາ​ເຈົ້າ​ຈະ​ເປີດໂຮງ​ງານ​ໃຫຍ່ 2 ແຫ່ງ ເຈົ້າ​ບໍ່​ຄ່ອຍ​ໄດ້​ຍິນ​ກ່ຽວ​ກັບ​ເລື້ອງນີ້ ແຕ່​ມີ​ຫຼາຍ​ຢ່າງ​ກຳ​ລັງ​ເກີດ​ຂຶ້ນ. ເຈົ້າ​ໄດ້​ຍິນ​ກ່ຽວ​ກັບ​ບໍ​ລິ​ສັດ​ເຈ​ເນຣານ​ມໍ​ເຕີ້ ແລະ​ຂ້າ​ພະ​ເຈົ້າ​ບໍ່​ຮູ້​ວ່າ ແມ່ນ​ຫຍັງ​ເກີດ​ຂຶ້ນ​ກັບ​ບໍ​ລິ​ສັດ​ເຈ​ເນ​ຣານ​ມໍ​ເຕີ້ ແຕ່​ວ່າ​ແນວ​ໂນ້ມ​ແມ່ນ​ກົງ​ກັນ​ຂ້າມ. ແລະ​ຂ້າ​ພະ​ເຈົ້າ​ຈະ​ຂໍ​ເວົ້າ​ວ່າ ເສດ​ຖະ​ກິດ​ບໍ່​ເຄີຍ​ດີ​ແບບນີ້​ມາ​ກ່ອນ. ພວກ​ເຮົາ​ໄດ້​ເຮັດ​ໂຕ​ເລກ​ທີ່​ບໍ່​ໜ້າ​ເຊື່ອ​ເລີຍ ເຈົ້າ​ກໍ​ເຫັນ​ມັນ ແລະ​ກໍ​ມີ​ຫຼາຍໆ​ສິ່ງ​ດີໆ​ກຳ​ລັງ​ເກີດ​ຂຶ້ນ​.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG