ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານພິເສດຂອງວີໂອເອ: ໄດ້ມີຄວາມພະຍາຍາມເກນເອົາທະຫານຮັບຈ້າງ ຈາກກຸ່ມ ແວກເນີ ເພື່ອໄປຢູເຄຣນ ອີງຕາມຜູ້ບັນຊາການ AFRICOM


ພາບນີ້ ໄດ້ຖືກພິມເຜີຍແຜ່ໂດຍໜ່ວຍງານດ້ານຄວາມໝັ້ນຄົງຂອງຢູເຄຣນ ທີ່ສະແດງໃຫ້ເຫັນ ພວກທະຫານຮັບຈ້າງຂອງກຸ່ມແວກເນີ (Wagner Group) ຢູ່ສະຖານທີ່ແຫ່ງນຶ່ງທີ່ບໍ່ໄດ້ຖືກລະບຸ. (ssu.gov.ua)
ພາບນີ້ ໄດ້ຖືກພິມເຜີຍແຜ່ໂດຍໜ່ວຍງານດ້ານຄວາມໝັ້ນຄົງຂອງຢູເຄຣນ ທີ່ສະແດງໃຫ້ເຫັນ ພວກທະຫານຮັບຈ້າງຂອງກຸ່ມແວກເນີ (Wagner Group) ຢູ່ສະຖານທີ່ແຫ່ງນຶ່ງທີ່ບໍ່ໄດ້ຖືກລະບຸ. (ssu.gov.ua)

ກຸ່ມແວກເນີຂອງຣັດເຊຍ ທີ່ເປັນ​ກຸ່ມທະຫານຮັບຈ້າງ ໄດ້ພະຍາຍາມທີ່ຈະເກນເອົາ​ບາງ​ກົມ​ກອງຂອງຕົນຢູ່ໃນເຂດອາຟຣິກາ ເພື່ອໄປສູ້​ລົບໃຫ້ຣັດເຊຍ ໃນຢູເຄຣນ ອີງຕາມຜູ້ບັນຊາການກອງກຳລັງທະຫານສະຫະລັດໃນອາຟຣິກາ ທີ່ໄດ້ກ່າວຕໍ່ວີໂອເອ.

ນາຍພົນສະຕີບເ​ວັນ ທາວເຊັນ (Stephen Townsend) ຜູ້ບັນຊາການກອງບັນຊາການກຳ​ລັງສະຫະລັດ​ໃນອາຟຣິກາ ຫຼື AFRICOM ກ່າວໃນການໃຫ້ສຳພາດພິເສດກັບວີໂອເອ ໃນອາທິດນີ້ ວ່າ “ພວກເຮົາເຫັນຄວາມພະຍາຍາມບາງສ່ວນ ໃນການເກນເອົາກຳ​ລັງທະຫານຂອງ​ກຸ່ມແວກເນີ ​ເພື່ອ​ໄປຢູເຄຣນ.”

ທ່ານທາວເຊັນ ກ່າວຕື່ມວ່າ ພວກທະຫານເຫຼົ່ານີ້ ເປັນໄປໄດ້ສູງວ່າຈະຖືກຍ້າຍໄປຈາກລີເບຍເປັນສ່ວນ​ໃຫຍ່ ບ່ອນທີ່ມີພວກທະຫານຮັບຈ້າງຫຼາຍຮ້ອຍຄົນກຳ ລັງສະໜັບສະໜຸນທ່ານຄາລີຟາ ຮາຟຕາ ຜູ້ບັນຊາການທະຫານ ໃນ​ເຂດພາກຕາເວັນອອກຂອງ​ລີ​ເບຍ.

ຊົມວີດີໂອທີ່ກ່ຽວຂ້ອງ ໂດຍ ຊາເລມ ໂໍຊໂລມອນ:

ທ່ານທາວເຊັນ ກ່າວວ່າ AFRICOM ໄດ້ໂອນຊັບພະຍາກອນບາງສ່ວນໄປຍັງກອງບັນຊາການຢູໂຣບ ຂອງສະຫະລັດ ໃນຂະນະທີ່ຣັດເຊຍ ໄດ້ບຸກໂຈມຕີຢູເຄຣນ. ທ່ານໄດ້ກ່າວວ່າ ກອງບັນຊາການຂອງທ່ານໄດ້ສະໜອງບຸກຄະລາກອນປະມານ 30 ຄົນໃຫ້ EUCOM “ສ່ວນໃຫຍ່ເປັນນັກວິເຄາະ ແລະນັກວາງແຜນດ້ານສືບລັບ” ພ້ອມກັບການແບ່ງປັນຂໍ້ມູນລັບ ໃນການສອດແນມດ້ານທະຫານຂອງຄູ່ຕໍ່ສູ້ ແລະຄວາມ​ສາ​ມາດໃນການລາດຕະເວນ ແລະເຮືອບິນ.

“ພວກເຮົາໄດ້ເຫັນຜົນກະທົບບາງຢ່າງຕໍ່ສິ່ງຕ່າງໆເຊັ່ນ ການຂົນສົ່ງທາງອາກາດ ຍ້ອນວ່າ ພວກເຮົາພວມເສີມກຳລັງ ໃຫ້ອົງການເນໂຕ້” ທ່ານທາວເຊັນໄດ້ກ່າວ.

ທ່ານເວົ້າອີກວ່າ “ພວກເຮົາຍັງລຳລຽງການຊ່ອຍເຫຼືອແກ່ຢູເຄຣນ ແລະສະນັ້ນແລ້ວ ຖ້ຽວບິນເຫຼົ່ານັ້ນ ໄດ້ຊ້າລົງໃນບາງສິ່ງບາງຢ່າງ ສຳລັບ AFRICOM ແຕ່ຂ້າພະເຈົ້າ ຈະບໍ່ກ່າວວ່າ ພວກເຂົາມີຜົນກະທົບຕໍ່ປະຕິບັດການໃດໆຂອງພວກເຮົາ.”

ໃນເດືອນມັງກອນຜ່ານມາ ທ່ານທາວເຊັນ ໄດ້ກ່າວຕໍ່ວີໂອເອ ວ່າ ກອງທັບຣັດເຊຍ ໄດ້ຊ່ອຍສົ່ງທະຫານຣັດເຊຍ ໄປປະເທດມາລີ.

ດຽວນີ້ ພວກທະຫານຮັບຈ້າງຂອງຣັດເຊຍ ມີຢູ່ປະມານ 1,000 ຄົນ ໃນມາລີ ຜູ້ທີ່ໄດ້ປະຕິບັດການມາແລ້ວເລັກນ້ອຍ ທ່ານທາວເຊັນໄດ້ກ່າວ ແຕ່ກຸ່ມດັ່ງກ່າວນັ້ນ ໄດ້ເຫັນການສະໜັບສະໜຸນໜ້ອຍລົງ ໃນບໍ່ເທົ່າໃດອາທິດທີ່ຜ່ານມາ ຈາກກອງທັບຣັດເຊຍ ອາດຈະເປັນຍ້ອນການບຸກລຸກຢູເຄຣນ. ທ່ານໄດ້ກ່າວອີກວ່າ ພວກທະຫານຮັບຈ້າງຂອງກຸ່ມແວກເນີ ແມ່ນຍັງມີຢູ່ໃນ ສາທາລະນະລັດອາຟຣິກາກາງ ນຳດ້ວຍ ແລະໃນຂອບເຂດທີ່ນ້ອຍກວ່າ ຢູ່ໃນຊູດານ.

ຊົມການສຳພາດຂອງວີໂອເອ ກັບນາຍພົນ ສະຕີບເວັນ ທາວເຊັນ

VOA Interview: AFRICOM's General Stephen Townsend
please wait

No media source currently available

0:00 0:29:54 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG