ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານບລິງເກັນ ຈະພົບປະກັບຜູ້ແຂ່ງຂັນລຳດັບຕົ້ນໆ ທີ່ຈະເປັນລັດຖະມົນຕີການຕ່າງປະເທດ ຄົນຕໍ່ໄປຂອງຈີນ ກ່ອນການເລືອກຕັ້ງ ຂອງໄຕ້ຫວັນ


ທ່ານຫລິວ ຈ້ຽນເຊົາ ຊຶ່ງເປັນຫົວໜ້າກົມການຕ່າງປະເທດຂອງພັກຄອມມູນິສຈີນ ກ່າວໃນລະຫວ່າງການປະຊຸມ World Peace Forum ໃນປັກກິ່ງ ໃນວັນທີ 2 ກໍລະກົດ 2023. ທ່ານ ຫລິວ ຈະພົບກັບລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ ແອນໂທນີ ບລິງເກັນ ໃນວັນທີ 12 ມັງກອນ 2024 ຊຶ່ງເປັນມື້ກ່ອນໄຕ້ຫວັດຈະຈັດການເລືອກຕັ້ງ.
ທ່ານຫລິວ ຈ້ຽນເຊົາ ຊຶ່ງເປັນຫົວໜ້າກົມການຕ່າງປະເທດຂອງພັກຄອມມູນິສຈີນ ກ່າວໃນລະຫວ່າງການປະຊຸມ World Peace Forum ໃນປັກກິ່ງ ໃນວັນທີ 2 ກໍລະກົດ 2023. ທ່ານ ຫລິວ ຈະພົບກັບລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ ແອນໂທນີ ບລິງເກັນ ໃນວັນທີ 12 ມັງກອນ 2024 ຊຶ່ງເປັນມື້ກ່ອນໄຕ້ຫວັດຈະຈັດການເລືອກຕັ້ງ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເກັນ ມີແຜນ ທີ່ຈະພົບປະກັບທ່ານຫລິວ ຈ້ຽນເຊົາ (Liu Jianchao) ນັກການທູດອະ​ວຸ​ໂສ ແລະ ຜູ້ແຂ່ງຂັນລຳດັບຕົ້ນໆ ທີ່ຈະເປັນລັດຖະມົນຕີການຕ່າງປະເທດ ຄົນຕໍ່ໄປຂອງຈີນ, ຢູທີ່ວໍຊິງຕັນ ໃນວັນສຸກມື້ນີ້, ນຶ່ງມື້ກ່ອນການເລືອກຕັ້ງຂອງໄຕ້ຫວັນ ໃນຂະນະທີ່ສະຫະລັດ ຍັງສືບຕໍ່ເຕືອນຈີນ ບໍ່ໃຫ້ໃຊ້ການ​ເລືອກ​ຕັ້ງ ເພື່ອ​ເປັນ​ຂໍ້​ອ້າງສຳລັບ​ການ​ສ້າງຄວາມ​ບໍ່​ໝັ້ນຄົງ.

ການສື່ສານລະຫວ່າງ 2 ປະເທດເສດຖະກິດໃຫຍ່ທີ່ສຸດໃນໂລກ ຈະດຳເນີນຕໍ່ໄປ ຫຼັງຈາກການເລືອກຕັ້ງປະທານາທິບໍດີ ແລະ ສະພາຂອງໄຕ້ຫວັນ ໃນວັນເສົາ, ຂະນະທີ່ເຈົ້າໜ້າທີ່​ອະວຸໂສຂອງສະຫະລັດ ແລະຈີນ ມີກຳນົດເຂົ້າຮ່ວມການປະຊຸມເສດຖະກິດໂລກ ໃນອາທິດໜ້າ ຢູ່ເມືອງ ດາ​ໂວສ (Davos) ຂອງສະວິດເຊີແລນ.

​ໃນ​ວັນ​ສຸກມື້​ນີ້, ທ່ານ ບລິງເກັນ ຈະ​ເຈລະຈາ ຢູ່ທີ່ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ກັບ​ທ່ານ ຫລິວ ຊຶ່ງ​ເປັນ​ຫົວໜ້າ​ພະ​ແນ​ກການຕ່າງປະເທດ​ຂອງ​ພັກ​ກອມ​ມູນິສ​ຈີນ ທີ່​ຮັບຜິດຊອບ ​ໃນ​ການ​ຮັກສາ​ການ​ພົວພັນ ​ກັບ​ບັນດາ​ພັກ​ການ​ເມືອງ​ຕ່າງປະ​ເທດ.

“ທ່ານ ຫລິວ ແມ່ນ​ສະ​ມາ​ຊິກ​ທີ່ໜ້າ​ເຊື່ອ​ຖື​ ໃນ​ວົງການທີ່​ປຶກ​ສາຂອງ​ປະ​ທານ​ປະ​ເທດ​ຈີນ ທ່ານ ສີ ຈິ້ນຜິງ. ທ່ານເປັນຜູ້ສະໝັກລຳດັບຕົ້ນ ສຳລັບຕໍາແໜ່ງລັດ ຖະມົນຕີການຕ່າງປະເທດ," ອີງຕາມ ທ່ານ ເດັນນິສ ໄວລ໌ເດີ (Dennis Wilder), ອະດີດນັກວິເຄາະລະດັບສູງກ່ຽວກັບຈີນ ຂອງ CIA, ເຊິ່ງປັດຈຸບັນເປັນອາຈານສອນ ຢູ່ມະຫາວິທະຍາໄລ Georgetown.

ທ່ານ ໄວລ໌ເດີ ກ່າວ​ຕໍ່​ວີ​ໂອ​ເອ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ການ​ຢ້ຽມຢາມ​ຂອງ​ທ່ານ ຫລິວ ​ແມ່ນ "ແນ​ໃສ່, ສ່ວນນຶ່ງກໍ​ເພື່ອ​ໃຫ້ແນ່ໃຈວ່າ​ ​ວໍ​ຊິງ​ຕັນ ​ແລະ​ປັກ​ກິ່ງ​ ຈະເຂົ້າ​ໃຈ​ເຊິ່ງກັນແລະກັນ ​ກ່ອນ​ທີ່​ຈະມີການເລືອກຕັ້ງ ຜູ້ນຳ​ໄຕ້​ຫວັນ​ຄົນ​ໃໝ່​."

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG