ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ລາຍງານພິເສດ: ທາງການ ອັຟການິສຖານ ຄາດວ່າ ຈະມີ ການເຈລະຈາ ສັນຕິພາບ ໃນໄວໆນີ້

ຄະນະຜູ້ແທນ ຈາກອັຟການິສຖານ, ປາກິສຖານ, Tສະຫະລັດ ອາເມຣິກາ ແລະ ຈີນ ປຶກສາຫາລືກັນ ແຜນການ ເພື່ອຍຸດຕິ
ສົງຄາມ ກັບກຸ່ມຕາລີບານ ຢູ່ທີ່ ທຳນຽບ ປະທານາທິບໍດີ ໃນ
ນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນຈັນທີ 18 ມັງກອນ 2016.
ຄະນະຜູ້ແທນ ຈາກອັຟການິສຖານ, ປາກິສຖານ, Tສະຫະລັດ ອາເມຣິກາ ແລະ ຈີນ ປຶກສາຫາລືກັນ ແຜນການ ເພື່ອຍຸດຕິ ສົງຄາມ ກັບກຸ່ມຕາລີບານ ຢູ່ທີ່ ທຳນຽບ ປະທານາທິບໍດີ ໃນ ນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນຈັນທີ 18 ມັງກອນ 2016.

ທີ່ປຶກສາຜູ້ໃກ້ຊິດ ຂອງທ່ານ Ashraf Ghani ປະທານາທິບໍດີ
ອັຟການິສຖານ ກ່າວວ່າ ທ່ານ “ມີຄວາມໝັ້ນໃຈຫຼາຍ” ວ່າຈະ
ມີການເຈລະຈາສັນຕິພາບໂດຍກົງ ກັບກຸ່ມພວກກະບົດຕາລີບານ
ຊຶ່ງຈະເກີດຂຶ້ນ ກ່ອນທ້າຍເດືອນນີ້ ໂດຍປາດສະຈາກເງື່ອນໄຂ
ໃດໆ ຈາກທັງສອງຝ່າຍ. ຄວາມພະຍາຍາມນີ້ ແມ່ນໄດ້ເລີ້ມດຳ
ເນີນການໄປແລ້ວ ເພື່ອພິຈາລະນາເບິ່ງວ່າ ຈະຈັດການປະຊຸມກັນ
ໃນເວລາໃດ ຊຶ່ງໄດ້ຄາດການມາ ເປັນເວລາດົນນານແລ້ວ.

ຢູ່ໃນການໃຫ້ສຳພາດ ກັບວີໂອເອແຕ່ຜູ້ດຽວ ທ່ານ Omar
Zakhilwal ເອກອັກຄະລັດຖະທູດ ຂອງອັຟການິສຖານ ປະຈຳ
ປາກິສຖານ ຜູ້ທີ່ຫາກໍຖືກແຕ່ງຕັ້ງໃໝ່ໆ ໄດ້ຍົກໃຫ້ເຫັນວ່າ
ເປັນຍ້ອນການຮ່ວມມື ຂອງ Islamabad ໃນທາງ “ບວກ” ສຳລັບການສ້າງຄວາມຫວັງ
ໃຫ້ເກີດສັນຕິພາບ ໃນອັຟການິສຖານ ຄືນອີກ.

ທ່ານ Omar Zakhilwal ເອກອັກຄະລັດຖະທູດ ຂອງອັຟການິສຖານ ປະຈຳ ປາກິສຖານ ຜູ້ທີ່ຫາກໍຖືກແຕ່ງຕັ້ງໃໝ່ໆ. (W. Asad/VOA)
ທ່ານ Omar Zakhilwal ເອກອັກຄະລັດຖະທູດ ຂອງອັຟການິສຖານ ປະຈຳ ປາກິສຖານ ຜູ້ທີ່ຫາກໍຖືກແຕ່ງຕັ້ງໃໝ່ໆ. (W. Asad/VOA)

ບໍ່ເໝືອນກັນກັບ ເອກອັກຄະລັດຖະທູດຄົນກ່ອນ ທ່ານ Zakhilwal ໄດ້ເດີນທາງໄປເຖິງ
ນະຄອນຫຼວງ Islamabad ພ້ອມດ້ວຍ ຄວາມຮັບຜິດຊອບເພີ່ມເຕີມ ໂດຍມີ “ອຳນາດ
ທາງດ້ານການເມືອງ ຢ່າງເຕັມສ່ວນ”
ແລະໄດ້ຮັບການສະໜັບສະໜູນ ຈາກບັນດາ
ນັກການເມືອງ ຂອງອັຟການິສຖານ “ທຸກພັກຝ່າຍ” ເພື່ອໃຫ້ໄດ້ມາຊຶ່ງຄວາມສອດຄ່ອງ
ແລະ ການສະໜັບສະໜູນ ຂອງ Islamabad ໃນການຍຸຸດຕິ ການກໍ່ກະບົດ ຂອງກຸ່ມ
ຕາລີບານ ມາເປັນເວລາ 15 ປີ ໃນອັຟການິສຖານ.

ອະດີດ ນັກຕໍ່ສູ້ ອັຟການິສຖານ ຂອງກຸ່ມຕາລີບານ ແບກອາວຸດຂອງພວກເຂົາເຈົ້າ ກ່ອນທີ່ພວກເຂົາເຈົ້າ ຈະມອບສົ່ງ ອັນເປັນສ່ວນໜຶ່ງຂອງຂະບວນການ ສັນຕິພາບ ແລະ ການປະນີປະນອມກັນ ຂອງລັດຖະບານອັຟການິສຖານ ຢູ່ທີ່ພິທີມອບສົ່ງອາວຸດ ໃນເມືອງ Jalalabad, ວັນທີ 12 ມັງກອນ 2016.

XS
SM
MD
LG