ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ອຳນວຍການ VOA ລາອອກຈຳຕຳແໜ່ງ ທ່າມກາງການຕຳໜິ ຕິຕຽນຂອງ ທຳນຽບຂາວ


ທ່ານນາງ ອາແມນດາ ເບັນເນັດ ຜູ້ອຳນວຍການ ຂອງວິທະຍຸສຽງອາເມຣິກາ.
ທ່ານນາງ ອາແມນດາ ເບັນເນັດ ຜູ້ອຳນວຍການ ຂອງວິທະຍຸສຽງອາເມຣິກາ.


ຜູ້ອຳນວຍການຂອງສຽງອາເມຣິກາ ຫຼື VOA ທ່ານນາງ ອາແມນດາ ເບັນເນັດ ແລະ ຜູ້ຮອງຂອງເພິ່ນ, ທ່ານນາງ ແຊນດີ ຊູກາວາຣາ, ໄດ້ລາອອກຈາກຕຳແໜ່ງໃນວັນຈັນວານນີ້, ໂດຍເວົ້າວ່າ ທ່ານ ໄມເກິລ ແພັກ, ຜູ້ບໍລິຫານໃຫຍ່ຄົນໃໝ່ຂອງອົງການປົກຄອງຂອງ ວີໂອເອ, ເຊິ່ງແມ່ນອົງ ການສື່ມວນຊົນໂລກແຫ່ງ ສະຫະລັດ ຫຼື USAGM, ມີສິດທີ່ຈະສັບປ່ຽນພວກເພິ່ນ ດ້ວຍການນຳ ພາຂອງ VOA ຂອງທ່ານເອງ.

ທ່ານນາງ ເບັນເນັດ ແລະ ທ່ານນາງ ຊູກາວາຣາ, ທັງສອງແມ່ນອະດີດນັກຂ່າວ, ທີ່ໄດ້ຄວບຄຸມ VOA ນັບຕັ້ງແຕ່ປີ 2016 ເປັນຕົ້ນມາ, ໄດ້ຂະຫຍາຍຂອບເຂດຂອງຂ່າວສານ ແລະ ບົດລາຍງານໂດຍອົງການຂ່າວອິດສະຫຼະຂອງລັດຖະບານ ສະຫະລັດ ຢ່າງຫຼວງຫຼາຍທາງໂທລະພາບ ແລະ ລາຍການວິທະຍຸທີ່ອອກອາກາດໃນ 47 ພາສາທົ່ວໂລກ ແລະ ທາງດິຈິຕອລ ໃນເວັບໄຊ້ voanews.com.

ໃນຈົດໝາຍລາອອກຂອງພວກເພິ່ນນັ້ນ, ທ່ານນາງ ເບັນເນັດ ແລະ ທ່ານນາງ ຊູກາວາຣາ ໄດ້ກ່າວຕໍ່ບັນດາຜູ້ຂຽນຂ່າວ, ຜູ້ປະກາດຂ່າວ, ບັນນາທິການ ແລະ ພະນັກງານດ້ານເຕັກນິກຂອງວີໂອເອຫຼາຍຮ້ອຍຄົນວ່າ ເຂົາເຈົ້າໄດ້ປ່ຽນແປງອົງການດັ່ງກ່າວໃຫ້ດີກວ່າເກົ່າໃນໄລຍະສີ່ປີທີ່ຜ່່ານມາ.

ພວກເພິ່ນໄດ້ອ້າງເຖິງ “ການສະແຫວງຫາທີ່ມີຄວາມຊຳນານ ແລະ ກະຕຸ້ນຄວາມສົນໃຈເພື່ອເລົ່າເລື່ອງຂອງ ອາເມຣິກາ, ຈຸດສົນໃຈຂອງເຂົາເຈົ້າໃນການຕ້ານຢັນ ກ່ຽວກັບ ຂໍ້ຄວາມທີ່ບໍ່ເປັນຈິງ ແລະ ຂໍ້ມູນທີ່ຖືກບິດເບືອນໃນທົ່ວໂລກ, ຄວາມສົນໃຈຂອງເຂົາເຈົ້າຕໍ່ເລື່ອງລາວຂອງບັນດາແມ່ຍິງ, ອົບພະຍົບ ແລະ ໝູ່ເພື່ອນນັກຂ່າວຂອງເຂົາເຈົ້າໃນທົ່ວໂລກ.”

ທ່ານນາງ ເບັນເນັດ ແລະ ທ່ານນາງ ຊູກາວາຣາ ໄດ້ກ່າວຕໍ່ພະນັກງານຂອງ VOA ວ່າ “ບໍ່ມີຫຍັງ ກ່ຽວກັບ ພວກເຈົ້າ, ຄວາມຫຼົງໄຫຼຂອງ ແລະ ຄວາມຊື່ສັດຂອງພວກເຈົ້າ, ຈະປ່ຽນແປງ” ດ້ວຍການເຂົ້າມາຄວບຄຸມວີໂອເອຂອງທ່ານ ແພັກ ແລະ ອົງການສື່ມວນຊົນລັດຖະບານອື່ນໆຂອງ ສະຫະ ລັດ.

ທ່ານນາງ ເບັນເນັດ ແລະ ທ່ານນາງ ຊູກາວາຣາ ໄດ້ກ່າວວ່າ “ທ່ານ ໄມເກິລ ແພັກ ໄດ້ສາບານຕົນຕໍ່ລັດຖະສະພາວ່າຈະເຄົາລົບ ແລະ ໃຫ້ກຽດກຳແພງປ້ອງກັນ ທີ່ຮັບປະກັນຄວາມເປັນອິດສະຫຼະຂອງ ວີໂອເອ, ເຊິ່ງໃນທາງກັບກັນໄດ້ມີບົດບາດດຽວທີ່ສຳຄັນທີ່ສຸດ ໃນຄວາມເຊື່ອຖືທີ່ລໍ້າເລີດ ທີ່ຜູ້ຟັງໃນທົ່ວໂລກມີຕໍ່ພວກເຮົາ.

ແຕ່ການເຂົ້າຮັບຕຳແໜ່ງຄວບຄຸມ USAGM ຂອງທ່ານ ແພັກ ດ້ວຍການອະນຸມັດສັນຍາສາມປີຈາກສະພາສູງນັ້ນ ແມ່ນບໍ່ໄດ້ລຽບງ່າຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG