ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບໍລິສັດຈີນ ຈະລົງທຶນກໍ່ສ້າງ ຂົວຂ້າມແມ່ນໍ້າຂອງເຊື່ອມຕໍ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ແຂວງບໍ່ແກ້ວ ກັບອຳເພີຊຽງແສນ ຂອງໄທ


ເມືອງຈີນ ໃນເຂດເສດຖະກິດພິເສດ ທີ່​ມີກາຊີໂນ Kings Romans ຕັ້ງ​ຢູ່​ໃນ​ເຂດ​ສາມ​ຫລ່ຽ​ມ​ຄຳ​ໃນ​ເມືອງ​ຕົ້ນ​ເຜິ້ງ, ແຂວງບໍ່​ແກ້ວ​ຂອງ​ລາວ ທີ່​ຈີນ​ຈະ​ສ້າງ​ຂົວ​ຕໍ່​ໃສ່​ກັບອຳເພີຊຽງແສນ ຈັງຫວັດຊຽງຮາຍຂອງ​ໄທ
ເມືອງຈີນ ໃນເຂດເສດຖະກິດພິເສດ ທີ່​ມີກາຊີໂນ Kings Romans ຕັ້ງ​ຢູ່​ໃນ​ເຂດ​ສາມ​ຫລ່ຽ​ມ​ຄຳ​ໃນ​ເມືອງ​ຕົ້ນ​ເຜິ້ງ, ແຂວງບໍ່​ແກ້ວ​ຂອງ​ລາວ ທີ່​ຈີນ​ຈະ​ສ້າງ​ຂົວ​ຕໍ່​ໃສ່​ກັບອຳເພີຊຽງແສນ ຈັງຫວັດຊຽງຮາຍຂອງ​ໄທ

ບໍລິສັດຈີນຈະລົງທຶນກໍ່ສ້າງຂົວຂ້າມນໍ້າຂອງເຊື່ອມຕໍ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກັບອຳເພີຊຽງແສນ ຈັງຫວັດຊຽງຮາຍ ເພື່ອຮອງຮັບການ ທ່ອງທ່ຽວ, ຊົງ​ຣິດ ໂພນ​ເງິນ ມີ​ລາຍ​ງານ​ເລື້ອງ​ນີ້ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ທ່ານໄພສານ ພືດມົງຄົນ ເລຂາທິການສະມາຄົມວັດທະນະທຳ ແລະ ເສດຖະກິດໄທ-ຈີນ ໃຫ້ການຢືນຢັນໃນໂອກາດເດີນທາງໄປຢ້ຽມຊົມເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວເມື່ອບໍ່ດົນມານີ້ວ່າ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ມີ ການພັດທະນາຢ່າງໄວວາ ໂດຍປັດຈຸບັນໄດ້ເນັ້ນໜັກເປັນພິເສດໃນການພັດທະນາ ພື້ນຖານໂຄງລ່າງ ແລະສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອຮອງຮັບການທ່ອງທ່ຽວຢ່າງ ຄົບວົງຈອນ ຊຶ່ງລວມເຖິງການກໍ່ສ້າງສະ​ໜາມບິນໃຫ້ສຳເລັດ ແລະເປີດນຳໃຊ້ຢ່າງ ເປັນທາງການໃນໄຕມາດທີ 2 ຂອງປີ 2023 ນີ້, ທັງຍັງມີ ແຜນການຈະກໍ່ສ້າງຂົວຂ້າມ ນໍ້າຂອງເພື່ອຈະເຊື່ອມຕໍ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ກັບອຳເພີຊຽງແສນ, ຈັງຫວັດ ຊຽງຮາຍຂອງໄທ ເພື່ອເຊື່ອມຕໍ່ການບໍລິການ ແລະ ທ່ອງທ່ຽວ ລະຫວ່າງກັນ ໂດຍທີ່ ຜ່ານມາ ສະມາຄົມວັດທະນະທຳ ແລະເສດຖະກິດໄທ-ຈີນ ກໍ່ໄດ້ເຈລະຈາເບື້ອງຕົ້ນ ກັບທະນາຄານລົງທຶນ ເພື່ອການພັດທະນາພື້ນຖານໂຄງລ່າງແຫ່ງເອເຊຍ (AIIB) ແລ້ວ ເຊິ່ງທະນາຄານດັ່ງກ່າວກໍເຫັນດີໃນຫຼັກການທີ່ຈະໃຫ້ການ ສະໜັບສະໜຸນໃນ ດ້ານເງິນທຶນແລ້ວເຊັ່ນກັນ ດັ່ງທີ່ທ່ານ ໄພສານ ໄດ້ໃຫ້ການຍືນຍັນວ່າ:

ທະນາຄານ AIIB ຊຶ່ງເປັນທະນາຄານໂຄງສ້າງພື້ຶນຖານເພື່ອພັດທະນາເອເຊຍໜິ ຍິນດີຫຼາຍທີ່ຈະສະໜອງ Finance ເລື້ອງເງິນ ບໍ່ຈຳເປັນຕ້ອງເປັນລັດ ຫຼື ໜ່ວຍງານ ຂອງລັດ, ໝາຍຄວາມວ່າ ເອກະຊົນກໍໄດ້ ຖ້າຫາກໄດ້ສໍາປະທານແລ້ວໄປໃຊ້ເງິນ ອັນນີ້ຈາກ AIIB ໄດ້. ຖ້າສ້າງຂົວບ່ອນນີ້ ກໍໃຊ້ເງິນງົບປະມານ 30–40 ພັນລ້ານບາດ. AIIB ເຂົາ Finance ໃຫ້ເລີຍ. ຂົວນີ້ຖ້າສ້າງ ມີຄົນປະເມີນວ່າ 15 ປີ ກໍຄືນທຶນ ແຕ່ໃນສາຍຕາຂອງຂ້າພະເຈົ້າ 5 ປີ ຄືນທຶນ ຊຶ່ງທາງພະມ້າເຫັນດີນຳ ທາງລາວກໍ່ເຫັນດີນຳຢູ່ແລ້ວ.

ແຕ່ຢ່າງໃດກໍຕາມ ສຳລັບແຜນການກໍ່ສ້າງຂົວຂ້າມນໍ້າຂອງດັ່ງກ່າວ ຍັງບໍ່ມີກຳນົດການ ທີ່ຊັດ​ເຈນວ່າ ຈະເລີ້ມດຳເນີນການຕົວຈິງໄດ້ເວລາໃດ. ສ່ວນການກໍ່ສ້າງສະ​ໜາມບິນນັ້ນ ກໍໄດ້ມີການທົດ​ສອບລະບົບຄວບຄຸມຄວາມປອດໄພ ໃນການບິນ ແລະ ​ການທົດລອງບິນ​ຂຶ້ນ-ລົງ ຢ່າງ​ຄົບ​ຖ້ວນ​ແລ້ວ ຈຶ່ງ​ຍັງ​ເຫລືອການ​ຕິດ​ຕັ້ງ​ອຸ​ປະ​ກອນ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ຕາມກຳນົດຂອງ​ອົງ​ການ​ ການ​ບິນ​ພົນ​ລະ​ເຮືອນ​ສາ​ກົນ ຫລື ICAO. ສ່ວນທາງການແຂວງບໍ່ແກ້ວ ກໍຈະໃຊ້ສະ​ໜາມ​ບິນໃໝ່ນີ້ ເປັນສະ​ໜາມ​ບິນຫຼັກພຽງແຫ່ງດຽວຂອງແຂວງ ແລະຈະປິດສະ​ໜາມບິນຫ້ວຍຊາຍ ພາຍຫຼັງທີ່ເປີດການ ນຳໃຊ້ສະ​ໜາມບິນໃໝ່ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຢ່າງເປັນທາງການແລ້ວນັ້ນ ຊຶ່ງຈະຮອງຮັບຜູ້ໂດຍສານໄດ້ 2 ລ້ານຄົນຕໍ່ປີ ຈຶ່ງເຮັດໃຫ້ທາງການແຂວງບໍ່ແກ້ວ ໄດ້ ເລັ່ງລັດໃຫ້ການສົ່ງເສີມການລົງທຶນໃນພາກບໍລິການ ແລະ ທ່ອງທ່ຽວຫຼາຍຂຶ້ນ ໃນຂະນະທີ່ ລັດຖະບານລາວ ກໍໄດ້ເລັ່ງເຈລະຈາກັບບໍລິສັດຈີນ ເພື່ອໃຫ້ສືບຕໍ່ການກໍ່ສ້າງທາງດ່ວນ ທີ່ຄູ່ຂະໜານກັບທາງລົດໄຟລາວ-ຈີນ ແລະ ທາງດ່ວນເຊື່ອມຕໍ່​ຈາກດ່ານບໍ່ເຕັນ ກັບ ຫ້ວຍຊາຍໃຫ້ໄວທີ່ສຸດ ດັ່ງທີ່ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ ໄດ້ໃຫ້ການຢືນຢັນວ່າ:

ຊ່ວງທີ່ 1 ນະຄອນຫຼວງວຽງຈັນ - ວັງວຽງ ໄດ້ເປີດໃຫ້ບໍລິການນໍາໃຊ້ແລ້ວ, ຊ່ວງທີ່ 2 ວັງວຽງ - ຫຼວງພະບາງ ແລະ ຊ່ວງທີ 3 ຫຼວງພະບາງ - ອຸດົມໄຊ ກໍແມນ ກຳລັງຢູ່ ໃນຂັ້ນຕອນຄັດເລືອກເອົາບໍລິສັດໃໝ່ທີ່ມີເງືຶ່ອນໄຂ ແລະ ຄວາມພ້ອມດ້ານຕ່າງໆ ມາສືບຕໍ່ ພັດທະນາ ຊ່່ວງທີ 4 ອຸດົມໄຊ - ບໍ່ເຕັນ ພວມຢ່ໃນຂະບວນການເຈລະຈາ ໂດຍກະຊວງ ແຜນການ ແລະ ການລົງທຶນ ສຳລັບທາງດ່ວນແຕ່ບໍ່ເຕັນ ແຂວງຫຼວງນໍ້າທາ ຫາ ຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ສ້າງສຳເລັດການກວດກາແບບລະອຽດ ແລະ ຮັບຮອງ ແລ້ວ. ປັດຈຸບັນ ກະຊວງແຜນການ ແລະການລົງທຶນ ພວມດຳເນີນເຈລະຈາເຊັນ ສັນຍາສຳປະທານ

ທັງນີ້ກຸ່ມບໍລິສັດດອກງິ້ວຄຳຈາກ ຈີນ ຜູ້ລົງທຶນພັດທະນາເຂດເສດຖະກິດພິເສດສາມ ຫຼ່ຽມຄຳ ໄດ້ເລີ່ມການກໍ່ສ້າງສະໜາມບິນ​ໃນ ປີ 2020 ເພື່ອ​ຈະ​ຮອງ​ຮັບ​ເຮືອ​ບິນ Airbus-320 ແລະ Boeing-737 ໄດ້ຕາມມາດຕະຖານການບິນສາກົນ ດ້ວຍເງິນລົງ ທຶນລວມ 175 ລ້ານໂດລາ ແລະ ເມື່ອເປີດການນຳໃຊ້ຢ່າງເປັນທາງການແລ້ວນັ້ນ ກໍຄາດວ່າ ຈະດຶງດູດນັກທ່ອງທ່ຽວຈີນ ທີ່ເປັນລູກຄ້າບ່ອນກາຊີໂນ King Roman ໄດ້​ເພີ້ມ​ຂຶ້ນ ໂດຍເຂດ​ດັ່ງ​ກ່າວ​ ມີ​ເນື້ອທີ່ສຳປະທານ 10,000 ເຮັກຕາ ແລະ​ມີອາຍຸສຳປະທານ 99 ປີ ນັບຈາກປີ 2007.

ແຕ່ຢ່າງໃດກໍ່ຕາມ ກະຊວງການເງິນຂອງສະຫະລັດ ກໍໄດ້ຂຶ້ນບັນຊີດຳ ແລະໃຫ້ຖືວ່າ ທ່ານ ຈ້າວ ເຫວີ່ຍ, ປະທານບໍລິຫານຂອງກຸ່ມບໍລິສັດດອກງິ້ວຄຳນັ້ນ ເປັນອາຊະຍາກອນທີ່ມີ ສ່ວນກ່ຽວຂ້ອງໃນການຄ້າຢາເສບຕິດ, ການຄ້າມະນຸດ, ການຟອກເງິນ,​ ການໃຫ້ສິນບົນ ແລະ ການຄ້າສັດປ່າຂ້າມຊາດ ນັບແຕ່ເດືອນມັງກອນປີ 2018 ເປັນຕົ້ນມາ ແຕ່ທ່ານຈ້າວ ເຫວີ່ຍ ກໍໄດ້ໃຫ້ການປະຕິເສດຕໍ່ທຸກຂໍ້ກ່າວຫາ ແລະຕອບໂຕ້ວ່າ ເປັນການກະທຳຝ່າຍດຽວ ທີ່ບໍ່ຍຸຕິທຳ ຈຶ່ງບໍ່ສົ່ງຜົນກະທົບຕໍ່ແຜນການລົງທຶນພັດທະນາເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ທີ່ຖືກຕ້ອງຕາມກົດໝາຍຂອງລາວ ໃນທຸກໆດ້ານນັ້ນເອງ.

XS
SM
MD
LG