ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

VOA ວ່າ ຈີນສົ່ງຄື້ນ ລົບກວນ ການອອກອາກາດ ຂອງຕົນ ຢູ່ຈີນອີກ


ທ່ານ David Ensor ຜູ້ອໍານວຍການຂອງ VOA
ທ່ານ David Ensor ຜູ້ອໍານວຍການຂອງ VOA
ວິທະຍຸສຽງອາເມຣິກາຫລື VOA ກໍາລັງປະທ້ວງຕໍ່ການສົ່ງຄື້ນ
ລົບກວນຄັ້ງໃໝ່ ຕໍ່ການອອກອາກາດເປັນພາສາອັງກິດຂອງ
ຕົນຢູ່ຈີນ.

ທ່ານ David Ensor ຜູ້ອໍານວຍການຂອງ VOA ປະນາມ
ການສົ່ງຄື້ນແຊກແຊງຄັ້ງໃໝ່ດັ່ງກ່າວ ແລະເວົ້າວ່າ ອົງການ ກະຈາຍສຽງຂອງລັດຖະບານສະຫະລັດກໍາລັງ ເຮັດວຽກກັບ ພວກນັກຊ່ຽວຊານເພື່ອຈະຊອກຫາແຫລ່ງທີ່ມາທີ່ແທ້ຈິງ
ໃນການລົບກວນນັ້ນ ວ່າແມ່ນມາຈາກໃສແທ້. ທ່ານກ່າວ
ວ່າ “ການຫລັ່ງໄຫລ ໄປມາຂອງຂໍ້ມູນຢ່າງເສລີແມ່ນເປັນສິດ
ທິທົ່ວໄປ ແລະ VOA ຈະສືບຕໍ່ສະໜອງຂໍ້ມູນທີ່ແມ່ນຢໍາ
ແລະບໍ່ເຂົ້າຂ້າງຝ່າຍໃດ ຢູ່ໃນເວທີ ທີ່ສາມາດເຂົ້າເຖິງຜູ້ຟັງ ອາໄສຢູ່ໃນເຂດທີ່ຖືກກວດກາຂ່າວນັ້ນ.”

ວິທະຍຸ VOA ທີ່ໄດ້ຮັບທຶນຈາກລັດຖະບານສະຫະລັດ ບໍ່ແມ່ນຜູ້ດຽວທີ່ຮັບເຄາະຮ້າຍໃນການຖືກລົບກວນ, ວິ
ທະຍຸກະຈາຍສຽງຂອງອັງກິດ ຫລື BBC ເວົ້າໃນອາທິດ
ນີ້ວ່າການກະຈາຍສຽງຂອງວິທະຍຸໃນຄື້ນສັ້ນຂອງຕົນ
ເປັນພາສາອັງກິດໃນຈີນ ກໍຖືກລົບກວນເຊັ່ນກັນ.

ວິທະຍຸ BBC ເວົ້າວ່າ ເຖິງແມ່ນວ່າ ມັນເປັນໄປບໍ່ໄດ້ທີ່ຈະຮູ້ວ່າ ໃຜເປັນຜູ້ທໍາການລົບ ກວນ “ແຕ່ວ່າ ການດໍາເນີນຄວາມພະຍາຍາມທີ່ມີການປະສານງານກັນ ສະແດງໃຫ້ ເຫັນວ່າ ແມ່ນປະເທດທີ່ມີຊັບພະຍາກອນດີເຊັ່ນຈີນນັ້ນເປັນຜູ້ເຮັດ.”

ພວກນັກວິສະວະກອນດ້ານການກະຈາຍສຽງຂອງ VOA ເວົ້າວ່າ ວິທະຍຸອັອສເຕຣ ເລຍກໍກໍາລັງຖືກລົບກວນເຊັ່ນກັນ.

ທີ່ສໍານັກງານໃຫຍ່ຂອງ VOA ໃນນະຄອນວໍຊິງຕັນ ພວກນັກວິສະວະກອນເວົ້າວ່າ ເຖິງ ແມ່ນວ່າ ການກະຈາຍສຽງຂອງຕົນເປັນພາສາຈີນ ຈະຖືກລົບກວນເປັນປະຈໍາຢູ່ໃນຈີນ ກໍຕາມ ແຕ່ການກະຈາຍສຽງເປັນພາສາອັງກິດ ຕາມປົກກະຕິແລ້ວແມ່ນບໍ່ໄດ້ຖືກລົບ ກວນເລີຍ. ພວກເຂົາເຈົ້າໄດ້ສັງເກດເຫັນວ່າມີ ການລົບກວນປະມານເດືອນນຶ່ງຜ່ານມາ ແລະວ່າ ປະກົດວ່າ ມີການໃຊ້ເທັກໂນໂລຈີໃໝ່ ເພື່ອທໍາການລົບກວນຄື້ນດັ່ງກ່າວນັ້ນ.
XS
SM
MD
LG