ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການອອກອາກາດ ຂອງ ສຽງອາເມຣິກາ ຄຸ້ມຄອງ ໂດຍກົດບັດ


ເຄື່ອງໝາຍຂອງວິທະຍຸສຽງອາເມຣິກາ ຫຼື VOA
ເຄື່ອງໝາຍຂອງວິທະຍຸສຽງອາເມຣິກາ ຫຼື VOA

ການ​ຕິດ​ຕໍ່​ໂດຍ​ກົງ ກັບ​ປະຊາຊົນ​ຢູ່​ໃນ​ທົ່ວ​ໂລກ​ ໂດຍ​ທາງ​ວິທຍຸ ຈະຮັບ​ໃຊ້​ຜົນ​ປະໂຫຍ​ດໄລຍະ​ຍາວ​ ຂອງ​ສະຫະລັດ​. ​ເພື່ອ​ໃຫ້​ໄດ້​ຮັບ​ປະສິດທິ​ຜົນນັ້ນ ສຽງ​ອາ​ເມຣິກາຫຼື VOA ຈະຕ້ອງໄດ້​ຮັບ​ຄວາມ​ສົນ​ໃຈ​ ແລະໄດ້​ຮັບ​ຄວາມ​ນັບ​ຖື​ຂອງ​ບັນດາ​ຜູ້​ຟັງ.​ ​ເພາະສະນັ້ນ ຫລັກການ​ເຫຼົ່ານີ້ ຈຶ່ງ​ຈະ​ຄຸ້ມ​ຄອງລາຍ​ການ​ອອກ​ອາກາດ​ ຂອງ​ສຽງ​ອາ​ເມຣິກາ.

1. ສຽງອາເມຣິກາ ຫຼື VOA ຈະ​ຕ້ອງ​ເປັນ​ແຫ​ລ່ງຂ່າວ​ທີ່​ໜ້າເຊື່ອ​ຖື ແລະບໍ່​ມີ​ຄວາມ​ສົງ​ໄສ. ຂ່າວ​ຂອງ​ VOA ຈະ​ເປັນ​ຂ່າ​ວທີ່ຖືກຕ້ອງ ບໍ່​ເຂົ້າຂ້າງ​ອອກ​ຂາ ​ແລະ​ຄົບ​ຖ້ວນ

2. ສຽງອາເມຣິກາ ຫຼື VOA ຈະ​ຕາງໜ້າ​ໃຫ້​ອ​າ​ເມຣິກາ ບໍ່ພຽງ​ແຕ່​ສ່ວນ​ໃດ​ສ່ວນ​ນຶ່ງ​ຂອງ​ສັງຄົມ​ອາ​ເມຣິກາ​ ​ແລະເພາະ​ສະນັ້ນ ຈຶ່ງ​ຈະ​ສະ​ເໜີແນວ​ຄິດ​ ແລະ​ສະ​ຖາ​ບັນແບ​ບມີຄວາມ​ກ້ຳ​ເກິ່ງ​ແລະ​ຄົບຖ້ວນ.

3.ສຽງອາເມຣິກາ ຫຼື VOA ຈະ​ສະ​ເໜີ​ນະ​ໂຍບາຍ​ຂອງ​ສະຫະລັດ​ຢ່າງ​ແຈ້ງ​ຂາວ ​ແລະ​ມີ​ປະສິດທິ​ຜົນ ​ແລະ​ຍັງ​ຈະ​ສະ​ເໜີ​ການ​ສົນທະນາ​ ແລະ​ຄວາມຄິດ​ຄວາມ​ເຫັນ​ ແບບ​ມີ​ຄວາມ​ຮັບຜິດຊອບ​ກ່ຽວ​ກັບ​ນະ​ໂຍບາຍ​ເຫລົ່ານີ້.

XS
SM
MD
LG