ທ່ານ David Ensor ຜູ້ອໍານວຍການວີໂອເອ ໄດ້ເຊັນຂໍ້ຕົກລົງສະບັບນຶ່ງ ກັບມຽນມາຊຶ່ງພາຍໃຕ້ຂໍ້ຕົກລົງສະບັບນີ້ສະຖານີວິທະຍຸຂອງທາງການມຽນ ມາມີແຜນການຈະເລິ່ມອອກອາກາດລາຍການສອນພາສາອັງກິດສັ້ນໆ ທີ່ຜະລິດໂດຍວີໂອເອ ນັ້ນ.
ທ່ານ Endor ໄດ້ປະກາດໃຫ້ຊາບ ກ່ຽວກັບຂໍ້ຕົກລົງດັ່ງກ່າວ ເມື່ອວັນອັງຄານວານນີ້ຈາກເມືອງຫຼວງການປົກຄອງເນປິດໍຂອງມຽນມາ ບ່ອນທີ່ທ່ານ ໄດ້ພົບປະກັນຫຼາຍໆບັ້ນ ກັບບັນດາເຈົ້າໜ້າທີ່ອາວຸໂສຂອງລັດຖະບານຊຸດໃໝ່ ຊຶ່ງເປັນລັດຖະບານພົນລະເຮືອນພຽງແຕ່
ໃນນາມນັ້ນ. ທ່ານ Ensor ກ່າວໃນຕອນນຶ່ງວ່າ:
“ນອກນີ້ແລ້ວ ບັນດາເຈົ້າໜ້າທີ່ມຽນມາ ຍັງມີຄວາມເປັນໄປໄດ້ ທີ່ຈະໃຊ້ລາຍການໂທລະພາບ
ບາງຢ່າງ ສໍາລັບສອນພາສາອັງກິດນໍາ.”
ທ່ານ Ensor ຍັງກ່າວອີກວ່າ ທ່ານ ກຽວ ຊານ ລັດຖະມົນຕີກະຊວງຖະແຫຼງຂ່າວມຽນມາຍັງໄດ້ສະເໜີການສະໜັບສະໜຸນຂອງທ່ານ ຕໍ່ການອອກວີຊ່າ ທີ່ເຂົ້າອອກໄດ້ຫຼາຍໆຄັ້ງ ໃຫ້ແກ່ຜູ້ສື່ຂ່າວຄົນນຶ່ງຫຼືສອງຄົນ ຈາກວີໂອເອ ພະແນກພາສາມຽນມາ ເພື່ອອະນຸຍາດໃຫ້ພວກເຂົາ
ເຈົ້າ ເຂົ້າໄປປະຕິບັດງານ ໃນມຽນມາຊົ່ວໄລຍະໃດນຶ່ງໄດ້. ທ່ານ Ensor ອະທິບາຍວ່າ ການໃຫ້ວີຊ່າທີ່ວ່ານີ້ ເປັນບາດກ້າວອັນທໍາອິດ ໃນຂັ້ນຕອນທີ່ອາດເຮັດໃຫ້ວິທະຍຸວີໂອເອຂອງສະຫະລັດ ເປີດສໍານັກງານຂ່າວຂອງຕົນ ຢູ່ໃນປະເທດດັ່ງ ກ່າວ.
ການຢ້ຽມຢາມຂອງທ່ານ Ensor ຄັ້ງນີ້ເປັນພາກສ່ວນນຶ່ງຂອງການລິເລີ່ມທາງດ້ານການທູດ ໃນຂອບເຂດທີ່ກວ້າງຂວາງ ແນໃສ່ເພື່ອເປີດປະເທດມຽນມາໃຫ້ແກ່ປະເທດຕາເວັນຕົກ ຫຼັງ ຈາກການປົກຄອງໂດຍຝ່າຍທະຫານຢ່າງເຄັ່ງຄັດມາໄດ້ຫຼາຍສິບປີແລ້ວນັ້ນ.
ລັດຖະບານຊຸດໃໝ່ຂອງມຽນມາ ທີ່ເຂົ້າມາບໍລິຫານປະເທດ ເມື່ອປີກາຍນີ້ ໄດ້ຢຸດເຊົາກີດກັນເວັບໄຊ້ຂ່າວຂອງວີໂອເອໃນປີຜ່ານມາ ແຕ່ວີໂອເອກໍບໍ່ເຄີຍໄດ້ສົ່ງນັກຂ່າວໄປປະຈໍາການຢູ່ໃນມຽນມາຢ່າງເປັນທາງການ ເທື່ອນັບຕັ້ງແຕ່ມຽນມາໄດ້ຮັບເອກະລາດຈາກອັງກິດໃນປີ 1948 ເປັນຕົ້ນມາ.