ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສະຫຼອງບຸນປີໃໝ່ ພ.ສ 2560 ຢູ່ ສະຖານທູດ ສປປ ລາວ ທີ່ ວໍຊິງຕັນ


ເອກອັກຄະລັດຖະທູດໄມ ໄຊຍະວົງ ແລະຄະນະນັກຟ້ອນ ໃນພິທີ ສະຫຼອງບຸນປີໃໝ່ ພ.ສ 2560 ວັນເສົາ ທີ 29 ເມສາ 2017 ຢູ່ ສະຖານທູດ ສປປ ລາວ ທີ່ນະຄອນຫລວງ ວໍຊິງຕັນ.
ເອກອັກຄະລັດຖະທູດໄມ ໄຊຍະວົງ ແລະຄະນະນັກຟ້ອນ ໃນພິທີ ສະຫຼອງບຸນປີໃໝ່ ພ.ສ 2560 ວັນເສົາ ທີ 29 ເມສາ 2017 ຢູ່ ສະຖານທູດ ສປປ ລາວ ທີ່ນະຄອນຫລວງ ວໍຊິງຕັນ.

ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວໃນຕ່າງແດນຂອງວີໂອເອ ມື້ນີ້ ເຮົາ
ຈະໃຫ້ທ່ານໄດ້ຟັງລາຍງານ ແລະການສຳພາດກັບບັນດາແຂກ ຜູ້ມີກຽດທີ່ເຂົ້າຮ່ວມ ການສະຫຼອງບຸນປິີໃໝ່ ພ.ສ 2560 ປີລະກາ ທີ່ສະຖານທູດ ສປປ ລາວ ປະຈຳນະ
ຄອນຫລວງ ວໍຊິງຕັນ. ພິທີສະຫລອງບຸນປີໃໝ່ ເທື່ອນີ້ ປະກອບດ້ວຍຊາວອາເມຣິກັນ
ເຊື້ອສາຍລາວ ທີ່ເດີນທາງມາຈາກທົ່ວປະເທດ ​ພ້ອມດ້ວຍບັນດານັກການທູດຫຼາຍ
ທ່ານ. ບັນຍາກາດການ​ສະຫຼອງ​ບຸນດັ່ງກ່າວ ເປັນຢ່າງໃດ ກິ່ງສະວັນ ຈະມາບັນລະ
ຍາຍສູ່ທ່ານຟັງຕໍ່ໄປ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວມື້ນີ້ ຂ້າພະເຈົ້າຈະນຳພາ
ທ່ານໄປຟັງ ການສະຫຼອງບຸນປີໃໝ່ ພ.ສ 2560 ທີ່ສະຖານທູດ ສປປ ລາວ ປະຈຳ
ນະຄອນຫລວງ ວໍຊິງຕັນ. ທ່າມກາງດິນຟ້າອາກາດອັນຮ້ອນເອົ້າໃນວັນເສົາ ທີ 29
ເມສາ ທີ່ຜ່ານມານີ້ ໄດ້ມີຊາວອາເມຣິກັນເຊື້ອສາຍລາວ ຈາກທົ່ວປະເທດ ພ້ອ​ມດ້ວຍ
ບັນດາເຍົາວະຊົນ ນັກຟ້ອນ ແລະນັກດົນຕີພື້ນເມືອງລາວ ບັນດານັກການທູດ ແລະ
ເພື່ອນຝຸງຂອງສະຖານທູດ ເກືອບ 300 ຄົນ ໄປເຕົ້າໂຮມກັນ ສະເຫຼີມຫລອງບຸນປີໃໝ່
ລາວ ຢ່າງຄຶກຄື້ນ.

ພິທີໄດ້ໄຂຂຶ້ນເວລາ 6:00 ໂມງແລງ ໂດຍການກ່າວເປີດພິທີຂອງ ເອກອັກຄະລັດ
ຖະທູດ ສປປ ລາວ ທ່ານໄມ ໄຊຍະວົງ ພ້ອມດ້ວຍການເປັນ​ປະທານ​ຮ່ວ​ມຂອງ
ເອກອັກຄະລັດຖະທູດ ສປປ ລາວ ປະຈຳສະຫະປະຊາຊາດ ທ່ານຂຽນ ພັນສຸຣິວົງ. ​
ເອກ​ອັກຂະ​ລັດຖະທູດໄມ ໄຊຍະວົງ ໄດ້ກ່າວໃນຕອນນຶ່ງ ທີ່ມີ ຄວາມສຳຄັນວ່າ:

ເອກອັກຄະລັດຖະທູດໄມ ໄຊຍະວົງ (ຊ້າຍ) ແລະເອກອັກຄະລັດຖະທູດຂຽນ ພັນສຸຣິວົງ (ຂວາ) ພ້ອມດ້ວຍພັນລະຍາ.
ເອກອັກຄະລັດຖະທູດໄມ ໄຊຍະວົງ (ຊ້າຍ) ແລະເອກອັກຄະລັດຖະທູດຂຽນ ພັນສຸຣິວົງ (ຂວາ) ພ້ອມດ້ວຍພັນລະຍາ.

ແຂກກິດຕິມະສັກຄົນນຶ່ງ ທີ່ໄດ້ມາຮ່ວມກໍຄື Dr. Gordon Shultz ນັກທຸລະກິດ​ໃນ
ສປປ ລາວ ທ່ານໄດ້ໂອ້ລົມກັບ ວີໂອເອ ກ່ຽວກັບການພົວພັນຂອງທ່ານກັບ​ສະຖານ
ທູດດັ່ງນີ້:

Dr. Gordon Shultz ເພື່ອນມິດສະຖານທູດ ສປປ ລາວ.
Dr. Gordon Shultz ເພື່ອນມິດສະຖານທູດ ສປປ ລາວ.

ລິງໂດຍກົງ

"ຂ້າພະ​ເຈົ້າ​ຊື່​ວ່າ Dr. Gordon Shultz ມາ​ຈາກ​ລັດ Kansas ລັດ​ທີ່​ດີ​ເລີດ​ຂອງ​ສະ
ຫະລັດ​. ຄວາມ​ສຳພັນ​ຂອງ​ຂ້າ​ພະ​ເຈົ້າ​ກັບ​ສະຖານທູດ​ລາວ​ກໍ​ຄື​ ເປັນ​ເພື່ອນກັນ ຂ້າ
ພະ​ເຈົ້າ​ໄດ້​ໄປມາຫາ​ສູ່​ເປັນ​ເວລາ​ຫລາຍ​ປີ​ແລ້ວ ຂ້າພະ​ເຈົ້າ​ເປັນ​ເພື່ອນ​ທີ່​ດີ​ກັບ ​ອ​ະ
ດີດ​ເອກ​ອັກຄະ​ລັດຖະທູດ​ແສງ ຫລັງ​ຈາກ​ນັ້ນ​ກໍໄດ້​ເປັນ​ເພື່ອນທີ່​ດີ​ກັບ ​ເອກ​ອັກຄະ
​ລັດຖະທູດ​ໄມ ​ແລະ​ພັນ​ລະ​ຍາ​ຂອງ​ເພິ່ນ. ​ທ່ານ​ແສງ ​ແລະ​ພັນ​ລະ​ຍາ​ເປັນ​ເພື່ອນ​ທີ່ດີ
​ກັບຄອບຄົວ​ຂ້າພ​ະ​ເຈົ້າ ຂ້າ​ພ​ະ​ເຈົ້າ​ໄດ້ເຮັດທຸລະ​ກິດ​ ໄປມາ​ກັບ​ເມືອງ​ລາວຫລາຍ​
ເທື່ອ ພ້ອມ​ທັງ​ຫລາຍ​ປະ​ເທດເອ​ເຊຍ ຫວຽດນາມ ກໍາ​ປູ​ເຈຍ ​ໄທ ແນ່ນອນປະເທດ
ຈີນ ​ກໍເປັນເພື່ອນ​ກັບ​ຂ້າພະ​ເຈົ້າ ຜູ້​ປົກຄອງ​ລັດ ທ່ານ Terry Branstad ໄດ້​ຖືກ
​ແຕ່ງ​ຕັ້ງ​ເປັນ​ເອກ​ອັກຄະ​ລັດຖະທູດຢູ່​ປະ​ເທດຈີນ ທ່ານ​ເປັນ​ຜູ້​ປົກຄອງ​ລັດ​ຍາວ​
ນານທີ່​ສຸດຢູ່​ໃນ​ສະຫະລັດ ຈາກ​ລັດ IOWA."

ຂ້າ​ພະ​ເຈົ້າໄດ້ຍິນ​ວ່າ ທ່ານ ​ອາ​ດຈະໄດ້ໄປເປັນເອກ​ອັກຄະ​ລັດຖະທູດ ສະຫະລັດປະຈຳ​ລາວໃນອະນາຄົດແມ່ນບໍ່?

“​ເຮົາ​ຮູ້ບໍ່​ໄດ້​ແນ່ນອນ ​ເບິ່ງວ່າໂຊກ​ຊາຕາຈະ​ເປັນ​ຢ່າງໃດ ຂ້າ​ພ​ະ​ເຈົ້າ​ຮັກ​ຄົນ​ລາວ
ພວກເຮົາ​ມີ​ຄົນ​ລາວ​ຫລາຍ​ຢູ່​ໃນ​ປະຊາ​ຄົມ​ຂອງ​ພວກ​ເຮົາ ​ເຮັດ​ວຽກ​ໜັກ ສະຫລຽວ
ສະຫລາດ ເຮັດ​ວຽກ​ນຳ​ເຮືອບິນ​ເຫລົ່ານີ້​ເປັນ​ຕົ້ນ ດີ​ຫລາຍ. ​ເອກ​ອັກຄະ​ລັດຖະທູດ​
ໄມ​ ​ ເປັນ​ເພື່ອ​ນທີ່​ດີ​ກັບຂ້າພະ​ເຈົ້າ ທ່ານ​ມີ​ຄວາມ​ເປັນ​ຫ່ວງ​ເລື່ອງລະ​ເບີດ​ທີ່​ຍັງຕົກ​
ຄ້າງ​ບໍ່​ທັນ​
ແຕກ​ຢູ່​ໃນ​ລາວ ສິ່ງ​ດັ່ງກ່າວ​ຕ້ອງ​ໄດ້​ປົວ​ແປ​ງ. ປະທານາທິບໍດີ​ທຣໍາ ຢາກ​
ຈະ​ເຮັດ​
ໃຫ້​ໄວ ​ເພິ່ນ​ມີ​ຈິດ​ໃຈດີ​ ແລະທ່ານ​ຈະ​ຕື່ນ​ເຕັ້ນຫຼາຍ ແລະເຫັນວ່າ ທ່ານ
ທຣຳ ​ດີ​ກັບປະ​ເທດ​ລາວ."


ທ່ານ​ເວົ້າ​ພາສາ​ລາ​ວ​ໄດ້​ບໍ່?

“ຂ້າ​ພະ​ເຈົ້າ​ເວົ້າ​ໄດ້​ວ່າ ​ໂອ ສະບາຍດີ ຂອບ​ໃຈ​ຫລາຍໆ ​ເວົ້າໄດ້ແຕ່​ເທົ່າ​ນັ້ນ ທ່າ​ນຮູ້
​ບໍ່​ວ່າ​ ສ່ວນ​ໃຫຍ່ຄົນ​ລາວ​ຢູ່​ເມືອງ​ລາວ​ເວົ້າ​ພາສາ​ອັງກິດ ​ແຕ່​ວ່າ ​ແນ່ນອນ ຂ້າ​ພະ​ເຈົ້າ​
ຢາກ​ຮຽນ​ພາສາ​ລາວ.

ສະຕີອາວຸໂສອາເມຣິກັນຄົນນຶ່ງ ມີໃບໜ້າຍິ້ມແຍ້ມແຈ່ມໃສ ມີຊົງຄຸນນະວຸດທິ ບ່ຽງແພ
ພື້ນເມືອງລາວ ໄດ້ດຶງດູດໃຫ້ຂ້າພະເຈົ້າເຂົ້າໄປທັກທາຍສະບາຍດີ ແລະໄດ້ຊາບວ່າ
ຍານາງ Elizabeth Drew Marshall ແມ່ນອະດີດເລຂານຸການ ປະຈຳອະດີດສະ
ຖານທູດ ແຫ່ງພະລາຊະອານາຈັກລາວ ທີ່​ນະຄອນຫລວງ ວໍ​ຊິງ​ຕັນ ຈາກປີ 1961
ຫາປີ 1976. ໃນ​ໄລຍະເວລາ 15 ປີ ຍານາງ Elizabeth ໄດ້ຮັບໃຊ້ເອກອັກຄະລັດ
ຖະທູດລາວ 5 ຫ້າທ່ານ ຊຶ່ງຍານາງ ໄດ້ແບ່ງປັນຄວາມຊົງຈຳທີ່​ພົວພັນ​ກັບ​ສະຖານທູດ
ລາວສູ່ ວີໂອເອ ຟັງດັ່ງ​ນີ້:

ຍານາງ Elizabeth Drew Marshall ອະດີດເລຂານຸການ ສະຖານທູດ ແຫ່ງພະລາຊາອານາຈັກລາວ (1961-1975)
ຍານາງ Elizabeth Drew Marshall ອະດີດເລຂານຸການ ສະຖານທູດ ແຫ່ງພະລາຊາອານາຈັກລາວ (1961-1975)

ລິງໂດຍກົງ

“ຄົນ​ລາວ​ເປັນ​ຄົນ​ດີ ມີ​ຄວາມຈົງ​ຮັກ​ພັກດີ ປົກ​ປ້ອງ​ຂ້າ​ພະ​ເຈົ້າ ຂ້າພ​ະ​ເຈົ້າ​ມີ​ຄວາມ
​ຊົງຈຳ​ອັນ​ປະ​ເສີດ​ຢູ່​ທີ່​ນີ້ ຂ້າພະ​ເຈົ້າ​ພະຍາຍາມ​ເຮັດ​ໃຫ້ດີ​ທີ​ສຸດ​ສຳລັບເຂົາ​ເ​ຈົ້າ ​ແລະ
ຂ້າພະ​ເຈົ້າ​ໄດ້​ຕິດ​ຕໍ່​ຫາ​ເຂົາ​ເຈົ້າ​ເປັນ​ເວລາ​ຫລາຍໆ​ປີ. ​ເລ​ລາ​ໃດ​ມີ​ຄອບຄົວ​ລາວ​
ທີ່​
ເປັນເພື່ອນ​ກັບ​ຂ້າພະ​ເຈົ້າ ກັບ​ຄືນເມືືືອບ້ານ ​ສະຖານທູດ​ຈຶ່ງໄດ້​ໃຫ້​ຂ້າພະ​ເຈົ້າຢຸດ​
ພັກ​ການຢູ່​ບ້າ​ນສອງ​ສາມ​ມື້ ເພາະວ່າ ​ຂ້າພະ​ເຈົ້າ​ເສຍໃຈ ​ຄິດ​ຮອດ​ເຂົາ​ເຈົ້າ​ຫລາຍ.
ພວກ​ເຮົາ​ໄປ​ສົ່ງ​ເຂົາ​ເຈົ້າ​ຢູ່​ເດີ່ນ​ເຮືອບິນ ​ແລະ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ໂສກ​ເສົ້າ​ທີ່​ສຸດ
​ເພາະສະ​ນັ້ນ ສະຖານທູດ​ຈຶ່ງບອກ​ໃຫ້​ຂ້າພະ​ເຈົ້າ​ຢຸດ​ພັກຜ່ອນ​ ຢູ່​ບ້ານ.”

ໝາຍຄວາມວ່າ ທ່ານ​ໄດ້​ຮັບ​ໃຊ້ເອກ​ອັກຄະ​ລັດຖະທູດ​ລາວມາ​ຫລາຍ​ຄົນ​ແມ່ນ​ບໍ່?

"ຫ້າ​ຄົນ​ໃນ​ເວລາ​ສິບ​ຫ້າ​ປີ. ທ່ານ​ຈື່​ຊື່​ພວກເພິ່ນໄດ້​ບໍ່? ​ເອກ​ອັກຄະ​ລັດຖະທູດ​ຄຳ​ພັນ
​ແພງ​ນໍລິນ ​ເຈົ້າ​ຄຳ​ມ້າວ ຄຳ​ກິ່ງ ສຸວັນຣາສີ ​ແລະ​ຜູ້​ສຸດ​ທ້າຍ​ແມ່ນ ຄຳ​ພັນ ປັນຍາ."

ຄະນະສະຕີຈາກສະມາຄົມໃຈລາວ ໄດ້ເດີນທາງມາຮ່ວມເປັນປະຈຳ ໂດຍສະເພາະ
ຢ່າງຍິງ ມີຊື່ສຽງຝີມືຕໍາໝາກຫຸ່ງ ທີ່ໃສ່ນໍ້າປາແດກພື້ນເມືອງລາວ ແລະເປັນສູດລຶກ
ລັບ ໄດ້ຊີມແລ້ວແມ່ນບໍ່ມີບ່ອນຕິ ແຊບອີ່ຫລີ. ນອກນັ້ນນໍ້າປາແດກທີ່ນຳເອົາມາ ຍັງ
ໄດ້ຂາຍດິບຂາຍດີຈົນໝົດກ້ຽງ ແລະເງິນ ທີ່ເກັບໄດ້ຈາກການຂາຍຈະນຳໄປໃຊ້ໃນ
ການຊ່ວຍເຫລືອຢູ່ໃນ ສປປ ລາວ ຊຶ່ງຍານາງຫລ້າ ຫລືມາລີ ໄດ້ກ່າວຕໍ່ ວີໂອເອ ວ່າ:

ຍານາງຫລ້າ (ຂວາສຸດ) ນັກຕຳໝາກຫຸ່ງຊັ້ນຍອດ ຈາກລັດ California.
ຍານາງຫລ້າ (ຂວາສຸດ) ນັກຕຳໝາກຫຸ່ງຊັ້ນຍອດ ຈາກລັດ California.

ຕັ້ງໂຕະຕິດກັນນັ້ນ ກໍແມ່ນຍານາງ Noel ນ້ອງສາວຂອງ ຍານາງຫລ້າ ກຳກັບການ
ເຮັດເຂົ້າໜົມຄົກ ຊຶ່ງຍານາງໄດ້ໂອ້ລົມກັບ ວີໂອເອ ດັ່ງນີ້:

ຍານາງ Noel ນັກເຮັດເຂົ້າໜົມຄົກ ຈາກລັດ California.
ຍານາງ Noel ນັກເຮັດເຂົ້າໜົມຄົກ ຈາກລັດ California.

ສຸພາບບູລຸດອາເມຣິກັນເຊື້ອສາຍລາວອີກຄົນນຶ່ງ ທ່ານແອັດ ມາລາດໍ ໄດ້ເດີນທາງມາ
ຈາກລັດ Connecticut ຕັ້ງຢູ່ພາກຕາເວັນອອກສຽງເໜືອຂອງສະຫະລັດ ຊຶ່ງໄດ້ກ່າວ
ຕໍ່ ວີໂອເອ ກ່ຽວກັບການມາຮ່ວມຄັ້ງນີ້ວ່າ:

ທ່ານແອັດ ມາລາດໍ ຈາກລັດ Connecticut.
ທ່ານແອັດ ມາລາດໍ ຈາກລັດ Connecticut.

ບັນດາແຂກທີ່ເຂົ້າຮ່ວມ ຕ່າງກໍໄດ້ຮັບຄວາມມ່ວນຊື່ນ ຊົມການຟ້ອນ ແລະເສບດົນ
ຕີພື້ນເມືອງລາວ ຂອງບັນດາເຍົາວະຊົນອາເມຣິກັນເຊື້ອສາຍລາວທີ່ໄດ້ເດີນທາງມາ
ຈາກລັດ California, Oregon, Wisconsin ແລະໃນຂົງເຂດນະຄອນຫລວງ ວໍຊິງ
ຕັນ. ຫລາຍໆຄົນໄດ້ມາພົບໜ້າພໍ້ຕາ ຖາມຂ່າວຄວາມສຸກ​ທຸກ ​ຮັບປະທານອາຫານ
ພື້ນເມືອງລາວ ແລະດື່ມຢ່າງສະໜຸກສະໜານ. ພິທີໄດ້ຜ່ານພົ້ນໄປຢ່າງເປັນລະບຽບ
ຮຽບຮ້ອຍ ແລະມີໄມຕີຈິດອັນດີງາມຕໍ່ກັນ.

XS
SM
MD
LG