ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

VOA ສະ​ເຫຼີມສະຫຼອງ ວັນ​​ສ້າງຕັ້ງ ຄົບຮອບ 70 ປີ (ເບິ່ງສະໄລດ໌)


ວິທະຍຸສຽງອາເມຣິກາຫຼື VOA ອອກອາກາດຄົບຮອບ 70 ປີ ໃນວັນ ພຸດວານນີ້
ວິທະຍຸສຽງອາເມຣິກາຫຼື VOA ອອກອາກາດຄົບຮອບ 70 ປີ ໃນວັນ ພຸດວານນີ້

ວິທະ​ຍຸ​ສຽງ​ອາ​ເມຣິກາ ຫລື ​ວີ​ໂອ​ເອ ສະ​ເຫຼີມສະຫຼອງວັນສ້າງຕັ້ງຄົບຮອບ 70 ປີ ​ໃນວັນ
ພຸດ​ວານ​ນີ້.

ວີ​ໂອ​ເອ​ເລີີ່​ມອອກ​ອາກາດ​ເມື່ອ​ວັນ​ທີ່ 1 ​ເດືອນ​ກຸມພາ ປີ 1942 ​ເກືອບ​ສອງ​ເດືອນຫຼັງ
ຈາກຍີ່​ປຸ່ນ​ໂຈມ​ຕີ​ທ່າ​ເຮືອ Pearl Harbor ທີ່​ລັດ​ຮາ​ວາຍ ​ແລະ​ສະຫະລັດ​ເຂົ້າສູ່​ສົງຄາມ
ໂລກ​ຄັ້ງທີ່​ສອງ.

ໂດຍ​ການ​ເວົ້າ​ເປັນ​ພາສາ​ເຢຍຣະມັນ ທ່ານ William Harlan Hale ນັກ​ ຂ່າວ​ຊາວອະ​ເມ
ຣິກັນ ໄດ້ອອກອາກາດລາຍການ​ຂອງ​ວີ​ໂອ​ເອ ເປັນເທື່ອ ທໍາອິດຈາກນະຄອນນີວຢ໊ອກ
ຜ່ານວິດທະຍຸຄື້ນສັ້ນ.

ນັກຂ່າວ William Harlan ເວົ້າວ່າ “ນີ້ຄືສຽງຈາກອາເມຣິກາ ທີ່ອອກ ອາກາດປະ
ຈໍາວັນ ໃນເວລາດຽວ​ກັນນີ້ ພວກເຮົາຈະລາຍ​ງານໃຫ້ພວກ ທ່ານຟັງ ກ່ຽວກັບ
ອາເມຣິກາແລະສົງຄາມ ຂ່າວທີ່ອອກໄປອາດເປັນທັງ ຂ່າວດີແລະຂ່າວຮ້າຍ ແຕ່ພວກເຮົາຈະຕ້ອງບອກພວກທ່ານເລື່ອງຈິງ”

ທ່ານ David Ensor ຜູ້ອໍານວຍການວີໂອເອ ກ່າວວ່າ ຄໍາເວົ້າເຫຼົ່ານັ້ນຍັງສືບຕໍ່ເຂົ້າກັບ ສະພາບການຈົນເທົ່າເຖິງປັດຈຸບັນນີ້.

ໃນາຂີດ​ໝາຍການສະ​ເຫຼີມສະຫຼອງຄົບຮອບ 70 ປີ ຂອງວີໂອເອນັ້ນ ຜູ້ອໍານວຍການ
Ensor ກ່າວວ່າ ອົງການກະຈາຍສຽງນານາຊາດຈະ ມຸ້ງໝັ້ນໄປຂ້າງໜ້າຢ່າງຫ້າວຫັນ
ເພື່ອສືບຕໍ່ສະໜອງຂໍ້ມູນກ່ຽວ​ກັບ​ຊີວິດ ການ​ເປັນ​ຢູ່ຂອງປະຊາຊົນທີ່ອາ​ໄສ ຢູ່ໃນສັງຄົມ
ທີ່ປົກປິດ ເຊັ່ນອິຣ່ານ ເປັນຕົ້ນ.

ນັບຕັ້ງແຕ່ປີ 1942 ເປັນຕົ້ນມາ ວິທະຍຸວີໂອເອ ໄດ້ຂະຫຍາຍຕົວໄປສູ່ ອົງການຂ່າວທີ່
ປະກອບ​ດ້ວຍ​ສື່​ຫຼາຍຊະນິດ​ຫຼື multimedia ທີ່ເຂົ້າຫາເຂົ້າເຖິງປະຊາຊົນປະມານ 141
ລ້ານ ຄົນໃນແຕ່ລະອາທິດ.

ປັດຈຸບັນນີ້ ວີໂອເອ ອອກອາກາດ 43 ພາສາ ແລະຕິດຕໍ່ພົວພັນກັບພວກ ຜູ້ຟັງ ຜ່ານ
ທາງວິທະຍຸ ໂທລະພາບ ແລະອິນເທີເນັດ.

XS
SM
MD
LG