ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ທ່ານ ໂວ ວານ ເທືອງ ເລີ່ມການເດີນທາງໃນຖານະເປັນປະທານປະເທດ ຫວຽດນາມ ດ້ວຍການໄປຢ້ຽມຢາມຕ່າງປະເທດ


ປະທານປະເທດ ຫວຽດນາມ ທ່ານ ໄວ ວານ ເທືອງ ໃນລະຫວ່າງກອງປະຊຸມກັບນາຍົກລັດຖະມົນຕີ ສາທາລະນະລັດ ເຊັກ ຢູ່ທຳນຽບປະທານາທິບໍດີ, ນະຄອນຫຼວງ ຮ່າໂນຍ,​ ຫວຽດນາມ, 21 ເມສາ 2023. (Photo by Nhac Nguyen / AFP)
ປະທານປະເທດ ຫວຽດນາມ ທ່ານ ໄວ ວານ ເທືອງ ໃນລະຫວ່າງກອງປະຊຸມກັບນາຍົກລັດຖະມົນຕີ ສາທາລະນະລັດ ເຊັກ ຢູ່ທຳນຽບປະທານາທິບໍດີ, ນະຄອນຫຼວງ ຮ່າໂນຍ,​ ຫວຽດນາມ, 21 ເມສາ 2023. (Photo by Nhac Nguyen / AFP)

ທ່ານ ໂວ ວານ ເທືອງ, ທີ່ຖືກເລືອກເປັນປະທານປະເທດຄົນໃໝ່ຂອງ ຫວຽດນາມ ເມື່ອວັນທີ 2 ມີນາທີ່ຜ່ານມາ, ໄດ້ເລີ່ມເຮັດໜ້າທີ່ຂອງທ່ານ ດ້ວຍການເດີນທາງໄປ​ຢ້ຽມ​ຢາມທາງການທູດ ​ຕໍ່ຕ່າງປະເທດຫຼາຍຄັ້ງ.

ຕຳແໜ່ງດັ່ງກ່າວສ່ວນໃຫຍ່ຈະເປັນພິທີການ, ແຕ່ທ່ານຖືກພິຈາລະນາວ່າໃກ້ຊິດ ກັບທ່ານ ຫງວຽນ ຟູ ຈົງ, ເລຂາທິ ການໃຫຍ່ຂອງພັກຄອມມູນິສ ຫວຽດນາມ, ແລະ ອາດສືບທອດຕຳແໜ່ງທ່ານ ຈົງ ​ພາຍ​ໃນປີ 2026, ເວລາທີ່ການດຳລົງ ຕຳແໜ່ງໃນປັດຈຸບັນຂອງທ່ານ ຈົງ ສິ້ນສຸດລົງ.

ທ່ານ ເທືອງ ທຳອິດໄດ້ເດີນທາງໄປປະເທດ ລາວ ທີ່ຢູ່ໃກ້ຄຽງສອງວັນໃນເດືອນເມສາທີ່ຜ່ານມາ. ລາວ ແລະ ຫວຽດນາມ ແມ່ນສອງໃນ 5 ປະເທດ ຄອມມູນິສ, ແລະ ໃນຂະນະຢູ່ທີ່ນັ້ນ, ທ່ານ ເທືອງ ໄດ້ປະກາດໃຫ້ຂອງຂວັນ ປະເທດລາວ 1 ລ້ານໂດລາ, ທີ່ຖືກຕົກລົງ ເພື່ອຂະຫຍາຍການຮັກສາຄວາມ ປອດໄພ ແລະ ການປ້ອງກັນເຂດຊາຍແດນຮ່ວມກັນ, ແລະ ໄດ້ເຊັນຂໍ້ຕົກລົງຫຼາຍສະບັບ ກ່ຽວກັບ ການຮ່ວມມືໃນຂະແໜງວິທະຍາສາດ, ເທັກໂນໂລຈີ ແລະ ນະວັດຕະກຳໃໝ່.

ການເດີນທາງດັ່ງກ່າວແມ່ນຄັ້ງທຳອິດຈາກຫຼາຍຄັ້ງທີ່ຖືກວາງແຜນໄວ້. ທ່ານ ເທືອງ ໄດ້ເດີນທາງໄປ ສະຫະຣາຊະອານາຈັກ ອັງກິດ ເມື່ອວັນທີ 5 ພຶດ- ສະພາທີ່ຜ່ານມາສຳລັບການຂຶ້ນຄອງຣາດຂອງກະສັດ ຊາລສ໌ ທີສາມ, ທ່ານຈະເດີນທາງໄປ ຍີ່ປຸ່ນ ໃນເດືອນກໍລະກົດ, ສະຫະລັດ ໃນເດືອນພະຈິກ ແລະ ມັນມີໂອກາດສຳລັບການຢ້ຽມຢາມ ຈີນ, ອີງຕາມການກ່າວຂອງທ່ານ ຮ່າ ຮວາງ ຮົບ, ນັກວິໄຈອະວຸໂສຢູ່ສະຖາບັນ ອີຊັກ ISEAS-Yusof Ishak ທີ່ມີຫ້ອການຕັ້ງຢູ່ປະເທດ ສິງກະໂປ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG