ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດນາມຢືນຢັນ ຈະເພີ່ມ ການລົງທຶນໃນລາວ ຂຶ້ນເປັນ 2 ເທົ່າ ພາຍໃນປີ 2015


ກອງປະຊຸມຖະແຫລງຂ່າວ ລະຫວ່າງລາວ ແລະ ຫວຽດນາມ ທີ່ຈັດຂຶ້ນໃນທ້າຍປີ 2012.
ກອງປະຊຸມຖະແຫລງຂ່າວ ລະຫວ່າງລາວ ແລະ ຫວຽດນາມ ທີ່ຈັດຂຶ້ນໃນທ້າຍປີ 2012.
ບັນດາວິສາຫະກິດຂອງລັດແລະເອກກະຊົນຈາກຫວຽດນາມຢືນ
ຢັນທີ່ຈະເພີ່ມການລົງທຶນໃນລາວເປັນ 2 ເທົ່າພາຍໃນປີ 2015 ຊຶ່ງຈະເຮັດໃຫ້ການລົງທຶນສະສົມມີ ມູນຄ່າລວມເຖິງ 7,000 ລ້ານ
ໂດລາ.

ຜູ້ຕາງໜ້າຂອງກະຊວງອຸດສາຫະກໍາແລະການຄ້າຈາກຫວຽດ
ນາມໄດ້ໃຫ້ການຢືນຢັນໃນໂອກາດເຂົ້າຮ່ວມໃນກອງປະຊຸມພາກ
ທຸລະກິດລາວ-ຫວຽດນາມ ຢູ່ນະຄອນ ວຽງຈັນເມື່ອບໍ່ນານມານີ້ວ່າ
ທາງການຫວຽດນາມຈະເລັ່ງດໍາເນີນການສະໜັບສະໜຸນ-ສົ່ງ
ເສີມບັນດາ ວິສາຫະກິດຂອງລັດ ແລະເອກກະຊົນຫວຽດນາມໃຫ້
ເພີ່ມ ການລົງທຶນ ໃນລາວຈາກລະດັບປັດຈຸບັນຂຶ້ນເປັນ 2 ເທົ່າ
ພາຍໃນປີ 2015 ໃຫ້ໄດ້ ຢ່າງເປັນຮູບປະທໍາ.

ໃນປັດຈຸບັນນີ້ ມີບັນດາວິສາຫະກິດຂອງລັດ ແລະເອກກະຊົນຫວຽດນາມຫຼາຍກວ່າ 200 ລາຍທີ່ລົງທຶນຢູ່ໃນລາວ ແລະຄິດເປັນມູນຄ່າການລົງທຶນລວມກັນ ເຖິງ 3,500 ລ້ານໂດລາ
ເພາະສະນັ້ນ ຖ້າຫາກວ່າທາງການຫວຽດນາມສາມາດໃຫ້ການສະໜັບສະໜຸນ-ສົ່ງເສີມ ບັນດາວິສາຫະກິດຫວຽດນາມໄດ້ຈິງຕາມເປົ້າໝາຍດັ່ງກ່າວ ກໍຈະເປັນຜົນເຮັດໃຫ້ບັນດາ ວິສາຫະກິດຫວຽດນາມມີມູນຄ່າລົງທຶນລວມ ໃນລາວເຖິງ 7,000 ລ້ານໂດລາ ນັ້ນເອງ.

ການສໍາມະນາເລື້ອງຂະຫຍາຍການພົວພັນຄ້າລະຫວ່າງຫວຽດ ແລະລາວ
ການສໍາມະນາເລື້ອງຂະຫຍາຍການພົວພັນຄ້າລະຫວ່າງຫວຽດ ແລະລາວ

ທາງດ້ານກະຊວງແຜນການແລະການລົງທຶນຂອງລາວ ກໍລາຍ
ງານວ່າການລົງ ທຶນໂດຍກົງຂອງຕ່າງປະເທດໃນລາວໃນລາວ
ໃນຕະຫຼອດປີ 2012 ນີ້ ຍັງເນັ້ນ ໜັກໃນດ້ານການຂຸດຄົ້ນບໍ່ແຮ່ ຕິດຕາມດ້ວຍການກໍ່ສ້າງເຂື່ອນຜະລິດກະແສໄຟຟ້າ ແລະການ
ລົງທຶນໃນພາກກະສິກໍາ-ປ່າໄມ້ຕາມລໍາດັບ ສ່ວນກຸ່ມທຸລະກິດທີ່
ມີມູນຄ່າ ການລົງທຶນຫຼາຍທີ່ສຸດນັ້ນກໍຍັງຄົງເປັນບັນດາວິສາຫະ
ກິດຈາກຫວຽດນາມ ຊຶ່ງກໍ ເຮັດໃຫ້ຫວຽດນາມຍັງຄອງແຊມປ໌ ໃນ
ຖານະຜູ້ລົງທຶນຫຼາຍທີ່ສຸດໃນລາວ ແລະ ເຊື່ອວ່າຍັງຈະສາມາດ
ຮັກສາສະຖານະດັ່ງກ່າວນີ້ໄດ້ຕໍ່ໄປ.

ນອກຈາກນີ້ ການທີ່ລາວກັບຫວຽດນາມມີການພົວພັນແບບພິເສດ ແລະການຮ່ວມມືຮອບ ດ້ານລະຫວ່າງກັນນັບຕັ້ງແຕ່ປີ 1977 ເປັນຕົ້ນມາຈົນເຖິງທຸກມື້ນີ້ກໍຍັງນັບເປັນປັດໄຈສໍາຄັນ ທີ່ຈະຊ່ວຍຊຸກຍູ້ໃຫ້ການລົງທຶນຂອງຫວຽດນາມໃນລາວສາມາດກ້າວໄປເຖິງເປົ້າໝາຍທີ່ ວາງໄວ້ດັ່ງກ່າວໄດ້ຢ່າງເປັນຮູບປະທໍາອີກດ້ວຍ ທັງນີ້ດ້ວຍການອໍານວຍຄວາມສະດວກ ໃຫ້ກັນແລະກັນໃນທຸກໆດ້ານ ດັ່ງທີ່ທ່ານສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນ ການແລະການລົງທຶນໄດ້ໃຫ້ການຢືນຢັນວ່າ:

ເພື່ອຕອບສະໜອງການສົ່ງເສີມການລົງທຶນໃນສະພາບແວດລ້ອມເສດຖະກິດ-
ສັງຄົມອັນໃໝ່ນີ້ ສອງປະເທດພວກເຮົາ ກໍາລັງດໍາເນີນການທົບທວນສັນຍາສະບັບ
ດັ່ງກ່າວຮ່ວມກັນ ແລະຄາດວ່າຈະໃຫ້ສໍາເລັດໃນທ້າຍປີນີ້ ພ້ອມດຽວກັນນັ້ນ ສອງ
ຝ່າຍໄດ້ເອົາໃຈໃສ່ກໍານົດທິດທາງລະອຽດ ແລະສ້າງເຂື່ອນໄຂອໍານວຍຄວາມສະ
ດວກໃຫ້ແກ່ບັນດາຫົວໜ້າໜ່ວຍທຸລະກິດຂອງທຸກພາກສ່ວນເສດຖະກິດຂອງແຕ່
ລະຝ່າຍໃຫ້ເຂົ້າໄປລົງທຶນໃນປະເທດຂອງກັນແລະກັນ.”


ທັງນີ້ໂດຍບັນດາວິສາຫະກິດຫວຽດນາມ ກໍໄດ້ເນັ້ນໜັກການລົງທຶນໃນດ້ານການຂຸດ
ຄົ້ນແຮ່ທາດ ດ້ານພະລັງງານໄຟຟ້າ ດ້ານການບໍລິການ ແລະດ້ານກະສິກໍາ ແລະປ່າໄມ້ ຕາມລໍາດັບ ໂດຍສະເພາະແມ່ນດ້ານພະລັງງານໄຟຟ້ານັ້ນ ກໍປາກົດວ່າ ມີບໍລິສັດຈາກ ຫວຽດນາມ 7 ລາຍທີ່ໄດ້ລົງທຶນເພື່ອການກໍ່ສ້າງເຂື່ອນຜະລິດກະແສໄຟຟ້າຈໍານວນ 15 ໂຄງການຢູ່ໃນລາວ ໂດຍມີເປົ້າໝາຍທີ່ຈະສົ່ງກະແສໄຟຟ້າທີ່ຜະລິດໄດ້ສ່ວນໃຫຍ່ ຫຼືບໍ່ ໜ້ອຍກວ່າ 3,357 ເມັກກະວັດ ໄປຕອບ ສະໜອງການຊົມໃຊ້ກະແສໄຟຟ້າຂອງຫວຽດ ນາມເອງນັບຈາກທ້າຍປີ 2015 ເປັນຕົ້ນໄປ.

ການສະເຫລີມສະຫລອງຄວາມສໍາພັນພິເສດລະຫວ່າງລາວ-ຫວຽດນາມປະຈໍາປີ 2012
ການສະເຫລີມສະຫລອງຄວາມສໍາພັນພິເສດລະຫວ່າງລາວ-ຫວຽດນາມປະຈໍາປີ 2012


ຍິ່ງໄປກວ່ານັ້ນ ການທີ່ຜູ້ນໍາພັກ-ລັດຂອງລາວແລະຫວຽດນາມ
ຕ່າງກໍໄດ້ຢືນຢັນທີ່ ຈະສົ່ງເສີມສາຍພົວພັນມິດຕະພາບແບບ
ພິເສດ ແລະການເສີມຂະຫຍາຍການຮ່ວມ ມືຮອບດ້ານຢ່າງ
ໃກ້ຊິດຕໍ່ໄປຢ່າງບໍ່ຢຸດຍັ້ງ ໂດຍລ່າສຸຸດກໍຄືໃນໂອກາດການ
ເດີນທາງໄປຢ້ຽມຢາມຫວຽດນາມຢ່າງເປັນທາງການໂດຍ
ຄະນະຂອງທ່ານ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ພັກ
ປະຊາຊົນປະຕິວັດລາວ ແລະປະທານປະເທດລາວ ທີ່ມີຂຶ້ນ
ເມື່ອວັນທີ່ 25-28 ທັນວາທີ່ຜ່ານມານັ້ນ ກໍຍັງຖືເປັນການຮັບ
ປະກັນ ຢ່າງຄັກແນ່ອີກດ້ວຍ.
XS
SM
MD
LG