ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຫວຽດນາມ ນໍາໜ້າ ໃນການລົງທຶນ ຢູ່ແຂວງຈໍາປາສັກ


ການປະຊຸມຄັ້ງທີ 34 ຂອງຄະນະກໍາມະການຮ່ວມມື ລະຫວ່າງຫວຽດນາມ ແລະລາວ ທີ່ຈັດຂຶ້ນໃນຕົ້ນປີ 2012 ນີ້
ການປະຊຸມຄັ້ງທີ 34 ຂອງຄະນະກໍາມະການຮ່ວມມື ລະຫວ່າງຫວຽດນາມ ແລະລາວ ທີ່ຈັດຂຶ້ນໃນຕົ້ນປີ 2012 ນີ້

ຫວຽດນາມນໍາໜ້າການລົງທຶນໃນແຂວງຈໍາປາສັກ ສ່ວນທາງການແຂວງຈໍາປາສັກນັ້ນ ກໍວາງ ເປົ້າໝາຍ ທີ່ຈະດຶງດູດເອົາການລົງທຶນຈາກຕ່າງປະເທດໃຫ້ໄດ້ຫຼາຍກວ່າ 20,230 ຕື້ກີບ ພາຍໃນ 4 ປີ ຕໍ່ໜ້າ.

ທ່ານ ໄຊທອງ ໄຊຍະວົງ ຫົວໜ້າພະແນກແຜນການ ແລະການລົງທຶນປະຈໍາແຂວງ
ຈໍາປາສັກ ໄດ້ຖະແຫຼງຢືນຢັນວ່າ ການລົງທຶນຂອງພາກເອກະຊົນທັງພາຍໃນ ແລະ
ຈາກຕ່າງປະເທດຢູ່ໃນແຂວງຈໍາປາສັກ ຍັງຄົງມີການຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນໃນຊ່ວງ 3 ເດືອນທໍາອິດຂອງແຜນການປະຈໍາປີ 2011 -2012 ນີ້
ກໍປະກົດວ່າ ມີການລົງທຶນເພີ່ມຂຶ້ນ 14 ໂຄງການ ຄິດເປັນມູນຄ່າລວມເກືອບ 245
ຕື້ກີບ ແລະໃນນີ້ກໍເປັນການລົງທຶນຂອງເອກະຊົນລາວເຖິງ 10 ໂຄງການ ຄິດເປັນ
ມູນຄ່າຫຼາຍກວ່າ 217 ຕື້ກີບ.

ນອກຈາກນີ້ ຖ້າຫາກຄິດໄລ່ໃນໄລຍະນັບຈາກປີ 2006-2011 ທີ່ຜ່ານມາກໍປະກົດວ່າ ການລົງທຶນຂອງທັງເອກະຊົນລາວ ແລະຕ່າງປະເທດໃນແຂວງຈໍາປາສັກນັ້ນ ມີຢູ່ເຖິງ
280 ໂຄງການ ຄິດເປັນມູນຄ່າການລົງທຶນລວມຫຼາຍກວ່າ 6,700 ຕື້ກີບ ຫຼືປະມານ
837 ລ້ານໂດລາ ໂດຍໃນນີ້ກໍເປັນການລົງທຶນຂອງເອກະຊົນລາວ 133 ໂຄງການ
ສ່ວນອີກ 147 ໂຄງການ ກໍເປັນການລົງທຶນຂອງບໍລິສັດຕ່າງຊາດຈາກ 19 ປະເທດ ແລະປະເທດທີ່ມີມູນຄ່າການລົງທຶນຫຼາຍທີ່ສຸດນັ້ນ ກໍແມ່ນຫວຽດນາມ ຊຶ່ງກວມເອົາ
ເຖິງ 51% ຂອງມູນຄ່າລົງທຶນຈາກຕ່າງປະເທດທັງໝົດດັ່ງກ່າວ.

ກອງປະຊຸມຫລວງຂອງອົງຄະນະພັກ ປະຈຊາແຂວງຈໍາປາສັກ ທີ່ຈັດຂຶ້ນໃນ ປີ 2011
ກອງປະຊຸມຫລວງຂອງອົງຄະນະພັກ ປະຈຊາແຂວງຈໍາປາສັກ ທີ່ຈັດຂຶ້ນໃນ ປີ 2011

ພາຍໃຕ້ສະພາບການດັ່ງ
ກ່າວນີ້ ກໍຍັງເຮັດໃຫ້ທາງ
ການແຂວງຈໍາປາສັກ ໄດ້
ວາງເປົ້າໝາຍທີ່ຈະດຶງ
ດູດເອົາການລົງທຶນຈາກ
ຕ່າງປະເທດໃຫ້ໄດ້ເພີ່ມ
ຂຶ້ນອີກເຖິງ 20,230 ຕື້
ກີບ ຫຼືຫລາຍກວ່າ 2,500
ລ້ານໂດລາພາຍໃນໄລຍະ 4 ປີ ຕໍ່ໄປນີ້.

ທ່ານທອງມີ ພົມມີໄຊ ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະການລົງທຶນ
ຖະແຫຼງຢືນຢັນວ່າ ການທີ່ຈະເຮັດໃຫ້ສາມາດບັນລຸເປົ້າໝາຍສະຫັດສະຫວັດການພັດ
ທະນາເພື່ອລົບລ້າງບັນຫາຄວາມທຸກຍາກ ທີ່ລັດຖະບານລາວ ໄດ້ວາງໄວ້ພາຍໃນປີ
2015 ແລະການທີ່ຈະນໍາພາປະເທດລາວ ໃຫ້ຫຼຸດພົ້ນຈາກສະພາບດ້ອຍພັດທະນາໄດ້
ຢ່າງແທ້ຈິງພາຍໃນປີ 2020 ນັ້ນ ກໍມີຄວາມຈໍາເປັນຢ່າງຍິ່ງ ທີ່ຈະຕ້ອງລະດົມການລົງ
ທຶນຈາກຕ່າງປະເທດເຂົ້າມາໃນລາວໃຫ້ໄດ້ ປີລະບໍ່ໜ້ອຍກວ່າ13,600 ຕື້ກີບ ຫຼືປະມານ
1,700 ລ້ານ​ໂດ​ລາ.

ຫາກແຕ່ວ່າ ການທີ່ຈະສາມາດລະດົມການລົງທຶນຈາກຕ່າງປະເທດໃຫ້ໄດ້ຕາມເປົ້າໝາຍ
ດັ່ງກ່າວນັ້ນ ກໍບໍ່ແມ່ນເລື່ອງງ່າຍໆ ເພາະວ່າລັດຖະບານລາວ ຈະຕ້ອງສ້າງການຍອມຮັບ
ຈາກບັນດານັກລົງທຶນຕ່າງຊາດ ໃຫ້ໄດ້ໃນທຸກໆດ້ານ ໂດຍສະເພາະແມ່ນການພັດທະນາ
ລະບຽບກົດໝາຍດ້ານການລົງທຶນ ແລະພາສີອາກອນ ທີ່ໄດ້ມາດຕະຖານສາກົນ. ການ
ພັດທະນາໂຄງລ່າງພື້ນຖານ ແລະການອໍານວຍຄວາມສະດວກດ້ານການລົງທຶນຢ່າງຄົບ
ວົງຈອນ ເຊັ່ນການສ້າງຕັ້ງລະບົບໃຫ້ບໍລິການແບບປະຕູດຽວ ຫຼື One stop service ນັ້ນ ຖືເປັນປັດໃຈທີ່ສໍາຄັນປະການນຶ່ງ.

ການປູກສວນຢາງຂອງນັກລົງທຶນຫວຽດນາມ ຢູ່ແຂວງຈໍາປາສັກ
ການປູກສວນຢາງຂອງນັກລົງທຶນຫວຽດນາມ ຢູ່ແຂວງຈໍາປາສັກ

ນອກຈາກນີ້, ການສົ່ງເສີມບັນດາ
ວິສະຫະກິດຕ່າງໆ ຈາກມິດປະ
ເທດ ກໍຄືຫວຽດນາມ ທີ່ມີການ
ພົວພັນຮ່ວມມືແບບພິເສດກັບ
ລາວຫຼາຍຂຶ້ນຢ່າງບໍ່ຢຸດຢັ້ງນັ້ນ
ກໍນັບເປັນອີກປັດໃຈນຶ່ງ ທີ່ມີ
ຄວາມສໍາຄັນຕໍ່ການພັດທະນາ
ລາວ ໃຫ້ຫຼຸດພົ້ນຈາກບັນຫາ
ທຸກຍາກ ແລະສະພາບດ້ອຍ
ພັດທະນາ ໄດ້ຕາມເປົ້າໝາຍ
ທີ່ວາງໄວ້ດັ່ງກ່າວ ດັ່ງທີ່ທ່ານ ທອງມີ ໄດ້ຖະແຫຼງເນັ້ນຢໍ້າວ່າ:

ເພື່ອຍາດແຍ່ງກໍາລັງແຮງຈາກຕ່າງປະເທດໃຫ້ໄດ້ດີນັ້ນ ພວກຂ້າພະເຈົ້າ ໄດ້ສຸມ
ໃສ່ຊຸກຍູ້ບັນດາວິສະຫະກິດຫວຽດນາມ ໃຫ້ໄດ້ຮັບອະນຸຍາດລົງທຶນ ຫຼືເຊັນສັນຍາ ເພື່ອພັດທະນາໂຄງການຕ່າງໆຢູ່ລາວນັ້ນ ໃຫ້ມີການຈັດຕັ້ງປະຕິບັດການລົງທຶນ
ຕົວຈິງໃຫ້ເປັນຮູບປະທໍາ
.

ທາງການກະຊວງແຜນການ ແລະການລົງທຶນ ໄດ້ສະເໜີລາຍງານເມື່ອບໍ່ນານມານີ້ວ່າ ການລົງທຶນຂອງຫວຽດນາມໃນລາວ ມີມູນຄ່າເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງຈົນເຖິງປັດຈຸ
ບັນນີ້ ກໍປະກົດວ່າ ພາກທຸລະກິດຂອງຫວຽດນາມ ໄດ້ມີການລົງທຶນໃນລາວໄປແລ້ວ
ໃນ 432 ໂຄງການ ແລະຄິດເປັນມູນຄ່າລົງທຶນລວມຫຼາຍກວ່າ 5,100 ລ້ານໂດລາ ໂດຍ
ແຊງໜ້າຈີນ ຂຶ້ນມາເປັນຜູ້ລົງທຶນໃນລາວຫລາຍທີ່ສຸດແລ້ວ ໃນເວລານີ້.

XS
SM
MD
LG