ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ວລາດີເມຍ ປູຕິນ ສາບານໂຕ ເຂົ້າຮັບຕຳແໜ່ງ ປະທານາທິບໍດີ ຣັດເຊຍ ສະໄໝທີ 4


ປະທານາທິບໍດີ ຂອງຣັດເຊຍ ທ່ານ ວລາດີເມຍ ປູຕິນ ໄດ້ກ່າວ
ຄຳສາບານ ໃນລະຫວ່າງ ພິທີສາບານໂຕເຂົ້າຮັບຕຳແໜ່ງ ປະທານາທິບໍດີ ທີ່ວັງເຄຣມລິນ ໃນນະຄອນຫຼວງ ມົສກູ, ວັນທີ 7 ພຶດສະພາ 2018. (Sputnik/Aleksey Nikolskyi/Kremlin via Reuters)
ປະທານາທິບໍດີ ຂອງຣັດເຊຍ ທ່ານ ວລາດີເມຍ ປູຕິນ ໄດ້ກ່າວ ຄຳສາບານ ໃນລະຫວ່າງ ພິທີສາບານໂຕເຂົ້າຮັບຕຳແໜ່ງ ປະທານາທິບໍດີ ທີ່ວັງເຄຣມລິນ ໃນນະຄອນຫຼວງ ມົສກູ, ວັນທີ 7 ພຶດສະພາ 2018. (Sputnik/Aleksey Nikolskyi/Kremlin via Reuters)

ທ່ານ ວລາດີເມຍ ປູຕິນ ຜູ້ທີ່ໄດ້ເປັນ ທັງປະທານາທິບໍດີ ຫຼື ນາຍົກລັດຖະມົນຕີ ຂອງ
ຣັດເຊຍ ນັບຕັ້ງແຕ່ ປີ 1999 ເປັນຕົ້ນມາ ໄດ້ສາບານໂຕເຂົ້າຮັບຕຳແໜ່ງ ປະທານາທິບໍດີ
ສະໄໝທີສີ່ ໃນວັນຈັນມື້ນີ້ ຢູ່ໃນຫໍ ອາເດຣເຢບສກີ ທີ່ເຕັມໄປດ້ວຍເຄື່ອງເອ້ປະດັບປະດາ
ຂອງພະລາດສະວັງ ເຄຣມລິນ. ໂດຍການວາງມືຂ້າງນຶ່ງຂອງທ່ານ ລົງໃສ່ປຶ້ມລັດຖະທຳ
ມະນູນ ທີ່ປະດັບດ້ວຍຄຳ ຢູ່ນັ້ນ ທ່ານປູຕິນ ໄດ້ກ່າວວ່າ “ຂ້າພະເຈົ້າ ໃຫ້ຖືວ່າ ເປັນໜ້າ
ທີ່ຂອງ ຂ້າພະເຈົ້າ ແລະ ເປົ້າໝາຍຊີວິດ ຂອງຂ້າພະເຈົ້າ ທີ່ຈະເຮັດທຸກສິ່ງ ທຸກຢ່າງ
ທີ່ເປັນໄປໄດ້ ເພື່ອຣັດເຊຍ ເພື່ອປັດຈຸບັນ ແລະເພື່ອອະນາຄົດຂອງຣັດເຊຍ.”

ທ່ານປູຕິນ ຈະບໍ່ສາມາດ ລົງແຂ່ງຂັນເປັນປະທານາທິບໍດີ ສະໄໝທີຫ້າໄດ້ ເວັ້ນເສຍແຕ່
ວ່າ ຈະມີການປ່ຽນແປງ ລັດຖະທຳມະນູນຂອງຣັດເຊຍ ເຊິ່ງຫ້າມບໍ່ໃຫ້ດຳລົງຕຳແໜ່ງ
ໄດ້ຫຼາຍກວ່າສອງສະໄໝ ຕິດຕໍ່ກັນ.

ທ່ານປູຕິດ ໄດ້ບຽດຍຶດເອົາຄຣາຍເມຍ ຈາກຢູເຄຣນ ໃນລະຫວ່າງສະໄໝການດຳລົງ
ຕຳແໜ່ງຂອງທ່ານ ເມື່ອບໍ່ດົນມານີ້ ແລະ ຍັງໄດ້ເປັນພາຄີ ຮ່ວມກັບຜູ້ນຳຂອງຊີເຣຍ
ທ່ານ ບາຊາຣ ອາລ-ອາຊາດ ເພື່ອພາລະກິດ ດ້ານການທະຫານຢູ່ໃນຊີເຣຍ.

ຜູ້ນຳຝ່າຍຄ້ານ ຂອງຣັດເຊຍ ທ່ານ ອາເລັກຊີ ນາວາລນີ (Alexei Navalny) (ກາງ) ເຂົ້າຮ່ວມການຊຸມນຸມປະທ້ວງ ກ່ອນໜ້າ ພິທີສາບານໂຕ ເຂົ້າຮັບຕຳແໜ່ງປະທານາທິບໍດີ ຂອງທ່ານວລາດີເມຍ ປູຕິນ ທີ່ນະຄອນຫຼວງ ມົສກູ ຂອງຣັດເຊຍ, ວັນທີ 5 ພຶດສະພາ 2018.
ຜູ້ນຳຝ່າຍຄ້ານ ຂອງຣັດເຊຍ ທ່ານ ອາເລັກຊີ ນາວາລນີ (Alexei Navalny) (ກາງ) ເຂົ້າຮ່ວມການຊຸມນຸມປະທ້ວງ ກ່ອນໜ້າ ພິທີສາບານໂຕ ເຂົ້າຮັບຕຳແໜ່ງປະທານາທິບໍດີ ຂອງທ່ານວລາດີເມຍ ປູຕິນ ທີ່ນະຄອນຫຼວງ ມົສກູ ຂອງຣັດເຊຍ, ວັນທີ 5 ພຶດສະພາ 2018.


ໃນການເລືອກຕັ້ງເມື່ອເດືອນມີນາຜ່ານມາ ທ່ານປູຕິນ ໄດ້ເອົາຊະນະຄູ່ແຂ່ງທີ່ອ່ອນແອ
ຈຳນວນ 7 ຄົນ ໂດຍກວດເອົາຄະແນນສຽງໄດ້ເກືອບ 77 ເປີເຊັນ. ພວກກຸ່ມສັງເກດ
ການສາກົນ ໄດ້ຕຳໜິຂັ້ນຕອນການເລືອກຕັ້ງ ໂດຍກ່າວວ່າ ບໍ່ມີຜູ້ສະໝັກທີ່ແທ້ຈິງເລີຍ
ແລະໄດ້ມີການຕໍ່ວ່າ ເລື່ອງຂໍ້ກ່າວຫາຕ່າງໆ ຂອງການສໍ້ໂກງບັດຄະແນນສຽງ ຢ່າງ
ກວ້າງຂວາງ. ພວກເຈົ້າໜ້າທີ່ເລືອກຕັ້ງຂອງຣັດເຊຍ ໄດ້ອະທິບາຍ ເຖິງການລະເມີດ ຕ່າງໆນັ້ນວ່າ “ບໍ່ຮ້າຍແຮງ” ແຕ່ໄດ້ກ່າວວ່າ ພວກເຂົາເຈົ້າ ພວມສືບສວນເບິ່ງຢູ່.

ການສາບານໂຕຂອງທ່ານປູຕິນ ຢູ່ທີ່ວັງເຄຣມລິນ ມີຂຶ້ນພຽງສອງວັນເທົ່ານັ້ນ ຫຼັງຈາກ
ມີການເດີນຂະບວນປະທ້ວງ ຢູ່ໃນທົ່ວປະເທດ ໄດ້ຈັດຕັ້ງຂຶ້ນ ເພື່ອປະທ້ວງການເລີ້ມຕົ້ນ
ການເປັນປະທານາທິບໍດີ ອີກນຶ່ງສະໄໝ ໄລຍະ 6 ປີ ຂອງອະດີດຫົວໜ້າ ອົງການ KGB.

ພວກປະທ້ວງ ເຂົ້າຮ່ວມການໂຮມຊຸມນຸມ ໃນນະຄອນ ເສັ້ງ ປີເຕີສເບີກ (St. Petersburg) ຂອງຣັດເຊຍ, ວັນທີ 5 ພຶດສະພາ 2018.
ພວກປະທ້ວງ ເຂົ້າຮ່ວມການໂຮມຊຸມນຸມ ໃນນະຄອນ ເສັ້ງ ປີເຕີສເບີກ (St. Petersburg) ຂອງຣັດເຊຍ, ວັນທີ 5 ພຶດສະພາ 2018.

ໃນວັນເສົາຜ່ານມານີ້ ທ່ານ ອາເລັກຊີ ນາວາລນີ ຜູ້ນຳຝ່າຍຄ້ານ ທີ່ຮູ້ຈັກກັນດີຢ່າງກວ້າງ
ຂວາງທີ່ສຸດ ຂອງຣັດເຊຍ ພ້ອມກັບພວກສະໜັບສະໜູນທ່ານ ຫຼາຍຮ້ອຍຄົນ ໄດ້ຖືກ
ຄວບຄຸມໂຕໄວ້ ບໍ່ເທົ່າໃດນາທີ ໃນຂະນະທີ່ທ່ານເດີນທາງໄປຮອດ ບ່ອນປະທ້ວງ ຢູ່
ໃຈກາງ ນະຄອນຫຼວງ ມົສກູ. ທ່ານ ນາວາລນີ ແລະ ພວກສະໜັບສະໜູນຂອງທ່ານ
ໄດ້ຖືກຄວບຄຸມໂຕໄວ້ ໃນລະຫວ່າງ ການປະທ້ວງ ຢູ່ໃນມົສກູ ແລະ 90 ຕົວເມືອງອື່ນໆ
ຂອງຣັດເຊຍ. ທ່ານ ນາວາລນີ ໄດ້ຖືກປ່ອຍໂຕ ໃນວັນອາທິດວານນີ້.

Russia Inauguration
please wait
Embed

No media source currently available

0:00 0:01:49 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG