ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຸຂະພາບ: ຜົນປະໂຫຍດ ຂອງໄວຕາມິນ ດີ


ຜູ້ຍິງ​ຄົນນີ້ກິນໄວ​ຕາ​ມິນ ດີ ເປັນປະຈຳທຸກມື້ ເພື່ອຢາກຈະຫລຸດຜ່ອນ​ຄວາມ​ສ່ຽງຕໍ່ການ​ເປັນ​ພະຍາດ​ຊຳ​ເຮື້ອຮ້າຍ​ແຮງ​ຫລາຍ​ຢ່າງ​ໄດ້
ຜູ້ຍິງ​ຄົນນີ້ກິນໄວ​ຕາ​ມິນ ດີ ເປັນປະຈຳທຸກມື້ ເພື່ອຢາກຈະຫລຸດຜ່ອນ​ຄວາມ​ສ່ຽງຕໍ່ການ​ເປັນ​ພະຍາດ​ຊຳ​ເຮື້ອຮ້າຍ​ແຮງ​ຫລາຍ​ຢ່າງ​ໄດ້

ໄວຕາມິນ ດີ ເປັນໄວຕາມິນທີ່ມີສ່ວນຕິດພັນມານໍາແສງແດດ ທີ່ຊ່ວຍເຮັດໃຫ້ກະດູກຂອງ ພວກເຮົາເພີ້ມຄວາມແຂັງແກ່ນຂຶ້ນແລະອາດຈະເປັນປະໂຫຍດແກ່ຮ່າງກາຍຄົນເຮົາໃນ ຫລາຍດ້ານກວ່ານັ້ນອີກ. ສະຖາບັນການແພດສະຫະລັດນັບມື້ເພີ້ມທະວີລະດັບໄວຕາມິນ ດີ ທີ່ແນະນຳໃຫ້ຄົນເຮົາກິນເພື່ອທີ່ຈະດຳລົງຊີວິດຢ່າງມີສຸຂະພາບແຂງແຮງດີ. ແຕ່ວ່າ ໃນຄຳ ຖະແຫລງການຂອງຄະນະຄົ້ນຄວ້າໃນສະຖາບັນນັ້ນ ບໍ່ແມ່ນຄຳຕັດສິນສຸດທ້າຍກ່ຽວກັບ ໄວຕາມິນຊະໜິດນີ້.

ໄວ​ຕາ​ມິນ ດີ ​ເປັນ​ໄວ​ຕາ​ມິນ​ທີ່​ສ່ວນ​ຕິດ​ພັນ​ມາ​ນຳ​ແສງ​ແດດ
ທີ່​ຊ່ວຍ​ເຮັດ​ໃຫ້​ກະດູກ​ຂອງ​ພວກ​ເຮົາ​ເພີ້ມຄວາມແຂັງ​ແກ່ນ
ຂຶ້ນ ​ແລະອາດ​ຈະ​ເປັນ​ປະ​ໂຫຍ​ດແກ່​ຮ່າງກາຍ​ຄົນ​ເຮົາ​ໃນ
ຫລາຍ​ດ້ານ​ກວ່າ​ນັ້ນອີກ. ສະ​ຖາ​ບັນ​ການ​ແພດ​ສະຫະລັດ
ນັບ​ມື້​ເພີ້ມທະວີລະດັບໄວ​ຕາ​ມິນດີ​ທີ່​ແນະນຳ​ໃຫ້ຄົນ​ເຮົາກິນ
ເພື່ອ​ທີ່​ຈະ​ດຳລົງ​ຊີວິດ​ຢ່າງມີ​ສຸຂະ​ພາບ​ແຂງ​ແຮງດີ. ​ແຕ່​ວ່າ
ໃນຄຳ​ຖະ​ແຫລ​ງການ​ຂອງ​ຄະນະຄົ້ນຄວ້າ​ໃນ​ສະຖາ​ບັນນັ້ນ
ບໍ່​ແມ່ນ​ຄຳ​ຕັດສິນ​ສຸດ​ທ້າຍ​ກ່ຽວກັບ ​ໄວ​ຕາ​ມິນ​ຊະໜິດນີ້.

ຫລາຍໆ ​ຄົນ​ກິນໄວ​ຕາ​ມິນ ດີ ​ເສີມ​ເພາະວ່າ ໄວ​ຕາ​ມິນ ດີ ​ໄປຊ່ວຍ​ທາດ​ການ​ຊຽມ​ໃນ​ການ​ເສີມ​ສ້າງ​ເຮັດ​ໃຫ້​ກະດູກ​ແຂັງ​ແກ່ນ​. ຄໍາ​ແນະນຳ​ຄັ້ງຫລ້າ​ສຸດ​ກໍ​ຄືວ່າ ​ຄົນສ່ວນ​ຫລາຍ​ທີ່​ມີ​ອາຍຸ​ຕໍ່າກວ່າ 70 ປີ ​ແມ່ນ​ຕ້ອງການໄວ​ຕາ​ມິນ ດີ 600 ຫົວໜ່ວຍຕໍ່ມື້. ພວກ​ທີ່​ມີ​ອາຍຸ 71ປີ​ ຂຶ້ນ​ໄປ​ແມ່ນ​ຕ້ອງການ 800 ຫົວໜ່ວຍຕໍ່ມື້ ຊຶ່ງຕ່າງ​ຈາກຄໍາ​ແນະນຳ​ໃນ​ເມື່ອ​ກ່ອນ ​ທີ່ບອກ​ວ່າໃຫ້​ກິນປະມານ 200 ຫາ 600 ຫົວໜ່ວຍ​ຕໍ່ມື້ນັ້ນ.

ໄວ​ຕາ​ມິນ ດີ ທີ່ວາງຂາຍໃນຕະຫລາດແຫ່ງນຶ່ງ
ໄວ​ຕາ​ມິນ ດີ ທີ່ວາງຂາຍໃນຕະຫລາດແຫ່ງນຶ່ງ

ແຕ່​ເຖິງ​ປານນັ້ນກໍ​ຕາມ ​ຍັງ​ມີ​ພວກທ່ານໝໍບາງ​ຄົນ​ບໍ່​ແນ່​ໃຈ​ວ່າ ປະລິມານ​ໄວ​ຕາ​ມິນ ດີ ອັນ​ໃໝ່ທີ່​ແນະນຳ​ໃຫ້​ກິນນີ້ ຈະ​ພຽງ
ພໍ​ກັບ​ຄວາມ​ຕ້ອງການຂອງ​
ຮ່າງກາຍ​ຫລືບໍ່. ດັ່ງ​ທີ່​ທ່ານໝໍ
Michael Holick ​ຈາກໂຮງ
ຮຽນ​ແພດສາດ ຂອງມະຫາວິ
ທະຍາ​ໄລ Boston ​ໄດ້​ໃຫ້​ຄຳ​
ເຫັນ​ວ່າ:

“ມັນ​ເປັນ​ຄວາມ​ກ້າວໜ້າ
ຢ່າງກະ​ໂດດຂ້າມ​ຂັ້ນ
ແຕ່​ວ່າ​ມັນ​ກໍ່ຍັງ​ບໍ່ທັນ​ກ້າວ​
ໄປໄກ​ພໍ​ທີ່​ຈະ​ໃຫ້ການ​ຢືນ
ຢັນ​ແນ່ນອນເທື່ອ

ພວກທ່ານໝໍທັງຫຼາຍ ກໍບໍ່ຕ່າງຫຍັງກັບ ດຣ. Michael Holick ​ທີ່ໃຫ້​ເຫດຜົນ​ວ່າ ໄວ​ຕາ​ມິນ ດີ ຍັງເປັນປະ​ໂຫຍ​ດຕໍ່ຮ່າງກາຍ​ໃນ​ດ້ານ​ອື່ນໆອີກ ດັ່ງ​ທີ່​ທ່ານ​ໄດ້​ຊີ້​ແຈງຕື່ມວ່າ:

ມີຫລັກ​ຖານ​ພິສູດ​ໃຫ້​ເຫັນ​ຫລາຍໆກໍລະນີແລ້ວ​ວ່າ ການ​ກິນໄວ​ຕາ​ມິນ ດີ ​ເພີ້ມ
ຂຶ້ນນັ້ນ ຈະ​ຊ່ວຍ​ໃຫ້​ຄົນ​ເຮົາ​ຫລຸດຜ່ອນ​ຄວາມ​ສ່ຽງຕໍ່ການ​ເປັນ​ພະຍາດ​ຊຳ​ເຮື້ອ
ຮ້າຍ​ແຮງ​ຫລາຍ​ຢ່າງ​ໄດ້.

ໃນ​ນັ້ນລວມມີພະຍາດ​ເຊັ່ນ ​ໂຣກມະ​ເຮັງ, ຄວາມດັນ​ເລືອດ​ສູງ ​ແລະ​ໂຣກຫົວ​ໃຈ. ມີ​ການ​ສຶກສາຄົ້ນຄວ້າ​ໃໝ່​ບັ້ນນຶ່ງທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ການອອກກຳລັງ​ກາຍ ​ແລະກິນໄວ​ຕາ​ມິນ ດີ ສາມາດຊ່ວຍປ້ອງ​ກັນ​ໃຫ້​ຜູ້​ເຖົ້າບໍ່ລົ້ມ​ງ່າຍ. ນອກຈາກ​ນັ້ນ, ການ​ສຶກສາຄົ້ນຄວ້າ​ຫລາຍໆຄັ້ງ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້ຍິງ​ທີ່​ຖືພາສາມາດຫລຸດຜ່ອນໂອກາດ​ໃນ​ການມີ​ບັນຫາໃນ​ລະຫວ່າງຖືພາ ​ຫລື​ອາການແຊກ​ຊ້ອນຕ່າງໆ​ໄດ້ ​ຖ້າ​ຫາກ​ພວກ​ເຂົາ​ເຈົ້າກິນ​ໄວ​ຕາ​ມິນ​ ດີ 4,000 ຫົວ ໜ່ວຍທຸກໆມື້.

ແຕ່​ວ່າ Dr. Michael Irwig ອາຈານ​ສອນທີ່ໂຮງຮຽນ​ແພດສາດຂອງມະ ຫາ​ວິ​ທະຍາ​ໄລ George Washington ທີ່​ນະຄອນຫລວງ​ວໍ​ຊິງ​ຕັນ​ດີ​ຊີ ​ໃຫ້​ຄຳ​ເຫັນ​ວ່າ ຍັງ​ຕ້ອງ​ມີ​ການ​ສຶກສາຄົ້ນຄວ້າ​ເພີ່ມຕື່ມ ​ເພື່ອ​ຈະ​ສາມາດ​ໃຫ້ການ​ຢືນຢັນ​ຕໍ່ການຄົ້ນພົບ​ດັ່ງກ່າວ​ນີ້​ໄດ້. ​ທ່ານ​ອະທິ​ບາຍ​ວ່າ:

Dr. Michael Irwig, ອາຈານ​ສອນທີ່ ໂຮງຮຽນ​ແພດສາດຂອງມະຫາ​ວິ​ທະຍາ ​ໄລ George Washington
Dr. Michael Irwig, ອາຈານ​ສອນທີ່ ໂຮງຮຽນ​ແພດສາດຂອງມະຫາ​ວິ​ທະຍາ ​ໄລ George Washington

“ຄວາມ​ຈິງ​ກໍ​ມີ​ຢູ່​ວ່າ ພວກ​ເຮົາ​ບໍ່​ຮູ້​ຢ່າ​ງ​
ແນ່ນອນໄດ້​ວ່າສິ່ງ​ທີ່​ພວກ​ເຮົາຄົ້ນພົບ
ມານັ້ນ ​ຖືກຕ້ອງ​ຂະໜາດ​ໃດ, ທັງ​ນີ້
ກໍ​ເປັນ​ພຽງຍ້ອນ​ວ່າ​ພວກ​ເຮົາ​ຂາດ
ການ​ທົດ​ລອງ​ແບບ​ຊຸ່ມ​ກວດ​ເອົາ​ເທົ່າ
ນັ້ນ”

ທ່ານ DR. IRWIG ໄດ້​ແນະນຳ​ພວກ​ຄົນ
ເຈັບ​ຂອງ​ທ່ານ​ບາງ​ຄົນ ​ໃຫ້​ກິນ ໄວ​ຕາ​ມິນ​
ດີ​ ​ໃນ​ປະລິ​ມານ​ລະຫວ່າງ 1,000 ຫາ
2,000 ຫົວໜ່ວຍ ​ໃນ​ແຕ່​ລະມື້ ​ເພາະວ່າ
ຂໍ້​ມູນ​ຈາກ​ສູນ​ຄວບ​ຄຸມພະຍາດ​ໄດ້ສະ​ແດງ​
ໃຫ້​ເຫັນ​ວ່າ ມີຫລາຍໆຄົນຍັງ​ຂາດ​ເຂີນ​ໄວ
ຕາ​ມິນ​ ດີ​ ​ເຖິງ​ແມ່ນ​ວ່າສະ​ຖາ​ບັນ​ການ​
ແພດສະຫະລັດເວົ້າວ່າ ​ຄົນສ່ວນ​ໃຫຍ່​ແມ່ນ
ສາມາດ​ໄດ້​ຮັບໄວ​ຕາ​ມິນ ດີ​ ຢ່າງ​ພຽງພໍໂດຍ​ການ​ກິນ​ອາຫານ ​ຫລືການຖືກ​ແສງ​ແດດກໍ​ຕາມ.

ບັນຫາ​ກໍ​ຄື​ວ່າ ຮ່າງກາຍ​ຂອງຄົນ​ເຮົາ​ແມ່ນດູດ​ຊັບເອົາ​ ຫລືຜະຫລິດ ໄວ​ຕາມິນ ດີ ​ໃນ​ລະ
ດັບ​ແຕກ​ຕ່າງ​ກັນ. ຜູ້​ມີ​ອາຍຸ​ສູງ​ກວ່າ​ບໍ່ສາມາດ​ຜະຫລິດ​ໄວ​ຕາ​ມິນ ດີ​ ໄດ້​ຢ່າງ​ມີ​ປະສິດທິ
ຜົນ​ເທົ່າ​ກັບ​ພວກ​ທີ່​ຍັງໜຸ່ມນ້ອຍ.

ແລະ​ພວກ​ທີ່​ອ້ວນ​ພີ​ຈົນ​ເກີນ​ໄປ ອາດ​ມີ​ບັນຫາ​ໃນ​ການດູດ​ຊັບເອົາ​ ໄວ​ຕາ​ມິນ ດີ ​ແລະ​ການ
ວັດ​ແທກ​ປະລິມານໄວ​ຕາ​ມິນ ດີ ​ໃນຮ່າງກາຍ​ຂອງຄົນ​ເຮົາກໍ​ເປັນ​ອີກ​ເລື້ອງນຶ່ງທີ່​ຫຍຸ້ງຍາກ​
ເຊັ່ນດຽວ​ກັນ. ດັ່ງ​ທີ່​ທ່ານ Dr. Michael Irwig ​ໃຫ້ການຊີ້​ແຈງວ່າ:

“ການ​ວັດ​ແທກ​ປະລິມານ​ໄວ​ຕາ​ມິນ ດີ ແມ່ນເປັນ​ເລື້ອງຍາກ​ຫລາຍ ​ທັງ​ນີ້ກໍຍ້ອນ
ເຄື່ອງວັດແທກ​ຕ່າງໆປະເພດຕ່າງໆທີ່​ມີ​ຢູ່​ນັ້ນ ​ແລະ​ກໍ​ມີວິທີ​ການ​ທີ່​ໃຊ້​ວັດ​ແທກ​
ແຕກຕ່າງ​ກັນ. ສະນັ້ນ ​ເຮົາ​ຈະ​ບໍ່ສາມາດ​ສົມທຽບການ​ວັດ​ແທກ​ອັນ​ນຶ່ງ​ໃສ່​ກັບ​
ການ​ວັດ​ແທກ​ອີກ​ອັນ​ນຶ່ງ​ໄດ້ ແລະວິທີ​ການ​ເຫລົ່ານີ້ ກໍ​ບໍ່ຄ່ອຍ​ເປັນ​ວິທີ​ການ​ວັດ​ແທກ
ທີ່​ແມ່ນ​ຢໍາ​ອີກ​ດ້ວຍ”.

ການ​ສຶກສາຄົ້ນຄວ້າ​ອີກ​ອັນ​ນຶ່ງທີ່​ກຳລັງ​ດຳ​ເນີນ​ໄປ​ຢູ່ໃນ​ເວລານີ້ ອາດ​ສາ ມາດ​ຕອບ​ຄຳ​ຖາມທີ່​ວ່າ ໄວ​ຕາ​ມິນ ດີ ມີ​ບົດບາດ​ໃນການ​ປ້ອງ​ກັນຄົນ​ເຮົາບໍ່​ໃຫ້​ເປັນໂຣກຫົວ​ໃຈ ​ແລະ​ໂຣກມະ​ເຮັງ​ ໄດ້​ຫລືບໍ່.

XS
SM
MD
LG