ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໑ ຕຸລາ ໒໐໒໔

ສຸຂະພາບ: ລະດັບຕໍ່າຂອງໄວຕາມິນ D ມີຜົນກະທົບຕໍ່ການຈື່ຈຳ


ສຸຂະພາບ: ລະດັບຕໍ່າຂອງໄວຕາມິນ D ມີຜົນກະທົບຕໍ່ການຈື່ຈຳ
ສຸຂະພາບ: ລະດັບຕໍ່າຂອງໄວຕາມິນ D ມີຜົນກະທົບຕໍ່ການຈື່ຈຳ

ການສຶກສາ​ໃໝ່​ອັນ​ນຶ່ງລົງ​ຄວາມ​ເຫັນ​ວ່າ ພວກ​ຄົນສູງ​ອາຍຸ ທີ່ຂາດ​ໄວ​ຕາ​ມິນ​ດີ ມີ​ທ່າທາງ​ຫລາຍ​ກ່ວາ​ພວກ​ທີ່​ບໍ່​ຂາດ​ໄວ​ຕາ​ມິນ​ດັ່ງກ່າວ ວ່າຈະ​ປະ​ເຊີນ​ກັບ​ການ​ລຸດນ້ອຍ​ຖອຍ​ລົງ​ຢ່າງ​ໜັກ ໃນ​ຄວາມ​ສາມາດ​ດ້ານ​ການ​ຄິດ​ ການວາງ​ແຜນ ແລະການ​ຈື່​ຈຳ.

ເປັນ​ທີ່​ຮູ້​ກັນ​ຢູ່​ແລ້ວ​ວ່າ ລະດັບ​ຕໍ່າ​ຂອງ​ໄວ​ຕາມິນ​ດີ ​ໄດ້ມີ​ສ່ວນ​ພົວພັນ​ກັບ​ການ​ແຕກ​ຫັກ​ຂອງ​ກະດູກຫລື​ໂຣກກະດູກພຸ​ພ່ອຍ, ຄວາມ​ເຈັບ​ປວດ, ​ແລະ​ໂຣກ​ຊຳ​ເຮື້ອ​ຕ່າງໆ ​ເຊັ່ນ​ໂຣກມະ​ເຮັງ, ​ໂຣກຫົວ​ໃຈ, ໂຣກ​ເບົາຫວານ ​ແລະ​ໂຣກ​ເສັ້ນປະສາດ​ແຂງ​ໂຕ ຫລື Multiple Sclerosis.

ມາ​ບັດ​ນີ້ ບັນດາ​ນັກຄົ້ນຄວ້າ​ໄດ້​ພົບ​ເຫັນ​ວ່າ​ມີ​ສ່ວນ​ພົວພັນ​ກັນລະຫວ່າງ​ ການ​ຂາດ​ເຂີນ​ໃນ​ສິ່ງ​ທີ່​ເອີ້ນ​ວ່າ ​“sunshine” ໄວ​ຕາ​ມິນ ຫລື​ໄວ​ຕາ​ມິນ​ແສງ​ຕະ​ເວັນ ກໍ​ຄື​ໄວ​ຕາ​ມິນ​ D ​ນັ້ນ ກັບ​ຄວາມ​ເຊ່ືອມ​ຂອງ​ປະສາດຮັບ​ຮູ້​ຂອງ​ພວກ​ຄົນ​ສູງ​ອາຍຸ. ສາ​ເຫດ​ທ່ີແຜ່​ຫຼາຍ​ທ່ີ​ສຸດ​ອັນ​ນ່ຶງຂອງ​ການຂາດ​ໄວ​ຕາ​ມິນ​ດີ ກໍ​ຄືການ​ຂາດ​ແສງຕາ​ເວັນ ​ຊຶ່ງ​ແມ່ນ​ຄວາມ​ເປັນ​ຫ່ວງໂດຍ​ສະ​ເພາະ ຂອງ​ພວກ​ຜູ້​ເຖົ້າ ​ທ່ີ​ມີ​ກິ​ດຈະ​ກໍາ​ທາງ​ຮ່າງກາຍໜ້ອຍ​ລົງ ​ເພາະ​ວ່າ​ເຂົາ​ເຈົ້າມັກ​ໃຊ້​ເວລາ​ຢູ່​ຂ້າງ​ນອກຫລື​ກາງ​ແຈ້ງ ​ໜ້ອຍ​ກວ່າແຕ່ກ່ອນ.

ໃນ​ການ​ທົດ​ລອງ​ກັບ​ພວກ​ຜູ້​ເຖົ້າຊາວ​ອິຕາ​ລີ​ ຫຼາຍ​ກວ່າ 850 ຄົນ ​ທີ່​ມີ ອາຍຸ ​ແຕ່ 65 ປີ​ຂຶ້ນ​ໄປນັ້ນ ພວກນັກວິທະຍາສາດ​ທ່ີ ວິທະຍາ​ໄລ​ການ​ແພດ Peninsula Medical School ໃນປະ​ເທດ​ອັງກິດ ​ພົບ​ເຫັນ​ວ່າ ພວກ​ທ່ີ​ມີ​ໄວ​ຕາ​ມິນ​ດີ​ໃນ​ລະດັບຕໍ່າທ່ີ​ສຸດ ​ແມ່ນ​ມີ​ທາງ​ທ່ີ​ຈະປະສົບ​ກັບ​ການເຊ່ືອມລົງ​ຂອງປະສາດຮັບ​ຮູ້​ ເຖິງ 60%. ນັກ​ຄົ້ນ​ຄວ້າ ​David Llewellyn ຊ່ຶງເປັນນັກຊ່ຽວຊານ​ດ້ານ​ໂຣກຄວາມ​ຈຳ​ເຊ່ືອມ ​ແລະ​ເປັນ​ຜູ້ນຳ​ພາ​ການ​ສຶກສາ​ນີ້ ກ່າວ​ວ່າ:

“ຜູ້​ຄົນ​ປະມານ​ນ່ຶງ​ພັນ​ລ້ານ​ຄົນ​ໃນ​ທົ່ວ​ໂລກ ບໍ່​ໄດ້​ຮັບໄວ​ຕາ​ມິນ​ດີໃນ​ລະດັບສູງ​ພໍ ​ແລະ​ກໍ​ເປັນ​ທ່ີ​ແຈ້ງ​ຂາວ​ວ່າ ​ໂຣກຄວາມ​ຈຳ​ເຊ່ືອ​ມນັ້ນມີ​ແຜ່ຫຼາຍ​ທ່ີ​ສຸດຄື​ກັນ ​ເພາະ ສະ​ນັ້ນ ​ຖ້າ​ຫາກ​ວ່າມີ​ການ​ກ່ຽວ​ພັນ​ກັນ​ລະຫວ່າງ​ລະດັບຂອງໄວ​ຕາ​ມິນ​ດີ​ ກັບ​ໂຣກຄວາມ​ຈຳ​ເຊ່ືອມ​ແທ້​ແລ້ວ ມັນ​ກໍ​ເປັນ​ເລື້ອງ​ທີ່ພວກ​ເຮົາ​ຄວນ​ມີ​ຄວາມກັງວົນ​ເປັນ​ຫ່ວງ.”

ທ່ານ Llewellyn ກັບ​ເພ່ືອນ​ຮ່ວມງານຂອງ​ທ່ານ ​ໄດ້​ທຳ​ການ​ສຶກສາ​ພວກ​ຜູ້​ເຖົ້າຊາວ​ອີ​ຕາ​ລີ​ເຫລົ່ານັ້ນ ​ເປັນ​ເວລາ 6 ປີ ຕັ້ງ​ແຕ່​ປີ 1998 ມາ ​ໂດຍ​ໄດ້​ທຳການທົດ​ລອງຂັ້ນ​ຕົ້ນ ​ດ້ວຍ​ການວັດ​ແທກ​ເບ່ິງ​ໄລຍະ​ເວລາ​ຂອງ​ຄວາມ​ຊົງ​ຈຳຂອງ​ເຂົາ​ເຈົ້າ, ຄວາມ​ສາມາດ​ໃນ​ການ​ຮຽນ​ຮູ້​ ​ໃນ​ການ​ຈື່​ຈຳ, ​ແລະການວາງ​ແຜນ​ ຕລອດ​ທັງ​ການ​ຈັດ​ວາງ​ວຽກງານ​ຕ່າງໆ​ນຳ.

ຜະລິດຕະພັນນົມ ກໍເປັນແຫລ່ງນຶ່ງຂອງໄວຕາມິນ ດີ.
ຜະລິດຕະພັນນົມ ກໍເປັນແຫລ່ງນຶ່ງຂອງໄວຕາມິນ ດີ.

ພວກ​ນັກ​ຄົ້ນ​ຄວ້າໄດ້ສັງ​ເກດເຫັນ​ວ່າມີການ​ເຊ່ືອມ​ໂຊມ​ລົງ​ໃນ​ສ່ວນ ໃຫຽ່​ຂອງ​ຄວາມ​ສາມ​າດ​ຕ່າງໆ ​ທີ່​ກ່າວ​ມານັ້ນ ​ໃນ​ໝູ່ພວກຜູ້​ເຖົ້າ​ທ່ີ​ມີລະດັບ​ໄວ​ຕາ​ມິນ​ດີ​ ຕໍ່າ​ທ່ີ​ສຸດ​ ​ຍົກ​ເວ້ນຄວາມ​ສາມາດ​ດ້ານ​ນຶ່ງ ນັ້ນ​ກໍ​ຄືໄລຍະ​ເວລາ​ຂອງ​ຄວາມເອົາ​ໃຈ​ໃສ່​ຂອງ​ເຂົາ​ເຈົ້າ ​ຊຶ່ງ​ຜົນ​ຂອງ​ການ​ທົດ​ລອງ​ສະ​ແດງວ່າ ​ການ​ທ່ີ​ມີ​ໄວ​ຕາ​ມິນ​ດີ​ໃນ​ລະດັບ​ຕໍ່າ ບໍ່​ໄດ້​ມີ​ຜົນ​ກະທົບ​ທີ່​ສຳຄັນ​ໃດໆ ຕໍ່​ໄລຍະ​ເວລາ​ແຫ່ງຄວາມ​ເອົາ​ໃຈ​ໃສ່​ຫລື​ຄວາມ​ສົນ​ໃຈ​ຂອງ​ເຂົາ​ເຈົ້າ​ໃນ​ເລື້ອງ​ຕ່າງໆ.

ທ່ານ Llewellyn ກ່າວ​ວ່າ ​ເວົ້າ​ແທ້​ແລ້ວ ການ​ພົບ​ເຫັນວ່າມີ​ຄວາມ​ກ່ຽວ​ພັນ​ກັນຢ່າງ​ແຂງ​ແຮງລະຫວ່າງ​ໂຣກຄວາມ​ຈຳເຊ່ື​ອມ ກັບ​ການ​ມີ​ໄວ​ຕາ​ມິນ​ດີ​ໃນລະດັບ​ຕໍ່ານັ້ນ ແມ່ນ​ເປັນ​ຂ່າວ​ດີ ຊ່ຶງ​ທ່ານ​ກ່າວ​ວ່າ:

“ຍ້ອນ​ວ່າ​ພວກ​ເຮົາ​ສາມາດ​ແກ້​ໄຂ​ບັນຫາ​ ການ​ຂາດ​ໄວ​ຕາ​ມິນ​ດີ​ດ້ວຍ​ວິທີ​ງ່າຍໆ ​ໂດຍ​ການ​ກິນ​ຢາໄວ​ຕາ​ມິນເພ່ີມ ຊ່ຶງ​ກໍ​ໄດ້​ສະ​ແດງ​ໃຫ້​ເຫັນແລ້ວວ່າ ​ທັງ​ລາຄາຖືກແຕ່​ໄດ້​ຮັບ​ຜົນ​ດີແລະປອດ​ໄພ​ນຳ. ​ແລະ​ພວກ​ເຮົາ​ກໍ​ຮູ້​ວ່າ ມັນ​ຊ່ອຍ​ຫຼຸດຜ່ອນ​ການ​ສ່ຽງຕໍ່ການລົ້ມ​ແລະ​ກະດູກ​ຫັກ ​ແລະ​ແມ່ນ​ແຕ່ການ​ລົ້ມ​ຕາຍ ​ກ່ອນ​ເວລາ​ອັນ​ຄວນ​ນຳ. ​ເພາະສະ​ນັ້ນ ​ພວກ​ເຮົາ​ຈ່ຶງ​ຕ່ືນ​ເຕັ້ນ​ຫຼາຍ​ ກັບຜົນ​ຂອງ​ການ​ທົດ​ລອງນີ້ ​ເພາະ ວ່າ​ມັນເປີດ​ຊ່ອງ​ທາງ​ວ່າ ຖ້າ​ພວກ​ເຮົາ​ຫາກ​ທຳ​ການທົດ​ລອງ​ທາງ​ການ​ປ່ິນປົວ​ແກ້​ ໄຂ​ ການ​ຂາດ​ເຂີນ​ໄວ​ຕາ​ມິນ​ດີ​ນີ້ ພວກ​ເຮົາ​ກໍ​ຈະ​ສາມາດ​ຫຼຸດຜ່ອນ​ກໍລະນີຄົນ​ໄຂ້ ໂຣກ ຄວາມ​ຈຳ​ເຊື່ອມ​ໃໝ່​ ລົງໄດ້.”

ພວກ​ນັກ​ຄົ້ນ​ຄວ້າ​ພາກັນ​ຄິດ​ວ່າ ​ໄວ​ຕາ​ມິນ​ດີ​ອາດ​ຫຼຸດຜ່ອນ​ການ​ເຊ່ືອມ​ໂຊມ​ຂອງ​ສະໝອງ​ລົງ ​ໂດຍ​ສົ່ງ​ເສີມ​ການ​ກໍ່​ໂຕ​ຂອງ​ເນື້ອ​ເຍື່ອຂອງ​ເສັ້ນປະສາດ ທີ່​ຈຳ​ເປັນ​ສຳລັບ​ການ​ທຳ​ໜ້າ​ທ່ີ​ຕ່າງໆ​ຂອງ​ມັນສະໝອງ ອັນລວມທັງປັບປຸງ​ຄວາມ​ສາມາດ​ໃນ​ດ້ານ​ການ​ຮັບ​ຮູ້ແລະ​ຈື່​ຈໍານໍາ.

ທ່ານ Bill Thies ເປັນຫົວໜ້າ​ຝ່າຍການ​ແພດ​ແລະ​ວິທະຍາສາດ​ ຂອງສະມາຄົມ​ໂຣກຫຼົງ​ລືມ ຫລື Alzheimer’s Association ທ່ີ​ນະຄອນ Chicago ລັດ Illinois. ອົງການ​ດັ່ງ ກ່າວ​ສົ່ງ​ເສີມ​ການ​ຄົ້ນຄວ້າ​ໄປ​ສູ່​ການ​ປ່ິນປົວ​ແລະ​ຮັກສາ​ໃຫ້ຫາ​ຍ ໂຣກເສ້ນ​ປະສາດ​ເຊື່ອມທີ່​ ສົ່ງ​ຜົນ​ກະທົບ​ຕໍ່ສະໝອງ ຊ່ຶງພາ​ໃຫ້​ສູນ​ເສຽຄວາມ​ຊົງ​ຈຳ​ຢ່າງ​ໃຫຽ່​ແລະ​ໃນ​ທ່ີ​ສຸດ​ກໍ​ຕາຍ​ໄປ​ນັ້ນ.

ເຖິງ​ແມ່ນການ​ສຶກສາ​ຫລາຍໆ​ຄັ້ງ ຊີ້​ບອກ​ວ່າ​ພວກ​ທ່ີ​ເປັນ​ໂຣກຫຼົງລືມ​ແລ້ວນັ້ນ ບໍ່​ມີປະຕິກິລິ ຍາສະໜອງ​ຕອບຕໍ່​ຢາ​ໄວ​ຕາ​ມິນ​ດີກໍ​ຕາມ ​ແຕ່ທ່ານ Thies ກໍ​ກ່າວ​ວ່າ ມັນ​ອາດຈະ​ເປັນ​ໄປ​ໄດ້ ​ທ່ີ​ວ່າ ການ​ກິນ​ຢາໄວ​ຕາ​ມິນ​ດີເພ່ີມ​ແຕ່​ຫົວ​ທີ​ ​ໃນເວລາ​ທີ່​ເລີ່​ມ​ເປັນໂຣກດ່ັງກ່າວນັ້ນ ມັນ ​ກໍອາດຈະ​ປ້ອງ​ກັນ​ ຫຼື​ບໍ່​ກໍ​ຖ່ວງ​ດຶງ​ໃຫ້​ໂຣກດ່ັງກ່າວ ​ຊັກຊ້າລົງ.

XS
SM
MD
LG