ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄວຣັສເຮັດໃຫ້ເກີດບັນຫາຫຍຸ້ງຍາກໃໝ່ ຕໍ່ລະບົບສາທາລະນະສຸກ ຂອງເຂດກາຊາ


ພວກທ່ານໝໍປາແລັສໄຕນ໌ ທີ່ປິ່ນປົວຄົນເຈັບຢູ່ໂຮງໝໍ al-Quds ໃນແຫຼມກາຊາ ວັນຈັນ ທີ 7 ກັນຍາ 2020.
ພວກທ່ານໝໍປາແລັສໄຕນ໌ ທີ່ປິ່ນປົວຄົນເຈັບຢູ່ໂຮງໝໍ al-Quds ໃນແຫຼມກາຊາ ວັນຈັນ ທີ 7 ກັນຍາ 2020.

ດຣ. ອາເມັດ ແອລ-ຣາບີ ໄດ້ໃຊ້ເວລາຫຼາຍປີເພື່ອປິ່ນປົວຊາວປາແລັສໄຕນ໌ ທີ່ໄດ້ ຮັບບາດເຈັບຈາກການຍິງມາໃສ່ຂອງອິສຣາແອລ ໃນລະຫວ່າງສົງຄາມ ແລະການ ປະທະກັນຢູ່ໃນເຂດກາຊາ. ບັດນີ້ໄວຣັສໂຄໂຣນາໄດ້ມາເຖິງດິນແດນທີ່ຖືກປິດ ຕັນແຫ່ງ ນັ້ນແລ້ວທ່ານໝໍ ອາຍຸ 37 ປີ ໄດ້ເຫັນຕົນເອງຕົກຢູ່ໃນບົດບາດຂອງກັບ ຄົນປ່ວຍທີ່ບໍ່ຄຸ້ນເຄີຍມາກ່ອນ.

ທ່ານແອລ-ຣາບີ ເປັນດັອກເຕີຄົນທຳອິດທີ່ຖືກວິນິໄສວ່າຕິດພະຍາດໂຄວິດ-19 ແລະຮວມຢູ່ໃນບັນດາພະນັກງານການທີ່ຕິດແປດ ພະຍາດດັ່ງກ່າວ ໃນລະຫວ່າງການແຜ່ລະບາດຢູ່ໃນທ້ອງຖິ່ນ ທີ່ໄດ້ຖືກກວດພົບໃນທ້າຍເດືອນ ແລ້ວນີ້. ການແຜ່ລະບາດຢູ່ໃນກຸ່ມພະນັກງານການ ແພດ ໃນແຖວໜ້າໄດ້ ເຮັດໃຫ້ມີຄວາມລໍາບາກເພີ້ມຂຶ້ນອີກຕໍ່ລະບົບປິ່ນປົວສຸຂະພາບທີ່ຮັບຈະບໍ່ໄຫວ ຢູ່ແລ້ວນັ້ນ.

ໂດຍກ່າວອອກມາຈາກນຶ່ງໂຮງໝໍແຫ່ງນຶ່ງໃນສອງ ທີ່ືຖືກມອບໝາຍໃຫ້ປີ່ນປົວ ກໍລະນີຄົນຕິດໄວຣັສໂຄໂຣນານັ້ນ, ທ່ານແອລ-ຣາບີ ກ່າວວ່າ ໄພຂົ່ມຂູ່ ເປັນທີ່ໜ້າຢ້ານກົວກ່ອນສົງຄາມຢູ່ໃນຫຼາຍດ້ານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG