ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ລະ​ບາດ ​ຂອງ​ໄວ​ຣັ​ສໂຄ​ໂຣ​ນາ ເປັນ​ຜົນ​ກະ​ທົບ ​ຕໍ່​ອາ​ຟ​ຣິ​ກາ ​ທັງຢູ່​​ໃນ ແລະ​ນອກ​ປະ​ເທດ


ບັນ​ດາ​ຜູ້​ໂດຍ​ສານ​ຈາ​ກສາຍ​ການ​ບິນ China Southern Airlines ຈາກ​ເມືອງ​ຊັງ​ຊາ ປະ​ເທດ​ຈີນ ກຳ​ລັງ​ຖືກກວດ ກ່ຽວ​ກັບ​​ ​ໄວ​ຣັ​ສໂຄ​ໂຣ​ນາ​.
ບັນ​ດາ​ຜູ້​ໂດຍ​ສານ​ຈາ​ກສາຍ​ການ​ບິນ China Southern Airlines ຈາກ​ເມືອງ​ຊັງ​ຊາ ປະ​ເທດ​ຈີນ ກຳ​ລັງ​ຖືກກວດ ກ່ຽວ​ກັບ​​ ​ໄວ​ຣັ​ສໂຄ​ໂຣ​ນາ​.

ບັນ​ດາ​ປະ​ເທດໃນ​ອາ​ຟ​ຣິ​ກາ ກຳ​ລັງ​ກະ​ກຽມ ​ຕໍ່​ອັນ​ທີ່ພວກ​ຜູ້​ຊ່ຽວ​ຊານ​ເຊື່ອ​ວ່າເປັນ​ອັນ​ຕະ
​ລາຍ​ທີ່ພວມຈະ​ເກີດ​ຂຶ້ນ​ຂອງ​ກໍ​ລະ​ນີ​ໂຄ​ໂຣ​ນາ​ໄວ​ຣັ​ສສຳ​ລັບ​ທະ​ວີບ​ດັ່ງ​ກ່າວ. ດ້ວຍ​ການ​
ເພີ້ມ​ຄວາມ​ສຳ​ພັນທາງ​ດ້ານ​ເສດ​ຖະ​ກິດ ແລະ​ການ​ເດີນ​ທາງໄປ​ມາ​ຫຼາຍຂຶ້ນ​ລະ​ຫວ່າງ
ພ້ອມ ​ເພື່ອ​ໃຫ້​ການ​ປິ່ນ​ປົວ ແລະແຍກ​ພວກ​ທີ່​ຕິດ​ເຊື້ອ​ອອກ​ໄວ້​ຕ່າງ​ຫາກ.

ໃນ​ວັນ​ອັງ​ຄານ​ວານ​ນີ້ ເອ​ທິ​ໂອ​ເປຍ​ໄດ້​ປະ​ກາດ​ວ່າ ​ຕົນ​ໄດ້​ກັກ​ນັກ​ສຶກ​ສາ​ເອ​ທິ​ໂອ​ເປຍ​
ສາມ​ຄົນ ແລະ​ນັກ​ສຶກ​ສາ​ຈີນ​ຄົນ​ນຶ່ງ ທີ່​ກັບ​ຄືນ​ມາ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ​ຢູ່​ເມືອງວູ​ຮານ
ປະ​ເທດ​ຈີນ. ພວກ​ນັກ​ສຶກ​ສາ​ໄດ້​ຢຸດ​ລະ​ຫວ່າງ​ການກວດ​ສອບຢູ່​ສະ​ໜາມ​ບິນ ເວ​ລາ​ໄດ້
ມີ​ຄົ້ນ​ພົບ​ວ່າ ​ເຂົາ​ເຈົ້າ​ມີ​ອາ​ການ​ຮວມ​ທັງ​ເຈັບ​ຄໍ ແລະ​ໄອ.

ດອກ​ເຕີ ມູ​ເນຍ ກັ​ສ​ຊາ ຫົວ​ໜ້າ​ທີ່​ປຶກ​ສາ​ ລັດ​ຖະ​ມົນ​ຕີກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຂອງ​ເອ​ທິ​
ໂອ​ເປຍກ່າວ​ວ່າ ເອ​ທິ​ໂອ​ເປຍ​ໄດ້​ພິ​ຈາ​ລະ​ນາ​ ກະ​ກຽມໄວ້​ລ່ວງ​ໜ້າ​ກ່ອນ​ການ​ລະ​ບາດ. ນັບ
​ແຕ່ຕົ້ນ​ເດືອນ​ມັງ​ກອນມາ ລັດ​ຖະ​ບານ​ເອ​ທີ​ໂອ​ເປຍ​ໄດ້​ຕິດ​ຕໍ່​ກັບ​ອົງ​ການ​ອະ​ນາ​ໄມ​ໂລກ
(WHO) ແລະ​ລັດ​ດ​ຖະ​ບາ​ນ​ຈີນ​ກ່ຽວ​ກັບ​ຖາ​ນະ​ຂອງ​ສະ​ຖາ​ນະ​ການ​ດັ່ງ​ກ່າວ.

ທ່ານ​ໄດ້​ກ່າວ​ຕໍ່ ​ພະ​ແນກແຫຼມ​ອາ​ຟ​ຣິ​ກາ ຂອງວີ​ໂອ​ເອ ວ່າ “ພວກ​ເຮົາ​ໄດ້​ມີ​ການ​ປະ​ຊຸມ
​ຫຼາ​ຍເທື່ອ ແລະ​ຍັງ​ມີ​ສູນ​ກາງ​ສຸກ​ເສີນທີ່​ໄດ້​ເລີ້ມ​ເຮັດ​ວຽກ ແລະ​ການ​ສັງ​ເກດ​ການ​ຢ່າງ​ເຄັ່ງ​ຄັດແລະ​ເປັນ​ຫູ​ເປັນ​ຕາ. ເພາະ​ສະ​ນັ້ນ​ ພວກ​ເຮົາ​ໄດ້​ເຮັດ​ການ​ສັງ​ເກດ​ກາ​ນ​ຢາງ​ເຄັ່ງ​ຄັດ ​
ຕໍ່​ກໍ​ລະ​ນີກ່ຽວ​ກັບ​ໄພ​ຂົ່ມ​ຂູ່​ທີ່​ອາດຈະ​ເກີດ​ຂຶ້ນ.”

ສະ​ໜາມ​ບິນສາ​ກົນ​ໂບ​ລ ທີ່​ນະ​ຄອນ​ອາ​ດິ​ສ ອາ​ບາ​ບາ ປະ​ເທດ​ເອ​ທິ​ໂອ​ເປຍ ໄດ້​ໃຊ້​ເຄື່ອງ
ກວດ​ອຸນ​ຫະ​ພູມ ຂອງ​ບັນ​ດາ​ຜູ້​ໂດຍ​ສານ​ສາຍ​ການ​ບິນມາ​ຈາກ​ເຂດທີ່​ໄດ້ຮັບ​ຜົນ​ກະ​ທົບ
​ຢູ່​ຈີນ ກັກ​ຜູ້​ໃດ​ທີ່​ເຫັນ​ວ່​າ​ບໍ່​ສະ​ບາຍ ແລະ​ຈົດ​ເອົາ​ທີ່​ຢູ່​ຂອງ​ບັນ​ດາ​ຜູ້​ທີ່​ມີ​ສຸ​ຂະ​ພາບ​ດີ​ ເພື່ອ​
ຕິດ​ຕາມ​ການຢ້ຽມ​ຢາມ.

ປະ​ເທດ​ໄດ້​ຕັ້ງ​ສູນ​ກາງຄວບ​ຄຸມ​ເພື່ອກັກ​ໂຕ ແລະສ້າງ​ຕັ້ງ​ໜ່ວຍ​ປະ​ຕິ​ບັດ​ງ​ານ​ລະ​ດັບ​ສູງ
ທີ່​ລາຍ​ງານ​ຕໍ່​ນາ​ຍົກ​ລັດ​ຖະ​ມົນ​ຕີ.

ທ່ານ​ມູ​ເນຍ ກ່າວ​ວ່າ​ເຂົາ​ເຈົ້າ​ໄດ້​ກວດ​ສອບ​ຜູ້​ໂດຍ​ສານ 22,000 ຄົນ ແລະ​ໄດ້​ສົ່ງ​ໂຕ
ຢ່າງຈາກ​ການ​ອາດ​ທີ່​ຈະ​ເກີດກໍ​ລະ​ນີ​ໂຄ​ໂຣ​ນາ​ໄວ​ຣັ​ສ ໄປກວດ​ຢູ່​ອາ​ຟ​ຣິ​ກາ​ໃຕ້.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG