ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ຕຳຫຼວດ ລັດເວີຈີເນຍ ຖືກຍິງຕາຍ ໃນມື້ທຳອິດ ຂອງການປະຕິບັດໜ້າທີ່ຂອງຜູ້ກ່ຽວ.


ເຈົ້າໜ້າທີ່ຕຳຫຼວດ Ashley Guindon, ກາງ, ຫຼັງຈາກທີ່
ທ່ານນາງ ໄດ້ສາບານຕົວ ເຂົ້າເປັນເຈົ້າໜ້າທີ່ຕຳຫຼວດ, ວັນທີ 26 ກຸມພາ 2016. ຕຳຫຼວດຍິງສາວ Guindon ໄດ້ຖືກຍິງ ແລະ ເສຍຊີວິດ ໃນວັນເສົາວານນີ້ ແລະ ຕຳຫຼວດອີກສອງຄົນ ຜູ້ເປັນເພື່ອນຮ່ວມງານຂອງນາງ ກໍໄດ້ຮັບບາດເຈັບ ໃນການ
ປະເຊີນໜ້າກັບເຫດການ ທີ່ເກີດຈາກການໂທຫາ ກົມຕຳຫຼວດ ກ່ຽວກັບເລື້ອງຜິດຖຽງກັນໃນບ້ານເຮືອນ.
ເຈົ້າໜ້າທີ່ຕຳຫຼວດ Ashley Guindon, ກາງ, ຫຼັງຈາກທີ່ ທ່ານນາງ ໄດ້ສາບານຕົວ ເຂົ້າເປັນເຈົ້າໜ້າທີ່ຕຳຫຼວດ, ວັນທີ 26 ກຸມພາ 2016. ຕຳຫຼວດຍິງສາວ Guindon ໄດ້ຖືກຍິງ ແລະ ເສຍຊີວິດ ໃນວັນເສົາວານນີ້ ແລະ ຕຳຫຼວດອີກສອງຄົນ ຜູ້ເປັນເພື່ອນຮ່ວມງານຂອງນາງ ກໍໄດ້ຮັບບາດເຈັບ ໃນການ ປະເຊີນໜ້າກັບເຫດການ ທີ່ເກີດຈາກການໂທຫາ ກົມຕຳຫຼວດ ກ່ຽວກັບເລື້ອງຜິດຖຽງກັນໃນບ້ານເຮືອນ.

ເຈົ້າໜ້າທີ່ຕຳຫຼວດຄົນໜຶ່ງໃນລັດ Virginia ທາງພາກຕາເວັນ
ອອກຂອງ ສະຫະລັດ ໄດ້ຖືກຍິງ ແລະ ເສຍຊີວິດໃນຕອນບ່າຍ
ຂອງວັນເສົາວານນີ້ ໃນລະຫວ່າງການປະຕິບັດໜ້າທີ່ ເປັນມື້
ທຳອິດຂອງນາງ ໃນຊຸດເຄື່ອງແບບເຕັມມື້.

ນາງ Ashley Guindon ແລະ ເຈົ້າໜ້າທີ່ຄົນອື່ນໆອີກ 2 ຄົນ
ພ້ອມກັບກອງຕຳຫຼວດເມືອງ Prince William ໄດ້ຕອບໂທ
ລະສັບ ແລະ ຮັບມືກັບຄວາມຮຸນແຮງພາຍໃນຄອບຄົວ ຢູ່ຊຸມ
ຊົນທີ່ຕັ້ງຢູ່ເກືອບ 50 ກິໂລແມັດ ລົງໄປທາງພາກຕາເວັນຕົກ
ສຽງໃຕ້ ຈາກນະຄອນຫຼວງວໍຊິງຕັນ ໃນເວລາທີ່ພວກເຂົາເຈົ້າ
ຖືກຍິງ. ຕຳຫຼວດທັງ 3 ຄົນໄດ້ຖືກນຳສົ່ງໂຮງພະຍາບານ ເຊິ່ງ
ເປັນບ່ອນທີ່ຕຳຫຼວດຍິງສາວ Ashley Guindon ໄດ້ເສຍຊີວິດຍ້ອນອາການບາດເຈັບ
ຂອງນາງ. ບໍ່ມີຂໍ້ມູນເພີ່ມເຕີມຖືກເປີດເຜີຍ ກ່ຽວກັບ ເຈົ້າໜ້າທີ່ຄົນອື່ນອີກ 2​ ຄົນນັ້ນ.

ຕຳຫຼວດຍິງສາວ Guindon, ຜູ້ທີ່ໄດ້ຮັບໃຊ້ໜ້າທີ່ເປັນທະຫານເຮືອ ສະຫະລັດ ຫຼາຍປີ,
ຫາກໍໄດ້ປະຕິຍານຕົນເຂົ້າເປັນເຈົ້າໜ້າທີ່ຕຳຫຼວດໃນວັນສຸກສັບປະດາທີ່ຜ່ານມານີ້. ທາງ
ກົມຕຳຫຼວດໄດ້ຕິດຮູບຂອງຕຳຫຼວດຍິງສາວ Guindon ແລະ ຕຳຫຼວດຜູ້ທີ່ຫາກໍໄດ້ປະຕິ
ຍານຕົນໃໝ່ໆ ເຂົ້າປະຈະໜ້າທີ່ ດ້ວຍຂໍ້ຄວາມທີ່ປິດທ້າຍວ່າ “ຈົ່ງໄດ້ຮັບຄວາມປອດໄພ.”

ມີຄົນໜຶ່ງໄດ້ຖືກຄວບຄຸມຕົວເອົາໄວ້. ປະທານຂອງກົມຕຳຫຼວດເມືອງ Prince William
ໄດ້ກ່າວຕໍ່ອົງການຂ່າວ AP ວ່າ ແມ່ຍິງຄົນໜຶ່ງໄດ້ເສຍຊິວິດ ໃນການຜິດຖຽງກັນດັ່ງກ່າວ
ນີ້ດ້ວຍ.

US Police Shooting
please wait
Embed

No media source currently available

0:00 0:00:27 0:00

XS
SM
MD
LG