ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ປົກ​ຄອງ​ລັດ​ເວີ​ຈີ​ເນຍ ກ່າ​ວ​ວ່າ​ຮູບ​ພາບ ແຕ້ມ​ໜ້າ​ດຳ​ນັ້ນ ບໍ່​ແມ່ນ​ທ່ານ


ຜູ້​ປົກ​ຄອງ​ລັດ​ເວີ​ຈີ​ເນຍ ທ່ານ​ ຣາ​ລຟ໌ ນອ​ຣ​ແທັມ ກ່າວລະ​ວ່າງ ກອງ​ປະ​ຊຸມ​ນັກ​ຂ່າວ.
ຜູ້​ປົກ​ຄອງ​ລັດ​ເວີ​ຈີ​ເນຍ ທ່ານ​ ຣາ​ລຟ໌ ນອ​ຣ​ແທັມ ກ່າວລະ​ວ່າງ ກອງ​ປະ​ຊຸມ​ນັກ​ຂ່າວ.

ຜູ້​ປົກ​ຄອງ​ລັດ​ເວີ​ຈີ​ເນຍ ທ່ານ​ ຣາ​ລຟ໌ ນອ​ຣ​ແທັມ ໄດ້​ກ່າ​ວ​ຊ້ຳ​ແລ້ວ​ຊໍ້າ​ອີກວ່າ ທ່ານ​ຈະ
​ບໍ່​ລາ​ອອກ​ຈາກ​ຕຳ​ແໜ່ງ ຍ້ອນ ​ຮູບ​ພ​າບ​ຢູ່​ໃນ​ປື້ມລຸ້ນ​ປະ​ຈຳ​ປີ​ຂອງ​ໂຮງ​ຮຽນ ທີ່​ສະ​ແດງ
ເປັນ​ຜູ້​ຊາຍ​ຄົນ​ນຶ່ງ​ທາ​ໜ້າ​ດຳ ຢືນຄຽງ​ຂ້າງກັບ​ອີກ​ຄົນ​ນຶ່ງ ທີ່​ເປັນ​ສະ​ມາ​ຊິກນຸ່ງ​ເຄຶ່ອງ
ພວກແບ່ງ​ແຍກ​ສີ​ຜີວ ຫຼື KKK.

​ໃນ​ຄຳ​ຖະ​ແຫຼງ​ຕໍ່​ສື່​ມວ​ນ​ຊົນ​ໃນ​ວັນ​ເສົາ​ວານ​ນີ້ ທ່ານ ນອ​ຣ​ແທັມ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​
ບໍ່​ແມ່ນ​ຄົນ​ທີ່​ຢູ່​ໃນ​ຮູ​ບ​ນັ້ນ.” ທ່ານ​ກ່າວ​ວ່າ ທ່ານ​ບໍ່​ໄດ້ຊື້​ປື້​ມ​ສະ​ບັບປະ​ຈຳ​ປີ 1984 ອັນ​
ທີ່​ຮູບ​ດັ່ງ​ກ່າວ​ໄດ້​ປາ​ກົດ​ຢູ່​ນັ້ນ ແລະ​ທ່ານ​ບໍ່​ຮູ້​ຈົນ​ຮອດ​ວັນ​ສຸກ​ທີ່​ຜ່ານ​ມາ​ວ່າໄດ້​ມີຮູບ​ຢູ່
ໃນ​ນັ້ນ.

ທ່ານ​ຍັງ​ກ່າວ​ວ່າ “​ບໍ່​ແມ່ນ​ຂ້າ​ພະ​ເຈົ້າ​ຢູ່​ໃນ​ຮູບນັ້ນ. ນັ້ນ​ບໍ່​ແມ່ນຜູ້​ຂ້າ​ພະ​ເຈົ້າເປັນ.”

ທ່ານນອ​ຣ​ແທັມ ກ່າວ​ວ່າ ທ່ານ ແລະ​ພະ​ນັກ​ງານ​ຂອງ​ທ່ານ ຈະສືບ​ຕໍ່​ເຮັດ​ວຽກ ​ເພື່ອ
​ພິ​ສູດ​ວ່າ ​ມັນບໍ່​ແມ່ນທ່ານ​ທີ່​ຢູ່​ໃນ​ຮູບ​ໃບ​ນັ້ນ.

ທ່ານ​ ນອ​ຣ​ແ​ທັມ ກ່າວ​ວ່າ ທ່ານ​ໄດ້​ສົ່ງ​ຮູບ​ອີກສາມ​ແຜ່ນ ໃນ​ໜ້າ​ປື້ມ​ໂຮງ​ຮຽນການ​ການ​
ແພດ​ຂອງ​ທ່ານ ແລະ ​ທ່າ​ນ​ໄດ້ສົງ​ໃສ​ຮູບ​ຈຳ​ແນກ​ຜິວ​ພັນ​ຢູ່​ໜ້າປື້ມຂອງ​ທ່ານນັ້ນ ແມ່ນ
ຜົນທີ່ເກີດ​ຈາກ​ການ​ສັບ​ປົນ​ກັນ. ໃນການ​ຕອບ​ຄຳ​ຖາມຈາກ​ນັກ​ຂ່າວ​ຄົນ​ນຶ່ງ​ນັ້ນ ທ່ານ
​ກ່າວ​ວ່າ ໄດ້​ມີ​ຫຼາຍ​ຄັ້ງຂອງ​ການ​ທາ​ໜ້າ​ດຳ​ຢູ່​ໂຮງ​ຮຽນ​ການ​ແພດນັ້ນ.

ພວກ​ປະ​ທ້ວງ​ພາ​ກັນ​ຖື​ປ້າຍ ຢືນ​ຢູ່​ຕໍ່​ໜ້າ​ບ້ານ​ພັກ​ຂອງ​ຜູ້​ປົກ​ຄອງ​ລັດ ຢູ່​ທີ່​ເມືອງ​ຣິ​ສ​ມັນ ລັດ​ເວີ​ຈີເນຍ ຮຽກ​ຮ້ອງ​ໃຫ້​ທ່ານ​ລາ​ອອກ​ຈາກ​ຕຳ​ແໜ່ງ ວັນ​ທີ 2 ກຸມ​ພາ 2019.
ພວກ​ປະ​ທ້ວງ​ພາ​ກັນ​ຖື​ປ້າຍ ຢືນ​ຢູ່​ຕໍ່​ໜ້າ​ບ້ານ​ພັກ​ຂອງ​ຜູ້​ປົກ​ຄອງ​ລັດ ຢູ່​ທີ່​ເມືອງ​ຣິ​ສ​ມັນ ລັດ​ເວີ​ຈີເນຍ ຮຽກ​ຮ້ອງ​ໃຫ້​ທ່ານ​ລາ​ອອກ​ຈາກ​ຕຳ​ແໜ່ງ ວັນ​ທີ 2 ກຸມ​ພາ 2019.

​ທ່ານ​ກ່າວ​ວ່າ ຖ້າ​ຫາກ​ທ່ານ​ໄດ້​ຢືນ​ວາງ​ທ່າໃນ​ຮູບ​ດັ່ງ​ກ່າວ “ຂ້າ​ພະ​ເຈົ້າ​ຄວນຈະ​ຈື່​ໄດ້.”
ທ່ານ​ກ່າວ​ເພີ້ມວ່າ “​ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ໃສ່​ຊຸດ​ດັ່ງ​ກ່າວ ຫຼື​ເຂົ້າ​ຮ່ວມ​
ໃນ​ການ​ສັງ​ສັນ​ (ບ່ອນ​ທີ່​ມີ​ການ​ຖ່າຍ​ຮູບ​ທີ່​ລົບ​ກວນ​ນັ້ນ) ເຊິ່ງ​ເກີດ​ມາ​ຈາກຄວາມ​ຊົງ
​ຈຳ​ທີ່​ແຈ້ງຂາວຂອງ​ການ​ກະ​ທຳ​ຜິດ​ອື່ນໆ ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ໃນ​ປີ​ດຽວ​ກັນ​ໃນ​ຊີ​ວິດ
ຂອງ​ຂ້າ​ພະ​ເຈົ້າ.”

ທ່ານນອ​ຣ​ແ​ທັມ ໄດ້ສືບ​ຕໍ່​ສະ​ລະ​ພາບ​ວ່າ ລະ​ຫວ່າງ​ປີ​ນັ້ນ ເວ​ລາ​ທ່າ​ນ​ມີ​ອາ​ຍຸໄດ້​ 25 ປີ
ທ່ານ​ປາ​ກົດ​ໂຕ​ແຕ້ມ​ໜ້າ​ດຳ ຢູ່​ໃນ​ການ​ແຂ່ງ​ຂັນ​ເຕັ້ນ​ລຳ​ທີ່​ເມືອງ ແຊນ ແອ​ນ​ໂຕ​ນິ​ໂອ
ຢູ່​ລັດ​ເທັກ​ຊັ​ສ ອັນ​ທີ່​ທ່າ​ນ​ເຮັດ​ເປັນ​ຄື​ດາ​ຣານັກ​ຮ້ອງ​ອາ​ຟ​ຣິ​ກັນອາ​ເມຮິ​ກັນ ໄມ​ຣ​ເກີ​ລ
ແຈັກ​ສັນ. ທ່ານ​ໄດ້​ສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່​ເຫດ​ການ​ດັ່ງ​ກ່າວ ກ່າວ​ວ່າ​ທ່ານ​ໄດ້​ຮຽນ
​ຮູ້​ແຕ່​ນັ້ນ​ມາ​ວ່າ​ເປັນ​ຫຍັ​ງຈຶ່ງ “ທາໜ້າ​ດຳ” ໃນ​ຂະ​ນະ​ທີ່​ທ່ານ​ເອີ້ນ​ມັນ​ວ່າ ເປັນ​ການ​ກະ
​ທຳ​ທີ່​ລົບ​ກວນ. ທ່ານ​ໄດ້​ກ່າວ​ໃນ​ຂະ​ນະ​ທີ່​ໄດ້ຮູ້​ບົດ​ຮຽນນັ້ນ ແລະໄດ້​ສົນ​ທະ​ນາ​ກັບ​
ພວກ​ພະ​ນັກ​ງ​ານໜຸ່ມ​ນ້ອຍຄົນ​ນຶ່ງ ທ່ານ​ໄດ້ປະ​ຕິ​ຍານ​ວ່າ ຈະ​ບໍ່​ປາ​ກົດ​ໂຕ​ທາ​ໜ້າ​ດຳ​ອີກ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG