ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພົນລະເມືອງລັດເວີຈີເນຍ ຈະພາກັນອອກໄປໃຊ້ສິດອອກສຽງ ປ່ອນບັດເລືອກເອົາຜູ້ປົກຄອງລັດ


ຜູ້ລົງແຂ່ງຂັນເອົາຕຳແໜ່ງຜູ້ປົກຄອງລັດເວີຈີເນຍ ຈາກທັງສອງພັກການເມືອງໃຫຍ່ຂອງສະຫະລັດ ກໍຄື ທ່ານແທ​ຣີ ແມັກຄໍລິຟຟ໌ (Terry McAuliffe) ຈາກພັກເດໂມແຄຣັດ ຊ້າຍ) ແລະ ທ່ານເກ​ລນ ຢັງ​ຄິນ (Glenn Youngkin) ຈາກພັກຣີພັບບລີກັນ (ຂວາ).
ຜູ້ລົງແຂ່ງຂັນເອົາຕຳແໜ່ງຜູ້ປົກຄອງລັດເວີຈີເນຍ ຈາກທັງສອງພັກການເມືອງໃຫຍ່ຂອງສະຫະລັດ ກໍຄື ທ່ານແທ​ຣີ ແມັກຄໍລິຟຟ໌ (Terry McAuliffe) ຈາກພັກເດໂມແຄຣັດ ຊ້າຍ) ແລະ ທ່ານເກ​ລນ ຢັງ​ຄິນ (Glenn Youngkin) ຈາກພັກຣີພັບບລີກັນ (ຂວາ).

ໃນວັນອັງຄານມື້ນີ້ ຊາວເວີຈີເນຍ ທີ່ມີສິດອອກສຽງທັງຫຼາຍຈະພາກັນອອກໄປ ປ່ອນບັດເລືອກເອົາຜູ້ປົກຄອງລັດ, ຮອງຜູ້ປົກຄອງລັດ ແລະ ໄອຍະການສູງສຸດຂອງລັດເວີຈີເນຍ. ຜູ້ລົງແຂ່ງຂັນເອົາຕຳແໜ່ງດັ່ງກ່າວ ຈາກທັງສອງພັກການເມືອງໃຫຍ່ຂອງສະຫະລັດ ກໍຄື ທ່ານແທ​ຣີ ແມັກຄໍລິຟຟ໌ (Terry McAuliffe)ຈາກພັກເດໂມແຄຣັດ ແລະ ທ່ານເກ​ລນ ຢັງ​ຄິນ (Glenn Youngkin) ຈາກພັກຣີພັບບລີກັນ ຊຶ່ງຕ່າງຝ່າຍກໍໄດ້ເລີ້ມໂຄສະນາຫາສຽງມາໄດ້ຫຼາຍເດືອນແລ້ວ ເຊິ່ງທັງປະທານາທະບໍດີຄົນປັດຈຸບັນ ທ່ານໂຈ ໄບເດັນ ແລະອະດີດປະທານາທິບໍດີ ທ່ານດໍໂນລ ທຣຳ ຕ່າງກໍໄດ້ອອກມາຊ່ອຍໂຄສະນາຫາສຽງແລະສະໜັບສະໜຸນບັນດາຜູ້ລົງສະໝັກຈາກພັກຂອງຕົນ.

ສຳລັບຍານາງຈັນເພັງ ຊາວລາວຜູ້ທີ່ໄດ້ອົບພະຍົບເຂົ້າມາຕັ້ງຖິ່ນຖານໃນລັດເວີຈີເນຍນີ້ ຕັ້ງແຕ່ອາຍຸເຍົາໄວ ໃນປີ 1980 ແລະເປັນພົນລະເມືອງທີ່ໄດ້ໃຊ້ສິດອອກສຽງລົງຄະແນນສຽງເລືອກຕັ້ງມາເປັນປະຈຳນັ້ນ ກ່າວຕໍ່ວີໂອເອລາວ ເປັນພາສາອັງກິດວ່າ:


“ມື້ອື່ນ ໃນຖານະເປັນຄົນລາວສັນຊາດອາເມຣິກັນ ຂ້າພະເຈົ້າຈະໃຊ້ສິດອອກສຽງ, ລົງຄະແນນ ໃນການເລືອກຕັ້ງແຂ່ງຂັນເອົາຕຳແໜ່ງຜູ້ປົກຄອງລັດເວີຈີເນຍ ຊຶ່ງຂ້າພະເຈົ້າຈະເລືອກເອົາທ່ານແມັກຄໍລິຟຟ໌ ຜູ້ສະໝັກເປັນຜູ້ປົກຄອງລັດ ເພາະທັດສະນະແລະຄວາມເຊື່ອຖືຂອງທ່ານ ແມ່ນສອດຄ່ອງກັບຂ້າພະເຈົ້າ ສະນັ້ນໝົດທຸກຄົນກະລຸນາອອກໄປໃຊ້ສິດອອກສຽງຂອງພວກທ່ານດ້ວຍ.”

ສ່ວນທ່ານຈັນສະໝອນ ເມກດາຣາ ກໍໄດ້ກ່າວຕໍ່ວີໂອເອລາວ ວ່າ ທ່ານຈະເລືອກເອົາທ່ານເກລນ ຢັງຄິນ “ເພາະວ່າລາວ ໄດ້ໂຄສະນາວ່າ ຈະປັບປຸງເລື້ອງການສຶກສາ ແລະເລື້ອງສິດທິຂອງສ່ວນບຸກຄົນ ລາວຈະຊ່ອຍເຫຼືອຊຸມຊົນໃນລັດ.”

ການລົງຄະແນນສຽງໄດ້ເລີ້ມຂຶ້ນ ມາໄດ້ຫຼາຍມື້ແລ້ວກ່ອນໜ້ານີ້ ແລະມື້ນີ້ເປັນມື້ສຸດທ້າຍ ເມື່ອໜ່ວຍເລືອກຕັ້ງປິດລົງໃນເວລາ 7 ໂມງແລງ ການປະກາດຜົນການເລືອກຕັ້ງອາດຈະອອກມາໃນແລງມື້ນີ້ກໍເປັນໄດ້ ຂຶ້ນຢູ່ກັບວ່າການນັບຄະແນນສຽງຂອງແຕ່ລະໜ່ວຍເລືອກຕັ້ງສຳເລັດເສັດສິ້ນໃນທົ່ວລັດ ຫຼືບໍ່.

XS
SM
MD
LG