ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ມີສຽງຮຽກຮ້ອງ ດັງຂຶ້ນເລື້ອຍໆ ໃຫ້ຜູ້ປົກຄອງ ລັດເວີຈີເນຍ ລາອອກ ຫຼັງຈາກມີຮູບ ແບ່ງ​ແຍກຜິວ​ພັນ ອອກມາ


ຜູ້ປົກຄອງລັດເວີຈີເນຍ ທ່ານ ຣາບຟ໌ ນໍຣທຳ ກຽມພ້ອມ ຈະກ່າວ ຕໍ່ກອງປະຊຸມຖະແຫລງຂ່າວ ຢູ່ເມືອງຫຼວງ ຣິຈມັນ ຂອງລັດ ເວີຈີເນຍ, ວັນທີ 31 ມັງກອນ 2019.
ຜູ້ປົກຄອງລັດເວີຈີເນຍ ທ່ານ ຣາບຟ໌ ນໍຣທຳ ກຽມພ້ອມ ຈະກ່າວ ຕໍ່ກອງປະຊຸມຖະແຫລງຂ່າວ ຢູ່ເມືອງຫຼວງ ຣິຈມັນ ຂອງລັດ ເວີຈີເນຍ, ວັນທີ 31 ມັງກອນ 2019.

ສຽງຮຽກຮ້ອງພວມດັງຂຶ້ນເລື້ອຍໆ ເພື່ອໃຫ້ຜູ້ປົກຄອງລັດເວີຈີເນຍ ລົງຈາກຕຳແໜ່ງ
ຫຼັງຈາກ ຮູບພາບຂອງການແບ່ງ​ແຍກຜິວ​ພັນ ໄດ້ຖືກເປີດເຜີຍອອກ ມາ ຊຶ່ງປາກົດວ່າ
ເປັນພາບຖ່າຍໃນປຶ້ມການຮຽນແພດສາດປະຈຳປີ ຂອງທ່ານ ເມື່ອຫຼາຍກວ່າ 30 ປີກ່ອນ.

ທ່ານ ຣາບຟ໌ ນໍຣທຳ (Ralph Northam) ໄດ້ຂໍອະໄພໂທດ ໃນວັນສຸກວານນີ້ ສຳລັບ
ການໃສ່ຊຸດ ທີ່ “ໄດ້​ແບ່ງ​ແຍກຜິວແລະເປັນທີ່ໜ້າລັງກຽດ” ຊຶ່ງໄດ້ເຫັນຢູ່ ໃນໜ້ານຶ່ງ
ຂອງປຶ້ມໂຮງຮຽນແພດສາດ ຂອງທ່ານເມື່ອປີ 1984. ໃນຖະແຫລງ ການທີ່ເປັນວີດີໂອ
ທ່ານ ນໍຣທຳ ໄດ້ກ່າວວ່າ ຮູບພາບດັ່ງກ່າວ ບໍ່ໄດ້ສະທ້ອນ ເຖິງບຸກຄົນທີ່ທ່ານເປັນຢູ່ໃນ
ປັດຈຸບັນນີ້. ທ່ານໄດ້ກ່າວຕື່າມວ່າ “ຂ້າພະເຈົ້າ ບໍ່ ສາມາດທີ່ຈະປ່ຽນແປງການຕັດສິນ
ໃຈ ທີ່ຂ້າພະເຈົ້າໄດ້ເຮັດລົງໄປ ຫຼືວ່າສາມາດ ທີ່ຈະແກ້ໄຂສິ່ງທີ່ເສຍຫາຍໄປແລ້ວນັ້ນ
ຍ້ອນການປະພຶດຂອງຂ້າພະເຈົ້າ ໃນເວ ລານັ້ນ ແລະໃນປັດຈຸບັນ. ແຕ່ຂ້າພະເຈົ້າ
ຍອມຮັບເອົາຄວາມຮັບຜິດຊອບ ສຳ ລັບການກະທຳຕ່າງໆທີ່ຜ່ານມາ ແລະຂ້າພະ
ເຈົ້າ ພ້ອມແລ້ວທີ່ຈະເຮັດວຽກທີ່ຍາກ ລຳບາກ ເພື່ອກອບກູ້້ເອົາຄວາມເຊື່ອໝັ້ນ
ຈາກທ່ານກັບຄືນມາອີກ.”

ໜ້ານຶ່ງທີ່ມີຮູບພາບ ຂອງຄົນຜູ້ນຶ່ງ ທີ່ທາໜ້າເປັນສີດຳ ແລະ ອີກຄົນນຶ່ງແຕ່ງ ກາຍໃນຊຸດ
ຂອງພວກ ຄູ ຄລັກສ໌ ແຄລນ (Ku Klux Klan). ຜູ້ປົກຄອງລັດ ໄດ້ບົ່ງບອກວ່າ ທ່ານ
ເປັນຄົນຜູ້ນຶ່ງ ໃນຮູບພາບດັ່ງກ່າວ ແຕ່ທ່ານບໍ່ໄດ້ກ່າວວ່າ ເປັນຜູ້ໃດ.

ກຸ່ມຊາວຜິດດຳຂອງລັດຖະສະພາ ແລະກຸ່ມຊາວຜິດດຳສະມາຊິກສະພາຂອງ ລັດ
ເວີຈີເນຍ ໄດ້ຮຽກຮ້ອງໃຫ້ທ່ານ ນໍຣທຳ ລົງຈາກຕຳແໜ່ງ.

ກຸ່ມຊາວຜິດດຳຂອງລັດຖະສະພາ ໄດ້ຂຽນລົງໃນທວີດເຕີວ່າ “ທ່ານຣາບຟ໌ ນໍຣທຳ ໄດ້
ມີປະສົບການ 3 ທົດສະວັດມາແລ້ວ ທີ່ຈະຮູ້ດີ ມາບັດນີ້ ພຽງແຕ່ເພິ່ນຍອມຮັບຮູ້ວ່າ
ອັນນີ້ ເປັນການກະທຳ ຂອງການ​ແບ່ງ​ແຍກຜິວ​ພັນ. ການຂໍອະໄພໂທດ ໃນເວລານີ້
ແມ່ນບໍ່ພຽງພໍ. ທ່ານຕ້ອງລາອອກ.”

ສ່ວນກຸ່ມກຸ່ມຊາວຜິດດຳສະມາຊິກສະພາຂອງລັດເວີຈີເນຍ ໄດ້ນຳເອົາຖະແຫລງການ
ລົງໃນທວີດເຕີ ທີ່ກ່າວຕໍ່ທ່ານ ນໍຣທຳ ດັ່ງນີ້: “ພວກເຮົາຂອບໃຈຢ່າງເຕັມສ່ວນ ທຸກສິ່ງ
ທີ່ທ່ານໄດ້ປະກອບສ່ວນເຂົ້າໃນລັດ ຂອງພວກເຮົາ. ແຕ່ໃນສິ່ງທີ່ໄດ້ຖືກເປີດເຜີຍ
ອອກ ມາໃນວັນນີ້ ມັນເປັນທີ່ຈະແຈ້ງແລ້ວວ່າ ທ່ານບໍ່ສາມາດທີ່ຈະຮັບໃຊ້ລັດ ໃນຖາ
ນະເປັນຜູ້ປົກຄອງຢ່າງມີ ປະສິດທິພາບໄດ້ອີກຕໍ່ໄປ. ມັນເຖິງເວລາແລ້ວ ທີ່ທ່ານຈະ
ຕ້ອງລາອອກ ສະນັ້ນ ເພື່ອໃຫ້ລັດເວີຈີເນຍ ເລີ້ມຕົ້ນຂັ້ນຕອນຂອງການປົວແປງຈິດໃຈ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG